|

ຕອນທີ໒໖
ຄຽດແລ້ວກໍງອນ ງອນແລ້ວກໍຄຽດ
ເຈົ້າຈື່ບໍ່?
ຕລອດເວລາທີ່ເຮົາສອງລຶ້ງແກ່ວນສະນິດແຫນ້ນກັນນັ້ນ ດົນໆລາງເທື່ອກະທິດນຶ່ງເທື່ອນຶ່ງ ເຈົ້າກັບຂ້ອຍມັກຜິດຖຽງກັນ
ເລື້ອງບໍ່ເປັນຕາເລື້ອງ ຊຶ່ງຖ້າຊິເວົ້າແລ້ວກໍຍ້ອນຄວາມເຫັນແກ່ຕົວຂອງຂ້ອຍນີ້ລະ
ທີ່ຫມົດມື້ຫມົດເວັນມາ ບໍ່ຢາກເຮັດຫຍັງ ຢາກແຕ່ແຍງເຈົ້າ ຄືບໍ່ຮູ້ມີມື້ອີ່ມເປັນຈັກເທື່ອ
ເຈົ້າກະວ່າ ເຮັດແນວນີ້ມັນບໍ່ງາມ ຜູ້ອື່ນເຫັນເຂົ້າມັນກໍບໍ່ຄັກ
ນີ້ຂນາດວ່າບໍ່ເວົ້າເຖີງຄວາມເຫມາະສົມອີກຊໍ້າ ເພາະວ່າຂືນຂ້ອຍແຍງເຈົ້າແບບນີ້ເລື້ອຍໆ ເຈົ້າກໍບໍ່ຕ້ອງເປັນອັນຕ້ອງເຮັດຫຍັງເລີຍ
ອີກຢ່າງຢູ່ສູນຫັ້ນ ບ່ອນຢູ່ບ່ອນນອນກໍຄັບແຄບ ຖ້າຂ້ອຍຫາກເມົາມານັ່ງເປັນປະຈໍາຢູ່ເຮືອນເຈົ້າ
ພໍ່ແມ່ອ້າຍເອື້ອຍນ້ອງຊິເຂົ້າຊິອອກໃນເຮືອນກໍຊິລໍາຄານມຸດມັດເອົາຊື່ໆ ກະຢ່າງວ່າແຫລະ
ຄວາມຮັກເຮັດໃຫ້ຄົນເຮົາຕາບອດ ຂ້ອຍກໍເລີຍພຽງຟັງເຂົ້າຫູນຶ່ງ ແລະອອກຫູນຶ່ງໄປຊື່ໆ
ດ້ວຍວ່າເວົ້າດີແລ້ວກໍບໍ່ຟັງ ເຈົ້າກໍເລີຍຮ້າຍໃຫ້ຂ້ອຍຊະໃຫ້ມັນຮູ້ແລ້ວຮູ້ລອດໄປ
ອຸ໋ຍໄດ້ເລື້ອງ ເພາະຂ້ອຍປົບໄວປັດໂທ ຕາມຂ້ອຍຈື່ໆ ຜິດກັນເທື່ອໃດ ແອຫນ່ອຍມັກເປັນ
postman ແຂັດແລັດໄປຕາມຂ້ອຍໂລດ ຊຶ່ງນັ້ນກໍຫມາຍຄວາມວ່າ ເຈົ້າຢາກໃຫ້ຂ້ອຍມາງອນງໍ້ (ວິທີຂອງເຈົ້ານີ້
ບໍ່ມີໃຜສູ້ເລີຍເດີ) ແຕ່ເທື່ອນຶ່ງຫັ້ນຕິ໋ ຫນັກກ່ວາຫມູ່ ເຈົ້າໃຫ້ແອຫນ່ອຍຂົນເອົາປື້ມທີ່ຂ້ອຍເອົາມາໃຫ້ເຈົ້າອ່ານ
ເມືອສົ່ງຂ້ອຍຫມົດ ເຫັນແນວນັ້ນ ຂ້ອຍກໍບໍ່ລໍຊ້າ ຮູ້ໄດ້ທັນໃດໂລດວ່າ ເລື້ອງຜິດຖຽງກັນເທື່ອນັ້ນ
ຫນັກເຂົ້າຂັ້ນ coma ຂ້ອຍຈຶ່ງຕິດຕີນຫມາມາຫາເຈົ້າໂລດ ແຕ່ເຈົ້າແມ່ຂ້ອຍເອີຍ
ພໍແຕ່ເຫັນຫນ້າຂ້ອຍປັ໋ບ ບໍ່ທັນທີ່ຂ້ອຍຈະປ່ອນຕົວເຂົ້າໄປໃນເຮືອນຄົວ ເຈົ້າກໍອັດປະຕູໃສ່ຕໍ່ຫນ້າ
ຫລີ້ນເອົາໃບຫນ້າຂ້ອຍ ທີ່ດັນຫລຸບເຂົ້າໄປກ່ອນ ຖືກຫນີບເກືອບແປເລີຍ ດີແຕ່ຄືນນັ້ນ
ພໍ່ແມ່ຫວັນນຸກບໍ່ຢູ່ ຂ້ອຍຈຶ່ງບໍ່ອາຍປານໃດ
ເຈົ້າຮູ້ບໍ່?
ກ່ວາໆຂ້ອຍຈະໄດ້ມີໂອກາດຊີ້ແຈງຂໍໂທດຂໍໂພຍ ແລະກ່ວາໆເຈົ້າຈະຫັນມາແຮະໆໃສ່ຂ້ອຍ
ກໍກິນເວລາເປັນຊົ່ວໂມງ ແນັດຂ້ອຍນີ້ ບາດຕອນຮ້າຍມາ ອຸ໋ຍ ຢ່າສູ່ໄປໄກເພິ່ນເດີ
ຈັກຫນ້ອຍແລ້ວຫົວຊິໂນຍ້ອນພຸ້ນໃດ ແຕ່ຂ້ອຍກະແປກ
ຫລືວ່າມັນເປັນຍ້ອນຄວາມຮັກມັນຂຶ້ນສມອງແລ້ວກໍບໍ່ຮູ້? ຂ້ອຍພັດເຫັນເຈົ້າງາມຫມົດສູ່ບ່ອນ
ແມ້ນກະທັ່ງໃນຂະນະທີ່ເຈົ້າກໍາລັງເປັນຟືນເປັນໄຟຢູ່ພຸ້ນນະ ບໍ່ເຊື່ອເທື່ອຫນ້າ
ລອງຮ້າຍອີກໃຫມ່ກະໄດ້ ແຕ່ເອະ ຢ່າແຫລະເພາະບໍ່ທັນຢາກຫົວໂນເທື່ອເດີ
ແນັດເອີຍ
ເຈົ້າຈື່ບໍ່ວ່າ? ຕາມທໍາມະດາ ຄັນຂ້ອຍມີເລື້ອງຜິດຖຽງກັບເຈົ້າ
ຖ້າເວົ້າກັນບໍ່ເຂົ້າເລື້ອງ ຂ້ອຍມັກຜຸດຜັນເມືອເຮືອນໂລດ ທັງທີ່ກະຮູ້ຢູ່ແກ່ໃຈວ່າ ເຈົ້າຢາກໃຫ້ຂ້ອຍປອບອົກປອບໃຈ
ແລະຍົກເອົາແມ່ນໍ້າທັງຫ້າມາສາທະຍາຍ ເພື່ອໃຫ້ເຈົ້າເຊົາຄຽດ ແຕ່ຈະໃຫ້ຂ້ອຍເຮັດຈັ່ງໃດໄດ້
ໃນເມື່ອເຈົ້າຫລີ້ນລູກບໍ່ຟັງທ່າດຽວ ຊໍ້າຍັງໄລ່ຕະຄອກໃຫ້ຂ້ອຍຫນີອີກ
ທໍາອິດຂ້ອຍກໍພໍທົນໄດ້ຢູ່ດອກ ແລະກະສາມາດເຮັດໃຫ້ເຈົ້າເຊົາຄຽດໃນມື້ນັ້ນໂລດ ແຕ່ດົນໆເຂົ້າ
ຂ້ອຍກໍຈົນປັນຍາ ເພາະເຈົ້າບໍ່ມັກຄໍາປອບໃຈແບບເກົ່າໆ ແລະຄໍາປອບໃຈແບບໃຫມ່ໆ
ຂ້ອຍກໍດັນຄິດບໍ່ອອກ ຂ້ອຍຈື່ງຫລີ້ນລູກເມືອລູກດຽວຄືກັນ ຊຶ່ງຖ້າຂ້ອຍເຮັດແບບນີ້ມື້ໃດ
ຮັບຮອງຮ້ອຍເປີເຊັນ ມື້ຕໍ່ມາເຈົ້າຕ້ອງນອນໂຊມຂີ້ມຸກໂປ່ງຢູ່ບ່ອນ
ບໍ່ຍອມເວົ້າຍອມຈາກັບຂ້ອຍເລີຍ
ດັ່ງນັ້ນມັນຈຶ່ງແມ່ນຫນ້າທີ່ສໍາຄັນອັນຍວດຍິ່ງຂອງຂ້ອຍອີກທີ່ຈະພະຍາຍາມຢ່າງສຸດຂີດ
ບໍ່ໃຫ້ເຈົ້າຄຽດຮອດຂ້າມຄືນ ທັງນີ້ກໍເພື່ອບໍ່ຢາກໃຫ້ເຈົ້າຄິດຫລາຍແລະນອນບໍ່ຫລັບ
ຊຶ່ງຈະບໍ່ເປັນຜົນດີແກ່ສຸຂພາບຮ່າງກາຍຂອງເຈົ້າເລີຍ ແຕ່ຖ້າມື້ໃດ ແກ້ໄຂທັນດ່ວນບໍ່ໄດ້
ດ້ວຍຈົນປັນຍາ ຂ້ອຍກໍຈໍາເປັນປະໃຫ້ເຈົ້າຄຽດຂ້າມຄືນ ແລ້ວຈາກນັ້ນ
ມື້ຕໍ່ມາກໍມາຂໍອ່ອນຂໍຍອມ ຊຶ່ງເຖີງເຈົ້າຈະຄຽດປານໃດ ເມື່ອເຫັນຂ້ອຍເຮັດນໍາທຸກຢ່າງດ້ວຍຄວາມບໍ່ເສແສ້ງ
ແຕ່ກັບອອກມາຈາກຄວາມຮັກ ຄວາມເປັນຫ່ວງເປັນໃຍເຈົ້າແທ້ ໃນທີ່ສຸດ ເຈົ້າກໍໃຫ້ອະໄພ
ຂ້ອຍຈື່ໄດ້ວ່າ ເຊົ້າມື້ນຶ່ງ ເຈົ້າຄຽດໃຫ້ຂອ້ຍ ບໍ່ເຊົາແຕ່ຄືນວານ
ຂ້ອຍກໍເຂົ້າມານັ່ງມອບຢູ່ໃກ້ໆປາຍຕຽງເຈົ້າ ແລ້ວກໍຄ່ອຍໆບັນຈົງຈູບປາຍຕີນຂອງເຈົ້າຢ່າງແຜ່ວເບົາແລະຢ່າງຖນຸຖນອມ
ຊຶ່ງຂ້ອຍກໍບໍ່ຄາດຝັນວ່າ ການກະທໍາຂອງຂ້ອຍດັ່ງກ່າວ
ຈະປະທັບຢູ່ໃນຄວາມຊົງຈໍາຂອງເຈົ້າຕລອດມາ ກໍຄືຂ້ອຍບອກເຈົ້າແຕ່ກ່ອນຫັ້ນ ສໍາລັບຂ້ອຍ ເຈົ້າມີຄ່າເຫນືອກ່ວາທຸກສິ່ງທຸກຢ່າງ
ແລະເຫນືອກ່ວາອຸດົມການຂອງຂ້ອຍອີກເສັຽດ້ວຍ
ຄວາມຮັກແລະອຸດົມການ
ໃຕ້ຟາກຟ້ານີ້
ຈະມີສິ່ງໃດລະມີຄ່າສໍາລັບຂ້ອຍ
ເທົ່າກັບຄວາມຮັກແລະອຸດົມການ
ຄວາມຮັກ
ຄືສາຍຝົນທີ່ຊຸ່ມຊໍ່າ
ຄືຢາດນໍ້າເຜິ້ງທີ່ຫອມຫວນ
ແລະຄືກຸຫລາບບານທີ່ງາມສງ່າ
ສ່ວນອຸດົມການ
ຄືພູຜາທີ່ແຂງແກ່ນ
ຄືຟາກຟ້າທີ່ກ້ວາງໄກ
ແລະຄືມະຫາສມຸດທີ່ສຸດຈະຢັ່ງໄດ້
ແຕ່ທັງຫມົດນີ້
ຫາກວ່າເພື່ອເຈົ້າແລ້ວ
ຂ້ອຍຍ່ອມສລະໄດ້ສເມີ
ເພາະເຈົ້ານັ້ນສູງຄ່າເກີນກ່ວາສິ່ງໃດໆໃນໂລກາ
ຈະມາທຽບຄຽງໄດ້ເລີຍ
***************************************
ເຈົ້າຈື່ບໍ່?
ທຸກເທື່ອທີ່ເຈົ້າຄຽດ ຂ້ອຍມັກໄປຊີ້ຫມີ່ມາໃຫ້ເຈົ້າ ຫລືບໍ່ຊັ໋ນ
ພວກເຮົາກໍໄປກິນນໍາກັນຢູ່ຂ້າງອາຄານເຈົ້າ ຟາກຫ້ອງອ້າຍຫອມ ເວົ້າແລ້ວ ຫມີ່ຢູ່ຫັ້ນ
ກໍແຊບນໍ ຕາມຂ້ອຍຈື່ໆ ຕອນເຈົ້າກິນຫມີ່ ເຈົ້າມັກໃສ່ຫມາກນາວ ແລະນໍ້າຕານສົ້ມໆຫວານໆ ແລະກໍເຮັດໃຫ້ຂ້ອຍແນວດຽວກັນ
ຊຶ່ງຖ້າຜູ້ອື່ນສັງເກດເບິ່ງ ເຂົາຄົງຈະວ່າ ເຈົ້າຮັກຂ້ອຍຫລາຍ
ຂນາດວ່າກິນຫມີ່ກໍຍັງປຸງຣົດໃຫ້ກັນອີກພຸ້ນນະ ເຈົ້າຮູ້ບໍ່? ຣົດອາຫານທີ່ຂ້ອຍມັກດຽວນີ້
ກໍຄືສົ້ມໆຫວານໆ ແຕ່ບາດປຸງເອງພັດບໍ່ແຊບຄືເຈົ້າປຸງໃຫ້ ສົງໃສບາດເຮົາເອົາກັນແລ້ວ ເຈົ້າຊິໄດ້ປຸງໃຫ້ຂ້ອຍເປັນປະຈໍາແທ້ໆ
ເວົ້າເລື້ອງຫມີ່ມາ
ຢ່າງຫນ້ອຍເທື່ອນຶ່ງລະ ພວກເຮົາຊື້ເສັ້ນຫມີ່ທີ່ເຂົາເຈົ້າຂາຍມາປຸງເອງຢູ່ເຮືອນ
ນີ້ບໍ່ແມ່ນຂ້ອຍຕັ້ງຍໍເດີ ຫມີ່ທີ່ເຈົ້າປຸງເອງນັ້ນ ແຊບກ່ວາຢູ່ຮ້ານອີກ ເບິ່ງຂ້ອຍກິນເອົາ
ກິນເອົາ ຈົນວ່າ ນໍ້າຢົດນຶ່ງກໍບໍ່ເຫລືອຕິດຖ້ວຍ ກໍແນວມັນແຊບເດນໍ ແນັດທີ່ຮັກ ເຈົ້າຈື່ບໍ່?
ແຮະໆ ບໍ່ຕ້ອງຖາມກະໄດ້ ຮັບຮອງຈື່ຮ້ອຍເປີເຊັນ ເທື່ອເຮົາສອງຜິດຖຽງກັນ ແລ້ວເຈົ້າຮ້ອງກ໋າກໃສ່ຂ້ອຍຫມົດແຮງນັ້ນຫນາ
ຊິເວົ້າແລ້ວ ເທື່ອນັ້ນ ຂ້ອຍໂລດອີຕົນເຈົ້າ ບໍ່ຢາກໃຫ້ເຈົ້າຫນ້າບູດຫນ້າບຶ້ງດົນ
ຢ້ານເຈົ້າຊິກິນເຂົ້າບໍ່ໄດ້ ນອນບໍ່ຫລັບຊັ໋ນດອກ ຂ້ອຍຈຶ່ງເອົາສິ່ງນັ້ນສິ່ງນີ້ມາຢອກ
ຫວັງຊິໃຫ້ເຈົ້າເຊົາຄຽດໄວໆ ແຕ່ເຮັດໃດໄດ້ ໃນຂະນະທີ່ຂ້ອຍພວມເຮັດສ່ອງກ້ອງຢອກຢູ່ນັ້ນ ເຈົ້າພັດກ໋າກໃສ່ຂ້ອຍ
ປານຟ້າຜ່າກໍບໍ່ປານ ຄວາມສໍານຶກທີ່ວ່າ ຂ້ອຍເຮັດແນວນັ້ນກໍເພື່ອເຈົ້າ ແລ້ວເປັນຫຍັງຂ້ອຍຈຶ່ງໄດ້ຮັບຜົນຕອບແທນແນວນີ້
ເຮັດໃຫ້ຫົວໃຈຂ້ອຍສັ່ນຫວີວ ແລ້ວຈາກນັ້ນນໍ້າຕາກໍພານຊິໄຫລອອກມາໃຫ້ໄດ້
ຂ້ອຍຈຶ່ງຈໍາເປັນຕ້ອງຊົບຫນ້າລົງກັບຫົວເຂົ່າ
ທັງນີ້ກໍເພື່ອບໍ່ຢາກໃຫ້ເຈົ້າເຫັນນໍ້າຕາຂອງຂ້ອຍ ແຕ່ເຖີງຢ່າງໃດ ເຈົ້າກໍຮູ້ຢູ່ດີວ່າ
ຂ້ອຍໄຫ້ທັງນີ້ກໍເພາະຮ່າງຄີງຂອງຂ້ອຍມີອາການສັ່ນໄຫວດ້ວຍແຮງສະອື້ນ
ທີ່ຂ້ອຍເອງບໍ່ສາມາດຫັກຫ້າມໄວ້ໄດ້
ຂ້ອຍສະອື້ນໄຫ້ດ້ວຍຄວາມນ້ອຍໃຈຢູ່ຫັ້ນ ບໍ່ພໍເທົ່າໃດວິນາທີ
ເຈົ້າກໍເອີ່ຍບອກໃຫ້ຂ້ອຍເງີຍຫນ້າຂຶ້ນ ດ້ວຍນໍ້າສຽງເປັນຫ່ວງເປັນໃຍ
ຊຶ່ງແນ່ນອນເຈົ້າຄົງຈະເຫັນຕອນຂ້ອຍເບະ ແຕ່ກະຍັງບໍ່ແນ່ໃຈຄັກວ່າ ຂ້ອຍໄຫ້ແທ້ຫລືບໍ່?
ເຈົ້າຈຶ່ງຢໍ້າບອກໃຫ້ຂ້ອຍເງີຍຫນ້າຂຶ້ນຫລາຍເທື່ອ ແຕ່ຂ້ອຍກໍຢືນຢັນທ່າດຽວວ່າ “ບໍ່”
ຄໍາດຽວເທົ່ານັ້ນ ທ້າຍສຸດ ເຈົ້າຖາມຂ້ອຍວ່າ ຂ້ອຍຄຽດບໍ່? ແລະບອກຂໍໂທດຂ້ອຍດ້ວຍ
ຊຶ່ງຂ້ອຍກໍຕອບວ່າ “ບໍ່ຄຽດດອກ ແລະ ບໍ່ຕ້ອງຂໍໂທດ ເຈົ້າບໍ່ຜິດຈັກຫນ້ອຍ
ຂ້ອຍຕ່າງຫາກທີ່ຜິດ” ເຈົ້າຮູ້ບໍ່? ຕອນຂ້ອຍໄຫ້ນັ້ນ ຖ້າເຈົ້າບໍ່ງໍ້ຂ້ອຍ
ຂ້ອຍຢ້ານຕະເລີດເປີດເປີວໄປເລີຍ ເວົ້າແລ້ວ ເຈົ້ານີ້ກະດີອັນນຶ່ງຄື ເຖີງຍາມງໍ້
ເຈົ້າກໍຍອມງໍ້ ແນວນີ້ແຫລະ ຈຶ່ງວ່າແມ່ນຮັກກັນແທ້
ມີເທື່ອນຶ່ງເບາະ ໃນຂະນະທີ່ເຈົ້າຮຽນຢູ່ດີໆໃນຕອນເຊົ້າຮ່ວມກັບຫມູ່ ເຈົ້າກະຜຸ່ນຜັນອອກຈາກຫ້ອງໄປ
ເມື່ອຂ້ອຍເວົ້າສິ່ງໃດສິ່ງນຶ່ງ ຊຶ່ງຂ້ອຍກໍບໍ່ຮູ້ວ່າ ມັນຈະຕໍາເຈົ້າ
ຈົນວ່າເວລາຜ່ານໄປເກືອບສິບນາທີ ບໍ່ເຫັນເຈົ້າເຂົ້າມາ ຂ້ອຍຈຶ່ງຮູ້ວ່າ ເຈົ້າຄຽດໃຫ້ຂ້ອຍ
ຂ້ອຍກໍເລີຍເຊົາສອນຊື່ໆ ອອກມາຫາເຈົ້າຢູ່ນອກກໍບໍ່ເຫັນ ໄດ້ຍິນເດັກນ້ອຍວ່າ ເຈົ້າຍ່າງເຂົ້າໄປໃນ
ຂ້ອຍຈຶ່ງຄິດວ່າ ເຈົ້າຕ້ອງໄປເຮືອນນາງຮັກທີ່ຢູ່ທາງຫນ້າສູນ ບາດຂ້ອຍໄປຮອດຫັ້ນ
ກະແມ່ນອີ່ຫລີ ໂອຍ ແນັດຂ້ອຍນີ້ ຈັ່ງແມ່ນຄຽດໄດ້ຄຽດດີ ບໍ່ຫນ້າເລີຍ
ຈະໄປຖືຄໍາເວົ້າຕລົກໂປກຮາຂອງຂ້ອຍໃຫ້ເຈັບສມອງ
ມີອີກເທື່ອນຶ່ງຄືກັນ ເທື່ອນີ້ຂ້ອຍຄຽດໃຫ້ເຈົ້າ ຂ້ອຍບໍ່ເມືອເຮືອນ ແຕ່ໄປນັ່ງຈໍ້ກໍ້ຢູ່ກ໋ອກນໍ້າ
ເຈົ້າກະໄປຫາ ແຮະໆ ເຫັນເຈົ້າໄປງອນງໍ້ ຂ້ອຍເຊົາຄຽດບາດດຽວເລີຍ ແລະອີກເທື່ອນຶ່ງອີກ
ຂ້ອຍຄຽດໃຫ້ເຈົ້າ ຈົນເດີກດື່ນແລ້ວ ບໍ່ຍອມເມືອ ແຕ່ໄປນັ່ງຢູ່ບ່ອນຂາຍເຝີເຮືອນອ້າຍຫອມ
ກະແມ່ນເຈົ້ານີ້ອີກລະທີ່ອອກມາບອກໃຫ້ຂ້ອຍເມືອ ຂ້ອຍຈຶ່ງຍອມເມືອ ຂ້ອຍນີ້ຈັ່ງແມ່ນບ໋ອງ
ຖ້າເຈົ້າບໍ່ອອກມາ ຈັກຂ້ອຍຊິນັ່ງໃຫ້ຍຸງຕອມ ຮອດຈັກໂມງກໍບໍ່ຈັກ
ສໍາລັບເທື່ອຂ້ອຍຈີກປື້ມໃສ່ເຈົ້າ ເທື່ອນັ້ນຂ້ອຍເຫລືອອົດແທ້ໆ ແນວເວົ້າຫຍັງກໍໄປກັນຄົນລະຮູ
ດັ່ງນັ້ນເພື່ອລະບາຍຄວາມຂຸ່ນມົວໃນອາລົມ ຂ້ອຍຈຶ່ງຈີກປື້ມຊະ ຊຶ່ງບາດຈີກແລ້ວ
ຂ້ອຍເສັຽດາຍຫມົດ ເພາະປື້ມນັ້ນແມ່ນປື້ມ intellectual ທີ່ຂ້ອຍມັກ ແຕ່ຊິເຮັດແນວໃດໄດ້ໃນເມື່ອຈີກໄປແລ້ວ
ກໍແນວມັນໃຈຮ້າຍເດ ໃຜຊິຄຸມອາລົມໄວ້ໄດ້ ແມ່ນບໍ່? ເວົ້າແລ້ວ
ກໍຂໍໂທດຫລາຍໆນໍາການກະທໍາທີ່ບໍ່ດີໃນຜ່ານມາ ເຊື່ອແນ່ວ່າຕໍ່ໄປນີ້ ເຫດການແບບນັ້ນ
ຈະບໍ່ເກີດຂຶ້ນອີກເປັນອັນຂາດ ຂ້ອຍຂໍໃຫ້ສັນຍາ
ຂ້ອຍຈື່ໄດ້ວ່າ ເທື່ອນຶ່ງເຈົ້າຄຽດໃຫ້ພໍ່ ຄືຊິແມ່ນຕອນທ່ຽງນີ້ລະ ເຈົ້າບໍ່ຍອມກິນເຂົ້າກິນນໍ້າ
ຂ້ອຍອ່ອຍແລ້ວອ່ອຍອີກ ກໍຍັງບໍ່ເຊົາຄຽດ ໄຫ້ລູກດຽວຄືຊິຄຽດແຮງ ຈົນວ່າອ່າວສອງສາມໂມງພີ້ ເຈົ້າຈຶ່ງຍອມກິນເຂົ້າ
ຊຶ່ງຂອງກິນມື້ນັ້ນກະແຊບໆລາບປານີ້ລະ ຕອນກິນຫັ້ນ ເຈົ້າກໍບໍ່ລືມທີ່ຈະເອົາຂ້ອຍກິນນໍາເຈົ້າໄດ້
ເອົ໋າ ກິນກະກິນ ແນວຂອງມັກແດ່ ແຕ່ທີ່ສໍາຄັນ ຖ້າຂ້ອຍບໍ່ກິນ ເຈົ້າໂລດຊິບໍ່ກິນຊື່ໆ
ຈໍາເປັນແຫລ້ວ ເພື່ອເຈົ້າຂ້ອຍກິນໄດ້ສເມີ ເຖີງວ່າທ້ອງຂ້ອຍມັນຊິບໍ່ຍອມຮັບອີກແລ້ວກໍຕາມ
ເວົ້າເລື້ອງການກິນເຂົ້າມາ ຂ້ອແລ້ວອົດຊຶ້ງໃນນໍ້າໃຈເຈົ້າບໍ່ໄດ້ ແທ້ໆໃດ໋ແນັດ ເຈົ້າຈັ່ງແມ່ນເປັນຫ່ວງຂ້ອຍແທ້ໆ
ມີຫຍັງແຊບໆນົວໆ ກະແບ່ງປັນໃຫ້ຂ້ອຍເປັນພິເສດ ຈົນບາງເທື່ອຂ້ອຍໂລດອາຍ ແນວຂອງແຊບໆນົວໆມາລີ້ຢູ່ຖ້ວຍເຂົ້າຂ້ອຍຫມົດ
ເຈົ້າຮູ້ບໍ່? ນັບແຕ່ຂ້ອຍມາກິນເຂົ້າຢູ່ເຮືອນເຈົ້າ ຂ້ອຍກິນໄດ້ຫລາຍໆ ແນວເຈົ້າຄຸມເປັນປະຈໍາ
ຂຶນກິນຫນ້ອຍ ເຈົ້າກໍບໍ່ຍອມຢ່າງດື້ໆ ແນັດຂ້ອຍນີ້ ຈັ່ງແມ່ນເປັນຕາຮັກຫລາຍ ຮູ້ໄວ້ດ້ວຍ
ສ່ວນເຫດທີ່ຂ້ອຍບໍ່ມີເນື້ອມີຫນັງນັ້ນ ກໍເພາະແຮະໆ ຍີ່ຫໍ້ຂ້ອຍມັນຫາກແນວນີ້ເດ
|