໒໕. ອອກໄປເບິ່ງຫນັງເປັນຂະບວນ

06/09/05

Home
ສາຣະບານ
໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ?
໒. ເຂົ້າຫາຢ່າງຫນ້າດື້ໆ
໓. ໄປເບິ່ງຊີເນຢູ່ສູນ໘໐
໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ
໕. ນັ່ງລົມກັນມື້ອອກເດີນທາງ
໖. ນະທີ່ສູນນາໂພ
໗. ໄປເບິ່ງສາວອາບນໍ້າ
໘. ຂໍກິນເຂົ້ານໍາແດ່
໙. ຊື້ປື້ມບໍ່ແນັດ?
໑໐. ວັນ Valentine 82
໑໑. ນັດພົບສາວ ອຸ໋ຍມາແປກ
໑໒. ຮຽນພາສາອັງກິດນໍາຂ້ອຍນໍ
໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ
໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່
໑໕. ໄຂປະຕູ ບັກລູກເຂີຍ
໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ
໑໗. ອາລົມຮັກ ອາລົມພ້ຽນ
໑໘. ຂໍອອກລວດລາຍແດ່
໑໙. ສຸກສັນວັນເກີດ...ທີ່ຮັກ
໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ
໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ
໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້
໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່
໒໔. ສະຖິດໄວ້ຢູ່ໃນກາງດວງໃຈ
໒໕. ອອກໄປເບິ່ງຫນັງເປັນຂະບວນ
໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ
໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ
໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ
໒໙. Happy New Year 1983
໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋?
໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ
໓໒. ຂາປະຈໍາຢູ່ເຮືອນເຈົ້າ
໓໓. ມີແຕ່ໄປງານກັບງານ
໓໔. ອະເມຣິກາເລີ້ມມາສໍາພາກ
໓໕. ຂໍເປັນເງົາຕາມຕົວ
໓໖. ຄືນກ່ອນຈາກ
໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

 

ຕອນທີ໒໕ ອອກໄປເບິ່ງຫນັງເປັນຂະບວນ

ມີລະຍະນຶ່ງ ພວກເຮົາເກີດຄິດເບື່ອຢູ່ແຕ່ໃນສູນ ກໍເລີຍຊວນກັນອອກໄປເບິ່ງຢູ່ນະຄອນພະນົມກັບວ່າເລື້ອຍໆ ເທື່ອນຶ່ງໄປເບິ່ງຫນັງຈີນເລື້ອງ ສີ່ຮັກສີ່ຣົດ ເທື່ອທີສອງແມ່ນເລື້ອງ ລາບູມທີ່ຮັກພາກນຶ່ງ (Laboum) ເທື່ອຫລັງນີ້ໃຜກໍກະຈັ໋ນກະຈໍ່ຈາກໄປເບິ່ງແທ້ໆ ແນວວ່າຕອນນັ້ນ ໃຜກໍເຫີ່ນາງເອກຝຣັ່ງທີ່ມີຊື່ວ່າ ໂຊຟີ ມາກໂຊ (Sophie Marceau) ໂດຍສະເພາະແມ່ນຕຸ້ຍ ຜູ້ອົດສາເຮັດຊົງຜົມຄືໂຊຟີຕ່ອນໃດກະຕ່ອນນັ້ນເລີຍ ເວົ້າແລ້ວ ດາຣາສາກົນທີ່ດັງໃນສໄມນັ້ນນອກຈາກໂຊຟີແລ້ວກໍມີ ຟີບີ ເຄທ (Phoebe Cates) ແລະ ບຣຸກ ຊີລ (Brooke Shields) ເພາະຫລຽວໄປທາງໃດ ກໍເຫັນແຕ່ຮູບດາຣາພວກນີ້ກັນທັງນັ້ນ

 

ແນັດເອີຍ ເຈົ້າຈື່ບໍ່ວ່າ? ຕອນອອກໄປເບິ່ງລາບູມນັ້ນ ຈັ່ງແມ່ນມັນຂໍຫນັງສືອອກຍາກ ຂ້ອຍຈື່ໄດ້ວ່າ ທໍາອິດແຖວເຂົ້າໄປຂໍນໍາຫົວຫນ້າສູນໄດ້ ຫມາຍຄວາມວ່າ ໄດ້ເລື້ອງໄປແລ້ວສອງຄົນ ເພາະຫນັງສືອອກໃບນຶ່ງມີສິດເອົາຜູ້ຕິດຕາມໄປນໍາຜູ້ນຶ່ງ ຕໍ່ມາຫວັນເຂົ້າໄປກໍໄດ້ເລື້ອງ ເປັນອັນວ່າ ຮຽບຮ້ອຍໄປແລ້ວສີ່ຄົນ ບາດນີ້ພັດຍັງເຫລືອສາມຄົນ ຄືຕຸ້ຍ ແດງ ແລະຂ້ອຍ ເພາະແຖວເອົານາງຮັກ ແລະຫວັນເອົາເຈົ້າ ຕອນຂ້ອຍເຂົ້າໄປຂໍຫນັງສືນໍາຫົວຫນ້າສູນນັ້ນ ແລະກະຊິໄດ້ເລື້ອງແລ້ວ ພວມຊິວ່າ ເອົາຕຸ້ຍເປັນຜູ້ຕິດຕາມ ເພາະຕົກລົງກັນວ່າ ຂ້ອຍຈະເອົາຕຸ້ຍ ແລະແດງເຂົ້າໄປຂໍເອງ ຫລັງຈາກທີ່ຂ້ອຍອອກມາແລ້ວ ເຮັດແນວໃດ? ແດງພັດຂາດລາດເຂົ້າໄປ ຂ້ອຍຈຶ່ງຕົກໃຈຢ້ານຫົວຫນ້າສູນບໍ່ໃຫ້ ແນວມີແຕ່ຄົນມາຂໍຫລາຍກະດັດກະດໍ້ ດັ່ງນັ້ນ ບາດເພິ່ນຖາມວ່າ ຊິເອົາໃຜເປັນຜູ້ຕິດຕາມ ຂ້ອຍຈຶ່ງຫລົງອອກປາກໄປວ່າ ເອົາຜູ້ນີ້ແຫລະ ຊຶ່ງກໍຄືແດງນັ້ນເອງ

 

ເມື່ອຂ້ອຍແລະແດງອອກມາແລ້ວ ເຈົ້າກໍຕະລຸມບອນເວົ້າໃຫ້ຂ້ອຍເປັນການໃຫຍ່ ເມື່ອຮູ້ວ່າຂ້ອຍບໍ່ໄດ້ເອົາຕຸ້ຍເປັນຜູ້ຕິດຕາມ ແລະມື້ນັ້ນກະບັງເອີນ ບັງເອີນ ບາດຕຸ້ຍເຂົ້າໄປຂໍແລ້ວ ພັດບໍ່ໄດ້ ເລື້ອງມັນຈຶ່ງຫຍຸ້ງຂຶ້ນ ທ້າຍທີ່ສຸດ ຂ້ອຍກະໃຈຮ້າຍແດ່ ເລີຍບອກເຈົ້າວ່າ ຂ້ອຍຊິບໍ່ໄປແລະໃຫ້ຕຸ້ຍໄປແທນ ຕອນນັ້ນ ເຈົ້າຊົງຊິຮູ້ວ່າ ຂ້ອຍໃຈຮ້າຍ ຈຶ່ງຫັນມາເວົ້າດີນໍາ ແລະຕົກລົງວ່າ ໄດ້ພຽງຫົກຄົນກະຢ່າ ແຕ່ຊິອອກມັນຫມົດເຈັດຄົນນີ້ລະ ບາດອອກແທ້ໆ ກະບໍ່ມີຫຍັງຍາກ ຮູ້ແນວນີ້ພາກັນອອກແຕ່ດົນກະແລ້ວ ນີ້ຫຍັງ? ຕັ້ງເກືອບສິບໂມງແລ້ວ ແລະທີ່ສໍາຄັນກະຊິບໍ່ໄດ້ເສັຽຄວາມຮູ້ສຶກກັນຊື່ໆ

 

ກ່ອນທີ່ພວກເຮົາຈະເຂົ້າເບິ່ງຫນັງເລື້ອງລາບູມນັ້ນ ພວກເຮົາໄດ້ພາກັນໄປກິນເຝີຢູ່ຫນ້າໂຮງຫນັງເທບນະຄອນນີ້ລະ ຈັ່ງແມ່ນມັນຫນ້ອຍ ບໍ່ສົມລາຄາເຈັດບາດຈັກດີ້ ແມ່ນຫຍັງ? ຕັກສອງສາມບາດ ກໍເກືອບຫມົດແລ້ວ ນີ້ນໍເພິ່ນວ່າ ກ້ວາຍຕ໋ຽວ ມັດຕັ້ງບໍ່ຄືເຝີບ້ານເຮົາຈັກດີ້ເລີຍ ຍັງໄຄແຕ່ຫນັງລາບູມມ່ວນໆ ຈຶ່ງບໍ່ເສັຽທ້ຽວລ້າ

 

ສໍາລັບການອອກນະຄອນເທື່ອມະຫາຫຍຸ້ງນັ້ນ ເຈົ້າຈື່ບໍ່? ຕອນພວກເຮົາອອກມີແຕ່ເຈັດຄົນ ບາດເຂົ້າພັດມີຮອດແປດຄົນ ທັງນີ້ກໍເພາະນຸກລັກອອກກ່ອນ ຫມາຍຄວາມວ່າ ອອກເທື່ອນີ້ກາຍບັນຊີທີ່ທາງການອະນຸຍາດໃຫ້ອອກ ຊຶ່ງຖ້າສາຍຕວດມາກວດພໍ້ ມີຫວັງໄດ້ໄປນອນຫ້ອງກົງຂັງແນ່ນອນ ເວົ້າແລ້ວນຸກນີ້ມືໄວຕີນໄວອີ່ຫລີ ປຸບປັບບາດດຽວ ກໍບໍ່ເຫັນແລ້ວ ສົມພໍໄດ້ຮອດນາງແຖວຫມູ່ເຈົ້າເປັນແຟນເສັຽອີກຊະດ້ວຍ

 

ມີອີກເທື່ອນຶ່ງ ຕອນອອກໄປເບິ່ງເລື້ອງ ທິນທີ່ຮັກ ພວກເຮົາອອກນໍາພວກແມ່ມັດທຸຊຶ່ງກ່ວາໆຈະໄດ້ອອກ ກໍສິບເອັດໂມງປາຍພຸ້ນ ທັງນີ້ກໍເພາະລຸງເຊີຍຜູ້ນໍາພາອອກ ເກີດບໍ່ໄດ້ເລື້ອງໄດ້ລາວ ຮັບປາກວ່າຊິພາອອກແລ້ວ ພັດເຮັດອຶດໆອາດໆ ຄືບໍ່ຢາກອອກນີ້ລະ ອີຕົນແຕ່ພວກແມ່ມັດທຸພາກັນມາຖ້າຢູ່ຂ້າງໂຮງຫມໍ ຕັ້ງແຕ່ເຈັດໂມງເຊົ້າພຸ້ນ ຮ້ອນກະຮ້ອນ ເມື່ອຍກະເມື່ອຍ ຍັງບໍ່ພໍໃຈຮ້າຍໃຫ້ລຸງເຊີຍກະປານນັ້ນ ສ່ວນພວກເຮົາອັນມີເຈົ້າຂ້ອຍຫວັນແຖວຮັກແລະແດງ ຂາດແຕ່ຕຸ້ຍເພາະລາວບໍ່ມີເງິນ ແລະກະບໍ່ຢາກອອກ ຢ້ານຊິເປືອງຫມູ່ ພາກັນມາເກືອບໆເກົ້າໂມງພີ້ ຈຶ່ງພໍໆທົນລໍຕື່ມອີກຈັກຊົ່ວໂມງສອງຊົ່ວໂມງໄດ້

 

ຕອນພວກເຮົາອອກມາຮອດຫົນທາງໃຫຍ່ນັ້ນ ລົດເມກະບໍ່ມີ ຊິລໍອີກກໍຄົງບໍ່ໄຫວ ເພາະມັນສ່ວາຍຫລາຍແລ້ວ ເລີຍຈໍາເປັນຕ້ອງເຫມົາລົດໃຫ້ເຂົາໄປສົ່ງ ແຕ່ເຈົ້າແມ່ຂ້ອຍເອີຍ ລົດທີ່ພວກເຮົາເຫມົານັ້ນ ຈັ່ງແມ່ນມັນແລ່ນຊ້າໆ ຄືເຕົ່າແລ່ນນີ້ລະ ຊຶ່ງບາດມາຮອດໂຮງຫນັງກະພໍດີຮອດໂມງຫນັງສາຍເລີຍ ຮອດບໍ່ໄດ້ກິນເຂົ້າກິນນໍ້າກ່ອນຊໍ້າ ບໍ່ພໍເທົ່ານັ້ນ ຫນັງທິນທີ່ຮັກ ກໍຮອດບໍ່ມ່ວນ ສົມຢາກມາເບິ່ງຈັກຫນ້ອຍ

 

ຂ້ອຍຈື່ໄດ້ວ່າຫລັງຈາກເລີກຫນັງແລະໄປຊື້ເຂົ້າຊື້ຂອງແລ້ວ ກໍພາກັນມາຖ້າລຸງເຊີຍຢູ່ປ້າຍລົດເມ ເພາະນັດກັນຄັກແນ່ວ່າ ພໍ້ກັນຢູ່ຫັ້ນເວລາຫ້າໂມງ ແຕ່ບາດພວກເຮົາມາຫັ້ນ ກ່ອນຫ້າໂມງຊໍ້າ ພັດບໍ່ພໍ້ລາວ ຈົນວ່າເກືອບໆຈະຮອດຫ້າໂມງປາຍພີ້ ກໍຍັງບໍ່ເຫັນອີກ ຈຶ່ງຈໍາເປັນຕ້ອງຂຶ້ນລົດເມມາກ່ອນ ຊຶ່ງລົດເມກະແມ່ນລົດເມໄປກຸງເທບຊໍ້າ ມັນຈຶ່ງຈອດກາຍປ້າຍໃຫ້ພວກເຮົາຍ່າງກັບຄືນສູນອີກ ໃນຂະນະທີ່ຍ່າງຊິເຂົ້າສູນນັ້ນ ຜູ້ໃດກະຄິດຫນັກ ເພາະບໍ່ມີໃຜມີຫນັງສີຈັກຄົນ ແລະອີຕາລຸງເຊີຍນັ້ນ ກະຈັກຫາຍຫົວໄປທາງໃດ ຊຶ່ງຖ້າເຂົ້າທາງຫນ້າສູນ ຢ້ານຕໍາຣວດມັນຫຍັດເຂົ້າກົງຂັງຫມົດຄັກໆ ແຕ່ຫລັງຈາກຍ່າງມາໃກ້ໆຈະຮອດຫນ້າສູນປະມານສອງສາມຮ້ອຍແມັດ ກໍເຫັນອີຕາລຸງເຊີຍ ນັ່ງສະເມີຍເກີ້ຍຢູ່ປ້ອມຕໍາຣວດທາງຫນ້າສູນເສີຍ ພວກເຮົາຈຶ່ງພາກັນໂລ່ງໃຈ ອີຕາລຸງເຊີຍນໍ ອີຕາລຸງເຊີຍ ເຮັດແນວນີ້ກໍເປັນ ຈັ່ງແມ່ນເຊີຍສົມຊື່ແທ້ໆ ເກີດມາກະເຄີຍເຫັນນີ້ລະ

 

Home | ສາຣະບານ | ໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ? | ໒. ເຂົ້າຫາຢ່າງຫນ້າດື້ໆ | ໓. ໄປເບິ່ງຊີເນຢູ່ສູນ໘໐ | ໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ | ໕. ນັ່ງລົມກັນມື້ອອກເດີນທາງ | ໖. ນະທີ່ສູນນາໂພ | ໗. ໄປເບິ່ງສາວອາບນໍ້າ | ໘. ຂໍກິນເຂົ້ານໍາແດ່ | ໙. ຊື້ປື້ມບໍ່ແນັດ? | ໑໐. ວັນ Valentine 82 | ໑໑. ນັດພົບສາວ ອຸ໋ຍມາແປກ | ໑໒. ຮຽນພາສາອັງກິດນໍາຂ້ອຍນໍ | ໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ | ໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່ | ໑໕. ໄຂປະຕູ ບັກລູກເຂີຍ | ໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ | ໑໗. ອາລົມຮັກ ອາລົມພ້ຽນ | ໑໘. ຂໍອອກລວດລາຍແດ່ | ໑໙. ສຸກສັນວັນເກີດ...ທີ່ຮັກ | ໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ | ໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ | ໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້ | ໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່ | ໒໔. ສະຖິດໄວ້ຢູ່ໃນກາງດວງໃຈ | ໒໕. ອອກໄປເບິ່ງຫນັງເປັນຂະບວນ | ໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ | ໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ | ໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ | ໒໙. Happy New Year 1983 | ໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋? | ໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ | ໓໒. ຂາປະຈໍາຢູ່ເຮືອນເຈົ້າ | ໓໓. ມີແຕ່ໄປງານກັບງານ | ໓໔. ອະເມຣິກາເລີ້ມມາສໍາພາກ | ໓໕. ຂໍເປັນເງົາຕາມຕົວ | ໓໖. ຄືນກ່ອນຈາກ | ໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

This site was last updated 06/05/05