໕. ນັ່ງລົມກັນມື້ອອກເດີນທາງ

06/09/05

Home
ສາຣະບານ
໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ?
໒. ເຂົ້າຫາຢ່າງຫນ້າດື້ໆ
໓. ໄປເບິ່ງຊີເນຢູ່ສູນ໘໐
໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ
໕. ນັ່ງລົມກັນມື້ອອກເດີນທາງ
໖. ນະທີ່ສູນນາໂພ
໗. ໄປເບິ່ງສາວອາບນໍ້າ
໘. ຂໍກິນເຂົ້ານໍາແດ່
໙. ຊື້ປື້ມບໍ່ແນັດ?
໑໐. ວັນ Valentine 82
໑໑. ນັດພົບສາວ ອຸ໋ຍມາແປກ
໑໒. ຮຽນພາສາອັງກິດນໍາຂ້ອຍນໍ
໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ
໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່
໑໕. ໄຂປະຕູ ບັກລູກເຂີຍ
໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ
໑໗. ອາລົມຮັກ ອາລົມພ້ຽນ
໑໘. ຂໍອອກລວດລາຍແດ່
໑໙. ສຸກສັນວັນເກີດ...ທີ່ຮັກ
໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ
໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ
໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້
໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່
໒໔. ສະຖິດໄວ້ຢູ່ໃນກາງດວງໃຈ
໒໕. ອອກໄປເບິ່ງຫນັງເປັນຂະບວນ
໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ
໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ
໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ
໒໙. Happy New Year 1983
໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋?
໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ
໓໒. ຂາປະຈໍາຢູ່ເຮືອນເຈົ້າ
໓໓. ມີແຕ່ໄປງານກັບງານ
໓໔. ອະເມຣິກາເລີ້ມມາສໍາພາກ
໓໕. ຂໍເປັນເງົາຕາມຕົວ
໓໖. ຄືນກ່ອນຈາກ
໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

ຕອນທີ໕

 

ຈື່ບໍ່ແນັດທີ່ຮັກ? ຕອນນັ້ນຢູ່ສູນເຂົ້າອອກກໍຍາກໆ ຖ້າບໍ່ມີວຽກຈໍາເປັນ ອໍສໍມັນກໍບໍ່ໃຫ້ອອກງ່າຍໆ ເວົ້າແລ້ວ ກໍຍັງໄຄກ່ວາຢູ່ສູນ CRS ຢູ່ເພາະຢູ່ສູນຫັ້ນ ເກືອບຈະອອກມາຫາຍໃຈຢູ່ຂ້າງນອກສູນບໍ່ໄດ້ແທ້ໆ ມີບາງຄົນຫານລັກອອກ ຖືກອໍສໍມັນຈັບໄດ້ ມັນກໍຊ້ອມເສັຽເປັນການໃຫຍ່ ແປກອີກຢ່າງກໍຄືຂ້ອຍບໍ່ເຄີຍເຫັນເຈົ້າຈັກເທື່ອ ທັງທີ່ເຈົ້າວ່າ ເຈົ້າເຂົ້າສູນ CRS ແຕ່ເດືອນ໔ພຸ້ນ ສ່ວນຂ້ອຍຫັ້ນເຂົ້າສູນດັ່ງກ່າວໃນເດືອນ໘ ຈະວ່າແລ້ວຂ້ອຍຢູ່ສູນ CRS ບໍ່ຮອດເດືອນ ແຕ່ກໍຄວນຊິພໍ້ຄົນງາມຄືເຈົ້າຢູ່ຫນ໋າ ເພາະສູນນັ້ນມັນຊ່າງແຄບສິ້ນດີ ມີອາຄານສອງແຖວເທົ່ານັ້ນ ຝາກນຶ່ງພວກມົ້ງຢູ່ ແລະອີກຝາກນຶ່ງກໍແມ່ນພວກລາວເຮົາເຈົ້າຂ້ອຍຢູ່ ຂ້ອຍຫັ້ນແມ່ນທ່ຽວເລາະເບິ່ງຢູ່ຫມົດທຸກຈອກທຸກແຈ ເພື່ອຊອກຫາຂວັນຕາຂວັນໃຈ ແຕ່ກໍຈັກວ່າ ອັນຂວັນຕາຂວັນໃຈນັ້ນໄປລີ້ຢູ່ໃສຫມົດ ຫລືວ່າຈະເປັນຍ້ອນວ່າ ພວກອໍສໍມັນມັກເອົາສາວລາວທີ່ງາມຕາໄປບໍ່? ຄົນງາມໆຢ່າງເຈົ້າ ຈຶ່ງບໍ່ໂຜ່ຫນ້າມາໃຫ້ຂ້ອຍເຫັນຈັກເທື່ອ

 

ຈົນມາຮອດອາຄານຫຍ້າພີ້ ຈຶ່ງພໍເຫັນໆແດ່ ທັງນັ້ນທັງນີ້ກໍເພາະ ຫມູ່ຮ່ວມອາຄານຂ້ອຍເປັນຄົນໄທເມືອງຫລວງ ເຂົາເຈົ້າກໍເລີຍພາໄປຫລີ້ນນໍາຄົນໄທດຽວຂອງເຂົາເຈົ້າ ເວົ້າແລ້ວສາວເມືອງຫລວງກໍງາມ ແຕ່ກໍບໍ່ສູ້ເຈົ້າດອກເດີ ຍອມຮັບວ່າເຂົາເຈົ້າປາກຫວານປານນໍ້າອ້ອຍ ເອີ້ນເຮົາເສັຽໃຫຍ່ວ່າ ອາຈານ ທັງທີຂ້ອຍເອງກໍພຽງແຕ່ສອນໄດ້ແຕ່ພາສາອັງກິດເທົ່ານັ້ນເອງ ຮູ້ບໍ່? ຍ້ອນວ່າຂ້ອຍມາຫລົງຕິດເຈົ້າ ຂ້ອຍກໍເລີຍບໍ່ຍອມໄປສູນນາໂພໃນຮຸ່ນທໍາອິດພ້ອມກັບພວກສາວເມືອງຫລວງ ແຕ່ກັບຢູ່ຖ້າໄປພ້ອມດຽວກັບເຈົ້າໃນທິດຕໍ່ມາ ປານນັ້ນເລື້ອງສາວເມືອງຫລວງກໍວຸ່ນ ບໍ່ແມ່ນຂອງຄ່ອຍເລີຍ ໂອ້ນີ້ນໍ “ເພງເຂົາວ່າ ຈັບປາສອງມື ແລ້ວຈະຖືໃດຢ່າງໃດ ບໍ່ຮັກຈົ່ງຫລີກທາງໄປ ແນວຄົນຫລາຍໃຈ ບໍ່ປາຖນາ” ຂ້ອຍເອງຫັ້ນບໍ່ທັນຄິດຈັບປາສອງມືຊໍ້າ ເລື້ອງສາວເມືອງຫລວງກໍໄປຮອດຫູເຈົ້າ ຊ່າງໄວໄຟແທ້ໆ ເລື້ອງຢູ່ໃນສູນນີ້ນະ

 

ມື້ກ່ອນພວກເຮົາຊິຍ້າຍມານາໂພຫັ້ນ ຕອນນັ້ນກໍລື້ງກັນຫລາຍແລ້ວ ແລະຂ້ອຍກໍຮູ້ສຶກວ່າຂ້ອຍຮັກເຈົ້າຫລາຍແລ້ວຄືກັນ ເຈົ້າບອກຂ້ອຍວ່າ ເຈົ້າຊິຍ່າງໄປໂຮງຮຽນຫຍິບເຄື່ອງນໍາຂ້ອຍ ຫລັງຈາກຊັກເຄື່ອງແລ້ວ ຂ້ອຍຈຶ່ງເມືອນັ່ງຖ້ານອນຖ້າ ກໍບໍ່ເຫັນເຈົ້າຍ່າງກາຍຫ້ອງຂ້ອຍຈັກເທື່ອ ກັບໄປຖາມເບິ່ງອີກເທື່ອນຶ່ງ ພັດວ່າ ບໍ່ໄປ ຮ໋ວຍ ແນວນີ້ກະເປັນ ເຈົ້າຮູ້ບໍ່? ຕອນນັ້ນ ຂ້ອຍຄຽດໃຫ້ເຈົ້າຂນາດ ຂ້ອຍຕັ້ງໃຈຫນັກຕັ້ງໃຈຫນາມາກ່ອນວ່າ ຊິພາເຈົ້າໄປລ້ຽງນໍ້າລ້ຽງເຝີ້ ແລະຊື້ຂອງໃຫ້ແນວໃດພັດມາເຮັດໃຫ້ຂ້ອຍເສັຽຄວາມຕັ້ງໃຈຫມົດ ເຈົ້າຈື່ບໍ່? ຕອນຂ້ອຍພໍ້ເຈົ້າຕອນສ່ວາຍ ຢູ່ຂ້າງອາຄານແມ່ມັດທຸ ຂ້ອຍຮອດບໍ່ຢາກເອີ່ຍຖາມເຈົ້າ (ເຈົ້າຊິໄປຫນອງຄາຍ ແມ່ນບໍ່?) ເຈົ້ານໍເຈົ້າ ກວນເສັ້ນຂ້ອຍໄດ້ລົງຄໍ ແຕ່ຂ້ອຍຄຽດໃຫ້ເຈົ້າ ກໍບໍ່ໄດ້ດົນດອກ ຮອດມື້ແລງມາ ຂ້ອຍກະຢາກໄປເວົ້າໄປລົມນໍາເຈົ້າອີກຄືເກົ່າ ຈັກເປັນຫຍັງ? ລົມນໍາເຈົ້າຄືມ່ວນໆ ນໍ້າສຽງເຈົ້າຟັງປານສຽງນໍ້າເສາະຫີນ ແລະດວງຕາເຈົ້າກໍແສນອ່ອນຫວານ ເລີກເຊີ້ງ ເບິ່ງເທົ່າໃດກໍບໍ່ອີ່ມເປັນຈັກເທື່ອ ເສັຽດາຍແຕ່ຄືນນັ້ນ ພວກເຈົ້າໄປອາບນໍ້າຢູ່ໂຮງຮຽນຫນ້າສູນກັບມາຄໍ່າໂພດ ຂ້ອຍເລີຍບໍ່ມີໂອກາດໄປຫາເຈົ້າ ຈື່ບໍ່? ເພງໂຣແມນຕິກສໄມນັ້ນແມ່ນເພງ yesterday once more ຂອງຄະນະ carpenter ແລະເພງ I love you more than I can say ເປັນອັນວ່າ ໄປອາບນໍ້າຢູ່ຫນ້າສູນມື້ໃດ ກໍໄດ້ຍິນສອງເພງນີ້ດັງມາຕາມສາຍລົມຈາກຄ້າຍຕໍາຣວດ ທີ່ຢູ່ໃກ້ໆຫັ້ນ

 

ແນັດຢູ່ຕໍ່ຫນ້າໂຮງຮຽນຕັດຫຍິບ

 

ພໍແຕ່ຮອດສາມສີ່ໂມງເຊົ້າຂອງມື້ອອກເດີນທາງ ສິ່ງທໍາອິດທີ່ຂ້ອຍບໍ່ອາດລືມໄດ້ກໍຄື ມາຫາເຈົ້າ ເຊົ້າມື້ນັ້ນ ເຈົາໃສ່ເສື້ອສີຂາວ ແຂນສີຟ້າແກ່ ໂຕທີ່ເຈົ້າໃສ່ຖ່າຍຮູບຢູ່ຫນ້າໂຮງຮຽນຕັດຫຍິບ ເວົ້າແລ້ວ ເສື້ອໂຕນັ້ນ ງາມອີ່ຫລີ ຢ່າງຫນ້ອຍກໍຕອນເຈົ້າໃສ່ ຂ້ອຍຈື່ໄດ້ວ່າ ພວກເຮົາມີໂອກາດໄດ້ນັ່ງລົມກັນສອງຕໍ່ສອງ ໃນຂະນະທີ່ພໍ່ແມ່ ເອື້ອຍນ້ອງຂອງເຈົ້ານອນຕໍ່ ອາກາດໃນຕອນຂ່ອນແຈ້ງເຊົ້ານັ້ນເຢັນຈ້ອຍໆ ເຮັດໃຫ້ໃຜເຂົ້ານອນແລ້ວ ກໍບໍ່ຢາກລຸກງ່າຍໆ ເຈົ້າແລະຂ້ອຍບໍ່ມີໃຜຢາກນອນ ນັ່ງລົມກັນຕໍ່ຊໍາມະປິເລື້ອງ ແຕ່ວຽນໄປວຽນມາ ຂ້ອຍກໍໂງໃສ່ເລື້ອງຄວາມຮັກ ເພາະຈັ່ງໃດລະ ກໍເພາະຂ້ອຍຮັກເຈົ້າຫັ້ນຕິ໋ ແຕ່ເຈົ້າກໍຊ່າງທໍຣະມານຫົວໃຈຂ້ອຍເອົາແທ້ເອົາວ່າ ຂ້ອຍເວົ້າເລື້ອງຄວາມຮັກ ເຈົ້າພັດຫັນໄປເວົ້າເລື້ອງອື່ນເອົາຊື່ໆ ແຕ່ກໍຢ່າງວ່າແຫລະ ອັນຂອງດີນັ້ນມັນຍາກ ຂ້ອຍກໍເລີຍປອບໃຈຕົນເອງວ່າ ຊ້າໆໄດ້ພ້າເຫລັ່ມງາມ ຄືດັ່ງສຸພາສິດທີ່ຄູບາອາຈານເຄີຍສັ່ງສອນໃຫ້

 

ໃນຫລາຍໆເລື້ອງທີ່ພວກເຮົາລົມກັນນັ້ນ ເຈົ້າກໍເວົ້າໃຫ້ຂ້ອຍຟັງເຖີງເລື້ອງຕອນທີ່ຄອບຄົວເຈົ້າຂ້າມຂອງ ເຈົ້າວ່າ ເກືອບຫລົງກັນ ເພາະແພທີ່ມັດໃສ່ກັນມັນແຕກ ກໍເລີຍຖືກນໍ້າຂອງພັດໄປຕົກຢູ່ຄົນລະແດນ ຍັງໄຄແຕ່ທຽວຊອກຫາກັນພໍ້ ເພາະຄືນນັ້ນມັນກໍຍັງພໍມີແສງຈັນເຍື່ອງທາງຢູ່ ເຈົ້າຍັງເລົ່າໃຫ້ຟັງອີກວ່າ ພວກຕໍາຣວດມັນຢາກມາຍໍແຫຍ້ກັບເຈົ້າ ມັນວ່າມັນຢາກເອົາເຈົ້າໄປກິນເຂົ້າແລງຢູ່ຂ້າງນອກ ເມື່ອເຈົ້າບໍ່ຢາກໄປ ມັນກໍວ່າ “ຜົມມີສິດນະ” ເປັນການຂູ່ອີກ ດີແຕ່ມີຫມໍນຶ່ງ ຊົງຊິເປັນນາຍຕໍາຣວດບອກພວກນັ້ນວ່າ “ພໍ່ເຂົາເປັນນາຍພັນນັ້ນນະ” ເລື້ອງມັນຈຶ່ງແລ້ວ ປານນັ້ນຫມໍນຶ່ງຊຶ່ງອ່າວແກ່ໄດ້ ກໍມາລູກໄມ້ໃຫມ່ ຫມໍຂໍນໍາພໍ່ແມ່ເຈົ້າວ່າຊິເອົາໄປເປັນລູກບຸນທັນວ່າຊັ້ນ ຫມໍວ່າ ເຈົ້າສວຍເຫມືອນດາວພະສຸກ ເພາະຕອນນັ້ນ ຫນັງທີວີລະຄອນທີ່ດັງແມ່ນດາວພະສຸກ ແລະນາງເອກຫນ້າຫວານກໍແມ່ນມົນຣືດີແມ່ນບໍ່? ຖ້າຂ້ອຍຈື່ບໍ່ຜິດ ໂອ໊ຍ ພວກໄທຈັງໄຮນີ້ ປານວ່າພວກເຮົາຊິບໍ່ຮູ້ຕັບໄຕພວກມັນ ຊຶ່ງທີ່ແທ້ແລ້ວ ມັນຊິເອົາໄປເປັນເມັຽນ້ອຍ ເມັຽເກັບ ຫລືຂາຍເຂົ້າຊອງຫລາຍກ່ວາ ຕອນນັ້ນ ຕາມທີ່ຂ້ອຍເຫັນມາກັບຕາ ພວກອໍສໍແລະພວກຕໍາຣວດມັນມາເອົາພວກຜູ້ສາວລາວ ທີ່ຫນ້າຈົບຕໍ່ດີໄປ ບໍ່ແມ່ນຂອງຫນ້ອຍ ຂນາດວ່າຢູ່ສູນ CRSເອງ ຊຶ່ງແອອັ່ງໄປດ້ວຍຜູ້ຄົນທຸກກະບຽດນີ້ວ ມັນກໍຍັງສໍາຫ້າວມານອນນໍາສາວລາວ ທີ່ໃຈງ່າຍອີກໃນຕອນເດີກໆ

 

ຂ້ອຍເອງຫັ້ນຮູ້ເລື້ອງນີ້ແດ່ກໍເພາະຕ້ອງໄດ້ນັ່ງເຝົ້ານອນເຝົ້າສາວລາວວຽດທີ່ອົດສາຂໍຮ້ອງ ເພາະຢ້ານພວກອໍສໍ ຈະມາລ່ວງເກີນໃນຂະນະທີ່ນອນຫລັບຝັນຕອນເດິກໆຊັ໋ນດອກ ນາງອັນນັ້ນກໍເປັນໂຊກດີຂອງລາວ ຢູ່ສູນບໍ່ດົນກໍໄດ້ຖືກສັບຊ້ອນໃຫ້ໄປຢູ່ຝຣັ່ງ ຊົງລາວຊິມີເສັ້ນສາຍຫລາຍເຕີບ ເວົ້າເລື້ອງຂ້ອຍຂ້າມມາຫັ້ນ ກໍບໍ່ມີຫຍັງເປັນຕາຜະຈົນໄພຄືເຈົ້າ ຄືຂ້ອຍກັບໃຫຍ່ແລະແມ່ເບ່ (ດຽວນີ້ຢູ່ San Diego ລູກສາວລາວ ນາງເບ່ຕອນນັ້ນຍັງຕີນທໍ່ຝາຫ້ອຍ ໄຄແດ່ແຕ່ບໍ່ໄຫ້ແອ່ວຄືເດັກນ້ອຍຜູ້ອື່ນ ບໍ່ຊັ໋ນກະຊົງຊິຜະຫວາດຫນ້າຜະວົງຫລັງຄືກັນ) ພວກຂ້ອຍຂີ່ເຮືອຂ້າມມາໂດ່ງໆທາງປາກຊັນ ມາຮອດຝັ່ງໄທແຖວທ່າບໍ່ໃນຕອນຂ່ອນເດີກ ແລ້ວກໍເຂົ້າໄປນອນຢູ່ສາລາວັດ ຕື່ນເຊົ້າມາກໍເຂົ້າໄປລາຍງານກັບເຈົ້າຫນ້າໄທເທົ່ານັ້ນເອງ

 

 

Home | ສາຣະບານ | ໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ? | ໒. ເຂົ້າຫາຢ່າງຫນ້າດື້ໆ | ໓. ໄປເບິ່ງຊີເນຢູ່ສູນ໘໐ | ໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ | ໕. ນັ່ງລົມກັນມື້ອອກເດີນທາງ | ໖. ນະທີ່ສູນນາໂພ | ໗. ໄປເບິ່ງສາວອາບນໍ້າ | ໘. ຂໍກິນເຂົ້ານໍາແດ່ | ໙. ຊື້ປື້ມບໍ່ແນັດ? | ໑໐. ວັນ Valentine 82 | ໑໑. ນັດພົບສາວ ອຸ໋ຍມາແປກ | ໑໒. ຮຽນພາສາອັງກິດນໍາຂ້ອຍນໍ | ໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ | ໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່ | ໑໕. ໄຂປະຕູ ບັກລູກເຂີຍ | ໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ | ໑໗. ອາລົມຮັກ ອາລົມພ້ຽນ | ໑໘. ຂໍອອກລວດລາຍແດ່ | ໑໙. ສຸກສັນວັນເກີດ...ທີ່ຮັກ | ໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ | ໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ | ໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້ | ໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່ | ໒໔. ສະຖິດໄວ້ຢູ່ໃນກາງດວງໃຈ | ໒໕. ອອກໄປເບິ່ງຫນັງເປັນຂະບວນ | ໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ | ໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ | ໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ | ໒໙. Happy New Year 1983 | ໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋? | ໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ | ໓໒. ຂາປະຈໍາຢູ່ເຮືອນເຈົ້າ | ໓໓. ມີແຕ່ໄປງານກັບງານ | ໓໔. ອະເມຣິກາເລີ້ມມາສໍາພາກ | ໓໕. ຂໍເປັນເງົາຕາມຕົວ | ໓໖. ຄືນກ່ອນຈາກ | ໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

This site was last updated 05/26/05