|

ຕອນທີ໒໘
ອຸ໋ຍ ຈັກປ່ວງແນວໃດ? ສອນພາສາຝຣັ່ງໃຫ້ອີກ
ແນັດທີ່ຮັກ
ເຈົ້າຈື່ບໍ່? ຈັກຂ້ອຍຄິດປ່ວງໃດຈຶ່ງສເນີແນະສອນພາສາຝຣັ່ງໃຫ້ເຈົ້າອີກ
ທັງທີແທ້ພາສາຝຣັ່ງຂ້ອຍກະເປັນຕຸ໋ເປັນຕະ ຝຣັ່ງເອງມັນຟັງກໍຊົງຊິຢາກຫົວ ແຕ່ກໍຢ່າງວ່າແຫລະ
ແນວຄົນບໍ່ມີຫຍັງເຮັດ ມີເວລາເຫລືອໂພດ ຂ້ອຍກະເລີຍມີປຸມບ່ອນໃດກໍເອົາອອກມາໂຊລວດລາຍຫມົດ
ອີກຢ່າງ ກໍຢາກຫາໂອກາດຢູ່ໃກ້ໆເຈົ້າຫມົດມື້ຫມົດເວນຫັ້ນເດ
ອຸ໋ຍຂ້ອຍນີ້ມີເຫລ່ກັບເຂົາປານນີ້ພຸ້ນນະ
ທັງທີຕົນເອງກໍຄິດວ່າເປັນຄົນຊື່ກະເດັຽກະດໍ້ເອົາແທ້ເອົາວ່າ
ບອກແທ້ໆໃດນີ໋ ບໍ່ຈື່ຈັກຫນ້ອຍວ່າ ສອນພາສາຝຣັ່ງຫັ້ນ ສອນຫຍັງກັນແທ້
ທັງທີ່ປື້ມຫົວດຽວກໍບໍ່ມີ ບະ ສົງໃສຈື່ເອົາພວກເພງຝຣັ່ງດັງໆສໄມປີເຈັດສິບປາຍມາສອນກໍບໍ່ຮູ້
ຈື່ວ່າມີເພງນຶ່ງທີ່ມັກ ມັນວ່າຈັ່ງຊີ້ເດີ Je ne sais pas combine je t’aime
ຊຶ່ງຊິແປເປັນລາວກໍຄົງຊິຫມາຍຄວາມວ່າ ຂ້ອຍບໍ່ຮູ້ວ່າຂ້ອຍຮັກເຈົ້າຫລາຍປານໃດ ແຮະໆ
ພາສາຝຣັ່ງຂ້ອຍກໍຍັງໄດ້ເລື້ອງຢູ່ເດີ ຕາມຈື່ໆ ເຈົ້າຢາກຮຽນພາສາຝຣັ່ງ ກໍເພາະຫວັນກໍພໍຮູ້
ເຊັບກໍພໍໄດ້ເລື້ອງ ເອື້ອຍແສງເຈົ້າຜູ້ຢູ່ລາວຜູ້ນັ້ນກະແຮ່ງຮູ້ບັ໋ກຫລາຍໆ ບາດມາຮອດເຈົ້າ
ຊິໃຫ້ໂຕຝຣັ່ງບັ໋ກໃຫຍ່ໆມາຕໍາຕາ ຢ່າງບໍ່ຮູ້ອີໂນ່ອີເນ່ ມັນກະໂພດໄປລະຕິ ເຈົ້າວ່າໃດນິ໋ ເອົາເປັນອັນວ່າ
ຜູ້ສອນກະພໍຖຸໄຖ່ສອນໄປໄດ້ ແລະຜູ້ຮຽນກະຢາກຮຽນແດ່ ຝຣັ່ງຝະໂລກໍເລີຍຈຸງໆທາວໆກັນໄປ
ແນັດຄົນດີ
ລະຍະສອນພາສາຝຣັ່ງໃຫ້ເຈົ້ານັ້ນ ຈື່ໄດ້ວ່າ
ຄືນນຶ່ງເຈົ້າແມ່ແລະຂ້ອຍພາກັນຍ່າງຫລີ້ນລົງໄປລຸ່ມພຸ້ນ ແຕ່ກໍໄປບໍ່ໄກດອກ
ບໍ່ຮອດກັອກນາໂພຊໍ້າ ພວກເຮົາກໍຍ່າງກັບຄືນ ແຕ່ເຖີງຈະເປັນພຽງລະຍະໃກ້ໆ ເມື່ອຍ່າງນໍາຜູ້ທີ່ຂ້ອຍຫລົງຮັກຫລົງປອງແລ້ວ
ຄືຈັ່ງວ່າມີຄວາມສຸກຫລາຍໆນີ້ລະ ເຈົ້າຈື່ບໍ່?
ລະຍະກ່ອນທີ່ຂ້ອຍຈະມາສອນພາສາຝຣັ່ງໃຫ້ເຈົ້ານັ້ນ ຊິມາຫລີ້ນເຮືອນເຈົ້າທຸກຄືນກະບໍ່ໄດ້
ຕ້ອງບາສອງຄືນຫລືບໍ່ກໍຄືນນຶ່ງເປັນຢ່າງຫນ້ອຍ ດັ່ງນັ້ນຄືນທີ່ຂ້ອຍບໍ່ມີສິດມານັ້ນ
ຂ້ອຍຈຶ່ງຮູ້ສຶກຫມຸດຫມັດທີ່ສຸດ ບໍ່ຈັກບ່ອນຊິໄປຫລີ້ນໄປທ່ຽວໃສ ແນວຢູ່ໃນສູນນີ້
ຂ້ອຍກໍຮັກເຈົ້າຜູ້ດຽວ ຊິໃຫ້ຂ້ອຍໄປລົມຫລີ້ນລົມຫົວກັບຜູ້ອື່ນ ຂ້ອຍກໍເຮັດບໍ່ໄດ້ດອກ
ດ້ວຍເຫດນັ້ນ ຄືນທີ່ຂ້ອຍບໍ່ໄດ້ມາເຮືອນເຈົ້າ ຂ້ອຍຈຶ່ງຍ່າງກ່າຍອາຄານເຈົ້າ
ພໍໃຫ້ຊ່ວງຄວາມຫມຸດຫມັດຄິດຮອດຄິດເຖີງ ຫລືບາງເທື່ອໂຊກດີເຫັນເຈົ້າຫນ້ອຍນຶ່ງກໍດີອັກໂຂ
ຫລືຖ້າບໍ່ເຫັນເຈົ້າແທ້ໆ ໃຫ້ໄດ້ເຫັນຊາຍຄາເຈົ້າ ຂ້ອຍກໍພໍເມືອເຮືອນນອນຫລັບຝັນດີໄດ້
ດັ່ງນັ້ນຈຶ່ງບໍ່ແປກທີ່ຄືນໃດຂ້ອຍມີສິດມາເຮືອນເຈົ້າ ຂ້ອຍຈຶ່ງດີໃຈແລະຍີ້ມແປ໋ນຢູ່ບໍ່ເຊົາ
ບໍ່ພໍບາດຮອດເກົ້າໂມງແລ້ວ ກໍຍັງບໍ່ຢາກເມືອອີກ ໃຫ້ເຈົ້າຕ້ອງໄດ້ເຊີນໄດ້ໄລ່ເມືອເປັນສຸນລະວຸນ
ຂ້ອຍຈື່ໄດ້ວ່າ ຄືນນຶ່ງເຈົ້າທັງເຊີນທັງໄລ່ ຂ້ອຍກໍບໍ່ຍອມເມືອ
ຂ້ອຍວ່າເຈົ້າຢາກນອນກໍເຂົ້າໄປນອນ ແລະເອົາວິທະຍຸຂ້ອຍເຂົ້າໄປຟັງນໍາ
ສ່ວນຂ້ອຍຊິນັ່ງຢູ່ນີ້ກ່ອນ ບຸດນຶ່ງແລ້ວ ກໍຊິເມືອເອງດອກ ຕອນນັ້ນເວລາກໍຜ່ານໄປເລື້ອຍໆ
ຄືຊິໄດ້ເກົ້າໂມງສິບຫ້ານີ້ລະ ເຈົ້າທົນບໍ່ໄດ້ ຢ້ານພໍ່ຮ້າຍແດ່ ແນວຄົນໃນເຮືອນໃຜກໍເຂົ້ານອນຫມົດ
ເຈົ້າກໍເລີຍເຂົ້ານອນຊະ ໃຫ້ມັນແລ້ວເລື້ອງ
ປະໃຫ້ຂ້ອຍນັ່ງຈອງມ໋ອງຢູ່ຫັ້ນດົນເຕີບເກືອບຮອດສິບໂມງນີ້ລະ
ຈົນວ່າຄົນອາຄານເຈົ້າເຂົ້ານອນຫມົດ ຂ້ອຍຈຶ່ງຄ່ອຍເມືອ ໂດຍງັບປະຕະເຮືອນຄົວໄວ້ ເພາະຂ້ອຍດັນປະວິທຍຸໄວ້ຫັ້ນ
ແນວຂ້ອຍວ່າ ປະໃຫ້ເຈົ້າຟັງແລ້ວ ເຈົ້າກໍຍັງບໍ່ຍອມເອົາໄປຟັງອີກ ຫາກຂ້ອຍຊິເອົາເມືອ
ມັນກໍກະດາກຊິຖື ປະມ້ຽນນີ້ນິລະ ເພື່ອຊິໃຫ້ເຈົ້າຮູ້ວ່າ ຂ້ອຍເວົ້າຫຍັງແລ້ວ
ລ້ວນບໍ່ຄືນຄໍາຈັກເທື່ອ ເຖີງປານນັ້ນ ເຈົ້າຮູ້ບໍ່? ຂ້ອຍເມືອນອນຢູ່ເຮືອນ
ຄືນນັ້ນໃຈຂ້ວາມໃຈຫງາຍ ຢ້ານວິທຍຸລາຄາແພງທີ່ອົດສາຫອບມາແຕ່ເມືອງລາວ ຫາຍເລີຍກໍປານນັ້ນ
ດີແຕ່ມື້ຕໍ່ມາ ຂ້ອຍມາເຮືອນເຈົ້າ ເຫັນມັນຈຶ່ງຄ່ອຍໂລ່ງອົກ ແນວຫລີ້ນປະມັນນອນແຊ່ຢູ່ເຮືອນຄົວຫມົດຄືນ
ໂຊກດີແທ້ໆ ບໍ່ມີມືດີຢືມເອົາໄປຟັງເລີຍ ຄັນບໍ່ຊັ໋ນມີຫວັງຂອ້ຍນອນໄຫ້ຄິດເຖີງມັນຄັກໆ
ເຈົ້າຈື່ບໍ່?
ລະຍະທໍາອິດນັ້ນໄດ້ເຊັກມາເທື່ອໃດ ຂ້ອຍມັກເອົາເງິນໃຫ້ເຈົ້າຈໍານວນນຶ່ງ ແຕ່ມາລະຍະຫລັງໆ
ຄິດວ່າແນວໃດຂ້ອຍກໍປົງໃຈຕໍ່ເຈົ້າແລ້ວ
ຂ້ອຍກໍເລີຍມອບເງິນທັງຫມົດທີ່ຂ້ອຍມີໃຫ້ແກ່ເຈົ້າເລີຍຊະ ຊຶ່ງເຈົ້າກໍບໍຣິຫານດີ ແຕ່ລະຍະຫລັງໆນີ້
ຄອບຄົວເຈົ້າຂາດເຂີນເງິນ ຍ້ອນບໍ່ຄ່ອຍມີໃຜຝາກມາໃຫ້ ເຈົ້າຈຶ່ງໄດ້ເຈືອຈຸນຊ່ອຍຄອບຄົວແດ່
ເຫດນັ້ນເຈົ້າຈຶ່ງບໍ່ຄ່ອຍໄດ້ຫຍັງເປັນຊິ້ນເປັນອັນ ແຕ່ກໍຢ່າແຫລະ ໄດ້ຊ່ອຍຄອບຄົວໃນຍາມຍາກ
ນັບວ່າໄດ້ບຸນຫລາຍແລ້ວ ແມ່ນບໍ່?
ເກືອບລືມໄປວ່າ
ຕອນຢູ່ອາຄານຫຍ້ານັ້ນ ຂ້ອຍຢາກໆຫມັ້ນເຈົ້າເພາະຢ້ານບາດເຈົ້າໄດ້ມາອະເມຣິກາແລ້ວ
ພີ່ນ້ອງເຈົ້າຊຶ່ງມີແຕ່ຜູ້ໃຫຍ່ໆ ຈະຫາຄົນມັ່ງມີໃຫ້ເຈົ້າຊັ໋ນດອກ ແລະອີກຢ່າງນຶ່ງແຫວນຫມັ້ນຈະເປັນເຄື່ອງເຕືອນໃຈເຈົ້າວ່າ
ເຈົ້າມີຄູ່ຫມັ້ນແລ້ວ ບໍ່ຄວນທີ່ເຈົ້າຈະໄປກ່ຽວຂ້ອງກັບຊາຍອື່ນອີກ ແຕ່ຕອນນັ້ນ ເຈົ້າຫລີ້ນລູກບໍ່ຍອມຫມັ້ນທ່າດຽວ
ອ້າງວ່າການຫມັ້ນແມ່ນການຜູກມັດກັນຊື່ໆ ຮັກກັນຄວນໃຫ້ເສລີພາບກັນຕົ໋ວ ເມື່ອເຫັນວ່າເວົ້ານໍາເຈົ້າບໍ່ໄດ້ເລື້ອງ
ຂ້ອຍຈຶ່ງຫັນມາເວົ້ານໍາແມ ແມ່ກໍວ່າຂຶ້ນນໍາເຈົ້າ ເອົາໄປເອົາມາເລີຍບໍ່ໄດ້ຫມັ້ນຈ້ອຍ
ລະຍະຕໍ່ມາຕອນຢູ່ອາຄານໃຫມ່ ຂ້ອຍກໍຄິດວ່າຊິຫມັ້ນເຈົ້າ ແຕ່ເງິນກະບໍ່ພໍຈັກເທື່ອ ບາດມີພໍ
ຄອບຄົວເຈົ້າກະຫຍຸ້ງຍາກ ຈຶ່ງຈໍາເປັນແກ້ຂັດໄປກ່ອນ ຄິດວ່າ
ຄວາມຮັກທີ່ອອກຈາກໃຈຈິງຄົງຈະມີຄ່າກ່ວາແຫວນຫມັ້ນ ຊຶ່ງເປັນພຽງວັດຖຸຊື່ໆ
ດັ່ງນັ້ນຈົນແລ້ວຈົນລອດ ຂ້ອຍກໍບໍ່ໄດ້ຫມັ້ນເຈົ້ານັ້ນເອງ
ຫວັງວ່າເຈົ້າຄົງຈະເຫັນໃຈແລະເຂົ້າໃຈຂ້ອຍຕິເນາະ
|