|

ຕອນທີ໑໗
ອາລົມຮັກອາລົມພ້ຽນ
ເກືອບລືມເວົ້າ
ກ່ອນປີໃຫມ່ລາວນັ້ນ ຂ້ອຍຍຸບໂຮງຮຽນທີ່ອົດສາເຮັດເກືອບລົ້ມເກືອບຕາຍ ເພາະຕ້ອງໄປແບກເອົາໄມ້ຢູ່ປ່າມາເຮັດ
ເປັນຕັ້ງໄກໆພຸ້ນ ຮູ້ບໍ່? ທ້າວວົງຄໍາ (ດຽວນີ້ຢູ່ເຍັຽລະມັນ) ເຮັດຂ້ອຍຄັກພາໄປຊອກຫາຕັດໄມ້
ບ່ອນຜີບໍ່ທ່ອງຄົນບໍ່ທຽວ ເພິ່ນວ່າຢາກໄດ້ໄມ້ດີມານັ່ງແລ້ວຂາຕັ່ງບໍ່ລົ້ມເຕີ້ຍເລີ້ຍ
ກໍຕ້ອງເຂົ້າດົງ ສົມພໍມັນກໍດົງອີ່ຫລີເພາະຫລຽວຂຶ້ນຟ້າ ເກືອບວ່າບໍ່ເຫັນທີບເຫັນແດນຫຍັງເລີຍ
ຕອນກັບມາຮອດເຮືອນ ຂາແມ່ນລ່ອຍທັງສອງເບື້ອງ
ທັງຫລັງກໍແຂງປານກັບລໍາໄມ້ທີ່ທັງແບກທັງລາກມາອີ່ຫລີ ເວົ້າແລ້ວ ໂຮງຮຽນທີ່ຢູ່ສົ້ນອາຄານຫັ້ນ
ກະອົດສາປຸກເສັຽເຫື່ອເສັຽແຮງໄປຕັ້ງຫລາຍມື້ ໄຄແດ່ແຕ່ມີຫລາຍຄົນມາຊ່ອຍຜູ້ລະໄມ້ລະມື
ລໍາພັງຂ້ອຍເອງບໍ່? ໂຮງຮຽນຈະເກີດໄດ້ ແນວເຮັດຫຍັງກໍບໍ່ເປັນຈັກຢ່າງ
ສົມກັບເປັນອ້າຍບ່າວໃນເມືອງອີ່ຫລີ
|
|
|
ທ້າວ ວົງຄໍາ
|
|
|
ເວົ້າໄປເວົ້າມາ
ຕອນນັ້ນຄວາມຮັກມັນຂຶ້ນສມອງເອົາແທ້ເອົາວ່າ ແມ່ນຫຍັງກໍບໍ່ສົນ
ສົນແຕ່ເລື້ອງມາສອນຫນັງສືໃຫ້ເຈົ້າແລະແຮະໆ…ແຍງເຈົ້າ
ທໍາອິດກະສອນຫນັງສືໃຫ້ເຈົ້າແຕ່ຕອນບ່າຍ ສອງຊົ່ວໂມງພຸ້ນກໍບໍ່ຫນໍ່າໃຈ
ມາເອົາຕອນເຊົ້າອີກສອງຊົ່ວໂມງ ລວມເປັນສີ່ຊົ່ວໂມງ ຫມາຍຄວາມວ່າ ເກີດເປັນມື້ມາ
ຂ້ອຍບໍ່ຕ້ອງເຮັດຫຍັງ ມີແຕ່ທຽວມາສອນຫນັງສືໃຫ້ເຈົ້າກໍຫມົດມື້ແລ້ວ
ທໍາມະດາຂ້ອຍຕື່ນນອນເວລາຫົກໂມງປາຍ ກ່ວາຊິໄປຫ້ອງນໍ້າຫ້ອງໃນມາ ລ້າງຫນ້າລ້າງຕາແລ້ວ ແລະຫານັ້ນຫານີ້ມາຫຍໍ້າໃນຕອນເຊົ້າຮຽບຮ້ອຍ
ກໍຕົກເຂົ້າໄປເຈັດໂມງປາຍ ຈາກນັ້ນຂ້ອຍກໍເວີ່ນໄປຕລາດ ບໍ່ໄດ້ຕັ້ງໃຈຊື້ຫຍັງດອກ ເວີ່ນຫລີ້ນລ້າໆນີ້ລະ
ພໍໃກຊິຮອດເກົ້າໂມງ ກະຍ່າງດຸ່ມໆມາເຮືອນເຈົ້າ ຈັດການສອນແຕ່ເກົ້າໂມງຈົນຮອດສິບເອັດໂມງ
ບາງມື້ກະເປັນໂມງຢາງຢືດ ຢືດໄປຮອດສິບເອັດໂມງປາຍພຸ້ນ ຫລັງຈາກເລີກສອນຕອນເຊົ້າ
ຂ້ອຍກະກັບເມືອຫາຫຍັງຮອງທ້ອງ ແລ້ວໆປະມານບ່າຍນຶ່ງໂມງ ກະນອນຫລັບຈັກງີບ
ພໍເມື່ອຮອດບ່າຍສາມໂມງ ກະເລີ້ມສອນໃຫມ່ ຈົນຮອດຫ້າໂມງປາຍ ບາງມື້ກະຮອດຫົກໂມງ ແຖມບາງຄືນ
ມາຄືນນື່ງບາສອງຄືນ ຂ້ອຍກໍຍັງມາຫລີ້ນເຮືອນເຈົ້າອີກແຕ່ເຈັດໂມງຈົນຮອດເກົ້າໂມງພຸ້ນ ອື!
ມັກສາວມັນຫາກເປັນແນວນີ້ແຫລະ
ຫວ່າງໃກ້ຊິຮອດເດືອນຫົກນີ້ລະ ເຮືອນມັດທຸເຮັດບຸ້ນແລະຫມ້ຽງກິນ ຂ້ອຍກໍເລີຍຊວນເຈົ້າໄປນໍາ
ບໍ່ຄາດຝັນຈັກຫນ້ອຍວ່າ ເຈົ້າຊິໄປເພາະເຈົ້າຂີ້ອາຍ ຂີ້ອາຍ ແຕ່ມື້ນັ້ນຈັກເຈົ້າຄິດແນວໃດຈຶ່ງໄປ
ຫລີ້ນເອົາຂ້ອຍດີໃຈເອົາແທ້ເອົາວ່າ ເສັຽດາຍແຕ່ມື້ນັ້ນເຈົ້າກິນຫມ້ຽງແລະບຸ້ນຫນ້ອຍໂພດ ໄດ້ຍິນວ່າ
ລໍຖ້າຂ້ອຍມາຮັບດົນຫລາຍເລີຍກິນເຂົ້າປຽກກ່ອນ ແມ່ນບໍ່? ເວົ້າແລ້ວ ເຈົ້າໄປເຮືອນມັດທຸສອງເທື່ອໃດເນາະ
ເທື່ອທີນຶ່ງໄປກິນຫມ້ຽງແລະບຸ້ນ ແລະເທື່ອທີສອງແມ່ນໄປຢ້ຽມມັດທຸ ເພິ່ນໃສ່ນໍ້າທະເລ ແມ່ນບໍ່?
ຂ້ອຍຈື່ໃດ ເທື່ອສອງນີ້ບາດເມືອ ເຈົ້າຮອດບໍ່ໃຫ້ຂ້ອຍຍ່າງຄຽງຂ້າງນໍາ ພິລຶກຂນາດ
ພໍຮອດເດືອນຫົກ ຕອນນັ້ນເຊັບໂຕນໄປຢູ່ສູນອຸບົນແລ້ວ (ເພິ່ນວ່າຢູ່ຫັ້ນຊິໄດ້ໄປປະເທດທີສາມໄວ)
ຈັກຂ້ອຍເປັນຫຍັງເກີດບໍ່ພໍໃຈກັບເຈົ້າ ເລີຍບອກວ່າຊິເຊົາສອນທິດນື່ງ ມື້ສອງມື້ທໍາອິດ
ບໍ່ເຫັນຫນ້າເຈົ້າກໍພໍທົນໄດ້ ແຕ່ພໍເຂົ້າມື້ທີສາມທີສີ່ ຮູ້ສຶກວ່າມັນບໍ່ໄຫວແລ້ວ
ຄິດເຖີງມື້ທີ່ມືເຮົາສັມຜັດກັນ ຄວາມນີ້ມນວນຂອງມືເຈົ້າ
ຍັງຄົງກຸ່ນຢູ່ໃນອຸ້ງມືຂ້ອຍຕລອດມາ ນີ້ຖ້າຂ້ອຍບໍ່ມັກຄຽດແດ່ (ຜູ້ຍິງແທ້ໆກໍຍັງບໍ່ປານ) ເຈົ້າກໍຄົງໃຫ້ຂ້ອຍຖືກຕ້ອງມືເຈົ້າທີ່ແສນນີ້ມຂອງເຈົ້າອີກ
ກໍເປັນໄດ້ ແຕ່ຈັກຊິເຮັດແນວໃດ? ແນວລັ່ນປາກອອກໄປແລ້ວ ຊິມາຫາເຈົ້າ ກໍອາຍຕົວເອງ
ຂນາດວ່າຄືນທີ່ເຈົ້າແລະແມ່ຍ່າງໄປຊື້ນໍ້າປັ່ນແຖວອາຄານຂ້ອຍ
ຄືນນັ້ນຂ້ອຍນັ່ງຫລີ້ນກັບປ້າຢູ່ແຖວເຮືອນຄົວອາຄານ໑໘ (ຕອນນັ້ນເຂົາດຸດຫົນທາງ ເລີຍເຮັດໃຫ້ເຮືອນຄົວອາຄານ໑໘
ຍ້າຍມາຕິດກະໂຕອາຄານ໑໙ທີ່ຢູ່ບັ໋ກໄກໆເຕີບພຸ້ນ) ຂ້ອຍກໍຍັງບໍ່ກ້າຍ່າງນໍາຫລັງ
ຊຶ່ງຖ້າເປັນທໍາມະດາແລ້ວ ມີບໍ່? ທີ່ຂອ້ຍຈະບໍ່ຍ່າງນໍາຫລັງເຈົ້າໂລດ
ຈົນຮອດຄືນນຶ່ງ ຂ້ອຍກັບມາແຕ່ອາຄານມັດທຸ ກາຍອາຄານເຈົ້າໂດຍບໍ່ໄດ້ຕັ້ງໃຈວ່າ
ຊິເຂົ້າໄປຫາເຈົ້າ ແຕ່ບັງເອີນ ບັງເອີນ ພັດມາພໍ້ເຈົ້າຢູ່ກະໂຕຫນ້າປະຕູ ໃນຂະນະທີ່ຂ້ອຍພວມຈະຍ່າງກາຍ
ແຕ່ກໍຍັງອົດຊໍາເລືອງເບິ່ງບໍ່ໄດ້ ທັນທີທີ່ສາຍຕາເຮົາປະສານກັນ ຈັກແມ່ນຫຍັງບຸ?
ພາໃຫ້ຂາຂ້ອຍກ້າວມາຫາເຈົ້າຢ່າງບໍ່ຕ້ອງລັງເລອີກຕໍ່ໄປ ແລະດ້ວຍຄວາມບໍ່ລັງເລນັນ
ຂ້ອຍກໍໄດ້ຄົ້ນພົບວ່າ ຂ້ອຍໄດ້ເຮັດຖືກແລ້ວ ເພາະຂືນຂ້ອຍຊ້າອີກຈົນຄົບທິດ
ຂ້ອຍກໍຈະຕ້ອງສູນເສັຽເຈົ້າໄປແນ່ນອນ ດ້ວຍການເຊົາສອນຕາມແຕ່ອາລົມຂອງຂ້ອຍ
ມັນໄດ້ກໍ່ຄວາມບໍ່ພໍໃຈຢ່າງໃຫຍ່ຫລວງໃຫ້ເຈົ້າ ແລະປະຈວບກັບລະຍະນັ້ນ ມີຂ່າວລືວ່າ ເຂົາຈະເອົາຄອບຄົວເຈົ້າໄປກຸງເທບເພື່ອປິ່ນປົວແມ່
ແລ້ວຈາກນັ້ນກໍຈະສໍາພາດໄປອະເມຣິກາເລີຍ ຊຶງເຈົ້າເວົ້າໃນຄືນນັ້ນວ່າ
ຖ້າຂ່າວນັ້ນເປັນຈິງແທ້ ຕອນເຈົ້າຈະໄປ ເຈົ້າຄົງບໍ່ໄດ້ບອກຂ້ອຍ ແລະນັ້ນກໍຫມາຍຄວາມວ່າ
ຄວາມຮັກທີ່ເຮົາສອງເຝົ້າພຽນຖນຸຖນອມສ້າງຮ່ວມກັນມານັບແຮມປີ
ຈະຕ້ອງຂາດສະບັ້ນລົງຢ່າງບໍ່ເຫລືເຍື້ອໃຍຫຍັງເລີຍ
ດັ່ງນັ້ນການທີ່ຂ້ອຍມາຫາເຈົ້າໃນຄືນນັ້ນ
ຈຶ່ງນັບວ່າບຸນຂອງຂ້ອຍທີ່ສ້າງຮ່ວມກັບເຈົ້າຍັງມີຢູ່ ແລະດ້ວຍບຸນອັນນັ້ນ ເຈົ້າຈຶ່ງໃຫ້ອະໄພຂ້ອຍ
ຢ່າງທີ່ບໍ່ມີຜູ້ກະທໍາຜິດຄົນໃດໃນໂລກ ຈະໄດ້ຣັບຄວາມເມດຕາປານີເທົ່າ ໂອ້ແນັດທີ່ຮັກ
ຂ້ອຍຊ່າງຮັກແລະບູຊາເຈົ້າເຫລືອເກີນ
|