໓. ໄປເບິ່ງຊີເນຢູ່ສູນ໘໐

06/09/05

Home
ສາຣະບານ
໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ?
໒. ເຂົ້າຫາຢ່າງຫນ້າດື້ໆ
໓. ໄປເບິ່ງຊີເນຢູ່ສູນ໘໐
໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ
໕. ນັ່ງລົມກັນມື້ອອກເດີນທາງ
໖. ນະທີ່ສູນນາໂພ
໗. ໄປເບິ່ງສາວອາບນໍ້າ
໘. ຂໍກິນເຂົ້ານໍາແດ່
໙. ຊື້ປື້ມບໍ່ແນັດ?
໑໐. ວັນ Valentine 82
໑໑. ນັດພົບສາວ ອຸ໋ຍມາແປກ
໑໒. ຮຽນພາສາອັງກິດນໍາຂ້ອຍນໍ
໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ
໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່
໑໕. ໄຂປະຕູ ບັກລູກເຂີຍ
໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ
໑໗. ອາລົມຮັກ ອາລົມພ້ຽນ
໑໘. ຂໍອອກລວດລາຍແດ່
໑໙. ສຸກສັນວັນເກີດ...ທີ່ຮັກ
໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ
໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ
໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້
໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່
໒໔. ສະຖິດໄວ້ຢູ່ໃນກາງດວງໃຈ
໒໕. ອອກໄປເບິ່ງຫນັງເປັນຂະບວນ
໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ
໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ
໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ
໒໙. Happy New Year 1983
໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋?
໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ
໓໒. ຂາປະຈໍາຢູ່ເຮືອນເຈົ້າ
໓໓. ມີແຕ່ໄປງານກັບງານ
໓໔. ອະເມຣິກາເລີ້ມມາສໍາພາກ
໓໕. ຂໍເປັນເງົາຕາມຕົວ
໓໖. ຄືນກ່ອນຈາກ
໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

ຕອນທີ໓

ຜູ້ຂຽນກໍາລັງສອນພາສາອັງກິດ ຢູ່ໂຮງຮຽນ YMCA

 

ຕອນບ່າຍມື້ນຶ່ງຊຶ່ງທໍາມະດາຂ້ອຍໄປສອນພາສາອັງກິດຢູ່ໂຮງຮຽນYMCA ແຕ່ບ່າຍມື້ນັ້ນ ຂ້ອຍບອກນັກຮຽນແຕ່ຕອນເຊົ້າແລ້ວວ່າ ຊິບໍ່ໄດ້ມາສອນ ຂ້ອຍຈຶ່ງມາຫລີ້ນນໍາເຈົ້າ ເກືອບວ່າຊິບໍ່ກ້າເຂົ້າໄປແລ້ວ ເພາະເຫັນເຈົ້ານອນຕຸ້ມຜ້າຫົ່ມຢູ່ຜູ້ດຽວ ແຕ່ທັນທີທີ່ເຈົ້າເຫັນຂ້ອຍແລະທ້າວທ່ຽງທີ່ມານໍາກັນ ເຮັດລຸກລີ້ລຸກລົນຢູ່ຫນ້າຫ້ອງເຈົ້າ ເຈົ້າກໍລຸກຂຶ້ນແລະຍີ້ມໃຫ້… ໂອ້ ຮອຍຍີ້ມນັ້ນຊ່າງເປັນຮອຍຍີ້ມທີ່ຫວານເຫລືອເກີນ ແລະກໍຍິ່ງຫວານເລີດລໍ້າເມື່ອຮູ້ວ່າ ເຈົ້າຂອງຮອຍຍີ້ມນັ້ນກໍາລັງເປັນໄຂ້ຫວັດແລະອິດເມື່ອຍ ແຕ່ກໍຍັງພະຍາຍາມຍີ້ມໃຫ້ພວກຂ້ອຍດ້ວຍຄວາມອ່ອນຫວານ ຂ້ອຍຈຶ່ງສຸດທີ່ຮັກເຈົ້າຂອງຮອຍຍີ້ມນັ້ນ ບໍ່ຢາກໃຫ້ເຈົ້າເຈັບໄຂ້ ຢາກໃຫ້ຫາຍໄວໆເຫລືອເກີນ ຂ້ອຍກັບທ້າວທ່ຽງຈຶ່ງໄປຫາຫມູ່ຊຶ່ງເປັນນາຍຫມໍ ບອກລາວວ່າຂ້ອຍເປັນໄຂ້ຫວັດ ຂໍຢາກິນແດ່ ລາວຫລຽວເບິ່ງຫນ້າຂ້ອຍ ແລ້ວກໍຍີ້ມນ້ອຍໆ ຊົງຊິບໍ່ຢາກເຊື່ອແນວນັ້ນ ເພາະຫນ້າຂ້ອຍຍັງແດງປຶງປັງຢູ່ ທ້າຍທີ່ສຸດລາວກໍເອົາຢາໃຫ້ຂ້ອຍມາ໖ເມັດ ບອກໃຫ້ກິນມື້ລະ໓ເມັດ ກ່ອນທີ່ພວກຂ້ອຍຈະເອົາຢາມາໃຫ້ເຈົ້າ ພວກຂ້ອຍກໍເຂົ້າໄປຊື້ຫມາກກ້ຽງຢູ່ສູນ໘໐ມາໃຫ້ເຈົ້ານໍາ ເຈົ້າຮູ້ບໍ່? ຂ້ອຍມີຄວາມສຸກໃຈຢ່າງເຫລືອປະມານທີ່ໄດ້ມີໂອກາດຊ່ອຍເຫລືອເຈົ້າເລັກໆນ້ອຍໆແນວນັ້ນ ເພາະຂ້ອຍຄິດສເມີວ່າ ການໃຫ້ຄືປັດໃຈຂອງຄວາມຮັກແທ້ ແຕ່ເລື້ອງເຈົ້າຈະໄວ້ໃຈກ້າກິນຢາທີ່ຂ້ອຍໃຫ້ຫລືບໍ່? ຂ້ອຍເອງກໍສຸດທີ່ຮູ້ໄດ້

 

ມາລະຍະເກືອບຮອດກາງເດືອນ໑໑ ໄດ້ມີການສາຍຊີເນຢູ່ສູນ໘໐ ພວກເຈົ້າແລະຫມູ່ພາກັນໄປເບິ່ງ ຂ້ອຍກໍເລີຍມີໂອກາດໄດ້ຕິດຕ້ອຍຫ້ອຍຕາມໄປນໍາ ຄືນນັ້ນຂ້ອຍນັ່ງຢູ່ທາງຫລັງເຈົ້າ ຊີເນສາຍເລື້ອງຈີນສາກົນນີ້ລະ ສ່ວນທີ່ຢູ່ໃກ້ຂ້ອຍທີ່ສຸດແມ່ນປາຍຕີນຂອງເຈົ້າ ທີ່ເດ່ເຫລືອອອກມາຈາກການນັ່ງພັບພຽບ ຂ້ອຍກໍອົດຢາກເອົານີ້ວມືໄປສັມຜັດບໍ່ໄດ້ ແຕ່ດ້ວຍຄວາມເປັນສຸພາບບຸຣຸດ ຂ້ອຍຈຶ່ງຢັບຢັ້ງໃຈໄວ້ ຂ້ອຍຫລຽວເບິ່ງຈໍຊີເນ ແລະກໍຫລຽວເບິ່ງເຈົ້າໄປນໍາ ບາງທີເຈົ້າອາດຈະຮູ້ສຶກຕົວວ່າ ຂ້ອຍຢູ່ໃກ້ເຈົ້າຫລາຍເກີນໄປ ເຈົ້າຈຶ່ງຫຍັບໄປທາງຫນ້າອີກ ແລະຕໍ່ມານ້ອງຂອງເຈົ້າກໍມານັ່ງຂັ້ນກາງເຮົາສອງ ເຮັດໃຫ້ການໄປເບິ່ງຊີເນຂອງຂ້ອຍໃນຄືນນັ້ນບໍ່ຄ່ອຍມ່ວນປານໃດ ເຈົ້າຈື່ບໍ່? ກ່ອນທີ່ຈະເຂົ້າເບິ່ງຊີເນຫັ້ນ ຂ້ອຍມັກຍ່າງໄປແວະໆວຽນໆຢູ່ໃກ້ເຈົ້າ ແຕ່ເຈົ້າກໍຫລີກຂ້ອຍຢູ່ເລື້ອຍ ຈັກຫນ້ອຍໄປຢູ່ນໍານາງແປັດ ນໍານາງນ້ອຍ ຫລືບໍ່ກໍໄປຢູ່ນໍາເອື້ອຍນ້ອງເຈົ້າ ເຮັດໃຫ້ຂ້ອຍບໍ່ມີໂອກາດໄດ້ສົ່ງບົດກະວີທີ່ຂ້ອຍແຕ່ງໃຫ້ເຈົ້າຈັກເທື່ອ ແຕ່ເມື່ອມີໂອກາດເຈົ້າກັບບໍ່ເຂົ້າໃຈວ່າ ຂ້ອຍເອົາໃຫ້ເຈົ້າເລີຍ ເຈົ້າມີແຕ່ເອົາມາອ່ານແລ້ວກໍສົ່ງຂອ້ຍຄືນ ບົດກະວີນັ້ນມີຊື່ວ່າ “ຍີ້ມ” ດຽວນີ້ຈັກເສັຽໄປໃສແລ້ວ ຈຶ່ງຈົນປັນຍາທີ່ຈະຈື່ເນື້ອຄວາມນັ້ນໄດ້

 

ຄືນສາຍຊີເນທີ່ມີຄວາມຫມາຍທີ່ສຸດຕໍ່ຂ້ອຍ ແມ່ນຄືນມື້ບຸນທາດຫລວງ ພວກເຮົາໄປນໍາກັນຫລາຍຄົນ ແມ່ເຈົ້າ ເຈົ້າ ຫວັນ ເຊັບ ຫນ່ອຍ ຂ້ອຍແລະທ່ຽງ ທໍາອິດພວກເຮົາໄປບຸນທາດຫລວງຢູ່ວັດກ່ອນ ຕາມທາງແມ່ເຈົ້າຄືຈະເຂົ້າໃຈຫົວໃຈຫນຸ່ມສາວຂອງພວກເຮົາ ເພິ່ນຈຶ່ງສ້າງບັນຍາກາດເພື່ອໃຫ້ມັນເຂົ້າກັບອາກາດຫນາວໆນີ້ ດ້ວຍການຮ້ອງເພງ “ຫນາວໆ” ຕອນນຶ່ງວ່າ “ຫນາວໆໆ ຫນາວລົມຈະຕ້ອງຫົ່ມຜ້າ ຜູ້ໃດຫນາວຟ້າ ຫນາວຟ້າຈະຕ້ອງຝີງໄຟ ຫນຸ່ມສາວຫນາວໃຈ ເຮັດຈັ່ງໃດຊິເຊົາຫນາວເອີຍ” ເພິ່ນທັງຮ້ອງແລະທັງຫັນມາຕີຄີ້ວໃສ່ຂ້ອຍ ຊຶ່ງຂ້ອຍກໍຮັບເອົາດ້ວຍການຍີ້ມນ້ອຍໆຄືນໃຫ້ ແລະກໍສົ່ງສາຍຕາແຫ່ງຄວາມຮັກອັນດູດດື່ມ ໄປຍັງລູກສາວທີ່ເປັນສຸດທີ່ຮັກສຸດທີ່ແພງຂອງເພິ່ນນໍາ ເມື່ອພວກເຮົາໄປຮອດວັດແລະຊິນະມັສການພະທາດ ຂ້ອຍຢືນເກະໆກັງໆ ບໍ່ຈັກແນວຊິເຮັດ ແມ່ເຈົ້ານັ້ນແຫລະທີ່ອົດສາຫຍັດທູບທຽນໃສ່ມືຂ້ອຍໃຫ້ ຂ້ອຍຈຶ່ງຍ່າງເອື່ອຍໆຕາມຫລັງເພິ່ນແລະເຈົ້າໄປຕໍ່ຫນ້າພະທາດ ເຈົ້າຮູ້ບໍ່? ຕອນເຈົ້າປັກທູບທຽນລົງຕໍ່ຫນ້າທາດຫລວງ ຈໍາລອງ ຂ້ອຍກໍປັກລົງນໍາໂດຍປັກຢູ່ຂ້າງໆຫລັງຂອງເຈົ້າ ພ້ອມກັບຕັ້ງຈິດອະທິຖານວ່າ ຂໍໃຫ້ຂ້ອຍໄດ້ມີບຸນວາສນາໄດ້ເປັນລູກຮັກຂອງແມ່ແລະເປັນຄູ່ຄອງຂອງເຈົ້າໃນຊາດນີ້ດ້ວຍ

 

ທາດຫລວງຈໍາລອງ (ຈາກຊ້າຍມາຂວາ: ຜູ້ຂຽນ, ມະນີທອນ ຫລືທີ່ຜູ້ຂຽນມັກເອີ້ນວ່າ ນາງພອນ ນັກຮ້ອງດັງໃນຂະນະນີ້, ນ້ອງສາວຂອງລາວ, ມັດທຸ & ໃຫຍ່)

 

ຫລັງຈາກຂ້ອຍອະທິຖານແລ້ວ ແສງທຽນຄວັນທູບຂອງພວກເຮົາໄດ້ລ່ອງລອຍເປັນສາຍທາງອັນດຽວກັນສູ່ທ້ອງຟ້າເບື້ອງບົນ ທ່າມກາງສາຍຕາທີ່ຊື່ນຊົມຂອງຂ້ອຍ ເຫມືອນນຶ່ງນີ້ຈະເປັນພະຍານວ່າ ຄໍາອະທິຖານຂອງຂ້ອຍນັ້ນ ຟ້າດິນໄດ້ຮັບເອົາໄວ້ແລ້ວ ຕາມທາງກັບ ພວກເຮົາໄດ້ແວະເບິ່ງຊີເນເລື້ອງ “ທອງຜາພູມ” ຊຶ່ງຕອນນັ້ນເຂົາເຈົ້າໄດ້ເລີດຜ້າກັ່ງອອກ ແມ່ ເຈົ້າແລະຂ້ອຍ ນັ່ງນໍາກັນ ພວກຫວັນເຊັບຫນ່ອຍແລະທ່ຽງນັ່ງຢູ່ບ່ອນນຶ່ງຕ່າງຫາກ ອາກາດ ໃນຄືນນັ້ນ ຍິ່ງເດິກກໍຍິ່ງຫນາວ ສາຍລົມເຢັນພັດມາວອຍໆບໍ່ຂາດ ຫລາຍເທື່ອຄວາມເຢັນຈ້ອຍໆຄົງຈະສາມາດເລັດລອດຜ່ານເສື້ອຕົວດຽວຂອງເຈົ້າທີ່ນຸ່ງຢູ່ ເຈົ້າຈຶ່ງນັ່ງຂົດແລະສັ່ນນ້ອຍໆເປັນຄັ້ງຄາວ ຂ້ອຍຜູ້ຊຶ່ງນັ່ງຢູ່ຂ້າງຫລັງເຈົ້າແລະໃສ່ເສື້ອກັນຫນາວ ເຫັນອາການຂອງເຈົ້າເປັນຢ່າງດີ ຈຶ່ງແກ້ເສື້ອກັນຫນາວອອກແລະຍື່ນໃຫ້ເຈົ້າດ້ວຍຄວາມເປັນຫ່ວງ ແລະຫວັງດີ ແຕ່ເຈົ້າຄົງບໍ່ກ້າແລະອາຍທີ່ຈະນຸ່ງເສື້ອຂອງຂ້ອຍຜູ້ທີ່ເຈົ້າຫາກໍ່ຮູ້ຈັກ ເຈົ້າຈຶ່ງປະຕິເສດ ຢ່າງສຸພາບດ້ວຍການສັ່ນຫົວຄ່ອຍໆ ຂ້ອຍເຂົ້າໃຈສິ່ງນີ້ໄດ້ດີ ແຕ່ເພື່ອໃຫ້ເຈົ້າເຫັນວ່າ ຂ້ອຍບໍ່ໄດ້ຕັ້ງຕິເຮັດເປັນຫ່ວງເປັນໃຍເຈົ້າໂດຍການປົດເສື້ອໃຫ້ ຂ້ອຍຈຶ່ງບໍ່ຍອມໃສ່ມັນອີກ ປະໃຫ້ຄວາມຫຍາວເຢັນທີ່ເຈົ້າໄດ້ຮັບ ຊື່ມຊາບເຂົ້າໄປໃນຜິວກາຍຂ້ອຍເຊັ່ນດຽວກັນ ເຈົ້າຮູ້ບໍ່?

ຈາກການທີ່ຂ້ອຍໄດ້ເຫັນເຈົ້າຂົດຕົວດ້ວຍຄວາມຫນາວ ດັ່ງລູກໄກ່ນ້ອຍ ຄວາມຮູ້ສຶກໃຫມ່ໄດ້ເກີດຂຶ້ນໃນຕົວຂ້ອຍ ຄວາມຮູ້ສຶກນັ້ນຄື ຄວາມສົງສານແລະເປັນຫ່ວງຢ່າງຈັບໃຈ ຊຶ່ງເຮັດໃຫ້ຂ້ອຍສໍານຶກວ່າ ມັນເປັນຫນ້າທີ່ຂອງຂ້ອຍທີ່ຈະຄອຍປົກປັກຮັກສາແລະຄຸ້ມຄອງເຈົ້າ ໃຫ້ເຫມືອນດັ່ງແກ້ວຕາດວງໃຈຂອງຂ້ອຍເອງຈົນຊົ່ວຊີວິດ ພາຍຫລັງການເບິ່ງຊີເນເລື້ອງ “ທອງຜາພູມ” ເຈົ້າໄດ້ເລົ່າໃຫ້ຂ້ອຍຟັງໃນມື້ຕໍ່ມາເຖີງຕອນທີ່ເຈົ້າຕິດໃຈວ່າ ແມ່ນຕອນທີ່ພະເອກ ຫນ້າຕາຄືແຂກ ຫວ່ານເງິນຫມົດຫີບລົງເຫວ ຊຶ່ງເງິນຈໍານວນນີ້ເປັນເງິນທີ່ເຂົາປຸ້ນໄດ້ມາ ແລະເອົາມອບໃຫ້ນາງເອກ (ຈາຣຸນີ) ແຕ່ຈາຣຸນີບໍ່ເອົາ ເພາະມັນເປັນເງິນທີ່ບໍ່ບໍຣິສຸດ ການທີ່ເຂົາຫວ່ານເງິນລົງເຫວ ສະແດງໃຫ້ເຫັນວ່າ ເຂົາຮັກຈາຣຸນີແທ້ ເງິນຄໍາເຖີງຈະມີຄ່າມະຫາສານ ແຕ່ຫາກສິ່ງນັ້ນ ຄົນຮັກຂອງເຂົາບໍ່ຕ້ອງການແລ້ວ ເຂົາກໍຍ່ອມສລະຖີ້ມໄດ້ໂດຍບໍ່ຄິດເສັຽດາຍແມ້ນແຕ່ຫນ້ອຍເລີຍ ການມັກຂອງເຈົ້າໃນຕອນນີ້ ເຮັດໃຫ້ຂ້ອຍຊື່ນຊົມເຈົ້າຫລາຍ ເພາະນີ້ມັນສະແດງໃຫ້ເຫັນວ່າ ເຈົ້າບໍ່ພຽງແຕ່ງາມທາງນອກ ຈິດໃຈກໍຍັງງາມອີກ ສົມແລ້ວທີ່ຂ້ອຍເອີ້ນເຈົ້າຢ່າງເຕັມປາກເຕັມຄໍາວ່າ “ສຸດທີ່ຮັກ”

 

 

Home | ສາຣະບານ | ໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ? | ໒. ເຂົ້າຫາຢ່າງຫນ້າດື້ໆ | ໓. ໄປເບິ່ງຊີເນຢູ່ສູນ໘໐ | ໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ | ໕. ນັ່ງລົມກັນມື້ອອກເດີນທາງ | ໖. ນະທີ່ສູນນາໂພ | ໗. ໄປເບິ່ງສາວອາບນໍ້າ | ໘. ຂໍກິນເຂົ້ານໍາແດ່ | ໙. ຊື້ປື້ມບໍ່ແນັດ? | ໑໐. ວັນ Valentine 82 | ໑໑. ນັດພົບສາວ ອຸ໋ຍມາແປກ | ໑໒. ຮຽນພາສາອັງກິດນໍາຂ້ອຍນໍ | ໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ | ໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່ | ໑໕. ໄຂປະຕູ ບັກລູກເຂີຍ | ໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ | ໑໗. ອາລົມຮັກ ອາລົມພ້ຽນ | ໑໘. ຂໍອອກລວດລາຍແດ່ | ໑໙. ສຸກສັນວັນເກີດ...ທີ່ຮັກ | ໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ | ໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ | ໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້ | ໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່ | ໒໔. ສະຖິດໄວ້ຢູ່ໃນກາງດວງໃຈ | ໒໕. ອອກໄປເບິ່ງຫນັງເປັນຂະບວນ | ໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ | ໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ | ໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ | ໒໙. Happy New Year 1983 | ໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋? | ໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ | ໓໒. ຂາປະຈໍາຢູ່ເຮືອນເຈົ້າ | ໓໓. ມີແຕ່ໄປງານກັບງານ | ໓໔. ອະເມຣິກາເລີ້ມມາສໍາພາກ | ໓໕. ຂໍເປັນເງົາຕາມຕົວ | ໓໖. ຄືນກ່ອນຈາກ | ໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

This site was last updated 05/26/05