໑໑. ນັດພົບສາວ ອຸ໋ຍມາແປກ

06/09/05

Home
ສາຣະບານ
໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ?
໒. ເຂົ້າຫາຢ່າງຫນ້າດື້ໆ
໓. ໄປເບິ່ງຊີເນຢູ່ສູນ໘໐
໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ
໕. ນັ່ງລົມກັນມື້ອອກເດີນທາງ
໖. ນະທີ່ສູນນາໂພ
໗. ໄປເບິ່ງສາວອາບນໍ້າ
໘. ຂໍກິນເຂົ້ານໍາແດ່
໙. ຊື້ປື້ມບໍ່ແນັດ?
໑໐. ວັນ Valentine 82
໑໑. ນັດພົບສາວ ອຸ໋ຍມາແປກ
໑໒. ຮຽນພາສາອັງກິດນໍາຂ້ອຍນໍ
໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ
໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່
໑໕. ໄຂປະຕູ ບັກລູກເຂີຍ
໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ
໑໗. ອາລົມຮັກ ອາລົມພ້ຽນ
໑໘. ຂໍອອກລວດລາຍແດ່
໑໙. ສຸກສັນວັນເກີດ...ທີ່ຮັກ
໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ
໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ
໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້
໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່
໒໔. ສະຖິດໄວ້ຢູ່ໃນກາງດວງໃຈ
໒໕. ອອກໄປເບິ່ງຫນັງເປັນຂະບວນ
໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ
໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ
໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ
໒໙. Happy New Year 1983
໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋?
໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ
໓໒. ຂາປະຈໍາຢູ່ເຮືອນເຈົ້າ
໓໓. ມີແຕ່ໄປງານກັບງານ
໓໔. ອະເມຣິກາເລີ້ມມາສໍາພາກ
໓໕. ຂໍເປັນເງົາຕາມຕົວ
໓໖. ຄືນກ່ອນຈາກ
໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

 

ຕອນທີ໑໑ ນັດພົບສາວ ອຸ໋ຍມາແປກ

ຫວ່າງຫລັງຈາກວັນວາໄລນໄທມຫນ້ອຍນຶ່ງ ເຈົ້າຈື່ບໍ່? ຂ້ອຍຂຽນເຈັ້ຽນ້ອຍນຶ່ງຝາກມັດທຸທີ່ໄປຮຽນອັງກິດນໍາຂ້ອຍມາໃຫ້ເຈົ້າໃນຕອນເຊົ້າ ນັດແນະວ່າ ຢາກພົບນໍາເຈົ້າຕອນເກົ້າໂມງ ຂໍໃຫ້ຢູ່ເຮືອນລໍຖ້າຂ້ອຍດ້ວຍ ຕາມທໍາມະດາທຸກໆມື້ຂ້ອຍສອນຫນັງສືຈົນຮອດສິບໂມງເຄິ່ງ ແຕ່ມື້ນັ້ນຂໍຍົກໆເປັນພິເສດ ຊົ່ວໂມງຕໍ່ໄປບໍ່ສອນ ສ່ວນຊົ່ວໂມງແປດເຄິ່ງຫາເກົ້າເຄິ່ງ ກະສອນແຕ່ເຄິ່ງຊົ່ວໂມງກະພໍ ດ້ວຍວ່າເລື້ອງຄວາມຮັກຍ່ອມສໍາຄັນກ່ວາເລື້ອງອື່ນໃດທັງສິ້ນ ແຮະໆຄະຕິຂ້ອຍ ເຈົ້າວ່າຍ້ຽມຍອດບໍ່? ພໍໃກ້ຊິຮອດເກົ້າໂມງ ຂ້ອຍກະບອກນັກຮຽນວ່າ ພໍແລ້ວເດີສໍາລັບມື້ນີ້ ຈາກນັ້ນກໍພວດພາດອອກຫ້ອງໄປເປັນຜູ້ທໍາອິດ ເດີນລີ່ວໆມາອາຄານເຈົ້າໂລດ ຖ້າເຈົ້າເບິ່ງໂມງ ເຈົ້າຈະຮູ້ວ່າ ຂ້ອຍມາຮອດພໍດີເກົ້າໂມງຕົງປ໋ຽບ ບໍ່ຂາດບໍ່ເກີນຈັກວິນາທີເລີຍ ເວົ້າແລ້ວເຈົ້າຊົງຊິແປກໃຈ ແມ່ນບໍ່? ທີ່ຂ້ອຍນັດພົບເຈົ້າແນວນີ້ ທັງທີ່ຊິວ່າແລ້ວ ເຮົາສອງກໍເຫັນຫນ້າແລະເວົ້າຈາກັນເກືອບທຸກມື້ ບາງມື້ເອົາແຕ່ເຊົ້າໆຢັນຮອດເກົ້າໂມງແລງເລີຍກະມີ ແຕ່ກໍຢ່າງວ່າ ແນວມື້ກ່ອນນັ້ນມັນກໍບໍ່ຄືມື້ນີ້ ໃຈຂ້ອຍແລ້ວໂລດຢາກເຫັນຢາກແຍງເຈົ້າ ແມ້ກະທັ່ງເວລາກິນ ເວລານອນ ເວລາແຕ່ງອາຫານ ເວລານັ່ງຊື່ໆ ເວລາຍ່າງໄປຍ່າງມາ ຈົນຮອດເວລາອາບນໍ້າພຸ້ນນະ ແຕ່ສໍາລັບມື້ນັ້ນ ຂ້ອຍມາຫາເຈົ້າເພາະມີເລື້ອງຂັດຫມາກກະດອງໃຈຢູ່ຢ່າງນຶ່ງຄືວ່າ ບາດຂ້ອຍເບິ່ງໄປເບິ່ງມາ ຈັກແມ່ນເຈົ້າຣັກຂ້ອຍຫລືບໍ່ ກໍບໍ່ຮູ້? ເພາະເຈົ້າບາງເທື່ອກະເຮັດຊື່ໆຄືຂ້ອຍບໍ່ມີຄວາມຫມາຍຫຍັງຕໍ່ເຈົ້ານີ້ລະ

 

ມື້ນັ້ນເຈົ້າຈື່ບໍ່? ຂ້ອຍອະທິບາຍຂຍາຍຄວາມໃນໃຈຂອງຂ້ອຍທີ່ມີຕໍ່ເຈົ້າຈົນຫມົດເປືອກຫມົດພຸງ ຫວັງຊິໃຫ້ເຈົ້າເຫັນໃຈແຕ່ບາດແລ້ວກະຄືໆເກົ່າ ດີຫນ້ອຍນຶ່ງແຕ່ວ່າ ເຖີງເຈົ້າບໍ່ຕອບຮັກຂ້ອຍ ແຕ່ເຈົ້າກໍຮັບຮັກຂ້ອຍໄວ້ພິຈາຣະນາ ເບິ່ງໆແລ້ວກະຄືມື້ຂ້ອຍມາຫລີ້ນນໍາເຈົ້າຢູ່ເຮືອນຄົວ ຂ້ອຍກັ້ນໃຈບອກວ່າ ຖ້າເຈົ້າເອີ່ຍຄໍາດຽວວ່າ ບໍ່ຮັກຂ້ອຍ ຂ້ອຍຈະບໍ່ຜະເຍີຫນ້າມາໃຫ້ເຈົ້າເຫັນອີກ ຈົນຕລອດຊົ່ວຊີວິດ ເວົ້າປານນໍາຫນັງເອົາໂລດ ດີແຕ່ເຈົ້າບໍ່ເອີ່ຍແນວນັ້ນ ຄັນບໍ່ຊັ້ນ ຢ້ານຂ້ອຍໄຫ້ຂີ້ມູກໂປ່ງ ເພາະຊິບໍ່ໄດ້ມາລົມຫລີ້ນນໍາເຈົ້າອີກຕໍ່ໄປ ເວົ້າແລ້ວຂ້ອຍນີ້ກະເສັຽແນວນຶ່ງ ຄືບາດເວົ້າຫຍັງອອກໄປແລ້ວ ຊິບໍ່ເຮັດຕາມ ກະກະດາກໃຈຕົນເອງ

 

ທ້າຍທີ່ສຸດຜ່ານໆມາ ກະເລີຍເຮັດຕາມຄໍາເວົ້າທີ່ບາງຄັ້ງກໍບໍ່ທັນລະມັດລະວັງຂອງຕົນເອງ ແຕ່ກໍຣະນີເຈົ້າ ກະບໍ່ແມ່ນວ່າ ຂ້ອຍຊິສຸ່ມສີ່ສຸ່ມຫ້າເວົ້າໄປ ຂ້ອຍກໍເຊື່ອສາຍຕາຮີ່ບຮີ່ຂອງຂ້ອຍຢູ່ນ້ອງໆຮ້ອຍເປີເຊັນວ່າ ຄົງຊິເປັນໄປບໍ່ໄດ້ດອກທີ່ເຈົ້າຈະສະລັດຮັກໄປຈາກຂ້ອຍ ໃນເມື່ອລົດນິຍົມແລະທັສນະຄະຕິຂອງເຮົາສອງ ມີຫລາຍອັນຕົງກັນປ໋ຽບເລີຍ ເສັຽອັນດຽວແຕ່ວ່າ ໃນຂະນະນັ້ນ ບໍ່ເປັນອັນຈະແຈ້ງໃຈເຈົ້າວ່າ ໃຈຂ້ອຍມັນຈະຢູ່ນໍາເຈົ້າທັງສີ່ຫ້ອງຫົວໃຈບໍ່? ເລື້ອງນີ້ຂ້ອຍກໍຈົນປັນຍາທີ່ຈະຊີ້ແຈງຖແລງໄຂໃຫ້ເຈົ້າເຊື່ອວ່າ ຫົວໃຈຂ້ອຍທັງສີ່ຫ້ອງຢູ່ນໍາເຈົ້າຫມົດ ເພາະຕອນນັ້ນເຈົ້າຫລີ້ນແຕ່ລູກບໍ່ເຊື່ອ ແລະກະບໍ່ເຊື່ອ ຈົນຂ້ອຍເມື່ອຍ ນີ້ຖ້າບໍ່ແມ່ນວ່າຂ້ອຍຮັກເຈົ້າຈົນຫມົດຈິດຫມົດໃຈແລ້ວຄືວ່າ ຈັກຂ້ອຍຊິຕິດປີກໄປທາງໃດແລ້ວກໍບໍ່ຮູ້ປານນີ້?

 

ຕອນນັ້ນຂ້ອຍຂຶ້ນຊະຕາຊວຍຫລືບໍ່ກໍບໍ່ຈັກ ຫມູ່ທີ່ນອນຫ້ອງດຽວກັນ ກິນເຂົ້ານໍາກັນ ໄປໃສມາໃສນໍາກັນ ເສືອກມັກໃຜບໍ່ມັກ ພັດມາມັກເຈົ້າ ຈົນໃນທີ່ສຸດກໍກາຍມາເປັນຄູ່ແຂ່ງທີ່ອອກຫນ້າອອກຕາຂ້ອຍເລີຍ ຫລີ້ນເອົາຂ້ອຍປວດຫົວຂນາດ ເພາະຕ້ອງຕິດຈຣວດມາເຮືອນເຈົ້າ ຫລັງຈາກກິນເຂົ້າແລງແລ້ວເກືອບວ່າທຸກໆແລງ ແລງໃດເຫັນລາວຢູ່ເຮືອນເຈົ້າກ່ອນ ຂ້ອຍກໍກາຍເລີຍ ທັງທີ່ໃຈນັ້ນຢາກເຂົ້າມາຫາເຈົ້າ ຈົນບ໙ເປັນອັນຊິຢູ່ ແຕ່ບາດຮອດແລງທີ່ຂ້ອຍຢູ່ເຮືອນເຈົ້າກ່ອນ ລາວເຫັນລາວພັດເຂົ້າມາຢ່າງຫນ້າຊື່ໆ ຈົນຂ້ອຍຕ້ອງອອກຫົວຄິດວາງແຜນການແຜນໃຫມ່ຊິເວົ້ານໍາເຈົ້າອີກ

 

ປະມານບ່າຍໆຂອງມື້ນຶ່ງ ຂ້ອຍມາຫລີ້ນນໍາເຈົ້າຢູ່ເຮືອນ ຕອນນັ້ນບໍ່ມີໃຜຢູ່ ມີແຕ່ເຈົ້າຜູ້ດຽວ ເປັນອັນວ່າເຮົາສອງມີໂອກາດໄດ້ລົມກັນຢ່າງເຕັມທີ່ ທໍາອິດຂ້ອຍເວົ້າເລື້ອງປ້າຂອງຂ້ອຍໄປດູຫມໍມາວ່າ ຂ້ອຍຈະໄດ້ກັບຄົນທາງໃຕ້ ແລະເພິ່ນກໍຢອດນໍ້າຕານອີກວ່າ ຂ້ອຍຈະໄປໄດ້ດີບໄດ້ດີຢູ່ຕ່າງແດນ ຫລີ້ນເອົາຂ້ອຍຍີ້ມແປ໋ນຫມົດມື້ເລີຍ ຕໍ່ມາຂ້ອຍກໍເລົ່າເລື້ອງສັ້ນຂອງຟີລີປີນ ທານໃສໃນມາຍອງ ໃຫ້ຟັງ ເນື້ອເລື້ອງມີວ່າ ອະເມຣິກາຫມໍນຶ່ງກັບຜູ້ນໍາທ່ຽວມາທ່ຽວມາຍອງຊຶ່ງເປັນບ່ອນທີ່ແຫ້ງແລ້ງ ຂາດແຄນນໍ້າຫລາຍ ຊາວບ້ານຕ້ອງໄດ້ເດີນທາງໄກໆເພື່ອໄປເອົານໍ້າມາກິນມາໃຊ້ ຕອນຫມໍອະເມຣິກາມາມາຍອງນັ້ນ ຫມໍບໍ່ຮູ້ວ່າ ບ່ອນນີ້ຂາດແຄນນໍ້າຫລາຍ ພໍເມື່ອຫມໍຢາກນໍ້າ ຫມໍກະໃຫ້ຜູ້ນໍາທ່ຽວພາໄປຂໍນໍ້າກິນນໍາຄອບຄົວນຶ່ງ ກິນບໍ່ກິນລ້າ ຫມໍທັງເອົາມາລ້າງຫນ້າ ບ້ວນປາກ ແລະຖອກເທໃສ່ຮ່າງຄີງເປັນຫລາຍກະຕຸ໋ກ ບາດຫມໍໄປ ຫມໍຍັງຮ່າຍໃສ່ກະຕຸ໋ກຂອງຫມໍໄປນໍາອີກ ມາຮອດຕອນຫລັງໆພີ້ຫມໍຈຶ່ງຮູ້ວ່າ ນໍ້າແຕ່ລະຕຸກທີ່ຄອບຄົວນັ້ນເອົາໃຫ້ຫມໍ ຫາມາໄດ້ດ້ວຍຄວາມຍາກລໍາບາກພຽງໃດ ບໍ່ພຽງລະຍະທາງທີ່ໄກເທົ່ານັ້ນ ຍັງຕ້ອງໃຊ້ເວລາເປັນຫລາຍຊົ່ວໂມງໂຕ່ງເອົານໍ້າທີ່ໄຫລຊື່ມອອກມາຈາກຫນ້າຝາເທື່ອລະຢົດ ຊຶ່ງເລື້ອງນີ້ບໍ່ຕ່າງຫຍັງກັບນໍ້າໃຈເຈົ້າທີ່ເຖີງເຈົ້າຈະກໍ່າກືນເຈັບປວດພຽງໃດ ເຈົ້າກໍບໍ່ເຄີຍເອີ່ຍປາກເວົ້າ ມີແຕ່ເຫັນໃຈຜູ້ອື່ນຕລອດມາ ເຈົ້າຮູ້ບໍ່? ກ່ວາໆຂ້ອຍຊິວົກເຂົ້າເລື້ອງທີ່ຂ້ອຍຢາກເວົ້າ ຂ້ອຍກໍອໍ້າອື້ງຫລາຍເທື່ອ ແນວບໍ່ຮູ້ວ່າ ເຈົ້າຈະຮັກລາວຫລືບໍ່? ສົມມຸດເຈົ້າຮັກລາວແລ້ວ ສິ່ງທີ່ຂ້ອຍເວົ້າໄປ ເຈົ້າກໍຄົງຊິຫົວຂວັນຂ້ອຍຊໍ້າ ແຕ່ເຖີງຢ່າງໃດ ຂ້ອຍກໍຕັດສິນໃຈບອກເຈົ້າຈົນໄດ້ ເລື້ອງກໍບໍ່ມີຫຍັງຫລາຍຄືວ່າໃຫ້ເຈົ້າພະຍາຍາມຕີຕົວອອກຫ່າງຈາກລາວ ເມື່ອລາວມາຫລີ້ນນໍາ ກໍໃຫ້ຫວັນເວົ້ານໍາ ສ່ວນເຈົ້າໃຫ້ເຮັດຄືຄາຮຽນຫນັງສື ທັງນີ້ກໍເພື່ອລາວຈະຮູ້ເສັຽທີວ່າ ເຈົ້າບໍ່ຮັກລາວ ແລ້ວລາວກໍຄົງຈະຖອຍທັບໄປເອງ ທໍາອິດເຈົ້າກໍບໍ່ຢາກເຮັດແນວນັ້ນເພາະມັນບໍ່ງາມ ແນວຮູ້ຈັກກັນມາແຕ່ດົນ ແຕ່ທົນສູ້ເຫດຜົນແລະຄໍາອ້ອນວອນຂອງຂ້ອຍບໍ່ໄຫວ ເຈົ້າຈຶ່ງເອີ່ໆນໍາ ຊຶ່ງຜົນກໍຄືລາວກໍເຂົ້າໃຈໄປເອງໃນເວລາຜ່ານໄປບໍ່ດົນ ແຕ່ມີເລື້ອງຫນ້າຢາກຫົວ ຊຶ່ງຂ້ອຍຮູ້ໃນພາຍຫລັງວ່າ ລາວກະບອກເຈົ້າແນວນັ້ນ ດີແຕ່ເຈົ້າຮັກຂ້ອຍ ບໍ່ຮັກລາວ ເລື້ອງມັນຈຶ່ງລົງເອີຍດ້ວຍດີ ແຕ່ມັນກະດີສໍາລັບຂ້ອຍຜູ້ດຽວດອກ ສ່ວນລາວໃຫ້ລໍຖ້າເອົາເອື້ອຍເຈົ້າຜູ້ຍັງຢູ່ເມືອງລາວພຸ້ນສະ

 

 

 

Home | ສາຣະບານ | ໑. ຈັກຂ້ອຍໄປເຂົ້າຖໍ້າຢູ່ໃສ? | ໒. ເຂົ້າຫາຢ່າງຫນ້າດື້ໆ | ໓. ໄປເບິ່ງຊີເນຢູ່ສູນ໘໐ | ໔. ສາວຂີ້ອາຍ ປົບຂ້ອຍອີກແລ້ວ | ໕. ນັ່ງລົມກັນມື້ອອກເດີນທາງ | ໖. ນະທີ່ສູນນາໂພ | ໗. ໄປເບິ່ງສາວອາບນໍ້າ | ໘. ຂໍກິນເຂົ້ານໍາແດ່ | ໙. ຊື້ປື້ມບໍ່ແນັດ? | ໑໐. ວັນ Valentine 82 | ໑໑. ນັດພົບສາວ ອຸ໋ຍມາແປກ | ໑໒. ຮຽນພາສາອັງກິດນໍາຂ້ອຍນໍ | ໑໓. ຫມາກມ່ວງຫມາກນັດ ໂອຍຈັ່ງແມ່ນມີແຕ່ແນວແຊບໆ | ໑໔. ປີໃຫມ່ລາວ ຂໍຫົດນໍ້າຈັກບາດແດ່ | ໑໕. ໄຂປະຕູ ບັກລູກເຂີຍ | ໑໖. ຂໍເປັນອ້າຍບ່າວເນື້ອຫອມຈັກບາດ | ໑໗. ອາລົມຮັກ ອາລົມພ້ຽນ | ໑໘. ຂໍອອກລວດລາຍແດ່ | ໑໙. ສຸກສັນວັນເກີດ...ທີ່ຮັກ | ໒໐. ຝົນຕົກກະແຂ່ງ ນໍ້າແກງກະລອຍ | ໒໑. ຂນົມຫມໍ້ແກງ ຫອມຫວານແທ້ໆເດີ | ໒໒. ພວກເຈົ້ານັກຮຽນເຮັດຊຸມກິນລ້ຽງໃຫ້ | ໒໓. ບຸນອອກພັນສາ ຂໍຕັກບາດຮ່ວມຂັນແດ່ | ໒໔. ສະຖິດໄວ້ຢູ່ໃນກາງດວງໃຈ | ໒໕. ອອກໄປເບິ່ງຫນັງເປັນຂະບວນ | ໒໖. ຄຽດແລ້ວກໍງອນ ງອນແລ້ວກໍຄຽດອີກ | ໒໗. ຫມີ່ເອີຍ ເຝີເອີຍ ມາມາກິນນໍາກັນ | ໒໘. ອຸ໋ຍ ຈັກປ່ວງແນວໃດ ສອນພາສາຝຣັ່ງໃຫ້ອີກ | ໒໙. Happy New Year 1983 | ໓໐. ວັນເກີດຂອງຂ້ອຍ ຊວຍອີກແລ້ວບໍ່ນິ໋? | ໓໑. ເມື່ອເຢືອກນຶ່ງຂອງລົມຫນາວພັດມາ | ໓໒. ຂາປະຈໍາຢູ່ເຮືອນເຈົ້າ | ໓໓. ມີແຕ່ໄປງານກັບງານ | ໓໔. ອະເມຣິກາເລີ້ມມາສໍາພາກ | ໓໕. ຂໍເປັນເງົາຕາມຕົວ | ໓໖. ຄືນກ່ອນຈາກ | ໓໗. ແລະແລ້ວວັນທີ່ພາກຈາກກັນກໍວຽນມາເຖີງ

This site was last updated 05/26/05