|

ຕອນທີ໑໔
ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່
ພໍເມື່ອກາລເວລາຜ່ານພົ້ນໄປອີກບໍ່ດົນ ປີໃຫມ່ລາວກໍມາເຖີງ
ແລະພ້ອມກັບການມາເຖີງຂອງປີໃຫມ່ລາວໃນວັນທີ໑໓ເດືອນເມສານີ້
ຂ້ອຍກັບທ້າວແບ້ກຊໍຖືຄຸນໍ້າທີ່ມີນໍ້າຫອມລາຄາຖືກໆໂຮຍລົງ ມາລໍຖ້າຫົດເຈົ້າ ເອົາແຕ່ຕາເວັນບໍ່ທັນຂຶ້ນສູ່ທ້ອງຟ້າເລີຍ
ເຊົ້ານັ້ນເຈົ້າບໍ່ທັນລຸກຈາກບ່ອນເທື່ອ (ເອັວ! ເອັວ! ຜູ້ສາວພິສັງຄືມານອນຕື່ນສ່ວາຍແທ້)
ເຫັນແຕ່ແມ່ທີ່ພວມອາບນໍ້າຢູ່ເຮືອນຄົວ ຂ້ອຍກະຂໍຫົດເພິ່ນກ່ອນ ຕໍ່ມາກະພໍ່ແລະຫວັນ
ພໍເມື່ອເຈົ້າອອກມາ ບໍ່ຄິດວ່າຂ້ອຍຈະມາຫົດແຕ່ເຊົ້າແຕ່ຊຽວ ເຫັນຄຸນໍ້າຂ້ອຍ ເຈົ້າກະເກືອຍປົບເຂົ້າຄືນ
ດີແຕ່ເຈົ້າເຂົ້າມາຢູ່ໃນເຮືອນຄົວກ່ອນ ແລະຂ້ອຍກະຕັ້ນທາງອອກໄວ້ ເຈົ້າກະເລີຍຫມົດທາງຫນີ
ແຕ່ກະຈັກຊິຫນີເຮັດຫຍັງ? ແນວຮັກກະຈັ່ງມາຫົດນໍ ຮູ້ບໍ່ວ່າ?
ນໍ້າແຕ່ລະຢົດ
ທີ່ລິນຫລັ່ງລົງນາງ
ນັ້ນຄືໃຈຂອງຊາຍ
ໄມຕີມານ້ອມ
ບໍ່ແມ່ນຫວັງທໍາເຈົ້າ ອາພອນໃຫ້ປຽກຊຸ່ມ
ຫາກວ່າເປັນອື່ນແລ້ວ ຊາຍນີ້ຫ່ອນທໍາ ວ່າຫນາ
ເປັນອັນວ່າມື້ນັ້ນ
ຂ້ອຍຫົດເຈົ້າ ເຈົ້າຫົດຂ້ອຍ ຫມົດນໍ້າເຈົ້າເປັນຕັ້ງຫລາຍຄຸ ເບິ່ງພວກເຮົາພາກັນຫນາວສັ່ນ
ປານໄກ່ນ້ອຍຕົກນໍ້າກະບໍ່ປານ ບາດວ່າບໍ່ມີນໍ້າຊິໃຫ້ຫົດອີກແລ້ວ
ພວກຂ້ອຍຈຶ່ງຄ່ອຍຍົກທັບກັບເມືອ ພ້ອມກັບເສື້ອຜ້າທີ່ປຽກຊຸ່ມດ້ວຍນໍ້າ
ຫລີ້ນເອົາຜູ້ທີ່ມາພົບເຫັນ ຫລຽວເບິ່ງນໍາເປັນແຖວ ແນວເອົາກັນແຕ່ຫົກໂມງເຊົ້າ
ຕ່າງຫມູ່ຂນາດ ເຈົ້າຈື່ບໍ່? ອີກສອງຊົ່ວໂມງມາ ຂ້ອຍກະເວີ່ນມາຫາເຈົ້າອີກ
ທໍາອິດກະວ່າຊິສອນອັງກິດເຈົ້າຕໍ່ ແນວຕົກລົງກັນວ່າຊິຮຽນ ເຖີງຊິແມ່ນບຸນຫົດນໍ້າກໍຕາມ ແຕ່ເອົາໄປເອົາມາ
ເຈົ້າກັບປ່ຽນໃຈ ບໍ່ຮຽນຊໍ້າ ບໍ່ພໍບາດຂ້ອຍຊວນໄປສົງພະນໍາຢູ່ວັດ ກະວ່າບໍ່ໄປ
ຂ້ອຍແລ້ວຫມົດແນວຊິເວົ້າຊິຊວນ ຕື້ກະແລ້ວ ຊູຊີກະແລ້ວ
ຈົນຂ້ອຍຕ້ອງເວົ້າອອກໄປຢ່າງນ້ອຍເນື້ອຕໍ່າໃຈວ່າ ຖ້າເຈົ້າບໍ່ໄປສົງພະນໍາ
ຂ້ອຍຊິບໍ່ຫລີ້ນມັນດອກ ບຸນຫົດນໍ້າປີນີ້ ແລະຂ້ອຍກະເຮັດຕາມຄໍາເວົ້າອີ່ຫລີ
ປີໃຫມ່ປີນັ້ນຂ້ອຍນອນຢູ່ເຮືອນຫມົດທັງສາມມື້ ບໍ່ໄດ້ອອກໄປຫົດໃຜເລີຍ
ມີແຕ່ແມ່ພັດຂ້າງບ້ານດຶງຂ້ອຍອອກມາຫົດຜູ້ດຽວ ນອກນັ້ນປານວ່າບໍ່ແມ່ນບຸນຫົດນໍ້າເລີຍ
ອະນິຈົມອະນິຈາເອີຍ ບຸນຫົດນໍ້າທັງເທື່ອກະບໍ່ມ່ວນນໍາເຂົາເລີຍ ແຖມອຸກອັ່ງບໍ່ເຂົ້າໃຈຕົນເອງອີກດ້ວຍ
ສິ່ງທີ່ຂ້ອຍເສັຽດາຍທີ່ສຸດຄືຕລອດເວລາປີໃຫມ່ນັ້ນ ຂ້ອຍຢາກພົບຢາກລົມເຈົ້າຊິຕາຍ ແຕ່ກໍບໍ່ຍອມມາຫາດ້ວຍກຽດ
ກຽດຕົວດຽວແທ້ໆ
ຈົນຮອດຄໍ່າວັນທີ໑໖ ຫມົດບຸນຫົວນໍ້າແລ້ວ ຂ້ອຍຈຶ່ງຄ່ອຍມາຫາເຈົ້າອີກ
ຂ້ອຍນັ່ງຖ້າເຈົ້າດົນເຕີບ ເຈົ້າຈຶ່ງຄ່ອຍກັບມາແຕ່ສູ່ຂວັນຂອງອາຄານ ບໍ່ຕ້ອງບອກກະໄດ້ຕິວ່າ
ໃບຫນ້າຂອ້ຍຫມອງເສົ້າຂນາດໃດ ເມື່ອຄິດເຖີງວ່າຕລອດລະຍະເວລາທີ່ຂ້ອຍຫມອງຫມົ່ນຄິດເຖີງເຈົ້າຢູ່ນັ້ນ
ເຈົ້າພັດຍີ້ມຊື່ນບໍ່ໄດ້ຄິດເຖີງຂ້ອຍແມ່ນແຕ່ພຽງຫນ້ອຍດຽວເລີຍ
ສິ່ງນີ້ຕໍ່າຫົວໃຈຂ້ອຍດັ່ງຄື້ນມະຫຶມາທີ່ໂຫມກະທົບຝັ່ງ
ມັນແສນເຈັບປວດແລະຣວດຣ້າວເຫລືອທີ່ຈະທົນ ມີພຽງໃບຫນ້າທີ່ກົ້ມແລະກົ້ມເທົ່ານັ້ນ
ຈະຊ່ອຍປິດບັງຄວາມລະທົມຂອງຂ້ອຍບໍ່ໃຫ້ເຈົ້າເຫັນໄດ້ ຕອນນັ້ນຂ້ອຍຄິດວ່າ ໂລກນີ້ຄືຈະມີແຕ່ມືດມິດສໍາລັບຂ້ອຍ
ຈົນກະທັ່ງເຈົ້າດຶງຝ້າຍຜູກແຂນທີ່ມັດຢູ່ແຂນເຈົ້າ ອອກມາຜູກໃຫ້ຂ້ອຍ ແລະເອີ່ຍຂຶ້ນດ້ວຍນໍ້າສຽງທີ່ຫວານຊໍ່າວ່າ
“ຕໍ່ໄປນີ້ ຂ້ອຍຂໍໃຫ້ເຈົ້າຈົ່ງມີແຕ່ຄວາມສຸກ ຢ່າໄດ້ມີຫມອງເສົ້າອີກຕໍ່ໄປເລີຍ”
ພຽງເທົ່ານັ້ນ ນໍ້າຕາຂ້ອຍກໍໄຫລຜ່າເບົ້າ ໂອ້ແນັດ
ຢ່າງຫນ້ຍເຈົ້າກໍຍັງຮັກຄິດເຖີງແລະເປັນຫ່ວງຂ້ອຍສເມີມາ ແລ້ວຂ້ອຍເດ ເປັນຫຍັງຂ້ອຍຈຶ່ງບໍ່ມັກເຂົ້າໃຈເຈົ້າ
ນີ້ແມ້ນພຽງຂ້ອຍເຂົາໃຈເຈົ້າຫລາຍກ່ວານີ້
ຮູ້ວ່າເຈົ້າອາຍຈຶ່ງບໍ່ຍອມໄປສົງພະຢູ່ວັດນໍາຂ້ອຍ
ປີໃຫມ່ລາວປີ໘໒ຄົງຈະມີຄວາມຫມາຍດື່ມດໍ່າຫົວໃຈເຮົາສອງຫລາຍກ່ວານີ້ ແມ່ນບໍ່ແນັດ?
|
|
|
Postcard ປີໃຫມ່ທີ່ຂ້ອຍມອບໃຫ້ເຈົ້າ
ຂ້າງຫລັງຊ່ອງຫັ້ນຂຽນວ່າ ແດ່ແນັດ ເນື່ອງໃນໂອກາດປີໃຫມ່ລາວພ.ສ.໒໕໒໕ ຂ້ອຍຂໍອວຍພອນໃຫ້ເຈົ້າຜູ້ທີ່ຂ້ອຍຮັກສເມີດັ່ງອຸດົມການ ຈົ່ງມີແຕ່ຄວາມສຸກສົມຫວັງຕລອດໄປ
ຂໍຟ້າຈົ່ງປານີຄຸ້ມຄອງຮັກເຮົາສອງໃຫ້ແຍ້ມບານຕລອດໄປ |
|
|
ລະຍະນຶ່ງມີການສະແດງສິລປະໃນລາຍການ ຄືນສູ່ຢ້າວ ຂ້ອຍຊວນເຈົ້າໄປເບິ່ງ ແຕ່ເຈົ້າກະວ່າບໍ່ໄປ
ຂ້ອຍກໍບໍ່ຮູ້ວ່າຫຍັງ ແຕ່ຮອດມື້ແລງມາ ຂ້ອຍມາຫລີ້ນນໍາເຈົ້າ ບໍ່ທັນທີ່ຈະເຂົ້າເຮືອນຊໍ້າ
ເຈົ້າກະວ່າ ຂ້ອຍຊິໄປເບິ່ງຟ້ອນ ແມ່ກະໄປ ພວກນາງແຕ໋ງມາເຊີນ
ຫມາຍຄວາມວ່າພວກເຈົ້າມີທີ່ນັ່ງພິເສດ ຕອນນັ້ນຫູຂ້ອຍອື້ໄປຫມົດ
ບໍ່ເຂົ້າໃຈວ່າເປັນຫຍັງເຫດການມັນຈຶ່ງກັບຈາກຫລັງມືເປັນຫນ້າມື ຄໍາທີ່ເຈົ້າຊວນຂ້ອຍ
ຂ້ອຍໄດ້ຍິນເປັນລະລໍ່າລະລັກ ແລະກະປະໃຫ້ມັນຜ່ານຈາກຫູນຶ່ງໄປສູ່ຫູນຶ່ງ ເມື່ອຂ້ອຍຍ່າງປິ່ນຫລັງກັບສູ່ອາຄານ
ຄືນນັ້ນຂ້ອຍນອນດ້ວຍຫົວໃຈຫວາດຫວີວເປັນສັ່ນໆ ບາງຄັ້ງເຖີງກັບນໍ້າຕາໄຫລຊື່ມ ເມື່ອຄິດເຖີງຄວາມຕໍ່າຕ້ອຍຂອງຕົນເອງທີ່ບໍ່ມີທີ່ນັ່ງພິເສດຄືເຂົາອື່ນ
ຂ້ອຍໄດ້ແຕ່ບອກຕົວເອງວ່າ ຂ້ອຍຊັງອະພິສິດໃນສັງຄົມຊື່ງເຮັດໃຫ້ຜູ້ທີ່ບໍ່ມີເຄ
ຈໍາຕ້ອງກໍ່າກືນຫມອງຫມົ່ນ ແຕ່ຂ້ອຍກໍບໍ່ຊັງເຈົ້າດອກເພາະເຈົ້າບໍ່ໄດ້ຜິດຫຍັງ
ຍິງສາວທຸກຄົນຍ່ອມຕ້ອງການຄວາມສະດວກສະບາຍເປັນຂອງທໍາມະດາ ແຕ່ເຫດວ່າເປັນຫຍັງຂ້ອຍຈຶ່ງນໍ້າຕາໄຫລຊື່ມ
ບາງທີວັນນຶ່ງເມື່ອເຈົ້າຮັກຂ້ອຍຊໍ່າຂ້ອຍຮັກເຈົ້າ ເຈົ້າຈະເຂົ້າໃຈສິ່ງນີ້ໄດ້ເອງ
|