໒໔. ສະຖິດໄວ້ຢູ່ໃນກາງດວງໃຈ

06/09/05

Home
ສາຣະບານ
໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ?
໒. ເຂົ້າຫາຢ່າງຫນ້າດື້ໆ
໓. ໄປເບິ່ງຊີເນຢູ່ສູນ໘໐
໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ
໕. ນັ່ງລົມກັນມື້ອອກເດີນທາງ
໖. ນະທີ່ສູນນາໂພ
໗. ໄປເບິ່ງສາວອາບນໍ້າ
໘. ຂໍກິນເຂົ້ານໍາແດ່
໙. ຊື້ປື້ມບໍ່ແນັດ?
໑໐. ວັນ Valentine 82
໑໑. ນັດພົບສາວ ອຸ໋ຍມາແປກ
໑໒. ຮຽນພາສາອັງກິດນໍາຂ້ອຍນໍ
໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ
໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່
໑໕. ໄຂປະຕູ ບັກລູກເຂີຍ
໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ
໑໗. ອາລົມຮັກ ອາລົມພ້ຽນ
໑໘. ຂໍອອກລວດລາຍແດ່
໑໙. ສຸກສັນວັນເກີດ...ທີ່ຮັກ
໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ
໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ
໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້
໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່
໒໔. ສະຖິດໄວ້ຢູ່ໃນກາງດວງໃຈ
໒໕. ອອກໄປເບິ່ງຫນັງເປັນຂະບວນ
໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ
໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ
໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ
໒໙. Happy New Year 1983
໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋?
໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ
໓໒. ຂາປະຈໍາຢູ່ເຮືອນເຈົ້າ
໓໓. ມີແຕ່ໄປງານກັບງານ
໓໔. ອະເມຣິກາເລີ້ມມາສໍາພາກ
໓໕. ຂໍເປັນເງົາຕາມຕົວ
໓໖. ຄືນກ່ອນຈາກ
໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

ຕອນທີ໒໔ ສະຖິດໄວ້ຢູ່ໃນກາງດວງໃຈ

ມາລະຍະນຶ່ງ ເຈົ້າຮູ້ວ່າຂ້ອຍກິນເຂົ້າບໍ່ຄ່ອຍອີ່ມປານໃດໃນແຕ່ລະມື້ ໂດຍສະເພາະຕອນເຊົ້າ ແມ່ນບໍ່ຄ່ອຍໄດ້ກິນປານໃດ ເຈົ້າຈຶ່ງບອກໃຫ້ຂ້ອຍມາກິນຢູ່ເຮືອນເຈົ້າ ຊຶ່ງທໍາອິດຂ້ອຍກໍມາແຕ່ຕອນເຊົ້າ ຕໍ່ມາກໍຕອນສ່ວາຍນໍາ ແລະຜ່ານໄປອີກບໍ່ດົນ ກະທັງຕອນແລງນໍາ ຫມາຍຄວາມວ່າ ເຮືອນທີ່ຂ້ອຍຢູ່ ຂ້ອຍໃຊ້ແຕ່ສໍາລັບນອນ ສ່ວນເລື້ອງຢູ່ເລື້ອງກິນ ຂ້ອຍມາອາໃສເປັນນົກຫນູຢູ່ເຮືອນເຈົ້າຫມົດ ຍ້ອຍຄວາມສໍານຶກໃນຄວາມອີດູສົງສານອັນໃຫຍ່ຫລວງຂອງເຈົ້າທີ່ມີຕໍ່ຂ້ອຍ ຈຶ່ງກໍ່ໃຫ້ເກີດບົດກະວີທີ່ວ່າ

ສະຖິດໄວ້ຢູ່ໃນດວງໃຈຈົນຊົ່ວນິດນິຣັນດອນ

 

“ກິນເຂົ້າແຫລະ ອ້າຍແກ້ວ?”

“ເຈົ້າເມື່ອຍບໍ່ ອ້າຍແກ້ວ?”

 

ຄໍາເວົ້າຂອງເຈົ້າ ນໍາເອົາພາບເກົ່າໆທີ່ອົບອຸ່ນແລະຕຣຶ້ງຈິດຄືນມາອີກ

“ແກ້ວ ລູກກິນເຂົ້າແລ້ວບໍ່?”

ນໍ້າສຽງອັນນີ້ມນວນຂອງແມ່ ປະກອບກັບແວວຕາທີ່ບົ່ງບອກເຖີງຄວາມຫ່ວງໃຍນັ້ນ ຖາຖົມເຂົ້າສູ່ຫົວໃຈນ້ອຍໆຂອງຂ້ອຍ ຈົນສຸດທີ່ທົນທານ

 

ນໍ້າຕາຂ້ອຍນອງເບົ້າ ຢູ່ໃນໂລກທີ່ໄຮ້ຄວາມເມດຕາປານີນີ້ ກໍຈະຍັງມີອີກບໍ່? ຜູ້ທີ່ຮັກຫ່ວງແລະຫວັງດີຕໍ່ຂ້ອຍສເມີແມ່ອີກ

“ເມື່ອຍແລ້ວກໍເຊົາກ່ອນ ແມ່ຊິເຮັດເອງດອກ”

ທຸກສະຖານທີ່ ທຸກເວລາ ແມ່ຢ້ານແຕ່ຂ້ອຍເມື່ອຍ ແຕ່ແມ່ເມື່ອຍ ແມ່ບໍ່ປາກ ແມ່ຍີ້ມແມ່ຫົວ ຄວາມຮັກຂອງແມ່ຊ່າງໃສສະອາດບໍຣິສຸດຜຸດຜ່ອງແທ້ ຈະມີຈັກຄົນແດ່ບໍ່ນໍທີ່ຮູ້ວ່າ ແມ່ເສັຽສລະເພື່ອລູກຫລາຍປານໃດ

 

ຂ້ອຍໂມ້ມຄໍາຂອງເຈົ້າເຂົ້າປາກ ດ້ວຍມືທີ່ສັ່ນເຊັນ ຫົວໃຈຫວາບວິວ ເຢັນເຢືອກ ໃນຕາທີ່ນອງດ້ວຍນໍ້າໃສໆ ເລີ້ມຝາມົວ ເມື່ອຫວນນຶກເຖີງຄໍາເວົ້າຂອງເຈົ້າຂະນະນີ້ ແລະຄໍາເວົ້າຂອງແມ່ໃນອາດີດ ມັນຊ່າງເຫມືອນກັນເຫລືອເກີນ ທັງນໍ້າສຽງແລະຄວາມຈິງໃຈ

ບໍ່ດົນພາບຂອງເຈົ້າກໍຄຸກເຄົ້າໄປດ້ວຍພາບຂອງແມ່ ຂ້ອຍຈະບໍ່ຂໍລືມເລືອນພາບປະທັບໃຈນີ້ຈົນຊົ່ວຊີວິດ ແມ່ຜູ້ໃຫ້ກໍາເນີດ ແລະເຈົ້າຜູ້ໃຫ້ຄວາມສົດຊື່ນເບີກບານແກ່ຊີວິດຂ້ອຍ

ແນັດ ແມ່ຍອດດວງໃຈຂອງຜູ້ຂຽນ

 

ພາບນຶ່ງອີກທີ່ຍັງຄົງຕິດຕາຕຶ້ງໃຈຂ້ອຍ ກໍຄືພາບທີ່ເຈົ້າຊື້ເຂົ້າຈີ່ປາເຕມາຍື່ນໃສ່ມືຂ້ອຍ ໃນຂະນະທີ່ຂ້ອຍໄປຫາບເອົານໍ້າກາຍອາຄານເຈົ້າໄປ ໂດຍແມ່ນນຸກນ້ອງຊາຍເຈົ້າເອົາໃຫ້ ແນັດທີ່ຮັກ ຄວາມເປັນຫ່ວງເປັນໃຍໃນການຢູ່ກິນຂອງຂ້ອຍ ຂ້ອຍເຊື່ອວ່າຊົ່ວຊີວິດນີ້ ຂ້ອຍຈະບໍ່ມີວັນຫລົງລືມເປັນເດັດຂາດ

 

Home | ສາຣະບານ | ໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ? | ໒. ເຂົ້າຫາຢ່າງຫນ້າດື້ໆ | ໓. ໄປເບິ່ງຊີເນຢູ່ສູນ໘໐ | ໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ | ໕. ນັ່ງລົມກັນມື້ອອກເດີນທາງ | ໖. ນະທີ່ສູນນາໂພ | ໗. ໄປເບິ່ງສາວອາບນໍ້າ | ໘. ຂໍກິນເຂົ້ານໍາແດ່ | ໙. ຊື້ປື້ມບໍ່ແນັດ? | ໑໐. ວັນ Valentine 82 | ໑໑. ນັດພົບສາວ ອຸ໋ຍມາແປກ | ໑໒. ຮຽນພາສາອັງກິດນໍາຂ້ອຍນໍ | ໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ | ໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່ | ໑໕. ໄຂປະຕູ ບັກລູກເຂີຍ | ໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ | ໑໗. ອາລົມຮັກ ອາລົມພ້ຽນ | ໑໘. ຂໍອອກລວດລາຍແດ່ | ໑໙. ສຸກສັນວັນເກີດ...ທີ່ຮັກ | ໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ | ໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ | ໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້ | ໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່ | ໒໔. ສະຖິດໄວ້ຢູ່ໃນກາງດວງໃຈ | ໒໕. ອອກໄປເບິ່ງຫນັງເປັນຂະບວນ | ໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ | ໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ | ໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ | ໒໙. Happy New Year 1983 | ໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋? | ໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ | ໓໒. ຂາປະຈໍາຢູ່ເຮືອນເຈົ້າ | ໓໓. ມີແຕ່ໄປງານກັບງານ | ໓໔. ອະເມຣິກາເລີ້ມມາສໍາພາກ | ໓໕. ຂໍເປັນເງົາຕາມຕົວ | ໓໖. ຄືນກ່ອນຈາກ | ໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

This site was last updated 06/04/05