|

ຕອນທີ໑໖
ຂໍເປັນອ້າຍບ່າວເນື້ອຫອມຈັກບາດ
ຫລັງຈາກແມ່ມີອາການດີແລ້ວ ເພິ່ນກໍກັບມາຢູ່ບ້ານ ລະຍະນັ້ນສູນນາໂພມີການປຸກອາຄານໃຫມ່
ຊຶ່ງກໍຄືອາຄານທີ່ຂ້ອຍຢູ່ດຽວນີ້ ມີມື້ນຶ່ງເຈົ້າແລະແມ່ໄປຍ່າງຫລີ້ນ
ຂ້ອຍຫລຽວເຫັນກະເລີຍຂະຢອດຕາມ ທັນທີທີ່ເຈົ້າເຫັນຂ້ອຍ ເຈົ້າບໍ່ອີລໍາທໍາເພງ
ຊວນແມ່ນກັບຄືນເລີຍ ຮ໋ວຍ ຄິດວ່າຊິໄດ້ຍ່າງຄຽງຂ້າງນາງຟ້າຈັກບາດ ເຫດໃດກັບໄວກັບວາ
ຍ່າງຫລີ້ນບໍ່ຮອດຫ້ານາທີຊໍ້າ ແນວນີ້ກະເປັນນໍ ຄົນງາມຂອງຂ້ອຍເອີຍ ອີກມື້ນຶ່ງອ່າວແລງໆແດ່
ທ້ອງຟ້າເປັນຂະມຸກຂະມົວ ຊິມຶດກໍບໍ່ມຶດຄັກ ແນວຫົກໂມງປາຍ ຂ້ອຍກັບມາແຕ່ເຮືອນມັດທຸ (ວ່າທີນ້ອງໄພ້)
ເຫັນເຈົ້າກັບແສງອາຣຸນ (ແດງ) ນັ່ງຫລີ້ນຢູ່ສົ້ນອາຄານ໒໖ ອາຄານຂອງແສງອາຣຸນ
ຕີນໄວເທົ່າກັບຄວາມຄິດ ຕົວຂ້ອຍກໍມາປາກົດຕົວຢູ່ຕໍ່ຫນ້າເຈົ້າໂລດ ເທື່ອນີ້ໄຄແດ່ແຕ່ເຈົ້າບໍ່ປົບເມືອເຮືອນອີກ
ຂ້ອຍກໍເລີຍມີໂອກາດນັ່ງຝອຍ ທັງແຍງເຈົ້າໄປນໍາ ມ່ວນບໍ່ຢອກເລີຍ
ເຈົ້າຈື່ບໍ່?
ລະຍະຂ້ອຍມາຕິດເຈົ້ານັ້ນ ຂ້ອຍມັກໃສ່ເຂົ້າແປ້ງຫອມຈົນຟຸ້ງເລີຍ
ບາງມື້ຂ້ອຍນັ່ງໃກ້ພໍ່ແມ່ເຈົ້າ ຂ້ອຍກະຈົນມຸດມັດ ຢ້ານເພິ່ນຊິວ່າ
ຫມໍນີ້ຈັ່ງແມ່ນມັນພິລຶກ ຫອມຟຸ້ງຈົນກູຊິສໍາລັກແລ້ວເວີ້ຍ ເວົ້າແລ້ວຕອນນັ້ນ
ຂ້ອຍໃຊ້ເຂົ້າແປ້ງເປືອງໆ ສອງກະປ໋ອງໃຫຍ່ຕໍ່ເດືອນພຸ້ນນະ ຊິບໍ່ໃຫ້ເປືອງແນວໃດ ແນວເຊົ້າກະໃສ່
ສ່ວາຍກະໃສ່ ແລະແລງກະໃສ່ ຂະແນມແຕ່ວ່າໄດ້ມາເຮືອນເຈົ້າ ຮູ້ບໍ່?
ຂ້ອຍໃສ່ເທື່ອໃດຫມົດເປັນຫລາຍກໍາ ນີ້ຖ້າປະກວດອ້າຍບ່າວເນື້ອຫອມລາຄາຖືກໆຢູ່ນາໂພ
ມີຫວັງຂ້ອຍຄ້ວາຕໍາແຫນ່ງແຊັມປ້ຽນແນ່ນອນ ອຸ໋ຍເກືອບລືມໄປ
ຕອນນັ້ນຍັງບໍ່ທັນຮູ້ຈັກບູ້ເທື່ອເດີ ເບິ່ງແມ໋ ຜົມກໍຍາວກະເທີນ ຊິເປັນຊົງກໍບໍ່ແມ່ນ ແຖມຍັງບໍ່ຮູ້ຈັກໃສ່Gelຊໍ້າ
ປານນັ້ນຍັງໄດ້ແຟນຜູ້ງາມນໍາຫມູ່ ເວົ້າໄປເວົ້າມາກະຈັ່ງແມ່ນບຸນລົ້ມທັບຂ້ອຍອີ່ຫລີ
ລະຍະນັ້ນ
ຂ້ອຍຮັກເຈົ້າຫລາຍແລ້ວ ແຕ່ກະຍັງບໍ່ແນ່ໃຈວ່າ ເຈົ້າກະຮັກຂ້ອຍບໍ່? ເປັນແນວນີ້ທາງອອກທີ່ດີທີ່ສຸດ
ກະຊູຊີເອົາຄໍາຕອບຈາກເຈົ້າຫັ້ນແຫລ້ວ ແຕ່ຜ່ານໆມາລ້ວນບໍ່ໄດ້ຜົນ ບ່າຍມື້ນັ້ນ
ຈັກຄິດດີແນວໃດເລີຍຊູຊີເອົາຄໍາຕອບໃຫ້ໄດ້ ກ່ວາຈະໄດ້ເລື້ອງໄດ້ລາວ
ກໍກິນເຂົ້າໄປຕັ້ງເກືອຍຫົກໂມງພຸ້ນ ຕາມທໍາມະດາຂ້ອຍບໍ່ຫ່ອນຊູຊີເກ່ງປານນັ້ນ ແຕ່ມື້ນັ້ນມີແນວພິເສດໃຫ້ຊູຊີ
ກະເລີຍໄດ້ເລື້ອງ ແນວພິເສດນັ້ນກະມີຢູ່ວ່າ ເຈົ້າໃສ່ເສື້ອລາຍດໍາຂາວ
ຫລັງຈາກຮຽນຫນັງສືແລ້ວເວລາຫ້າໂມງ ເຈົ້າກະມານັ່ງຕໍ່ຫນ້າຂ້ອຍ
ສາຍຕາເຈົ້າເຮັງຂອງຂ້ອຍເສືອກໄປເຫັນເນື້ອນວນຂອງເຈົ້າທີ່…ບໍ່ເວົ້າດອກ
ຈັກຫນ້ອຍເຈົ້າຊິຫນ້າແດງ ເອົາເປັນອັນວ່າ ກໍຍ້ອນໄດ້ມີໂອກາດແຍງຄັກໆຈັກເທື່ອ
ກໍເລີຍຕັ້ງຫາເລື້ອງຂຶ້ນມາເວົ້າຍືດເວລາເມືອເຮືອນນີ້ແຫລະ ຈື່ບໍ່? ຂ້ອຍຕັ້ງແກ້ງຖາມວ່າ
ເຈົ້າຮັກຂ້ອຍບໍ່? ຄໍາເກົ່າເປັນຕັ້ງສິບຊາວເທື່ອ ໃນທີ່ສຸດດ້ວຍຄວາມບໍ່ຄາດຝັນ ເຈົ້າຕອບຮັກຂ້ອຍ
ຫລີ້ນເອົາຂ້ອຍດີໃຈເປັນສອງທົບເລີຍມື້ນັ້ນ ເຈົ້າຮູ້ບໍ່? ຫລັງຈາກມື້ນັ້ນມາ
ຂ້ອຍຫລັບຕາຄືນໃດ ກໍອົດທີ່ຈະວາດພາບເຫັນເນື້ອນວນທີ່ຂາວຜ່ອງນັ້ນບໍ່ໄດ້ ໂອ້ຂ້ອຍນີ້ກໍຊ່າງບ້າອີກແບບນຶ່ງບໍ່?
ລະຍະແມ່ເຈົ້າບໍ່ສະບາຍນັ້ນ ມີເລື້ອງນຶ່ງວຸ່ນຫົວຂ້ອຍຈົນຫົວຊິແຕກ
ຄືວ່າມື້ນຶ່ງຂ້ອຍໄປຫລີ້ນເຮືອນມັດທຸ
ລາວເລີຍເວົ້າໃຫ້ຂ້ອຍຟັງກ່ຽວກັບແຕ່ກີ້ວ່າມີຜູ້ຊາຍຄົນນຶ່ງມາຕິດເຈົ້າ ແລະມໍ່ໆມານີ້ກໍຍັງສົ່ງຮູບມາໃຫ້ເຈົ້າ
(ລາວຢູ່ອະເມຣິກາ ແມ່ນບໍ່?) ຊຶ່ງເລື້ອງທັງຫມົດນີ້ ລາວຮູ້ມາຈາກນາງຫຍັງບຸ
ຕອນຢູ່ສໍກໍທໍຫຍ້າ ລາວຢູ່ຂ້າງຫ້ອງເຈົ້າ ຟາກທາງໄປຫ້ອງນໍ້າຫັ້ນ ແຕ່ຕອນນີ້ລາວຢູ່ຂ້າງຫ້ອງມັດທຸ
ເຈົ້າຮູ້ບໍ່? ພໍແຕ່ຂ້ອຍໄດ້ຍິນເລື້ອງນັ້ນ ຂ້ອຍໂລດບໍ່ເປັນອັນຢູ່ ຟ້າວໄປຖາມນາງອັນນັ້ນ
ກະໄດ້ຄວາມວ່າ ຜູ້ຊາຍຄົນນັ້ນຊື່ລັງ
ມັກເຈົ້າແຕ່ຢູ່CRSແລະດຽວນີ້ກະຂຽນຈົດຫມາຍຫາເຈົ້າເປັນປະຈໍາ
ຊຶ່ງຖ້າບໍ່ແມ່ນແຟນເຈົ້າແລ້ວ ເຂົາຊິຂຽນມາຫາເຮັດຫຍັງ? ເມື່ອຂ້ອຍໄດ້ຍິນແນວນັ້ນ
ຂ້ອຍແຮ່ງກົ້ນບໍ່ຕິດຕັ່ງ ປົບໄປເປີກສາກັບທ້າວກາເຫວົ່າເພື່ອນຮ່ວມໂຮງຮຽນແຕ່ລີເຊມານໍາກັນ
(ຊື່ແນວນີ້ເພາະຕອນຢູ່ເມືອງລາວ ເພິ່ນເຂົ້ານໍາພວກຮ້ອງເຕັ້ນຂອງໂຮງຮຽນແລະກໍມັກເຮັດສຽງຄືນົກກາເຫວົ່າ)
ວ່າຊິເຮັດແນວໃດດີ? ຢ່າງໃດກະຢ່າສູ່ໃຫ້ມັນເປັນຄືເພງ “ຮັກຊ້ອນຮັກ” ກໍແລ້ວກັນ
ຕອນນັ້ນໃຈຂ້ອຍຮ້ອນຮຸ່ມດັ່ງໄຟເຜົາ ຢາກໃຫ້ຕາເວັນຕົກດິນໄວໆ ເພື່ອຊິໄດ້ມາຕໍ່ວ່າເຈົາໃຫ້ສົມໃຈເພາະຫຍັງລະ?
ກໍເພາະຕອບຮັກຫມູ່ແລ້ວ ພັດຍັງຕິດຕໍ່ກັບຜູ້ຊາຍອື່ນອີກ ແນວນີ້ກໍຫ່ອນເປັນນໍ!
ຄືນນັ້ນທັງຂ້ອຍທັງກາເຫວົ່າເວົ້າແບບບໍ່ໃຫ້ເຈົ້າຕັ້ງໂຕເລີຍ ເບິ່ງໆແລ້ວກະເປັນຕາອີຕົນເຈົ້າ
ຢູ່ບໍ່ຢູ່ກະມີຄົນມາສຸ່ມຫົວເວົ້າໃຫ້ວ່າຫລີ້ນເກມຮັກຊ້ອນຮັກ ແຕ່ເຈົ້າກະດີບໍ່ຕອກພວກຂ້ອຍຄືນ
ຄັນບໍ່ຊັ້ນມີຫວັງ ຄວາມຮັກຂອງຂ້ອຍພັງ ເພາະມົວແຕ່ໄປເຊື່ອຜູ້ອື່ນຫລາຍ ຊຶ່ງຊິເວົ້າແລ້ວ
ເລື້ອງນີ້ກະບໍ່ມີຫຍັງຮ້າຍແຮງ ຂ້ອຍຫາກຄິດຫລາຍໄປເອງຕ່າງຫາກ
ທໍາມະດາຄົນງາມກະຕ້ອງມີຄົນມາມັກຫັ້ນແລ້ວ ແຕ່ສິ່ງສໍາຄັນເຈົ້າບໍ່ມັກເຂົາຄືນ
ມັນກໍແລ້ວໄປຕົ໋ວ ຄິດມາແລ້ວ ກໍພໍຢາກທຸບຫົວຕົນເອງ ເປັນຜູ້ໃຫຍ່ລ້າ
ຄວາມຄິດພັດເສືອກຄືເດັກນ້ອຍນີ້ລະ ບໍ່ໄດ້ເທື່ອຫນ້າຕ້ອງຫັດເປັນຄົນຄິດກ້ວາງເຫັນໄກກ່ວານີ້
|