໑໒. ຮຽນພາສາອັງກິດນໍາຂ້ອຍນໍ

06/09/05

Home
ສາຣະບານ
໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ?
໒. ເຂົ້າຫາຢ່າງຫນ້າດື້ໆ
໓. ໄປເບິ່ງຊີເນຢູ່ສູນ໘໐
໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ
໕. ນັ່ງລົມກັນມື້ອອກເດີນທາງ
໖. ນະທີ່ສູນນາໂພ
໗. ໄປເບິ່ງສາວອາບນໍ້າ
໘. ຂໍກິນເຂົ້ານໍາແດ່
໙. ຊື້ປື້ມບໍ່ແນັດ?
໑໐. ວັນ Valentine 82
໑໑. ນັດພົບສາວ ອຸ໋ຍມາແປກ
໑໒. ຮຽນພາສາອັງກິດນໍາຂ້ອຍນໍ
໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ
໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່
໑໕. ໄຂປະຕູ ບັກລູກເຂີຍ
໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ
໑໗. ອາລົມຮັກ ອາລົມພ້ຽນ
໑໘. ຂໍອອກລວດລາຍແດ່
໑໙. ສຸກສັນວັນເກີດ...ທີ່ຮັກ
໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ
໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ
໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້
໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່
໒໔. ສະຖິດໄວ້ຢູ່ໃນກາງດວງໃຈ
໒໕. ອອກໄປເບິ່ງຫນັງເປັນຂະບວນ
໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ
໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ
໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ
໒໙. Happy New Year 1983
໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋?
໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ
໓໒. ຂາປະຈໍາຢູ່ເຮືອນເຈົ້າ
໓໓. ມີແຕ່ໄປງານກັບງານ
໓໔. ອະເມຣິກາເລີ້ມມາສໍາພາກ
໓໕. ຂໍເປັນເງົາຕາມຕົວ
໓໖. ຄືນກ່ອນຈາກ
໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

 

 

ຕອນທີ໑໒ ຮຽນພາສາອັງກິດນໍາຂ້ອຍນໍ

ປະມານເດືອນສາມນີ້ລະ ຂ້ອງຂ້ອຍວ່າຢາກໃຫ້ສອນອັງກິດໃຫ້ ຂ້ອຍກະເລີຍວ່າສອນກະສອນແຕ່ຕ້ອງໄປຮຽນຢູ່ເຮືອນເຈົ້າ ຫວັງວ່າຊິໃຫ້ເຈົ້າແລະຫວັນຮຽນນໍາ ແຕ່ບາດສອນແທ້ ເອົາໄປເອົາມາ ມີແຕ່ນ້ອງຂ້ອຍກັບຫວັນຮຽນ ບາດເຈົ້າຫລີ້ນລູກບໍ່ຮຽນຢ່າງດຽວ ຕອນຂ້ອຍໄປສອນໃຫມ່ໆນັ້ນ ຂ້ອຍຕ້ອງຕໍ່ສູ້ກັບແນວຄິດຕໍ່າຄ້ອຍນ້ອຍໃຈ ແນວວ່າເວລາບ່າຍໂມງນຶ່ງຫາສອງໂມງມີຄູຜູ້ນຶ່ງມາສອນຢູ່ເຮອນເຈົ້າ ເຈົ້າກະຮຽນ ບາດຮອດບ່າຍສອງຫາສາມໂມງ ເຈົ້າພັດຍ່າງອອກຫ້ອງເລີຍ ອະນິຈາ ເປັນຫຍັງເຈົ້າຈຶ່ງບໍ່ຄິດອີດູກູນາຂ້ອຍແດ່ ຫາກຂ້ອຍບໍ່ຢາກສອນພາສາໃຫເຈົ້າ ເຫດໃດລະຂ້ອຍຈຶ່ງແບກຫນ້າມາສອນນ້ອງຂ້ອຍກະໂຕເຮືອນເຈົາ ເຈົ້າຮູ້ບໍ່? ກ່ອນຂ້ອຍຢາກມາສອນອັງກິດໃຫ້ເຈົ້າ ກໍດ້ວຍບ່າຍມື້ກ່ອນຫນ້ານັ້ນ ຂ້ອຍເຫັນເຈົ້າໄປຮຽນອັງກິດແບບມີແຕ່ຫລັກໄວຍະກອນ (Grammar) ນໍາອ່າວປະສິດຢູ່ຫລັງອາຄານ ເບິ່ງແລ້ວຄືບໍ່ເປັນຕາໄດ້ເລື້ອງ ແນວເຈົ້າຫາກໍເລີ້ມຮຽນອັງກິດໃຫມ່ ເຫດໃດພັດມາຮຽນໄວຍະກອນແນວຍາກໆ ແລະບໍ່ຄ່ອຍໄດ້ໃຊ້ເລີຍ ຂ້ອຍກະເລີຍວ່າຊິມາສອນອັງກິດ ແຕ່ເຈົ້າກໍບໍ່ຍອມຮຽນນໍາຢູ່ດີໃນຂັ້ນທໍາອິດ ຈົນມາຮອດເກືອບທິດນຶ່ງຫລັງຈາກນັ້ນ ເຈົ້າຈຶ່ງຍອມຮຽນນໍາ

 

ຕອນນັ້ນຂ້ອຍດີໃຈຈົນເນື້ອເຕັ້ນ ຈື່ບໍ່? ຂ້ອຍສອນເຈົ້າສອນເອົາສອນເອົາຢ່າງບໍ່ຮູ້ອິດເມື່ອຍເລີຍ ບໍ່ພໍຕາມທໍາມະດາຂ້ອຍສອນພຽງແຕ່ຊົ່ວໂມງດຽວຄືສອງໂມງຫາສາມໂມງ ແຕ່ເມື່ອເຫັນເຈົ້າຢາກຮຽນແທ້ ຂ້ອຍກະເລີຍສອນໃຫ້ເຈົ້າຜູ້ດຽວເປັນພິເສດອີກແຕ່ສີ່ຫາຫ້າໂມງ ຊົ່ວໂມງສອງໂມງຫາສາມໂມງເລື່ອນມາເປັນສາມໂມງຫາສີ່ໂມງ ຂ້ອຍຈື່ໄດ້ວ່າ ຂ້ອຍສອນຫລາຍໆມື້ນັ້ນ ບໍ່ຈັກຈົດຄໍາໃດໃຫ້ຈົນວ່າເລີກຫ້າໂມງ ກໍບໍ່ເປັນຫ້າໂມງເລີຍ ແລະມື້ຕໍ່ໆໄປກໍຄືກັນ ກ່ວາຈະເລີກກໍເກືອບຫົກໂມງຍັງ ແຕ່ປານນັ້ນຂ້ອຍກໍຍັງບໍ່ຢາກເລີກສອນງ່າຍໆ ແນວສອນຜູ້ທີ່ຂ້ອຍຮັກເດ ໃຝຊິຢາກເລີກໄວ ແມ່ນບໍ່?

 

ເຈົ້າຈື່ບໍ່? ກ່ວາໆຂ້ອຍຊິກ້າວຂາອອກຈາກເຮືອນຂອງເຈົ້າກໍເກືອບຫົກໂມງພຸ້ນ ບາງມື້ຈົນຮອດຫົກໂມງປາຍກໍມີ ຍັງໄຄແຕ່ຕອນນັ້ນມັນນານຄໍ່າ ຄັນບໍ່ຊັ້ນ ຢ້ານພໍ່ແມ່ບອກກິນເຂົ້ານໍາ ກໍບໍ່ຮູ້ ເວົ້າແລ້ວເຮືອນເຈົ້າກິນເຂົ້າຄໍ່າໆ ບາງມື້ຮອດເຈັດໂມງຫລືເຈັດໂມງປາຍກໍມີ ສໍາລັບຂ້ອຍ ພໍແຕ່ໄດ້ຍິນຂ່າວສຽງອະເມຣິກາພາກພາສາລາວເວລາເຈັດໂມງແລງໄດ້ເຄິ່ງນຶ່ງ ຂ້ອຍກໍກຽມຕົວມາເຮືອນເຈົ້າໂລດ ຖ້າຄືນໃດຮອດເວລານັ້ນແລ້ວ ຍັງກິນເຂົ້າຢູ່ ຂ້ອຍກໍຟ້າວກິນໄວໆ ຈຣວດກໍບໍ່ປານ ຖ້າຄືນໃດຮອດເວລານັ້ນແລ້ວ ຍັງບໍ່ທັນໄດ້ກິນເຂົ້າ ເພາະແຕ່ງກິນບໍ່ແລ້ວ ຂ້ອຍກໍບໍ່ຫົວຊາມັນຊໍ້າເຂົ້າແລງຄືນນັ້ນ ແລະຖ້າຄືນໃດ ກິນເຂົ້າແລ້ວ ຍັງບໍ່ທັນຮອດເວລານັ້ນ ຂ້ອຍກໍໄດ້ແຕ່ນັບເວລາໃຫ້ມັນຮອດໄວໆ ຄວາມຮັກມັກຫາກເປັນແນວນີ້ແຫລະ ຢາກເຫັນແຕ່ຫນ້າ ຖ້າບໍ່ເຫັນແທ້ໆ ເຫັນຊາຍຄາກໍພໍຢູ່ ດັ່ງນັ້ນຄືນໃດຖ້າຂ້ອຍບໍ່ໄດ້ມາຫລີ້ນເຮືອນເຈົ້າ ເພາະບໍ່ທັນຮອດມື້ເທື່ອ (ມາເທື່ອນຶ່ງບາສອງມື້) ຂ້ອຍກໍມັກຍ່າງກາຍອາຄານເຈົ້າ ຫລືບໍ່ກໍຫລຽວເບິ່ງ ພຽງເທົ່ານັ້ນຂ້ອຍກໍຊື່ນໃຈ ນອນຫລັບຝັນດີໄດ້ແລ້ວ ໂອຄວາມຮັກມັນຫາກມີຄວາມສຸກແນວນີ້ແຫລະ

ເກືອບລືມ ຍ້ອນວ່າເຈົ້າເລີ້ມເຫັນໃນຄວາມຮັກອັນບໍ່ມີທີ່ປຽບປານຂອງຂ້ອຍ ຄໍາເວົ້າທີ່ເຈົ້າມັກຢອກຢໍ້ຂ້ອຍວ່າ ຂ້ອຍເປັນຄົນເລ່ຫລ່ຽມ ຈົນຂ້ອຍຕ້ອງຂຽນບົດລໍາພຶງລໍາພັນອອກມາ ກໍຄ່ອຍໆມະລາຍຫາຍໄປຈາກຮີມສົບຂອງເຈົ້າໃນທີ່ສຸດ ເພື່ອເປັນການລະລຶກເຖີງຄໍາເວົ້າທີ່ຮີດຂອງເຈົ້າຕໍ່ຂ້ອຍ ຂ້ອຍຂໍເອົາບົດລໍາພຶງລໍາພັນມາລົງໃຫ້ເຈົ້າໄດ້ອ່ານອີກເທື່ອນຶ່ງ ອ່ານແລ້ວກະຮູ້ເສັຽວ່າ ເຈົ້ານີ້ກໍບໍ່ແມ່ນຂອງຄ່ອຍເລີຍ ແມ່ຍອດຫມາກກະດອງໃຈຂອງຂ້ອຍເອີຍ

ເລ່ຫລ່ຽມ

ນາງນັ່ງຢູ່ຫັ້ນ ຍີ້ມແລະຫົວ
ທຸກອາຣິຍະບົດຂອງນາງ ສາຍຕາຂ້ອຍບັນຈົງບັນທຶກພາບເອົາໄວ້ ງາມ ຄົມ ຊຶ້ງ ຈະຫາພາບໃດໃນໂລກນີ້ ມາປຽບປານ ບໍ່ມີອີກແລ້ວ

ບາງຄັ້ງສາຍຕາເຮົາເຈິະກັນ ໃຈຂ້ອຍຮູ້ສຶກເຕັ້ນຕູມຕ່າມ ວາບຫລົ່ນໄປຈົນສຸດບຶ້ງຫົວໃຈ
ເປັນຫຍັງຈຶ່ງເປັນແນວນີ້ ຂ້ອຍເອງກໍບອກບໍ່ຖືກ ຄ້າຍໆກັບໃນຕາຂອງນາງມີແສງເຫລື້ອມ
ແວວວາວ ສາມາດແທງຊອດໃນຕາຂອງຂ້ອຍລົງເລິກໄປເຖີງຂົ້ວຫົວໃຈໄດ້

ແນັດ ຂ້ອຍມັກໆເບິ່ງຕາຂອງເຈົ້າ ມັນງາມໆ
ຂ້ອຍເອີ່ຍອອກມາເປັນຄັ້ງທີເທົ່າໃດກໍບໍ່ຮູ້ ບາງທີອາດຈະເປັນເທື່ອທີຮ້ອຍ ແລະບາງທີນາງອາດ
ຈະເບື່ອ ແລະວ່າຕັ້ງແກ້ງຍໍກໍເປັນໄດ້ ແຕ່ຫາກວ່ານີ້ເປັນການຍໍ ກໍເປັນການຍໍຈາກໃຈຈິງ
ຈາກຄວາມບໍຣິສຸດທີ່ໃນຕາແລະຫົວໃຈຊື່ໆບອກໃຫ້

ເລ່ຫລ່ຽມ
ນາງເອີ່ຍເບົາໆ ແລ້ວກໍຍີ້ມພ້ອມທັງອ່ຽງຫນ້າຫນີ ຫົວໃຈຂ້ອຍວາບຫລົ່ນອີກຄັ້ງ ເມື່ອເຫັນຮອຍຍີ້ມ
ທີ່ຕຶ້ງຕາຕຶ້ງໃຈນີ້ ຫາກເປັນໄປໄດ້ຂ້ອຍຢາກຈະເກັບຮອຍຍີ້ມນາງ
ໄວ້ເປັນສົມບັດຂອງຂ້ອຍພຽງຜູ້ດຽວ ບໍ່ຢາກໃຫ້ໃຜອື່ນໃດມາເຫັນແລະມາຍາດເອົາໄປຄອງເລີຍ

ແນັດ ຂ້ອຍມັກໆຟັງສຽງຂອງເຈົ້າ ຖ້າມື້ໃດຂ້ອຍໄດ້ຍິນສຽງຂອງເຈົ້າ ມື້ນັ້ນບໍ່ໃຫ້ຂ້ອຍກິນເຂົ້າ ກໍຍັງໄດ້
ຂ້ອຍເວົ້າບໍ່ທັນເທົ່າໃດ ຄໍາເວົ້າທີ່ຮີດທີ່ສຸດຂອງເຈົ້າກໍດັງຂຶ້ນເປັນຄັ້ງທີ... ຂ້ອຍເອງກໍນັບບໍ່ໄດ້
ເລ່ຫລ່ຽມ

ຂ້ອຍຍີ້ມແຫ້ງໆ ຄໍາເວົ້າທີ່ກັ່ນອອກມາຈາກສ່ວນເລິກຂອງຫົວໃຈກາຍເປັນຄໍາວ່າເລ່ຫລ່ຽມໄປໄດ
ຖ້ານາງຫາກແນມເບິ່ງດວງຕາຂ້ອຍ ຫລຽວເຫັນດວງໃຈຂ້ອຍ ນາງຄົງຈະຮູ້ ນາງຄົງຈະເຂົ້າໃຈ ທຸກຄໍາເວົ້າຂອງຜູ້ທີ່ເທີດທູນແລະຢືນຢັດຕໍ່ສູ້ເພື່ອອຸດົມການ ອັດແຫນ້ນໄປດ້ວຍສັດຈະພຽງໃດ
ແຕ່ກໍຢ່າງວ່າລະ ຄວາມຈິງໃຈຫລືຈະໄປສູ້ຄໍາປີ້ນປອກ ຂ້ອຍຮູ້ ຄວາມປີ້ນປອກອາດຈະເປັນ
ປໂຍດແກ່ຂ້ອຍ ແຕ່ຄຸນນະທັມປະຈໍາໃຈ ບໍ່ອະນຸຍາດໃຫ້ຂ້ອຍເວົ້າມັນອອກມາໃຫ້ເປັນມົນທິນໄດ້
ຂ້ອຍຈົນ ຂ້ອຍຂີ້ຮ້າຍທ້າຍເປກໍຈິງ ແຕ່ຄວາມຈົນຄວາມຂີ້ລ້າຍ ບໍ່ແມ່ນວ່າຊິສາມາດຜັກດັນ
ໃຫ້ຂ້ອຍກາຍເປັນຄົນຊົ່ວໄດ້ ຜ່ານມາ ຂ້ອຍອາດຈະເວົ້າຈາຄຶກຄະນອງ ຍີ້ມຫົວບໍ່ອັ້ນ ແຕ່ໃຜແດ່ນໍ
ຈະຮູ້ວ່າ ຫົວໃຈຂ້ອຍມັນສະເທືອນໄດ້ງ່າຍພຽງໃດ

ຂ້ອຍຢາກຈະງຽບຈະເສົ້າແລະຢາກຈະຮ້ອງໄຫ້ດັງໆ ເພື່ອໃຫ້ນາງໄດ້ຍິນແຕ່ກໍຕ້ອງຍີ້ມ ແລະຫົວແທນເພື່ອຮັບເອົາຄໍາວ່າເລ່ຫລ່ຽມຂອງນາງຕໍ່ໄປ

ນາງຍັງຄົງນັ່ງຢູ່ຫັ້ນ ໃຕ້ແສງຕະກຽງສີມົວໆ ຍີ້ມ... ຫົວ...
ທຸກອະຣິຍະບົດຂອງນາງ ສາຍຕາຂ້ອຍກໍຍັງຄົງບັນຈົງບັນທຶກພາບເອົາໄວ້ຢູ່ຕລອດໄປ

 

 

 

Home | ສາຣະບານ | ໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ? | ໒. ເຂົ້າຫາຢ່າງຫນ້າດື້ໆ | ໓. ໄປເບິ່ງຊີເນຢູ່ສູນ໘໐ | ໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ | ໕. ນັ່ງລົມກັນມື້ອອກເດີນທາງ | ໖. ນະທີ່ສູນນາໂພ | ໗. ໄປເບິ່ງສາວອາບນໍ້າ | ໘. ຂໍກິນເຂົ້ານໍາແດ່ | ໙. ຊື້ປື້ມບໍ່ແນັດ? | ໑໐. ວັນ Valentine 82 | ໑໑. ນັດພົບສາວ ອຸ໋ຍມາແປກ | ໑໒. ຮຽນພາສາອັງກິດນໍາຂ້ອຍນໍ | ໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ | ໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່ | ໑໕. ໄຂປະຕູ ບັກລູກເຂີຍ | ໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ | ໑໗. ອາລົມຮັກ ອາລົມພ້ຽນ | ໑໘. ຂໍອອກລວດລາຍແດ່ | ໑໙. ສຸກສັນວັນເກີດ...ທີ່ຮັກ | ໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ | ໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ | ໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້ | ໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່ | ໒໔. ສະຖິດໄວ້ຢູ່ໃນກາງດວງໃຈ | ໒໕. ອອກໄປເບິ່ງຫນັງເປັນຂະບວນ | ໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ | ໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ | ໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ | ໒໙. Happy New Year 1983 | ໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋? | ໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ | ໓໒. ຂາປະຈໍາຢູ່ເຮືອນເຈົ້າ | ໓໓. ມີແຕ່ໄປງານກັບງານ | ໓໔. ອະເມຣິກາເລີ້ມມາສໍາພາກ | ໓໕. ຂໍເປັນເງົາຕາມຕົວ | ໓໖. ຄືນກ່ອນຈາກ | ໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

This site was last updated 05/26/05