|

ຕອນທີ໒໙
Happy New Year 1983
ສຸດທ້າຍບຸນປີໃຫມ່ສາກົນປີ1983 ກໍວຽນມາເຖີງໂດຍນັກຮຽນພວກເຈົ້າອອກເງິນກັນເຮັດຂຶ້ນ ເລີ້ມແຕ່ຕອນເຊົ້າ
ພວກເຮົາກໍພາກັນຍົກຂະໂຍ່ງຫມົດກຸ່ມໄປຕລາດ ຊື້ຫັ້ນຊື້ນີ້ຊໍາມະປິແນວຊື້ ຕາມຂ້ອຍຈື່ໆໄດ້
ໂຕໃຫຍ່ໆກະມີຄືນໍ້າອັດລົມແກັດນຶ່ງ ຫມາກໂມຫລາຍສິບຫນ່ວຍ ຫມີ່ແລະສລັດຫລາຍສິບໂລ
ຂນົມເຂົ້າຕັອບແຕັບຫລາຍຖົງ ແລະແນວເອົາມາເຮັດຂນົມເຄັກອີກ ເວົ້າແລ້ວເຊົ້ານັ້ນ
ພວກເຮົາພາກັນຍ່າງເລາະຕລາດຫລາຍທ້ຽວ ເຈັບເອ່ນນ່ອງບໍ່ຫນ້ອຍເລີຍ ຫລັງຈາກກັບມາແຕ່ຕລາດ
ພວກເຮົາກໍພາກັນເຮັດອັນນັ້ນອັນນີ້ ມີປາດຫມາກໂມ ລ້າງຜັກ ເອົາຫມີ່ມາຂົ້ວ ແລະທີ່ສໍາຄັທີ່ສຸດກໍຄືເຮັດຂນົມເຄັກຊຶ່ງລາຍການສຸດທ້າຍນີ້
ແມ່ນເຈົ້າເອງເປັນຜູ້ຮັບຜິດຊອບ ຕາມຂ້ອຍຮູ້ສຶກ ການເຮັດຂນົມເຄັກນີ້ ຫນັກເປັນພິເສດ ເພາະຕ້ອງໄດ້ນັ່ງອົບຕົນເອງຢູ່ຕໍ່ຫນ້າເຕົາໄຟ
ເປັນຕັ້ງສອງສາມຊົ່ວໂມງພຸ້ນ ແຕ່ກໍຢ່າງວ່າແຫລະ ແນັດຂອງຂ້ອຍ ໃຈໃຫຍ່ສເມີ ແນວໃດຍາກ ເພິ່ນເອົາມາເຮັດຜູ້ດຽວ
ເກີດມາຂ້ອຍກໍເຄີຍເຫັນນີ້ລະ
ສໍາລັບຂ້ອຍ ບໍ່ມີວຽກຫຍັງ ເພາະດັນເຮັດຫຍັງກໍບໍ່ເປັນຈັກອັນ
ຈຶ່ງມີແຕ່ຈັບຫັ້ນຈັບນີ້ຊ່ອຍເຈົ້າ ບາງເທື່ອນັ່ງລ້າໆ ກໍວີໃຫ້ເຈົ້າພໍໃຫ້ຫາຍຮ້ອນໄປພາງໆ
ຊິວ່າແລ້ວ ຂ້ອຍກໍໄດ້ເຮັດວຽກຢູ່ຄືຫາມໂຕະຫ້າມຕັ່ງມາເຂົ້າທີ່ ແລະທີ່ສໍາຄັນກະຄືແຍງເຈົ້າຈັ່ງໃດລະ
ເວົ້າແລ້ວພວກເຮົາໂຊກດີໃດເນາະ ໄດ້ໂຕະກໍໂຕະງາມໆ ສີຂາວສະອາດ
ສ່ວນຕັ່ງນັ້ນກໍຕັ່ງພັບນັ່ງສະບາຍ ຂ້ອຍຈຶ່ໄດ້ວ່າ ສ່ວາຍນັ້ນພວກເຮົາກິນເຂົ້າທ່ຽງນໍາກັນ
ຄືຊິແມ່ນຕໍຫມາກຫຸ່ງນີ້ລະ ເຖີງຈະເປັນພຽງຕໍາຫມາກຫຸ່ງ ກໍແຊບບໍ່ຢອກເລີຍ ແນວກິນນໍາຫມູ່ໆເພື່ອນໆດຽວກັນເດ
ໃຜຊິບໍ່ແຊບ ແມ່ນບໍ່?
ມື້ນັ້ນເຄັກເຈົ້າເກີດບໍ່ເປັນເຄັກຂຶ້ນມາ ເພາະດັນແຂງໆປານຫີນ ເລີຍຕ້ອງຮ້ອນໄປຊື້ເຄັກພິເສດມາກ້ອນນຶ່ງ
ເລື້ອງຂນົມເຄັກຈຶ່ງຄ່ອຍຕົກໄປ ແຕ່ເຈົ້າຮູ້ບໍ່?
ບາດກິນແທ້ໆເຄັກແຂງມະຫາຫີນຂອງເຈົ້າດັນແຊບກ່ວາເຄັກຊື້ມາອີກ ແນວນີ້ກໍເປັນນໍ
ຂ້ອຍຢູ່ຊ່ອຍວຽກເຮືອນເຈົ້າຈົນຮອດຫົກໂມງກ່ວາໆ ຈຶ່ງຄ່ອຍໄດ້ເມືອ ເພາະຕ້ອງໄດ້ເອ້ເວທີຊ່ອຍພໍ່
ນຸກ ອະນິສົງແລະວົງຄໍາກ່ອນ ເວົ້າແລ້ວ ມື້ນັ້ນວົງຄໍາເຮັດໂຕຫນັງສື Happy New Year 1983
ຊ້າໆ ຊຶ່ງກ່ວາຈະເອົາຕິດກໍຄ້າຍໆແລງແລ້ວ ແຕ່ເຖີງຢ່າງໃດກໍດີ ເວທີຂອງເຮົາກໍງາມໆ
ກິນຂາດງານບຸນປີໃຫມ່ອື່ນໆໃນນາໂພເລີຍ ໂດຍສະເພາະເຈັ້ຽເຫລື້ອມຍອຍລະຍິບລະຍັບແດງເຫລືອງຂຽວຂາວທີ່ຢ່ອນລົງມາ
ກະໂຕເທີງໂຕະກິນເຂົ້າ ງາມປານກິນລ້ຽງຢູ່ໂຮງແຮມເອົາໂລດ ເຈົ້າຮູ້ບໍ່? ແລງມື້ນັ້ນຂ້ອຍເມືອເຮືອນຜູ້ສຸດທ້າຍຫມູ່
ແຕ່ບາດມາພັດມາກ່ອນຫມູ່ຫມົດສູ່ຄົນ ເພາະຂ້ອຍໃຊ້ເວລາອາບນໍ້າແຕ່ງຕົວພຽງບໍ່ພໍເທົ່ານາທີ່ເທົ່ານັ້ນ
ບໍ່ດົນຫມູ່ຜູ້ອື່ນກໍທະຍອຍກັນມາ ແຕ່ກໍບໍ່ທັນຫມົດທຸກຄົນດອກ
|
|
|
ອຸ໋ຍນໍ ໃຜເດຊ່າງເປັນຕາຮັກຕາແພງໃນເສື້ອສີກຸຫລາບຫັ້ນ
|
|
|
|
ຄອບຄົວຂອງເຈົ້າ
|
|
|
ຕອນນັ້ນເຈົ້າວ່າຖ່າຍຮູບກ່ອນເນາະ ເພາະຖ້າຂືນໃຫ້ຄົນມາຫມົດກໍຊິອາຍ ບໍ່ຈັກແນວຊິຖ່າຍ
ຂ້ອຍກໍວ່າຖ່າຍກໍຖ່າຍ ຈື່ໄດ້ວ່າຄໍ່ານັ້ນຂ້ອຍໄດ້ມີໂອກາດຖ່າຍຮູບຮ່ວມກັບເຈົ້າສອງຕໍ່ສອງ
ໂດຍເຈົ້າເປັນຜູ້ຈັບໄຟດອກ ເຫລື້ອມມາບໆງາມບໍ່ແມ່ນຂອງຄ່ອຍເລີຍ ເວົ້າແລ້ວຮູບທີ່ເຮົາສອງຖ່າຍນໍາກັນນັ້ນມີຊີວິດຊີວາຂນາດ
ເພາະຕ່າງຄົນກໍຕ່າງຍີ້ມ ຈົນແກ້ມຊິແຕກພຸ້ນນະ
|
|
|
ອຸ໋ຍຍີ້ມແບບນີ້ ໂລກນີ້ຫລືຈະເສົ້າຫມອງໄດ້ຈັ່ງໃດ?
|
|
|
|
ໃຫຍ່ ມັດທຸ ເຈົ້າ ຂ້ອຍ
|
|
|
ພໍໄດ້ເວລາຊົງຊິແມ່ນເຈັດໂມງປາຍນີ້ລະ
ພິທີຂອງພວກເຮົາກໍໄຂຂຶ້ນໂດຍແມ່ນພໍ່ເປັນຜູ້ກ່າວໄຂງານ
ຈາກນັ້ນກໍເຖີງເວລາມໍ່າຊຶ່ງໃຊ້ເວລາພຽງບຸດດຽວ ເພາະຂອງກິນອ່າວຢາກຫນ້ອຍ ແຕ່ແຂກທີ່ມາຮ່ວມຄືນນັ້ນມີຮອດສາມສີ່ສິບຄົນ
ກາຍຂາດຫມາຍເກືອບຮອດເຄິ່ງນຶ່ງພຸ້ນ ເປັນແນວນີ້ຊິໃຫ້ຂອງກິນຊຶ່ງກະພຽງຊາວປາຍຄົນພໍ
ກໍໂພດໄປແລ້ວແມ່ນບໍ່? ໂດຍສະເພາະແນັດຂອງຂ້ອຍຮອດບໍ່ໄດ້ກິນຫມີ່ ເພາະຖ້ວຍຂອງເພິ່ນດັນເອົາໄປໃຫ້ແຂກທີ່ມາຊໍ້າ
ຄິດມາແລ້ວກໍອີຕົນເຈົ້າ ເຮັດວຽກມາເມື່ອຍຫມົດມື້ບາດຮອດຍາມກິນມາ ພັດຮອດບໍ່ໄດ້ກິນນໍາຫມູ່
ແຕ່ປານນັ້ນໃບຫນ້າຂອງເຈົ້າຍັງຍີ້ມແຍ້ມແຈ່ມໃສຢູ່ສເມີ ມານະໂອກາດນີ້
ຂ້ອຍຂໍສະແດງຄວາມຄາຣະວະຕໍ່ນໍ້າໃຈອັນສູງສົ່ງຂອງເຈົ້າດ້ວຍ
ອີກອັນນຶ່ງທີ່ຂ້ອຍສຸດທີ່ຊາບຊຶ້ງໃນນໍ້າໃຈຂອງເຈົ້າຄືເຈົ້າຍອມກິນຂນົມເຄັກແຂງໆ ໂດຍເອົາຂນັມເຄັກງາມໆທີ່ຊື້ມາໄຫໃຫ້ແຂກແທນ
ຊຶ່ງຖ້າເປັນຜູ້ອື່ນແລ້ວ ມີບໍ່?ທີ່ເຂົາຈະເຮັດຄືເຈົ້າ ຫລັງຈາກກິນເຂົ້າກິນນໍ້າແລ້ວ
ກໍມີການຈັບສລາກໂດຍທີ່ພວກເຮົາແຕ່ລະຄົນເອົາຂອງຂວັນມາ ແລະກໍໃສ່ເລກຊຶ່ງຖ້າໃຜຈົກຖືກເລກໃດຈະເປັນຂອງໃຜກໍຕາມ
ກໍຈະມີສິດໄດ້ຂອງຂວັນນັ້ນໂລດ ຂ້ອຍກໍບໍ່ຈື່ວ່າ ຈັກຂ້ອຍໄດ້ຂອງຂວັນໃຜ ແຕ່ທີ່ແນ່ໆຄືຢູ່ໃນຫໍ່ຂອງຂວັນງາມໆນັ້ນ
ມີຂນົມພຽງສິບກ່ວາກ້ອນ ຂ້ອຍເຫັນແລ້ວກໍເມື່ອຍ ເຮັດແນວນັ້ນກໍເປັນນໍ ເຈົ້າຈື່ບໍ່?
ຜູ້ທີ່ໄດ້ຂອງຂວັນມະຫາຊວຍຄືນາງຫລ້ານ້ອງຂອງນາງພອນ ຂອງຂວັນນັ້ນກະຫໍ່ບັ໋ກໃຫຍ່ໆຢູ່ດອກ ແຕ່ບາດໄຂອອກມາພັດແມ່ນກ້ອນດິນຈີ່ສອງກ້ອນ
ຫລີ້ນເອົາຫມູ່ພວກເຮົາພາກັນຫົວເຊັງໆ ເຈົ້າຮູ້ບໍ່? ວ່າຜູ້ທີ່ເສືອກກະໂຫລກເຮັດຂອງຂວັນນີ້
ກະຄືທ້າວແບ້ຄາງງໍຈັ່ງໃດລະ ຍັງໄຄແຕ່ຖືກນາງຫລ້າຜູ້ບໍ່ອາຍແດ່
ຄັນຖືກເຈົ້າຂ້ອຍຢ້ານເຈົ້າອາຍຕາຍແທ້ໆ ແມ່ນບໍ່ແນັດ?
ຫລັງຈາກການຈັບສລາກເອົາຂອງຂວັນຜ່ານໄປ ການຟ້ອນລໍາກໍເຂົ້າມາແທນທີ່
ຄືນນັ້ນຈັກເຈົ້າຄິດດີແນວໃດໃຫ້ຂ້ອຍໄປໂຄ້ງເອົານາງແຕ໋ງ (ວ່າທີ່ແຟນເກົ່າ) ເອົ໋າໂຄ້ງກະໂຄ້ງ
ຄິດວ່າເຈົ້າບອກຊື່ໆໃດຈັ່ງໄປ ຖ້າເປັນຜູ້ອື່ນບອກ ຈ້າງອີກກໍບໍ່ລຸກ ແນວຟ້ອນລໍາຂ້ອຍໂລດບໍ່ເປັນຈັກຫນ້ອຍ
ການຟ້ອນລໍາຂອງພວກເຮົາຄືນນັ້ນໄດ້ພຽງແຕ່ສາມສີ່ເພງ ພວກອຸບົນກໍມາກວນ (ພວກອຸບົນຫມາຍເຖີງຄວາມທີ່ຍ້າຍມາແຕ່ສູນຢູ່ອຸບົນ)
ເວົ້າໂຫ່ນີ້ໃສ່ ແຖມສຸດທ້າຍພວກເຂົາດຶກຂີ້ຫິນເຂົ້າມາອີກ ເຮັດໃຫ້ງານຂອງພວກເຮົາຕ້ອງເລີກໂດຍກະທັນຫັນ
ເພາະບໍ່ຢາກມີເລື້ອງ ບັງເອີນຄືນນັ້ນກໍມີຄົນລັກເຂົ້າມາຍິງພວກອຸບົນ
ມັນຈຶ່ງວຸ່ນໆໂດຍສະເພາະພວກຜູ້ຍິງຫມູ່ເຈົ້າພາກັນແຕກຕື່ນ ປົບເຂົ້າໄປໃນເຮືອນຫມົດ
ມີແຕ່ແນັດຈອມແກນຂອງຂ້ອຍ ອອກມາຢືນຢູ່ນອກນໍາພວກຜູ້ຊາຍຫມູ່ຂ້ອຍເຊີຍ
ຄືນນັ້ນນາງແຖວນາງຮັກເຖີງກັບໄດ້ນອນເຮືອນເຈົ້າ ເພາະຊິເມືອເຮືອນທາງຫນ້າສູນ
ກໍຢ້ານພວກອຸບົນໄປລັດ ເປັນອັນວ່າງານປີໃຫມ່ປີ1983ຂອງພວກເຮົາ ຈົບລົງດ້ວຍຄວາມອົລມ່ານ ແຕ່ກໍມ່ວນເພາະມັນມີທຸກຣົດທຸກຊາດຈັ່ງໃດລະ
|
|
|
ໃຜນໍ ຊ່າງບໍ່ນັ່ງຄືຫມູ່ ຊິຂໍເປັນດາຣາຜູ້ດຽວຊັ໋ນບໍ່?
|
|
|
|