໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່

06/09/05

Home
ສາຣະບານ
໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ?
໒. ເຂົ້າຫາຢ່າງຫນ້າດື້ໆ
໓. ໄປເບິ່ງຊີເນຢູ່ສູນ໘໐
໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ
໕. ນັ່ງລົມກັນມື້ອອກເດີນທາງ
໖. ນະທີ່ສູນນາໂພ
໗. ໄປເບິ່ງສາວອາບນໍ້າ
໘. ຂໍກິນເຂົ້ານໍາແດ່
໙. ຊື້ປື້ມບໍ່ແນັດ?
໑໐. ວັນ Valentine 82
໑໑. ນັດພົບສາວ ອຸ໋ຍມາແປກ
໑໒. ຮຽນພາສາອັງກິດນໍາຂ້ອຍນໍ
໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ
໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່
໑໕. ໄຂປະຕູ ບັກລູກເຂີຍ
໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ
໑໗. ອາລົມຮັກ ອາລົມພ້ຽນ
໑໘. ຂໍອອກລວດລາຍແດ່
໑໙. ສຸກສັນວັນເກີດ...ທີ່ຮັກ
໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ
໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ
໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້
໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່
໒໔. ສະຖິດໄວ້ຢູ່ໃນກາງດວງໃຈ
໒໕. ອອກໄປເບິ່ງຫນັງເປັນຂະບວນ
໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ
໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ
໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ
໒໙. Happy New Year 1983
໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋?
໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ
໓໒. ຂາປະຈໍາຢູ່ເຮືອນເຈົ້າ
໓໓. ມີແຕ່ໄປງານກັບງານ
໓໔. ອະເມຣິກາເລີ້ມມາສໍາພາກ
໓໕. ຂໍເປັນເງົາຕາມຕົວ
໓໖. ຄືນກ່ອນຈາກ
໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

ຕອນທີ໒໓ ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່

ຮອດມື້ບຸນອອກພັນສາ ໃນຕອນເຊົ້າພວກເຮົາໄປຕັກບາດນໍາກັນຢູ່ວັດ ເວົ້າແລ້ວ ຄົນມາຕັກບາດຫລາຍໆ ທັງນັ້ນທັງນີ້ກໍເພາະມີພຽງວັດດຽວຢູ່ໃນສູນ ໃນຂະນະທີ່ຄົນຢູ່ໃນສູນຫັ້ນ ມີຕັ້ງຫມື່ນສອງຫມື່ນ ແລະກໍເກືອບວ່າ ຄອບຄົວໃດກໍມາພາກັນມາຕັກບາດຫມົດ ຂນາດວ່າຂ້ອຍຜູ້ທີ່ບໍ່ຄ່ອຍຫລຽວແລວັດປານໃດ ກໍຍັງອົດສາໄປນໍາຫມູ່ ອຸ໋ຍເວົ້າອີກ ກະອາຍເພິ່ນ ເພາະມາຕັກບາດກໍຍ້ອນຜູ້ສາວຊື່ໆດອກເດີ

ຕັກບາດຢາດນໍ້າຢູ່ວັດ (ຈາກຊ້າຍມາຂວາ ແດງ, ຕິ໋ວ & ຫວັນ ແນັດຂອງຂ້ອຍແມ່ນຢູ່ຂວາສຸດ ເພິ່ນວ່າຮູບເພິ່ນບໍ່ງາມ ກໍເລີຍຕັດອອກເອົາຊື່ໆ ຈັ່ງແມ່ນໂພດນໍ)

 

 

ຕາມຂ້ອຍຈື່ຫັ້ນ ເຈົ້ານຸ່ງເສື້ອສີລາຍ (ອຸ໋ຍຄົນພິສັງ! ໄປວັດຕັກບາດກະນຸ່ງເສື້ອສີລາຍ ເວົ້າຢອກຊື່ໆເດີ ຢ່າຄຽດໄດ໋) ຫວັນຫັ້ນນຸ່ງເສື້ອສີເຫລືອງ (ອຸ໋ຍເສື້ອບໍ່ມີຄໍ ຢ່າບອກລາວເດີ) ສ່ວນແດງກໍໃສ່ເສື້ອສີແດງສົມຊື່ອີ່ຫລີ ພ້ອມກັນນັ້ນກໍມີຕິ໋ວຫ້ອຍເກາະໄປນໍາໃນເສື້ອສີຂາວ ສ່ວນຂ້ອຍບໍ່ຈັກວ່ານຸ່ງຫຍັງ? ສົງໃສຊຸດສີຟ້າຕາມເດີມເພາະເປັນຊຸດອາຊີບເດ ເວົ້າແລ້ວຍາມບຸນຍາມທານນີ້ ຜູ້ຄົນທີ່ມາວັດແຕ່ງຕົວຈົບງາມກັນທັງນັ້ນ ໂດຍສະເພາະກໍແມ່ນຜູ້ຍິງ ແລະພິເສດສຸດກໍແມ່ນພວກຜູ້ສາວທັງຫລາຍ ເອົາເປັນອັນວ່າ ມີແຕ່ຍາມບຸນຍາມທານເທົ່ານັ້ນ ພວກຜູ້ບ່າວຈຶ່ງຈະຄ່ອຍໄດ້ເຫັນພວກຜູ້ສາວນຸ່ງຈົບນຸ່ງງາມ ອັນພາໃຫ້ຄວາມງາມທີ່ຊຸກຊ້ອນຢູ່ໃນຕົວຂອງແຕ່ລະນາງ ຜຸດຜ່ອງຂຶ້ນມາຢ່າງເດ່ນຊັດ ເວົ້າໄປເວົ້າມາ ຢູ່ສູນຫັ້ນເກີດເປັນມື້ມາ ເກືອບວ່ານຸ່ງຊຸດດຽວ ສີສັນຂອງເສື້ອຜ້າບໍ່ຕ້ອງເປັນຫ່ວງ ຊັກແລ້ວກໍຊັກອີກ ຈົນວ່າເສື້ອສີກໍເກືອບຊິບໍ່ເປັນເສື້ອສີຢູ່ແລ້ວ ກໍມີພຽງຍາມບຸນຍາມທານເທົ່ານັ້ນ ທີ່ຈະໄດ້ເອ້ຍ້ອງເອົາເຄື່ອງທີ່ພໍວ່າໃຫມ່ໆແດ່ມາໃສ່ນໍາເຂົາຈັກເທື່ອ

ເວົ້າແທ້ໆ ຂ້ອຍລະນັບມື້ນັບວັນໃຫ້ມື້ອອກພັນສາວຽນມາເຖີງໄວໆ ເພາະວ່າຊິໄດ້ໄປຕັກບາດຮ່ວມຂັນນໍາເຈົ້າຈັກເທື່ອຊັ໋ນດອກ ແນວວ່າປີໃຫມ່ຜ່ານໄປແລ້ວນີ້ ຄາແຕ່ຄຽດ ກໍເລີຍອົດຈ໋ອຍ ເທື່ອນີ້ຄິດວ່າເຮັດແນວໃດກໍຕ້ອງບໍ່ພາດແທ້ໆ ນັ້ນແມ່ນສິ່ງທີ່ຂ້ອຍຄິດໃນໃຈເດີ ແຕ່ບາດຮອດຍາມຕັກບາດມາ ຊຶ່ງຈະຕ້ອງໄດ້ແຫຍ້ກັນເຂົ້າໄປຢູ່ໃນວັດ ເພາະຜູ້ມາຕັກບາດຫລາຍໂພດ ແຕ່ຄູບາພັດມີຫນ້ອຍອົງ ເລື້ອງບໍ່ເປັນຕາເລື້ອງກໍເກີດຂຶ້ນ ຄືວ່າເຈົ້າບໍ່ຍອມໃຫ້ຂ້ອຍຢູ່ໃກ້ ຄືຊິຢ້ານວ່າ ຂ້ອຍຊິຫາທາງລ່ວງເກີນ ແຫຍ້ຫັ້ນຊຸນນີ້ເຈົ້າ ທໍາອິດທີ່ເຈົ້າວ່າ ຂ້ອຍກໍບໍ່ວ່າຫຍັງ ແຕ່ດົນເຂົ້າ ເວົ້າວ່າເລື້ອຍໆແລະກໍຫລີກຂ້ອຍໄປນໍາ ຂ້ອຍຈຶ່ງສຸດທີ່ຈະອົດທົນຕໍ່ໄປບໍ່ໄດ້ ແນວຂ້ອຍແລ້ວຄິດຢ້ານຜູ້ບ່າວຜູ້ແພວມາສວຍໂອກາດ ຖືກເນື້ອຕ້ອງຕົວເຈົ້າ ຈຶ່ງໄດ້ຄອຍກັນໄວ້ ບໍ່ໄດ້ຄິດໄປໃນທາງອະກຸສົນຈັກຫນ້ອຍເລີຍ ດັ່ງນັ້ນເມື່ອບັ້ງອົດແຕກ ຂ້ອຍຈຶ່ງບໍ່ຍອມເຂົ້າໄປຕັກບາດ ແລະອອກມານອກໂດຍໃຫ້ຜູ້ອື່ນເອົາເຂົ້າໄປຕັກໃຫ້ແທນ ນີ້ລະເພິ່ນວ່າ ຄົນທີ່ເກີດມາຊວຍ ມັນກໍພັດມີແນວໃຫ້ຕ້ອງມາຊວຍຊໍ້າແລ້ວຊໍ້າອີກ

 

ຫລັງຈາກທີ່ເຂົາເອົາຂັນ (ແນວໃສ່ຈອກຊື່ໆດອກ ເພາະຢູ່ສູນຈັກຊິໄປເອົາຂຽນແທ້ມາແຕ່ທາງໃດ) ຂ້ອຍອອກມາສົ່ງຄືນໃຫ້ແລ້ວ ຂ້ອຍກໍເຜ່ນເມືອເຮືອນໂລດ ອາວດົນເຕີບ ເມື່ອອາລົມຄ່ອຍດີແລ້ວ ຂ້ອຍກໍມາຫາເຈົ້າຢູ່ເຮືອນອີກ ແຕ່ແທນທີ່ເຈົ້າຈະເປັນຜູ້ມາງອນງໍ້ແລະຂໍໂທດຂ້ອຍ ກັບເປັນວ່າຂ້ອຍຕ້ອງມາຮັບຫນ້າທີ່ນັ້ນແທນ ເພາະເຈົ້າຫລີ້ນລູກຫນ້າບູດໃສ່ຂ້ອຍທ່າດຽວ ເອົ໋າ! ຂໍໂທດກະຂໍໂທດ ແນວຮັກເພິ່ນເດ ໄດ້ແຟນງາມ ມັນຫາກຍາກແນວນີ້ແຫລະ

 

ຮອດຕອນຄໍ່າມາ ເບິ່ງເຮືອນໃຜກໍພາກັນເອົາດາວໄຟ ໂຄມໄຟ ອອກມາຕິດຫ້ອຍທາງເຂົ້າເຮືອນ ຂ້ອຍກະເອົາດາວໄຟຊຶ່ງທັງໃຫຍ່ ແບ້ ແລະຂ້ອຍອອກແຮງເຣັດຈົນຫມົດສ່ວາຍມາໃຫ້ເຈົ້າ ຊຶ່ງເບິ່ງແຕ່ມັນເອງກະງາມບໍ່ຢອກ ແຕ່ບາດເອົາມາຫ້ອຍຢູ່ເຮືອນເຈົ້າ ແລະແລໃສ່ດາວໄຟອື່ນ ຂ້ອຍກໍເຖີງກັບອາຍເຈົ້າ ເພາະດາວໄຟຂ້ອຍຕິດອັນດັບນຶ່ງເລື້ອງຄວາມງາມ ທາງທ້າຍຈັ່ງໃດລະ ບໍ່ໄດ້ເທື່ອຫນ້າ ຈະຕ້ອງຂໍແກ້ຕົວໃຫມ່ແທ້ໆເດີ

 

Home | ສາຣະບານ | ໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ? | ໒. ເຂົ້າຫາຢ່າງຫນ້າດື້ໆ | ໓. ໄປເບິ່ງຊີເນຢູ່ສູນ໘໐ | ໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ | ໕. ນັ່ງລົມກັນມື້ອອກເດີນທາງ | ໖. ນະທີ່ສູນນາໂພ | ໗. ໄປເບິ່ງສາວອາບນໍ້າ | ໘. ຂໍກິນເຂົ້ານໍາແດ່ | ໙. ຊື້ປື້ມບໍ່ແນັດ? | ໑໐. ວັນ Valentine 82 | ໑໑. ນັດພົບສາວ ອຸ໋ຍມາແປກ | ໑໒. ຮຽນພາສາອັງກິດນໍາຂ້ອຍນໍ | ໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ | ໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່ | ໑໕. ໄຂປະຕູ ບັກລູກເຂີຍ | ໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ | ໑໗. ອາລົມຮັກ ອາລົມພ້ຽນ | ໑໘. ຂໍອອກລວດລາຍແດ່ | ໑໙. ສຸກສັນວັນເກີດ...ທີ່ຮັກ | ໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ | ໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ | ໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້ | ໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່ | ໒໔. ສະຖິດໄວ້ຢູ່ໃນກາງດວງໃຈ | ໒໕. ອອກໄປເບິ່ງຫນັງເປັນຂະບວນ | ໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ | ໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ | ໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ | ໒໙. Happy New Year 1983 | ໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋? | ໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ | ໓໒. ຂາປະຈໍາຢູ່ເຮືອນເຈົ້າ | ໓໓. ມີແຕ່ໄປງານກັບງານ | ໓໔. ອະເມຣິກາເລີ້ມມາສໍາພາກ | ໓໕. ຂໍເປັນເງົາຕາມຕົວ | ໓໖. ຄືນກ່ອນຈາກ | ໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

This site was last updated 06/03/05