“ເຈົ້າບ່າວປະຕິວັດ”

ຄຳນຳ:…..ຂໍອຸທິດນິຍາຍຊັ້ນບົດນິ້ແດ່ປັນຍາຊົນລາວທຸກທົ່ວໜ້າທີ່ຢຶດໝັ້ນໃນມີອຸດົມ
ການຮັກຊາດຢ່າງແຮງກ້າແຕ່ຕ້ອງພາດພັ້ງໂອກາດທີ່ຈະໄດ້ຮັບໃຊ້ຊາດໄປ…ຫຼາຍຄົນ
ຕ້ອງຖືກຈັບກຸມຄຸມຂັງຢ່າງໄຮ້ຄວາມທ່ຽງທັມໄປແລະຫຼາຍຄົນຕ້ອງລົບໜີເອົາຕົວຣອດ
ອອກນອກປະເທດໄປ..ວິຊາຄວາມຮູ້ທີ່ໄດ້ຮ່ຳຮຽນມາເປັນເນີນນານກໍຕ້ອງຖືກປະຖີ້ມ
ຫຼືຖືກຫອບໄປຮັບໃຊ້ປະເທດອື່ນຢ່າງໜ້າເສັຽດາຽ…ທັ້ງນີ້ກໍຍ້ອນສະພາບບ້ານເມືອງນັ້ນ
ເອງ..ພວກເຮົາຈະສັງເກດເຫັນວ່າເຖິງແມ້ປະເທດອື່ນຈະມີການກະທົບກະເທືອນທາງ
ດ້ານການເມືອງເປັນບາງຄັ້ງກໍຕາມ,ແຕ່ຊາດຂອງເຂົາຍັງຍືນຍົງຄົງຢູ່ຕໍ່ໄປເພາະປັນຍາ
ຊົນເຫລົ່ານິ້ນັ້ນເອງ..ດັ່ງນັ້ນຫວັງວ່າຊົນຊາວລາວລຸ່ນຫລັງຈະຮຽນຮູ້ບົດຮຽນອັນລ້ຳຄ່ານິ້
ໄວ້ເພື່ອຄວາມໝັ້ນຄົງຂອງຊາດ.

ນຳສເນີໂດຽ: TseemYeej.

ເຈົ້າບ່າວປະຕິວັດ ຕອນ໑:

ຄັ້ງນຶ່ງໃນອາດີດ,ຫລັງຈາກທີ່ຕົນໃຊ້ຄວາມມານະອົດທົນສູ້ຊົນສືກສາຮໍ່າຮຽນຈົນຈົບ
ວິຊາອາຊີບແລ້ວ,ກໍຖືກທາງກະຊວງສົ່ງໄປຮັບໜ້າທີ່ໃໝ່ນະທີ່ເມືອງແຫ່ງນຶ່ງ..ອັນເຊິ່ງ
ໜ້າທີ່ການໃໝ່ນີ້..ບໍ່ພຽງແຕ່ເປັນກຽດອັນສູງສົ່ງທີ່ຈະໄດ້ປະຕິບັດງານຮັບໃຊ້ຊາດກໍຄືຮັບ
ໃຊ້ພໍ່ແມ່ພີ່ປ້ານ້າອາທີ່ຍັງນອນຢູ່ໃນສະພາບດ້ອຽການສຶກສາເທົ່ານັ້ນ,ມັນຍັງເປັນຫົນ
ທາງແກ້ໄຂບັນຫາຄວາມທຸກຈົນທີ່ຕົນເຄີຽຜ່ານຜ່າມາໃນອາດີດອີກດ້ວຽ.ຖ້າຈະທຽບໃສ່
ໝູ່ກອງຣຸ່ນລາວຄາວດຽວແລ້ວກໍນັບວ່າເປັນບູນວາສນາອັນສູງສົ່ງທີ່ມາຄ້ຳຈູນຕົນໃຫ້ມີ
ໂອກາດຢື້ມືໄປຄວ້າເອົາຣັງວັນອັນແສນສວຽທີ່ຫລາຽຄົນພາດພັ້ງໂອກາດນັ້ນໄປ..ທັ້ງໆ
ທີ່ອາດີດຜ່ານມາຕົນເປັນພຽງເດັກອົພຍົບເລ່ຫລ່ອນທີ່ບໍ່ມີຫົວນອນປາຍຕີນຫຍັງໝົດ..
ອີກບໍ່ຊ້າຕົນຈະໄດ້ຮັບເງິນງວດແຣກຢ່າງມາກມາຽກາຽກອງຊຶ່ງຈະລວມ”ເງີນເດືອນ”
ແລະ”ເງິນຟົງ”ພ້ອມ”ເງີນຣັບແປ່ນ”ນຳກັນບາດດຽວ.ຫມູ່ກອງບອກວ່າງວດດຽວນັ້ນໄດ້
ເກືອບເປັນແສນ…ອະເຮິ້ແຮ໊ມ…ຫວານລະກູບາດນີ້.
ມີບາງຄັ້ງກໍຫລົງລະເມີຄຶດຢູ່ໃນໃຈວ່າຖ້າໄດ້ຮັບເງີນຈຳນວນມະຫາສານນີ້ເມື່ອ
ໃດໂຕເອງຈະແບ່ງສ່ວນໃດສ່ວນນຶ່ງໃຫ້ແມ່ຜູ້ບັງເກີດເກົ້າເພື່ອທົດແທນບຸນຄຸນ.
ສ່ວນເຫລືອນັ້ນຊີພາພວກນ້ອງໆໄປຊື້ເຄື່ອງນຸ່ງຢູ່ວຽງຈັນແລ້ວເລີຽສວຽໂອກາດໄປຊື້
ເຄື່ອງແບບຂ້າຣາຊການພ້ອມດ້ວຽເຄື່ອງໝາຽຍົດຊັ້ນທີ່ຕົນໄຝ່ສແວງຫາມາຊ້ານານ
ນັ້ນມາຕິດບ່າໃຫ້ມັນເຫລື້ອມມາບໆປານແມງກີນຸນໄຕ່ບ່າພຸ້ນຈັ່ງຈະສົມດັ່ງໃຈນຶກ.
ຜູ້ຂ້າເທິງຄຶດເທິງຫົວຍຸ້ມໆຢ່າງພາກພຸມໃຈ.ເຖີງແມ່ນວ່າເວລານັ້ນຄະນະຣັຖບານປະ
ສົມຊົ່ວຄາວກຳລັງຖືກພວກອ້າຽນ້ອງທີ່ເຂົ້າມາໃຫມ່ໃຊ້ນະໂຍບາຽ໓ບາດຄ້ອນໜ່ຳຫົວ
ບັນດາເຈົ້າຂຸນມູນນາຽຝ່າຽຣັຖບານສົມເດັດພະເຈົ້າມະຫາຊີວິດຢ່າງອຶກກະທຶກນືກນອງ
ກໍຕາມ,ຄວາມຫວັງຂອງຜູ້ຂ້າຍັງມີເຕັມປ່ຽມດັ່ງເດີມ.ຄຶດວ່າເພີ່ນຄືຊີແມ່ນຂັບໄລ່ໄຖຫົວ
ແຕ່ພວກປະຕິການທໍ່ນັ້ນ,ເພາະພວກເຂົ້າມາຮ່ວມຣັຖບານຊົ່ວຄາວນີ້ມັນອາດມີທັງຜູ່ຊົ່ວ
ແລະຜູ່ຄາວຈຶ່ງຕັ້ງຊຶ່ນິ້ຂຶ້ນມາ..ແນວເຮົາຜູ່ໜຸ່ມນ້ອຽໄຮ້ດຽງສາກະສິບໍມີຫຍັງຊົ່ວຄາວພໍຈີ
ຜິດເພີ່ນຕິບໍ?ບາງຄັ້ງຕົນຍັງຄຶດວ່າການປັບປຸງຊັບຊ້ອນໃໝ່ນັ້ນຍັງຈະເພີ່ມພູນມາຕຖານ
ຊີວິດການເປັນຢູ່ຂື້ນຫລາຽກວ່າເກົ່າກໍອາດເປັນໄປໄດ້.

ເມື່ອປະຈຳໜ້າທີ່ບໍພໍເທົ່າໃດ;ຕົວຜູ້ຂ້າກໍ່ຖືກຮຽກຕົວຄືນເມືອນະຄອນຫລວງວຽງຈັນ.
ນັບວ່າເປັນການດີຫລາຽແລ້ວທີສອງກ້ຳສອງຝ່າຽໂຮມເຂົ້າກັນໄດ້ບໍ່ພໍທໍ່ໃດກໍຍັງອົດສາ
ເຊື້ອເຊີນຂ້າຣາຊການສາມັນທົ່ວປະເທດເມືອ”ບຳຣຸງ”ຢ່າງໃຫ່ຽໂຕມະໂຫລານ,ດີບໍດີຫັຼງ
ຈາກກິນລ້ຽງບຳຣຸງແລ້ວຍັງຈະຈັດຮອບລຳວົງຢ່າງນ້ອຽຜູ້ລະຮອບພຸ້ນຕິ໋..ບາດທີ່ແທ້ລະ
ແມ່ນເອີ້ນກັນໄປບຳຣຸງແກງສະອາດກໍຄືແກງບໍ່ມີຕ່ອນຊີ້ນແລະບໍ່ມີແມ້ໄຂມັນນັ້ນເອງ..
ອັນຄົ້ວຜັກບຸ້ງກໍແມ່ນເກັບມາຈາກຄອງນ້ຳໂຮງສີນ້ອຽຫັ້ນແຫລະ..ຫລັງຈາກເພີ່ນບຳລຸງ
ແກງສະອາດໃຫ້ພວກເຮົາຢ່າງອີ່ມໜຳສຳຣານແລ້ວກໍເຣີ່ມຕິດອາວຸດແນວຄິດໃສ່ຫົວ
ພວກເຮົາຊັ້ນຕວ໋າ..ເທົ່າທຸກວັນນີ້,ເມື່ອໃດທີ່ຮູ້ສຶກສີໜັກໆຫົວຫັ້ນຜູ້ຂ້າຍັງນຶກວ່າອາດ
ເປັນເພາະອາວຸດບາງຊະນິດຍັງຄົງຄ້າງໃນສະຫມອງຫລືຢ່າງໜ້ອຽຂີ້ຫມ້ຽງອາວຸດຫັ້ນ
ອາດເກີດລະບາດຄືນ.ເມື່ອບຳຣຸງໄດ້ຫລາຽມື້ແລ້ວ,ພວກເພີ່ນໃຫ້ພາກັນໄປສຳລວດສ່ອງ
ແສງວ່າຊັ້ນເດ໋..ຫລາຽຄົນຍັງຄຶດງຶດງໍ້ແລະງັນງົງຢູ່ໃນໃຈວ່າ:
-“ເອ້!ເຂົາໃຊ້ແສງໄຟຟ້າສ່ອງສອດຫົວໃຈຄົນໄດ້ແທ້ຫລືນີ້?ສະຫະພາບໂຊວຽດນິ້ຄືຊີ
ຈະເຣີນກວ່າອາເມລິກາຕັ້ງຫລາຽເທົ່າຈື່ງສາມາດປະກອບເຄື່ອງທັນສມັຍຢ່າງນີ້ໄດ້?
ຖ້າເພີ່ນເລັງກ້ອງສ່ອງແສງໄຟຟ້າອັນແຮງກ້ານີ້ມາ”ແຍ໊ບ”ໃສ່ເອິກແຕ່ລະຄົນແລ້ວ
ກ່າຊີໃດ້ເຫັນຄົນໃຈດຳໃຈແຫລ້ເບິດບາດນີ້ລະນໍ້?ບ໊ະ..ກູຍັງຊີປອດອ້ອຽຊ້ອຽຢູ່ບໍ່ຮື້?”
ຊ້າບໍ່ນານເຂົາເລີຽຢາຽເຈັ້ຽໂຈດມາໃຫ້ຜູ້ລະສະບັບແລ້ວໃຫ້ສຳຫລວດກວດກາຄວາມຜິດ
ທີ່ຕົນເຄີຽກະທຳມາມີຫລາຽໜ້ອຽສ່ຳໃດກໍ່ໃຫ້ບັນທຶກລົງໄປຕາມຂໍ້ຄຳຖາມນັ້ນໆ.ຕົນ
ຕອບໄດ້ທຸກຂໍ້ຢ່າງສະບາຽ:ບໍ່ວ່າເຣຶ່ອງລັກເຫລັກຄະໂມຽໜ້ອຽຫຼືສໍ້ຣາຊບັງຫລວງ,ຈົນມາ
ຮອດຂໍ້”ພັຍສັງຄົມ”ຜູ້ຂ້າຄຶດວ່າຊີບໍ່ຂຽນບາງຢ່າງທີ່ເປັນຕາອັບອາຽຂາຽໜ້າລົງໄປແຕ່ກໍ່
ຢ້ານເຄື່ອງສ່ອງແສງຫັ້ນຊີຈັບໄດ້ເລີຽໄລ່ຕັ້ງແຕ່ຕົນເສັຽຄວາມບໍຣິສຸດຄັ້ງທຳອິດຢູ່ປ່າ
ຫຍ້າຄາແລ້ວຕໍ່ໆມາຈົນຮອດແຖວປ່າກ້ວຽ,ໂຣງສີນ້ອຽ,ສີເມືອງ,ດົງປາລານ,ສາມແຍກ
ອານຸສາວະຣີ…ໂອ໊ຽຢ້ານແຕ່ຕົນບໍ່ໄດ້”ໂຕເດັ່ນ”ໂລດໄລ່ຈົນຄົບຈົນຄວ່າຽ!..ບາດເພີ່ນມາ
ເກັບໄປແລ້ວກໍ່ເອົາໄປໃຫ້ພວກໝູ່ໃນໝວດດຽວກັນອ່ານດັງໆແລ້ວໃຫ້ທຸກຄົນໃນໝວດ
ນັ້ນກ່າວປະຈານໂທດກັມຂອງຕົນ…ມັນອາດເປັນດ້ວຽສາເຫດວ່າທຸກຄົນທີ່ມາບຳຣຸງນີ້
ບໍ່ເຄີຽພົບເຫັນແລະຖືກຕຳນິຕິຕຽນກັນແບບນີ້ຈັກເທື່ອຈື່ງມີອາການຝືດໆແດ່ຈັກໜ້ອຽ.
ບັງເອີນ…ໃບສາຣະພາບຜິດຂອງຜູ້ຂ້າຖືກອ່ານໂດຽຂ້າຣາຊການຍິງໂສດຜູ້ນຶ່ງ,..ພໍອ່ານ
ຮອດຕອນຜູ້ຂ້າກ່າວເຖີງຄັ້ງແຣກທີ່ຕົນຖືກປົດໝວກຈົນເລືອດໄຫລເຕັມຫວ່າງຂານັ້ນ
ລາວອົດຫົວບໍ່ໄດ້ກໍ່ເລີຽຫົວໝົດແຮງ,…ຫມູ່ໃນໝວດເຮົາອົດຫົວບໍ່ໄດ້ເຊັ່ນດຽວເລີຽພາ
ກັນຫົວນຳກັນໝົດສູ່ຄູ່ສູ່ຄົນຈົນດັງສະນັ່ນຫວັ່ນໄຫວ…ອັນເປັນເຫດໃຫ້ເພີ່ນຜູ້ເປັນຫົວ
ໜ້າສັມມະນາທີ່ກຳລັງສວຽໂອກາດອອກໄປຫັດຂີ່ຣົຖຖີບໃໝ່ໆຢູ່ແຄມເດີ່ນສະຕັດຫຼຽວ
ມາເບີ່ງພວກຜູ້ຂ້າເລີຽພລາດຕົກຣົຖຖີບທັນທີ,..ອັນເຊີ່ງເຮັດໃຫ້ຊຸດຂຽວກັບໝວກແງ໊ບ
ເພິນຕິດດິນໝົດເລີຽ..ບາດເພີ່ນລຸກຂື້ນໄດ້ແລ້ວກໍ່ແລ່ນມາເວົ້າໃຫ້ເປັນສຽງຊຳເຫນືອວ່າ:
-“ພວກໂຕ໋ນີ໋,..ຍັງມີແນວຄິດດູຖຸ໊ກດູມີ໊ນຫົ່ວຂັວນເຣົາເວລາເຮົາຫັດຄີ໋ລົດທີ໊ບນີ໋ລະແມ່ນ
ເຮົາຢ໊າກຕຳໜີ່ສ່ອງແສງເຫີ້ພວ໊ກໂຕຕ່ອງເຊື໋ອມັ໊ນການນຳພາພ໊ອມດ່ວຽຕ່ອງອຸ່ນອ່ຽນ!!”
ແລ້ວກໍຊູມືຂື້ນພ້ອມກັບຮ້ອງດັງໆເປັນຈັງຫວະໆນຳຄືຄົນຈິດບໍ່ພໍນີ້..ພວກເຮົາຕົກກະໃຈ
ກໍເລີຽເປັນບ້າຮ້ອງໄປນຳເພີ່ນໂດຽບໍ່ຮູ້ອັນໃດເປັນອັນໃດ.
---“ອຸ່ນອ່ຽນ!...ໆ…ໆ…ຈົງໂຕ໊ຽ!..ໆ…ໆ”---
ບາດແລ້ວຫມູ່ຢູ່ຂ້າງຜູ້ຂ້າຊື່ມໃສ່ຫູຜູ້ຂ້າເບົາໆວ່າ:
-“ອື່…ຄັນບໍ່ທໍ່ໃບສາຣະພາບໂຕຫັ້ນ,ມື້ຄ່ຳນີ້ໄທເຮົາໂລດຊີບໍ່ໄດ້ກິນເອາະອ່ຽນນຳໝູ່
ຊ້ຳຫລະນໍ໋?ອ່ຽນອັນນີ້ອາດຊີແມ່ນສັ່ງມາໂດຽກົງຈາກຣັດເຊັຽຕີ໋?ຢູ່ພຸ້ນຄືຊີໜາວຫຼາຽສົມ
ພໍເພີ່ນຮ້ອງດັງໆໃຫ້ອຸ່ນອ່ຽນແລ້ວຈັ່ງຄ່ອຽກິນ”..ບໍ່ພໍບຶດຫົວໜ້າສັມມະນາກໍປະກາດໝົດ
ເວລາພໍດີ.
“ບ໋ະ!ເລີຽຊີບໍ່ເຫັນຈັກໄຟຟ້າສ່ອງແສງຊ້ຳລະນໍ໋?
ຫລາຽມື້ຕໍ່ມາກໍຈັ່ງພໍເຂົ້າໃຈເປັນລາງໆວ່າບຳຣຸງບໍ່ແມ່ນກິນໃຫ້ຕຸ້ຍໃຫ້ພີ..ສ່ອງແສງກໍບໍ່
ແມ່ນສ່ອງໄຟຟ້າ..ໂດຽສະເພາະ”ອຸ່ນອ່ຽນ”ຫັ້ນບໍ່ມີຫຍັງພົວພັນກັບອາຫານການກິນຈັກ
ດິ້ເລີຽ..ຕົວະຜູ້ຂ້ານ້ຳລາຽເຫີຽລ້າໆ.



ເຈົ້າບ່າວປະຕິວັດຕອນ໒:

ນຳສເນີໂດຽ:TseemYeej.

ຜູ້ຂ້າຍັງນຶກລະອາຽໃຈຕົນເອງທີ່ຕື່ນໂຕເກີນໄປເລີຽຂາຽຂີ້ໜ້າໂຕເອງຈົນໝົດຂີ້
ໝົດຫຍ່ຽວ.ຂ້າຣາຊການຍິງຄົນທີ່ອ່ານໃບສາຣະພາບຜິດຫັ້ນອາດຮູ້ສຶກກິນແໜງ
ທີ່ຫົວຂັວນຜູ້ຂ້າຈິ່ງຫຍັບມາໄກ້ໆແລ້ວເວົ້າແກມຢອກວ່າ:
-“ບໍ່ເປັນຫຍັງດອກອ້າຽຢ່າເກັບໄປຄຶດຫລາຽແນວເດີ..ເອິ..ນ້ອງຊື່ສີຈັນລູກສາວຍາພໍ່
ຊຽງຫີນ.ແລ້ວອ້າຽຊື່ຫຍັງນໍ້?”
ຜູ້ຂ້າຍັງອົດໃຈຮ້າຽບໍ່ເລີກບໍ່ແລ້ວເລີຽຕອບແກ້ມັດຄືນເປັນສຳນຽງລາວ/ມົ້ງວ່າ:
-“ຄາຈໍ້ຊື່…ສິ້ຈຳ…ຂ້ອຽກໍຊື່…ຈ້າງສີ້…..ຊັ້ງລໍປໍ້!”
ໂອ໊ຽເບີ່ງເພີ່ນຄຽດວ່າຊ້ານນນ!…ຈົນໜ້າດຳໜ້າແດງແລ້ວແລ່ນໄປຟ້ອງຫົວຫນ້າ
ສັມມະນາທັນທີ.ຜູ້ຂ້າຄຶດຢູ່ໃນໃຈວ່າຊີແກ້ໂຕແນວໃດນໍບາດນີ້?ເມື່ອຮອດຍາມສ່ອງ
ແສງ,ທາງເພີ່ນຜູ້ເປັນຫົວໜ້າກໍມາສຳຣວດຄືນແລ້ວສ່ອງແສງວ່າຜູ້ຂ້າຍັງບົກຜ່ອງ
ແລະມີແນວຄິດຕ້ານການປະຕິວັດຕ້ອງໄປຫລໍ່ຫລອມໃຫມ່!!!ເຈົ້າຂອງຄຶດຢູ່ໃນໃຈ:
-“ໂອ໊ຽ!ຕາຽກູບາດນີ້,ເຂົາຊີເອົາກູໄປອົບໄປຫລໍ່ອີ່ຫລີບໍຮຶ້?ບາດອອກຈາກເຕົາຫລໍ່ມາອີ່
ແມ່ກູຊີຈື່ໄດ້ບໍເດ໋?”ເອົ໋າ!ຕາຽເປັນຕາຽບໍ່ຍອມໃຫ້ຫລໍ່,ຜູ້ຂ້າລຸກຂື້ນທັນທີແລ້ວເອີ່ຽວ່າ:
-“ຮໍສະໄຫຈັ້ງສິ!ຂໍສາລັດພາດຜິດເລະຂໍຖວດຖວນບຸດເຮັຽ!!”
ເມື່ອໄດ້ຍິນວ່າເຮົາສະຫາຽຈັ້ງສີ(ຊື່ມົ້ງTsaabTxhim)ຂໍຖອດຖອນບົດຮຽນດັ່ງນັ້ນຫົວ
ຫນ້າໃຫ່ຽກໍສັ່ງໃຫ້ຫົວຫນ້າຫມວດຄຸມໃຫ້ຜູ້ຂ້າຖ່ອງຊື່ຂອງຂ້າຣາຊການຍິງຜູ້ນັ້ນ໕໐໐
ເທື່ອເພື່ອໃຫ້ມັນຄອດກວ່າເກົ່າ.ຜູ້ຂ້າຕອບຮັບຢ່າງບໍ່ມີການຕໍ່ສູ້ແຕ່ປະການໃດໆ.
ຫົວຫນ້າຫມວດຂີນໃຈບໍ່ໄດ້ຈຶ່ງໃຫ້ຜູ້ຂ້າເວົ້ານຳຊ້າໆປານເດັກນ້ອຽປ.໑:
-“ສະຫາຽສີຈັນລູກສາວຊຽງຫີນ”ຫົວໜ້າໝວດສອນ.
-“ສະໄຫສີ້ຈຳລູ່ສໍເສັຽຫີ”ຜູ້ຂ້າເວົ້າສຸດແຮງຈົນເອັນຄໍພື.ໝູ່ກອງຫລຽວມາເບີ່ງເບິດ.
-“ສະຫາຽສີຈັນລູກສາວຊຽງຫີນ”ຫົວໜ້າເທິງຫົວເທິງເວົ້າຄືນ.
-“ສະໄຫສີ້ຈຳລູ່ສໍເສັຽຫີ”ຜູ້ຂ້າເປັ່ງສຽງຈົນຫນ້າແດງ.ຫມູ່ກອງຫົວໝົດຫ້ອງ.
-“ສະຫາຍສີ້ຈຳ”…ຫົວໜ້າເກົາຫົວງຶກໆເພາະຫົຼງເວົ້ານຳຜູ້ຂ້າແລ້ວ.. .
-“ສະຫາຽສີຈັນ”ຫົວໜ້າອົດຫົວຈົນອອກເປັນສຽງໄຫ້ຈື່ງຕັດອອກໃຫ້ສັ້ນເພື່ອຈື່ງ່າຽ.
-“ສະໄຫສີ້ຈຳ”ຜູ້ຂ້າສອນນຳ.ພວກຜີບ້າຟັງນຳຫັ້ນແຫ່ງຫົວກາກໆຢ່າງຊື່ນໃຈ.
-“ລູກສາວຊຽງຫີນ”ສຽງຫົວຍັງບໍທັນຢຸດຫົວໜ້າເວົ້າຕໍ່.
-“ລູ່ສໍເສັຽຫີ”ຜູ້ຂ້າເວົ້ານຳເບິດແຮງ.ພວກບ້າຫັ້ນຫົວຈົນນ້ຳຕາອອກ.
-“ເຮົາ,ສະຫາຽຈັ້ງສີຂໍຕໍ່ສະຫາຽສີຈັນລູກສາວຊຽງຫີນ”ຫົວໜ້າ.
-“ຮໍ,ສະໄຫຈ້າງສີ້ຂໍຕອກສະໄຫສີ້ຈຳລູ່ສໍເສັຽຫີ”ຜູ້ຂ້າເວົ້ານຳອົດຫົວນຳ.
ໂອຽ…ລະພາກັນຫົວໝົດຫ້ອງ,ຜູ້ຊີຫົວຈົນຕົກຕັ່ງກາມີ.ໂລດບໍມີຜູ້ສືບຕໍ່ລາຽການ
ສັມມະນາຊ້ຳແຫມ໋.ສະຫາຽຍິງຫັ້ນເທິງໄຫ້ສະອຶກສະອື້ນເທິງຫົວກິກໆນຳໝູ່.ທາງຫົວ
ໝ້າໃຫ່ຽເລີຽປຶກສາກັບຫົວໜ້າໝວດດົນເຕີບແລ້ວອອກຄວາມເຫັນແກ້ຕົວວ່າ:
-“ສະຫ່າຽເພ໋ດຍິງສີ໋ຈັນ…ເຈົ໋າຈີ໋ພໍນະໂຍບ໋າຽຊົ໊ນຊາດເຫີ໊ສະຫ່າຽຈັ້ງສີ໋ໄດ້ບໍ?”
ທຸກຄົນຫລຽວໄປທາງສະຫາຽເພດຍິງເພື່ອຟັງຄຳເຫັນເພີ່ນ.ຄະນະທີ່ຍັງໄຫ້ຟາຍນ້ຳຕາຢູ່

ບໍຊາບວ່າເພີ່ນດີໃຈແລ້ວຫລືຍັງຄຽດແຕ່ກໍຟ້າວງຶກຫົວຕອບຮັບຢ່າງໄວວາ.ນາງສະແດງ
ອາການແບບປັບຕົວບໍ່ທັນ;ເຣຶ່ອງເລີຽແລ້ວໄປສ່ຳນັ້ນສ໋າ.

ມີມື້ນື່ງທ່າມກາງແສງແດດອັນແຮງກ້າ,ນະທີ່ຫ້ອງສັມມະນາອັນອົບເອົ້າ,ເພີ່ນຜູ້ສອນ
ຫລັກສູດ”ມາດຕະຖານຄູ”ກຳລັງຫ້າວຫັນເວົ້າເຣື່ອງຕິດອາວຸດແນວຄິດໂດຽໄຊ້ວິຊາຄະ
ນິຕສາດສົມທຽບຍິງຍົນເມລີກາບິນມາອ້າຽນ້ອງລາວສູງຜູ່ຮັກຊາດສະຫາຍ”ປາວທ່າວ”
ເຮົາໄຊ້ປືນເຫລັກຍາວຍິງຕົກຈັກລຳຢູ່ຫັ້ນ,ຜູ້ຂ້າຮູ້ສຶກຫິວນ້ຳແຮງກໍເລີຽຊ່ອງປ່ອງຢ້ຽມ
ກ້ຳເດີ່ນສະຕັດພໍດີເໝາະກັບເວລາເຂົາປ່ອຽນ້ຳປະປາອອກມາຫົດເດີ່ນຫຍ້າຫັ້ນ;ຜູ້ຂ້າ
ເລີຽຫລົງຮ້ອງຂື້ນດັງໆດ້ວຽຄວາມກະຫາຽນ້ຳວ່າ:
-“ໂອ໊ຽ!....ນ້ຳອອກແລ້ວ!”
ບໍ່ຈັກພວກຮ່ານັ່ງຢູ່ອ້ອມແອ້ມຫັ້ນເຂົ້າໃຈຜິດແນວໃດບໍ່ຊາບ?..ເລີຽພາກັນຫົວໝົດຫ້ອງ.
ສາວສີຈັນກັບໝູ່ຜູ່ຍິງເພີ່ນເຮັດລັບຕາຊັງຜູ້ຂ້າປານລືສີແຜງໄຟເອົາໂລດ.ແຕ່ພວກເພີ່ນ
ກໍອົດຍຸ້ມບໍ່ໄດ້ເຊັ່ນກັນ…ເພີ່ນຜູ້ກຳລັງເທດເຫື່ອແຕກເຫື່ອແຕນຢູ່ເທິງເວທີຫັ້ນອາດຊີ
ຄຶດວ່າໄທເຮົາອອນຊອນນຳບົດສອນຍິງຍົນເພີ່ນຕິບໍ້,ເລີຽຫົວນຳພວກຜີບ້າຢູ່ລຸ່ມພິ້,ພ້ອມ
ກັບຊູມືຂື້ນພຽງຫົວແລ້ວຈິງຕົບຄືຢ້ານຫມູ່ບໍ່ເຫັນໂຕຕົບມືນີ້.ພວກນີ້ແຫ່ງໄດ້ໃຈ,ແຫ່ງຫົວ,
ແຫ່ງຕົບໂຕ້ຕົບຕັ່ງໄປນຳ…ຜູ້ຂ້ານັ່ງງົງຢູ່ບໍ່ຈັກຊີຕົບມືນຳແນວໃດ?
-“ໂອ໊ຽ….ກູເວົ້າຫຍັງກາຜິດຫົວສູຫມົດລະນໍບາດນີ້!”

ນອນແສ່ຢູ່ແຖວໂຮງຮຽນເຈົ້າອານຸແລະເດີ່ນສະຕັດເກືອບສອງເດືອນຈັ່ງຄ່ອຽເຫັນໜ້າ
ທ່ານພະຍາລິ້ນທອງພູມີວົງວິຈິດອອກມາປິດລາຽການສັມມະນາ..ອຸ້ຍ…ຈັ່ງແມ່ນຊາດ
ເພີ່ນຊ່າງເວົ້າກະດັກກະດໍ້ຕອນເພີ່ນເວົ້າຮອດປາຊົນລາວຄືຄົນຂໍທານທີ່ນັ່ງຢູ່ກອງເງີນ
ກອງຄຳຫັ້ນກ່າລາແມ່ນອອນຊອນນຳແທ້ໆ..ໂທ໊ໆ..ຄົນຕົບມືພືພ່າບາງຄົນຮອດໄຫ້ຍ້ອນ
..ສະລຸບແລ້ວຜູ້ຂ້າກໍຮຽນໄດ້ຫລາຽອັນຫລາຽແນວພໍສົມຄວນ,ເຣີ່ມແຕ່ເພັງປະຕິວັດສ່ອງ
ແສງ,ເພັງທົ່ງນາແຊງ,ເພັງສີພັນດອນ…ໄດ້ຈົນຮອດມາກເລນິນໄປຕ້ອນໝູ່ກອງທີ່
ຄອງຢູ່ຊົນນະບົດພຸ້ນ..ກ່ອນຊີອຳລາຄາຈາກສະຫາຽສີຈັນກໍທຳທ່າມາຈັບມືອຳລາແລ້ວ
ຊື່ມໃສ່ຫູຜູ້ຂ້າເບົາໆວ່າ:
-“ຮ່າກີນຫົວເຈົ້າ!ໃສວ່າຊີສີ້ໃຫ້ຈຳ?ແຂງຫຍ່ຽວຊື່ໆຕິ໋?ຫລືຊີໃຫ້ເອົາເງິນຈ້າງອີ່ຫລີບໍ?”
-“ຮ໊ວຽ!ອີ່ອັນນີ້…ມຶງຄືຊີປວດຕັ້ງແຕ່ມື້ນັ້ນມາແລ້ວລະນໍ໋?”…ແລະແລ້ວແທນທີ່ຈະກັບ
ເມືອປະຈຳໜ້າທີ່ການຜູ້ຂ້າເລີຽຂື້ນໄປສົ່ງສະຫາຽສີຈັນຈົນຮອດສວັນພຸ້ນຫຼາຽມື້ຈັ່ງຕ່າວ
ຄືນ…ໂອ໋ຽຈັ່ງແມ່ນເມື່ອຽເດ໋.



ເຈົ້າບ່າວປະຕິວັດຕອນ໓:

ນຳສເນີໂດຽ: TseemYeej.

ໃຈໜຶ່ງຍັງອາລັຍອາວອນເອື້ອຍຄູສີຈັນບໍ່ຊ່ວງບໍ່ເຊົາແຕ່ໃຈໜຶ່ງກໍຍັງເປັນຫ່ວງເປັນໄຍໝູ່
ສະຫາຍທາງພີ້ເຊັ່ນກັນ,.ເມື່ອຄືນມາຮອດທີ່ປະຈຳການຕົນກໍຟ້າວຍ່າງເຂົ້າໄປຫ້ອງການ
ສ່ຽວຮັກກ່ອນຈັ່ງໄປລາຽງານຫົວໜ້າອຳນວຽການແລະທັກທາຽພວກມິດສະຫາຽຄູບາອາ
ຈານແລະນັກຮຽນ,ພໍໄປຮອດຫ້ອງການກໍເຫັນແຕ່ນາຍບູນຮອດນັ່ງຢູ່ເກົ້າອິ້ສ່ຽວຕົນຊຶ່ງ
ເປັນລອງຜູ້ອຳນວຽການ.
-“ບ໋ະບັກຮ່າຄຳປັງໄປໃສວ໋າ?”ຜູ້ຂ້າຈົ່ມຄະນະທີຍ່າງເລີຽໄປລາຽງານຕົວກັບຜູ້ອຳນວຽ
ການກ່ອນຈັ່ງຄືນມາ.ພໍໄປຮອດແທນທີ່ຈະເຄາະປະຕູຕາມທຳນຽມຜູ້ຂ້າຊ້ຳພັດຍູ້ບານ
ປະຕູເຂົ້າໄປໂດຽໄວວາແບບຄົນລຶ້ງແກ່ນກັນ.ເອ໋ບໍ່ປາກົດເຫັນຜູ້ອຳນວຽການນີ້ນ໋າ?ແຕ່
ເຫັນຄົນແປກຫນ້າອາຍຸເລີຽ໔໐ແດ່ແລ້ວເງີຽຫນ້າມາເບີ່ງຜູ້ຂ້າແລ້ວເວົ້າວ່າ:
-“ເທື່ອຫນ້າໂຕເຄາະປະຕູກ່ອນຈັ່ງຈີ໋ເຂົ້າມາເນີ…”
ຜູ້ກ່ຽວອາດເຂົ້າໃຈຜິດວ່າຜູ້ຂ້າເປັນນັກຮຽນເພາະອາຍຸຕົນບໍລື່ນນັກຮຽນຫລາຽພໍສໍ່າໃດ.
ເຫັນສະພາບເປັນຈັ່ງຊີ້ຍິ່ງພາໃຫ້ຄຶດຫລາຽອັນຫລາຽແນວ…ພໍຄຶດພໍ້ກໍຟ້າວແລ່ນລົງຄັນ
ໄດແລ້ວລາກແຂນອາຈານຍິງເຈົ້າເກົ່າອອກມາຖາມ:
-“ແມ່ນຫຍັງກັນຫ໋າແກ້ວ?ຄືມາຕ່າງແທ້?”
-“ອ໊າວ!ອ້າຽສີເຈົ້າມາມື້ໃດ?...ເອີ…ໂອ໊ຽ..!ຈັ່ງແມ່ນຄຶດຮອດເຈົ້າຂ້ອຽອົດຖ້າຊີເວົ້າ
ໃຫ້ເຈົ້າຟັງຢູ່ແລ້ວຫລະ”.
ຫມາກກະແລ່ງດັງພໍດີ,ນາງແກ້ວເລີຽພາຜູ້ຂ້າໄປຫ້ອງເອກຣາຊກໍຄືຫ້ອງພັກສ່ວນຕົວຜູ້
ກ່ຽວແລ້ວກໍກອດຜູ້ຂ້າເປັນຄັ້ງແຣກຢ່າງຫັດແໜ້ນພ້ອມເວົ້າວ່າ:
-“ອ້າຽສີ….ເຈົ້າຢ່າສຸຂັດຂືນເພີ່ນເດີ…ຂ້ອຽບໍ່ຢາກເຫັນເຂົາຈັບເຈົ້າຄືຈັບອ້າຽຄຳຂຽວ
ໄປຂັງຢູ່ເມືອງ,ເພີ່ນຍັງວ່າຊີສົ່ງຕໍ່ໄປໃສບຸ?”ນາງແກ້ວສະອື້ນເບົາໆແກມເລົ່າເຣື່ອງໄປ
ນຳສະມັກແຄ້ນໄປນຳເໝືອນມີຫຍັງມາຕັນຄໍ.ເມື່ອທົບທວນເຫດການລະອຽດລະອ
ແລ້ວຈັ່ງພໍເຂົ້າໃຈວ່າທີ່ນາງກອດຮັດຜູ້ຂ້ານັ້ນບໍ່ໄດ້ຕີຣາຄາວ່ານາງຮຽກຮ້ອງກິເລດຕັນ
ຫາອັນໃດພຽງແຕ່ນາງຕ້ອງການຄວາມອົບອຸ່ນເທົ່ານັ້ນ.ຄະນະທີ່ກອດຮັດນາງແໜ້ນສຸດ
ແໜັ້ນນັ້ນຜູ້ຂ້າກໍຄ່ອຽຫລູບຫລັງນາງແລ້ວວອນໃຫ້ນາງເວົ້າຕໍ່:
-“ອ້າຽສີ…ໝໍບູນຮອດທີ່ເປັນພານໂລງເກັບຂີ້ເຫຍື້ອຫັ້ນຮ່ວມຫົວກັບບັກພອນຂີ້ໂມ້ອາ
ຈານສອນວິຊາຊ່າງໄມ້ພາພວກນັກຮຽນຫົວຮູນແຮງປະຕິວັດຈັບພວກຄູອາຈານໄປຂັງ
ໄວ້ຈົນໂຣງຣຽນຖືກປິດຫລາຽມື້ຈຶ່ງປ່ອຽພວກຂ້ອຽຄືນມາສອນແຕ່ເຂົາບໍ່ຍອມປ່ອຽອ້າຽ
ຄຳຂຽວ.ໂອ໊ຽ!ອີ່ຕົນລາວເດ໋…ບັກພອນມັນຄຶດວ່າມັນຊີໄດ້ເປັນຜູ້ອຳນວຽການແທນແຕ
ໝໍບູນຮອດເລີຽໄປເອີ້ນອ້າຽມັນມາແຕ່ປ່າມາເປັນແທນຊ້ຳສ໋າ!ສົມນ້ຳໜ້າມັນ…ສ່ວນຜູ້
ລອງນັ້ນເຂົາເອົາໃຫ້ບັກບູນຮອດແລ້ວຫລ໋ະ”ນາງເອີ່ຽຢ່າງໝົດອາລັຍໄຍດີ,ຜູ້ຂ້າໄດ້ແຕ່
ເວົ້າປອບໃຈພໍທຸເລົາຄວາມປວດຣ້າວທີ່ຮ້ອນຮົນເຫມືອນໄຟສຸມໃນຫົວອົກນາງ.
ຄວາມຈິງແລ້ວນາງກັບຜູ້ຂ້າເຄີຽຮູ້ຈັກກັນມາຫລາຽປີຕັ້ງແຕ່ຄາວຍັງຮຽນພຸ້ນສ່ວນນາງ
ກັບຜູ້ອຳນວຽການມີຫຍັງກັນຫລາຽນ້ອຽສ່ຳໃດຜູ້ຂ້າບໍ່ຫານຮູ້ໄດ້.ພຽງແຕ່ເຫັນຢາດນ້ຳຕາ
ຂອງນາງທີ່ໄຫລລົງອາບບ່າຜູ້ຂ້າໆກໍພໍຮູ້ໄດ້ວ່ານັ້ນເປັນເຄື່ອງວັດແທກຄວາມຮັກ,ຄວາມ
ແຄ້ນແລະຄວາມເສັຽດາຽທີ່ນາງມີຕໍ່ຜູ້ທີ່ກຳລັງຈະຈາກໄປແລະອາດຈະຈາກໄປຊົ່ວນີ້ຣັນ
ດອນ.ບໍ່ໜ້າເຊື່ອເລີຽວ່າວິມານສະວາດຂອງນາງຈະສູນສີ້ນໄປໂດຽພິບຕາ.

ມີມື້ນຶ່ງສະຫາຽອ້າຽຜູ້ເພີ່ນເຕັ້ນເຂົ້າກະບຸງແລ້ວຍໍໂຕເອງຫັ້ນຄຸຍໂມ້ວ່າເພີ່ນນີ້ລະຄືຍອດ
ນັກກິລາຕົວເດັ່ນມາແຕ່ເຂດປົດປ່ອຽ,ເຕ້ບານຂື້ນຟ້າບັກສຸ໊ງ!ສູງ..ວ່າຊັ້ນເດ໋.ເຮີ໋ໆ!ໂອ໊ຽ…
ເປັນຕາຫົວ.ພໍຮອດຍາມແລງມາຜູ້ຂ້າເລີຽຊວນເພີ່ນລົງໄປໂຊຝີຕີນໂດຽປັນທາງກັນເປັນ
໒ທີມສຸດແລ້ວແຕ່ສະຫາຽອ້າຽເພີ່ນເລຶອກເອົາ.ເພີ່ນກໍຟ້າວຈັບຄູ່ເລືອກເອົາບັກບູນຮອດ
ແດ່ບັກພອນພ້ອມຫົວຮູນແຮງຫລາຽຄົນນຳແດ່ແລ້ວກໍປ່າວປະກາດວ່າ:
-“ເອົ໋າ!ກີນນ້ຳກັນເນີ໊?ແມ່ນໃຜເສັຽຈ່າຽຄ່ານ້ຳເນີ!”
-“ອ້າຽກົງແສງ!”ບັກພອນເວົ້າປານມັນອ່ານອອກເຫດການລ່ວງໜ້າ.
-“ພອນເຮີຽ,ຕາມໃຈອ້າຽກົງເພີ່ນເຖາະ”ຜູ້ຂ້າເວົ້າຕັດຄວາມບັກພອນແລ້ວເຮັດຕາຂຽວ
ໃສ່ມັນ.ເບີ່ງໜ້າມັນເຫລືອງປານຫົວໄກ່ຂີ້ກາກທາຂີ້ມີ້ນ..ສ່ວນລູກທີມເພີ່ນຫັ້ນຈົນຊີຍ່າງ
ບໍ່ເປັນແຕ່ກໍອົດເອົາຢ້ານຫົວໂປ໋ເພີ່ນຜູ້ມາແຕ່ເຂດປົດປ່ອຽຊີຮ້າຽຫົວ.
-“ຫລີ້ນຄ່ອຽໆໄດ໋ອ້າຽກົງແສງ!ພວກນ້ອງຍັງບໍ່ທັນເປັນດ໊າຽ…”ຜູ້ຂ້າດອດ.
-“ເອີນ່າ!!ຮູ້ພໍແຮງແລ້ວແຫລະ…ຕາງຝຶກຝົນພວກນ້ອງ,ໄດ້ເສັຽບໍ່ສຳຄັນ--ນ້ຳໃຈກີລາ”
ສະຫາຽອຳນວຽການໃຫມ່ຕອບຢ່າງເຊື່ອຫມັ້ນໂຕເອງ…ອ໋າເຮີ້ຽ!!!.
-“ມຶງເໝັນຄັກ!”ຜູ້ຂ້າຈົ່ມໃນໃຈ.



ເຈົ້າບ່າວປະຕິວັດຕອນ໔:

ນຳສເນີໂດຽ:TseemYeej.

ຍາອ້າຽເພີ່ນໃສ່ເຄື່ອງກິລາເຕັມຊຸດພຸ້ນໄດ໋:ເກີບກໍເກີບກາຈີນແດງຈົບເຈືອ..ໂອ໊ຍ!..ກໍຫຍີ່
ຫໍ່ອັນດຽວກັນທີ່ເຮົາເຄີຽເຫັນເພີ່ນເອົາມາແຫລກຫມາຫັ້ນກ໊າເດ໋;..ມີເສື້ອກ້າມສີແດງແນ່
ມີແພມົນມັດຄໍອີກແນ່ແລ້ວກໍມີໂສ້ງກາເລິຊົ່ງຫຍໍ້ໆເຂີນໆເຫັນຮອດກົກຂາສີອ່າວຂຽວ
ມ້ານໆຄືບໍ່ສັກຈັກເທື່ອອາສັຍຫມວກແງ້ບເປັນສັນຍາຫລັກທີມປົດປ່ອຽ.ບາດເພີ່ນແລ່ນ
ເຂົ້າເດີ່ນບານກໍທຳທ່າແກວ່ງແຂນໄປໆມາໆ;ບືດກໍຊູແຂນຂື້ນຟ້າ,ບຶດກໍທຳທ່າຈັບຄໍ້
ແຂນໂຕເອງມາເບີ່ງໂມງປານຫມູ່ບໍ່ຮູ້ວ່າໂຕມີໂມງນີ້.ໂອ໊ຽໆໆ!ຈັ່ງແມ່ນຢາກຫົວຕ໋ະໆເດ໋!
ພໍໝາກວີດດັງປິ໊ດເບີ່ງເພີ່ນຈ້າວເອົາບານວ່າຊັ້ນປານຄວາຍແລ່ນລົງໜອງ.ປັດໄປປັດ
ມາພໍສໍ່າໃດສໍ່ານື່ງຜູ້ຂ້າກໍສັນຍານໃຫ້ຂາເດຟັ່ງປ່ອຽເພີ່ນຍິງ,ຜູ້ຂ້າເປັນກາກດ່ຽງກໍເຮັດຕິ
ເກິ້ເສິ້ແລັດຜິດທ່າ,ເປັນອັນວ່າເພີ່ນຍິງເຂົ້າລູກນຶ່ງ.ໂທ໊!!!ເພີ່ນດີໃຈຂນາດເລີຽ.ແລ່ນອ້ອມ
ເດີ່ນບານ໓ຮອບທັງຍັງໄປໄລ່ຈັບມືລູກທີມເພີ່ນອີກ.ຜູ້ຂ້າໄປເກັບເອົາບານມາຕັ້ງໃຫມ່
ແລ້ວກໍເຄັ່ຽໄປເຄັ່ຽມາດົນເຕີບພໍຮູ້ວ່າເພີ່ນເລີ່ມຫລົງກົນແລ້ວຜູ້ຂ້າເລີຽທຳທ່າຮ້ອງຂື້ນວ່າ:
-“ໂອ໊ຽ…!ອີ່ຕົນກູເດ໋!”
ນັ້ນຄືສັນຍານຈັບຕາຽທີ່ເຄີຽໃຊ້ກັນກັບຂາເດຟັ່ງກ່ອນຄູ່ຕໍ່ສູ້ຈະເອົາບານມາຜ່ານເສັ້ນ
ຂນານ໑໘.ພ້ອມກັນນັ້ນກໍໄດ້ຍິນສຽງນຶ່ງດັງ”ຕ໊ອກກກ”ຄ້າຽສຽງຄ້ອນຕອກໄມ້ໂຂ່ງບາດ
ນຶ່ງໃນກາງເດີ່ນ;ບັກບຸນຮອດຮ້ອງ”ແອ໊ງໆ!!”ທັງດິ້ນປານຫມາຖືກນ້ຳຮ້ອນລວກ,ແທນທີ່
ຊີແລ່ນໄປຊ່ອຽ;ບັກພອນແກ້ເກີບແລ່ນອອກເດີ່ນທັນທີ:
-“ມືງກ່າຈັ່ງແມ່ນຮູ້ທັນນໍ້ບັກພອນ?”ຜູ້ຂ້າຈົ່ມເສັຽດາຽ.
-“ບັກຈອມ…!ມຶງເຮັດຫຍັງ?ຫລີ້ນຄ່ອຽໆແນ່!”ຜູ້ຂ້າຮ້ອງຂື້ນເພື່ອບໍ່ໃຫ້ເສັຽແຜນ.
ຄົວກັນດົນເຕີບຈັ່ງໂຈມເອົາໝໍບຸນຮອດອອກເດີ່ນ.ພວກເຮົາກໍຫລີ້ນຕໍ່ໄປ.ມາຜິດສັງ
ເກດບ່ອນວ່າ:ສະຫາຽອ້າຽກົງແສງເອີ້ນໃສ່ປານໃດບັກພອນກ່າບໍ່ລຸກມັນທຳທ່າເຈັບຕີນ.
ສົງສັຍສະຫາຽອ້າຽເພີ່ນຮູ້ທັນຈັ່ງສົ່ງສັນຍານປ່ອຽບານ…ລູກສິດຄົນໂປດ”ບັກຈອມດາວ
ໂຫດ”ວ່າຊີປັດບານຄືນໃຫ້ຜູ້ຂ້າແຕ່ບໍ່ຈັກມັນເຕາະບານຜິດຈັງຫວະຈັ່ງໃດບຸ?ເລີຽຫລົງ
ເຕາະໃສ່ຕິນສະຫາຽອ້າຽເພີ່ນພໍດີ໊!,ບັກຈອມທຳທ່າກົ້ມໄປມັດສາຽເກີບແຕ່ຕັ້ງທີ່ແທ້ແມ່ນ
ມັນຕັ້ງເຈຕນາຊີນັ່ງເບີ່ງຄັກໆຕ່າງຫາກ..ຟັງສຽງຫັນໃຈສະຫາຽອ້າຽກົງແສງຜູ້ອຳນວຽ
ການໃຫມ່ເພີ່ນຈ້າວບານຫັ້ນດັງພະງາບໆປານຄວາຽໄລ່ຊົນຫມານ້ອຽຢູ່ແຄມນາ.
-“ຈ໋ະໆໆ!ມັນກ່າລາຮອດມື້ຕາຽມືງສາແລ້ວລ໋ະນໍ?ອີຕົນລູກເມັຽມືງແທ້ເດ໋!”ຜູ້ຂ້າຈົ່ມ.
ພໍຕວງໄດ້ຈັງຫວະຄັກແນ່ແລ້ວກະໂດດຕີລັງກາໃສ່ປານສົມນຶກທີມຊາດເຈົ້າຂອງສາຍາ
ກາກດ່ຽງມືກາວ,ຕີນເບຶ້ອງນຶ່ງຟາດຫນ້າພາກມັນອີກເບຶ້ອງນຶ່ງໂປ້ທ້ອງນ້ອຽ,ໂຕມັນຟົ້ງ
ຄືນເປັນວາ,ຫົວຟາດດີນດັງ”ຕູ໊ມມ!!!”ບາດນື່ງ.ຜູ້ຂ້າຟ້າວວາງບານຖີ້ມແລ້ວລຸກໄປຂໍ
ໂທດ,..ທີ່ແທ້ແມ່ນຢາກໄປເບີ່ງຄັກໆໃຫ້ສົມໃຈຕ່າງຫາກ:
-“ອຸ໊ຍ!!ຂໍໂທດເດີ໋ອ້າຽກົງແສງ…ບໍ່ໄດ້ເຈຕນາອີ່ຫລີດ໊າຍ..”
ຈັກເພີ່ນໄດ້ຫງິນຜູ້ຂ້າບໍ່ບຸ?ຄືມິດຢູ່ບໍ່ປາກບໍ່ຕິງຈັກດິ້.ຜູ້ຂ້າຟ້າວກວັກມືພໍຄືໃຫ້ລູກທີມມາ
ຊ່ອຽກັນຫາມເພີ່ນອອກແລ້ວບອກເຂົາເຈົ້າພາກັນຫລີ້ນຕໍ່,ຜູ້ຂ້າຈະໄປຊອກຫມໍປະຈຳ
ໂຮງຮຽນມາຊ່ອຽກ່ອນ.
-“ກູຫາກວ່າແລ້ວນ໋າ…ມັນແມ່ນອີ່ຫລີ”
ບັກພອນສັ່ນທົດໆທັງຈົ່ມພືມພຳໆຢູ່ຜູ້ດຽວ.
-“ອາຈານພອນ!..ເຈົ້າຢ່າຫລາຍເຣື້ອງ!”ນາງແກ້ວກັດແຂ້ວຢັນຄືນພ້ອມເຮັດລັບຕາຊັງ.
-“ຫຸບປາກໝາມືງແມ໋!!!ຫາເຣື່ອງເຈັບໂຕບໍ໊?”..ຜູ້ຂ້າຊີ້ຫນ້າມັນ.ວ່າແລ້ວກໍຟ້າວແລ່ນໄປ
ຫາໝໍ,ພໍວິດອາຄານຕົນກໍຫົວໝົດແຮງອອກມາຈົນໄສ້ຄົດໄສ້ງໍທັງຈົ່ມວ່າ:
-“ໂອ໊ຽ!..ບັກໂງ່ເຕ້ບານຂື້ນຟ້າເອີ໊ຽ!..ສົມນ້ຳໜ້າມຶງບໍ່?..ນີ້ແຫລະເຂົາວ່າໜາມປັກເອົາ
ໜາມບົ່ມ”..ຊົ່ວຊີຊອກເຫັນນາງແພທກໍດົນເຕີບຈື່ງຄ່ອຽຄືນມາ..ປານນັ້ນຍາອ້າຽສະຫາຽ
ກົງແສງຍັງນອນຢູ່ຄືເກົ່າຫັ້ນ..ໂຕເອງຍັງຄຶດໄປຕ່າງໆນາໆວ່າ:
-“ເອ໋ະ?..ບໍ່ແມ່ນມັນຕາຽແລ້ວຫວ໋າ?..ຮື໊ມ..!ຕາຽໄດ້ກ່າດີຈັ່ງຊີສົມຄວາມແຄ້ນທີ່ນາງແກ້ວ
ຕ້ອງທົນທໍຣະມານບໍຮູ້ເມື່ອຫາຍປານນີ້”.

ຫລັງຈາກເຫດການນັ້ນບໍ່ດົນກໍມີສຽງຊຸບໆຊິບໆວ່າຈະມີການຈັບກຸມຄຸມຂັງກັນອີກຄັ້ງ
ໃຫມ່.ຫາງສຽງຍັງແຊວໆກັນວ່າເຂົາໝາຽຫົວກະໂຕຜູ້ຂ້ານີ້ໄວ້ແລ້ວ.ເມື່ອມີຂ່າວພໍເຊື່ອ
ຖືໄດ້ດັ່ງນັ້ນຜູ້ຂ້າກໍຄອຍຣະວັງຕົວແລະຕຽມຮັບມືຢູ່ຕລອດການ.



ເຈົ້າບ່າວປະຕິວັດຕອນ໕:

ນຳສເນີໂດຽ:TseemYeej

ວິທີການ”ຕຽມຮັບມື”ນັ້ນມີທັງປຸກຣະດົມກຳລັງຄູ/ລູກສິດແລະສ້າງສັມພັນທະໄມກັບອຳ
ນາດທ້ອງຖີ່ນຢ່າງຟົດຟື້ນ...ພວກມັນບໍກ້າອອກໜ້າເພາະຖືກລ້ອມປ່ຽວໄປໃນຕົວແລ້ວ.
ເມືອງທີ່ຜູ້ຂ້າໄປປະຈຳຢູ່ນັ້ນ;..ຖືວ່າເປັນເມືອງທີ່ມີຄວາມເຂົ້າອົກເຂົ້າໃຈດ້ານການສຶກ
ສາດີຍິ່ງ...
ຖ້າຫາກຜູ້ໃດມີຣະດັບຍິ່ງເປັນການທະວີຄູນຕໍ່ບ້ານເມືອງ.
ດັ່ງນັ້ນເມື່ອຊາບວ່າອັນຕລາຍຈະມາໄກ້ຕົວພວກຜູ້ຂ້າຊື່ງເປັນຊາຍຕ່າງດ້າວທ້າວຕ່າງ
ເມືອງເພີ່ນກໍຍິ່ງເອົາໃຈໃສ່ເປັນພິເສດ..ຄ້ອມພໍດີມີພວກຄະນະມາແຕ່ກະຊວງສຶກສາ
ກຳລັງມາລົງພື້ນຖານພໍດີ.ແທ້ທີ່ຈີງພວກຄນະມາຫັ້ນກໍບໍແມ່ນອື່ນໄກດອກ;ເອົາຄົນມາ
ແຕ່ປ່າຜູ້ນື່ງມານຳທໍ່ນັ້ນສ່ວນເຫຼືອມັນກໍລ້ວນແລ້ວແຕ່ພວກຜີບ້າຢູ່ກະຊວງທີ່ຫາເຣື່ອງ
ຈັບຫົວໜ້າຕົນສົ່ງໄປວຽງໄຊແລ້ວຂື້ນມາທຳທ່າເປັນໂຕເດັ່ນກ້າວໜ້າຮອບດ້ານຊື່ໆ.
ເມື່ອເປັນດັ່ງນັ້ນຜູ້ຂ້າຈັ່ງສເນີຂໍເປີດບັ້ງຕົດໃຫ້ເພີ່ນຟັງ…(ອຸ໊ຍ..!ຂໍເປີດບັ້ງອົດຊັ້ນດອກ):
-“
ເຮົາ…ສະຫາຽຈັ້ງສີ,ລະແມ່ນວ່ານໍ…,ຂໍເວົ້າແຈ້ງຕໍ່ຂັ້ນເທີງຄືແນວນີ້ໂທ໊ຽ!…”
ຜູ້ຂ້າກໍເຣີ່ມໃຊ້ວາທະສິລເປັນຈິດຕະສາດຈູດລວດຕັ້ງແຕ່ການສູນເສັຽນັກວິຊາການຄຳ
ຂຽວທີ່ຖືກພວກນັກສວຽໂອກາດທ້ອງຖີ່ນພາກັນປະຕິວັດໂຄ່ນລົ້ມຈັບກຸມຄຸມຂັງເພື່ອໃຫ້
ມີໂອກາດຍາດແຍ່ງໜ້າທີ່ຕຳແໜ່ງກັນ.ຍົກເອົາຜູ້ບໍມີຣະດັບຄວາມຮູ້ພຽງພໍຂື້ນ
ແທນ..ວັດທຸອຸປກອນການສິດສອນພ້ອນດ້ວຽປື້ມພັບຕຳລາການຮ່ຳຮຽນແມ່ນຖືກພວກ
ຫົວກ້າວຫລັງທີ່ນັ່ງນຳກັນຢູ່ນີ້ເອງເຜົາຖີ້ມຫມົດ.(ເວົ້າຮອດຈຸດສຳຄັນໃດພວກສະມັກພັກ
ພວກຕົນກໍຄອຽເຊັຽໄປນຳຜູ້ຂ້າເປັ່ງສຽງໜັກຂື້ນເລື້ອຽພ້ອມທັງຫລຽວເບີ່ງໜ້າບັກກົງ
ແສງໄປນຳແລ້ວກໍຫລຽວເບີ່ງໜ້າພວກມາແຕ່ກະຊວງໄປນຳເໝືອນຊີ້ບົ່ງວ່າພວກເພີ່ນ
ກະທຳຜິດຢ່າງໃຫ່ຽຫລວງ..ໂອ໊ຽເພີ່ນຄືຊີສຳນຶກຜິດຫລາຽເຕີບຫັ້ນແຫລ້ວ…!)
ສົມໃຈແລ້ວຜູ້ຂ້າກໍລົງທ້າຽ.
“…ລະແມ່ນວ້ານໍ…ຜ່ານມາກໍຄືປ໋ະຈູບັນນີ້ນໍ,..ຍັງມີການລະແວງສົງສັຍຊື່ງກັນແລະກັນ
ແລະມີສຽງວິພາກວິຈານຊ່າລືວ່າຈະຈັບກຸມຄຸມຂັງກັນອີກ.ດັ່ງນັ້ນພວກບັນດາຄູອາຈານ
ກ່າລາບໍ່ອຸ່ນອ່ຽນປານເລີນໍ.ຖ້າພວກທ່ານເຫັນວ່າເຮົາເວົ້າຕ້ານກົງລໍ້ປະຕິວັດກໍຂໍໃຫ້ລົງ
ໂທດເຮົາດ້ວຽນ້ຳມືອຳນາດການປົກຄອງເອງ..ຢ່າໃຫ້ພວກນັກສວຽໂອກາດໝູນໃຊ້ອຳ
ນາດປົກຄອງມາຮັບໃຊ້ຜົນປະໂຍດສ່ວນຕົວ..ຂໍ້ສເນີເຮົາກ່າລະແມ່ນຂໍຈົບທໍ່ນີ້ໂທ໊ຽ..ນໍ”

ພໍກ່າວຈົບ,..ພວກຂັ້ນເທີງກໍສເນີໃຫ້ທາງເມືອງແລະຕາແສງຮັບຜິດຊອບເບີ່ງແຍງແຕ່
ເນື້ອໃນຕົວຈິງແມ່ນວິທີເສັຽຫຍ້າຖົມຂີ້ໝາບໍ່ກ້າຊີ້ບົ່ງໃຜຜິດໃຜຖືກ..ຊ້ຳຍັງເວົ້າວ່າບໍໃຫ້
ຕຳນິແກ່ນສານປະຕິວັດອີກ..ທາງເມືອງກໍທຳທ່າແນະນຳໃຫ້ຕາແສງໃກ້ສິດຕິດແທດ
ຄວາມປອດພັຍຖືວ່າຫ້າມບໍ່ໃຫ້ມີການຈັບກຸມກັນອີກ..ພ້ອມນັ້ນກໍແນະນຳໃຫ້ອຸ້ມຊູການຢູ່
ກີນພໍເຫລັກພໍຫນ້ອຽຊຳຊາທາງກະຊວງເອົາໄປສເນີແກ້ໄຂກ່ອນ,..ເບີ່ງແລ້ວຄືວ່າເສືອບໍ່
ກ້າກັດເສືອນີ້ແຫລ໋ະ..ເວົ້າຕົວະກັນພໍຫາໂອກາດໜີລົງເຮືອນຊື່ໆເດິກ.

ນັບແຕ່ນັ້ນມາ,ບັນດາຄູອາຈານກໍພໍຫັນໃຈໄດ້ຍ້ອນໝໍຈັ້ງສີກ້າຈົກພ້າຍໃບສຸດທ້າຽອອກ
ມາໂຍນໃສ່ໂຕ້ມື້ນັ້ນ..ເຈົ້າຂອງຍັງຄຶດບ້າໆບໍໆວ່າ:ພວກຜີບ້າ…”໒໑ໂອງການ”…ໂດຽ
ສະເພາະແມ່ນພວກ…”ສະຫະພັນຄູ”..ໄປຕາຽໃສຫມົດລະນໍ?ຄືບໍ່ເຫັນກ້າວໜ້າຄືແຕ່ກິ້
ແຕ່ກ່ອນກຸ້ນແລ້ວຫ໋າ?.
ເຖີງແມ່ນສະພາບເຄັ່ງຕືງຈະຜ່ອນຄາຍລົງແດ່ແລ້ວ,..ແຕ່ຄວາມປາຖນາຂອງໝໍຈັ້ງສີ
ກໍຍັງບໍທັນມີວີ່ແວວຈະມາໄກ້ເຖີງຂັ້ນຢື້ໄດ້ດັ່ງຄາດຄະເນໄວ້ເມື່ອກ່ອນກິ້ນັ້ນເລີຽ.
ພວກຄູອາຈານຄອງຄອຽເງີນດັບເດືອນນີ້ກໍຈັ່ງແມ່ນເຮັ່ງຮ້າຽກວ່າໂຕກົບໂຕຂຽດຄອງ
ຝົນເດືອນຫ້າອີກເພາະຢ່າງນ້ອຽເດືອນລະທີປີລະເທື່ອຝົນຍັງຕົກພໍລິນໆໃຫ້ກົບຂຽດດີ
ໃຈຮ້ອງລຳທຳເພັງໂອບໆເອບໆມ່ວນກັນຕາມທົ່ງນາ..ບາງຄັ້ງຕົນຍັງຊືມນ້ຳຕາຈົ່ມໃສ່
ພວກກົບຂຽດທີ່ກຳລັງມ່ວນຫັ້ນວ່າ:
“ໂຄດແມ່ສູເຮີ໋ຽ..ສູຍັງມີຟ້າມີຝົນອີ່ຕົນຫົວສູນໍ..ບາດບັກຈັ້ງສີນີ້ຊີຕາຍຖີ້ມຫລ້າໆລະນໍ!”
ຄວາມຝັນທີ່ຕົນເອື້ອມເກືອບໄດ້ກໍ່ມາພັງທະລາຽທັນຕາເຫັນ,..ເງີນເດືອນທີ່ຕົນຄອງຄອຽ
ມານານແສນນານນັ້ນກໍຖືກການນຳພາອັນສະລາດສ່ອງໄສປ່ຽນເປັນເງີນປົດປ່ອຽທີ່ມີ
ຄຸນຄ່າພຽງ໑໕ກີບທໍ່ນັ້ນ..ເຮີ໊ໆ!..ເງີນສ່ຳນິ້ຊີຊື້ໄດ້ຫຍັງນໍ?..ເອົາໄປມັດຈຳລູກສາວເຂົາຊີ
ໄດ້ພໍຮີມບໍຮື້?..ລືມມັນສາເຢີ້..ຄວາມຝັນມືງເອີຽ..ບູນຄູນອີ່ແມ່ກູຄືຊີແມ່ນຊາດໜ້າພຸ້ນຈັ່ງ
ຊີທົດແທນເນີ..ຊາດນີ້ຂໍເຊື່ອໝັ້ນການນຳພາອັນສະລາດສ່ອງໄສກ່ອນເດີອີ່ແມ່ເຮີຽ!..ຄັນ
ບໍຊັ້ນລູກຊີຖືກສົ່ງໄປດັດສ້າງກໍຄືຖືກໂທດຖືກຈັບໄປຂັງຕວ໋າອີ່ແມ່..ຕໍ່ແຕ່ນີ້ໝໍຈັ້ງສີຊີໄດ້
ລົງພື້ນຖານຈົນຫົວຈຳດີນພຸ້ນແລ້ວຫລະ..ຈັ່ງແມ່ນອອນຊອນນຳມາກເລນິນທິສດີຈັກຈັ່ນ
ຮ່ານີ້ແທ້ລະນໍ..ແລະແລ້ວຜູ້ຂ້າກໍເຣີ່ມຫັດສານແຫສານມອງຕຽມຕົວປະຕິບັດນະໂຍບາຽ:
”ເພີ່ງຕົນເອງກຸ້ມຕົນເອງ”..ຊາມຊາຕາຽໄປຊັ້ນຫລ໋ະ.



ເຈົ້າບ່າວປະຕິວັດຕອນ໖:

ນຳສເນີໂດຽ: TseemYeej

ຜູ້ຂ້າຍັງຈຳແໝ້ນບໍລືມວ່າຄັ້ງນຶ່ງໃນຊີວິດ,..໓໐ປີເນີນນານມາແລ້ວ,..ໝູ່ອາຈານທີ່ເປັນ
ເຂີຽໄທບ້ານເຄີຽພາຜູ້ຂ້າໄປກ້ານກົບທ່າມກາງສາຽຝົນທີ່ເຢືອກເຢັນ..ຫລັງຈາກສອນວິທີ
ກ້ານໃຫ້ພໍເຂົ້າໃຈແດ່ແລ້ວກໍແຍກໄປໃຜໄປມັນບໍໄກ້ບໍໄກປະມານ໒-໓ຄັນຄູນານີ້ແຫລະ.
ຄືນນັ້ນ..ຈັ່ງແມ່ນກົບຢ້ານຜູ້ຂ້າ..ແຍງໄຟກ້ານໃສ່ກົບໂຕໃດກໍມີແຕ່ໝູບລົງນ້ຳໝົດ..ດົນໆ
ໝູ່ຮ້ອງຖາມເທື່ອນື່ງວ່າ:
-“ໝານບໍເຮີຽ?ໄດ້ຈັກໂຕແລ້ວ?”
ຄຶດຢາກອາຍເລີຽຕອບອື່ໆເອີໆໄປນຳຊື່ໆຊຳຊາເຮັງໝານ.ບາດເລີຽທ່ຽງຄືນໄປແດ່
ແລ້ວຈັ່ງຄ່ອຽເຫັນໂຕນື່ງສູ້ແສງໄຟຢ່າງທ້າທາຽ..ຫຍັບເຂົ້າໄກ້ປານໃດມັນກໍເສີຽມັ່ງຢູ່.
ນັບວ່າເປັນຄັ້ງແຣກທີ່ຜູ້ຂ້າເຊື່ອວ່າມີອີນພົມເທວະດາອີ່ຫລີ.
-“ເພີ່ນຄືຊີບໍ່ໃຫ້ກູຕາຽອຶດຕິ໋ຈັ່ງປະທານກົບໂຕນີ້ໃຫ້ກູໄດ້ປັ້ນເຂົ້າເຊົ້າມື້ອື່ນ”..ຕົນຄຶດກໍ໋.
ເມື່ອແນ່ໃຈແນວນັ້ນແລ້ວ,ເພື່ອບໍ່ໃຫ້ພາດ,ຈັ່ງເວົ້າຄ່ອຽໆໃຫ້ລູກສິດລາວ/ມົ້ງທີ່ໄປນຳຫັ້ນ
ໄປຈັບເອົາແລ້ວຕົນຊີແຍງໄຟໃຫ້..ບາດຈັບໄດ້ແລ້ວລາວເລີຽເວົ້າແບບຈຽມໆວ່າ:
-“ອ້າຽຄູ….ເປັນຫຍັງກົບໂຕນີ້ບໍຄືໂຕເຮົາເຮັດຄົ້ນຄົ້ວຜ່າຕັດຢູ່ໂຮງຮຽນ?”
-“ກົບກ່າກົບຕວ໋າ..ມືງວ່າແມ່ນຫຍັງຊັ້ນ?”..ຜູ້ຂ້າຖາມ.
-“ມັນຊາໆຄືໂຕຄັນຄາກນີ້ນາ”..ມັນຕອບຄືນຄືຢ້ານຜູ້ຂ້າດ່າຫົວມັນນີ້..ແຕ່ເເຖີງຊີບໍ່ຍອມ
ເຊື່ອກໍຈຳເປັນຕ້ອງໄດ້ເຊື່ອເພາະວ່າຕັ້ງແມ່ນຄວາມມັນອີ່ຫລີນີ້..ຄືນນັ້ນໂລດໄດ້ຄັນຄາກ
ໂຕດຽວຄໍ້ລໍ້ອີ່ຫລີອີ່ຫລໍນີ້.
-“ເຮີ່ໆໆໆ…ເທວະດາກໍຕົ້ມກູແລ້ວລະນໍ?ບໍ່ເຊື່ອສູແລ້ວ!”..ຜູ້ຂ້າເທິງປ້ອຽເທິງດ່າໄປນຳ.
ພໍຫມູ່ໄດ້ເຕັມຂ້ອງແລ້ວຈັ່ງມາຫາ..ເບີ່ງມັນ..ຈັ່ງແມ່ນຫົວຂັວນຊີຕາຽທັງເວົ້າຊ້ຳຊອກອີກ.
-“ມືງດູຖູກກູບໍ໋?..ກູບໍ່ແມ່ນແມ້ວບ້ານນອກໄດ໋ເວີຽ!”..ຜູ້ຂ້າດ່າມັນຄືນ.
-“ເອີ…ກູຮູ້ແລ້ວແຫລະວ່າມືງບໍ່ແມ່ນແມ້ວບ້ານນອກ!..ມືງແມ່ນແມ້ວໃນເມືອງສົມພໍບໍ່ຮູ້
ຈັກປັບໂຕເຂົ້າຊີວິດຊົນນະບົດ,ເທື່ອໜ້າຄັນເຫັນມັນໝູບລົງຈັ່ງຊັ້ນຮີບເອົາມືງົມທະແມ້.
ບາດງົມແນວອື່ນຄືງົມເກັ່ງແທ້?”. .ມັນແຫ່ງຫົວດັງໆຄືຄົນໄທໄຕ້ພາກໜັງນິ້.
-“ເອີ..ໆ…ແມ່ນຄວາມມືງນໍ້!…ເອ້!..ຄັນຄາກກ່າກິນໄດ້ບໍຮື້?”
-“ສັດທຸກຊນິດທີ່ປີ່ນຫລັງໃສ່ຟ້າມຶງຮີບກີນແມ່ມັນໃຫ້ລຽບໂລດສ່ຽວ!”.
ບາດແລ້ວມັນກໍແບ່ງໃຫ້ຢູ່ດອກ..ຊົ່ວຄືນຮອດເຮືອນມັນກໍຈວນເເຈ້ງພຸ້ນ.

ມີອີກຄັ້ງນື່ງທີ່ຕົນພາເດັກນັກຮຽນມາແຕ່ຕ່າງເມືອງໄປປັກເບັດຢູ່ປ່າບັກໄກໆພຸ້ນ.ມື້ນັ້ນ
ກ່າຈັ່ງແມ່ນໝານເອົາແທ້ເອົາວ່າ;ໂອ໊ຽ…!ປາຈັ່ງແມ່ນກີນເບັດຄັກປານຫຍັງ?ປັກໜ້າກູ້
ຫລັງຈົນເກືອບບໍ່ທັນ.ບຶດດຽວປາກໍເຕັມຄຸ…ປານນັ້ນຍັງບໍ່ສົມໃຈ;ຍັງໄປຫັກເອົາໄມ້ມາ
ຫ້ອຽແລ້ວວ່າຊີມັດເຮັດຄານຫາບເມືອກີນເຜື່ອຊີກຸ້ມຫລາຽມື້ຊັ້ນເດ໋.ບາດແລ້ວໄດ້ຍິນສຽງ
ຕື໊ງຕັ໊ງໆຄືອີ່ຫຍັງມົ່ນປ່າດັງມາແຕ່ໄກ.ງ່ຽງຫູຟັງຄັກໆນີ້,ປານຊ້າງກື່ງໄມ້ເອົາໂລດ.ຄຶດ
ວ່າແມ່ນໝູປ່າຊັ້ນດອກ;ເສັຽດາຽບໍມີປືນເດ໋;ບໍຊັ້ນຊີໄດ້ເບິດທັງຫມູທັງປາເລີຽ.ພວກຜູ້ຂ້າ
ກໍພາກັນມິດຟັງຢູ່ຢ້ານວ່າແມ່ນເສືອກໍພໍສ່ຳນັ້ນ,ນັກຮຽນຜູ້ລາງຄົນປິນຮອດກົກໄມ້.
ບຶດດຽວກໍໄດ້ຍິນສຽງຫັນໃຈດັງຝືດຝາດໆມາໄກ້ໆບໍພໍທໍ່ໃດວານີ້ແຫລະ.ເຈົ້າຂອງບໍຈັກ
ແນວໄປລິ້ຢູ່ໃສ?ກໍຢືນເສິ້ຢູ່ຫັ້ນ.ທັນທີນັ້ນກໍໄດ້ຫງິນສຽງຄົນຮ້ອງລັ່ນອອກຫມົດແຮງ
ປານທະຫານປາຣາຊ້ອມຣົບ:
-“ແມ່ນໃຜ?ອອກມາມອບໂຕດຽວນີ້!!”
-“ໂອ໊ຽ!ແມ່ນຄົນຕວ໋າ!ໄປໃສມາເຮີ່ຽ?”ຜູ້ຂ້າຕອບເສີຽໆ.
-“ຢຸດ!ຢ່າເໜັງ!ນີ້ແມ່ນທະຫານກອງຫລອນເນີ!”ວ່າແລ້ວເພີ່ນກໍຫມົ່ນປ່າອອກມາ.
-“ຫ໊ວຽ!ມີຫຍັງເວົ້າດີໆແມ້!ສະຫາຽເຮັດເຮົາຕົກໃຈຫມົດເວີ໋ຽ!”
ເຮົາຕອບຄືນແບບໝາປະຫຳ.ພໍມາຢືນອ້ອມພວກເຮົາຫມົດແລ້ວ,ຜູ້ນື່ງໃນນັ້ນທີ່ບໍ່ຖືປືນ
ຈັ່ງແນມເບີ່ງຜູ້ຂ້າຄັກໆແລ້ວເອີ່ຽເປັນສຽງຜ່ອນໆລົງແດ່ຈັກໜ່ອຽວ່າ:
-“ເບີ່ງຊົງເຈົ້າຄືວ່າແມ່ນອາຈານສີນີ້,ແມ່ນບໍຮື້?”
ຄະນະທີ່ຍັງຢືນຢູ່ໃນນ້ຳຫ້ວຽນັ້ນ;ຜູ້ຂ້າເອົາມືມາເສັດຂີ້ຕົມຢູ່ໜ້າແລ້ວເງີຽຫົວຂື້ນໄປ
ເບີ່ງເພີ່ນຜູ້ຮ້ອງໃສ່ຫັ້ນ;ອຸ໊ຍຕ໊າຽ…!ນັ້ນແມ່ນພໍ່ສາວຂານຕວ໋ານີ້?ພວກກອງຫລອນທີ່ມາ
ນຳເພີ່ນຫັ້ນພາກັນບ່າຽຫນ້າຫນີບໍຮູ້ຊີພ້ອມທາງໃດ?
ຜູ້ຂ້າບໍຈັກແນວຊີເວົ້າເລີຽຕອບສີແຫ້ງໆວ່າ:
-“ແມ່ນຫລ໋ະພໍ່ລຸງ!....ເຈົ້າໄປໃສມານໍ?”
-“ໂອ໊ຽ…!ພໍ່ລ໋າວ່າແມ່ນໃຜຊັ້ນດອກ….ພວກອາຈານຫັ້ນມາປັກເບັດຢູ່ຫນ້າຕ້ອນ
ປາຍນາພໍ່ແລ້ວ...ຄັນແມ່ນຜູ້ອື່ນນີ້ພໍ່ຊີໃໝຊ້ຳດອກ.ຂໍນຳເທື່ອຫນ້າຢ່າສຸເຮັດອີກເນີ!”
ພໍ່ສາວຂານວ່າ.ຜູ້ຂ້າຊີນັ່ງກ່າບໍ່ຄືຊີຢືນກ່າສັ່ນທົດໆຢູ່ດ້ວຽຄວາມອາຽ,ຄຶດຢາກເອົາຫົວ
ມຸດລົງຂີ້ຕົມຄືໂຕອ່ຽນໃຫ້ມັນແລ້ວຊາດໄປຊ້ຳສ໋ະ.ເວົ້າແລ້ວເພີ່ນກໍກົ້ມມາເກັບປາໃນຄຸ
ຫັ້ນຖອກລົງຂ້ອງເພີ່ນ,ແລ້ວສັ່ງໃຫ້ພວກຜູ້ຂ້າພາກັນມ້ຽນເຄື່ອງເມືອ.
-“ໂອ໊ຽ…!ອົດສາຈົ່ງຈັກໂຕໃຫ້ບັກສີກໍບໍ່ນໍ້?ປຣີນຍາຂີ້ກາກນີ້ຖືກໄທບ້ານຢຽບລົງຂີ້ຕົມ
ແລ້ວລະນໍ?..ສູກ່າລາບໍຄຶດຮອດຕອນກູສອນລູກຫລານສູແດ່ບໍຮື໊?..ຈັ່ງແມ່ນສອດຄ່ອງ
ນະໂຍບາຽຍາດແຍ່ງຂອງພັກແລະລັດແທ້ໆ..ຂນາດປາຢູ່ປ່າກໍຖືກປາຊົນຍາດເປັນເຈົ້າ..
ບາດແບ້ນກູນີ້ຄືບໍ່ມີໃຜມາຍາດເປັນເຈົ້າແດ່ຮື້?..ເຈົ້າຂອງກັ້ນນ້ຳຕາຈົ່ມພືມພັມມານຳ
ທາງ.ເສັຽປຽບເດັກນັກຮຽນກໍພໍສ່ຳນັ້ນ.



ເຈົ້າບ່າວປະຕິວັດຕອນ໗:

ນຳສເນີໂດຽ:TseemYeej.

ມີລາງເທື່ອເລີກກີນເຂົ້າສວຽ,ເຈົ້າຂອງປຣິນຍາບັກ”ອາຈານຈັ້ງສີ”ອົດຫິວຈົນແສບໄສ້.
ຍ່າງເຂົ້າເຮືອນຄົວໄປເປີດຝາໝໍ້ໃດກໍບໍມີຮອດແມງມີ່ຊີຕອມ,ກົ້ນໝໍ້ກ້ຽງຈົນບໍ່ມີຮອດກີ່ນ.
ຫມໍ້ວິເສດໜ່ວຽນັ້ນກໍຈັ່ງແມ່ນຊ່າງຫລອກກັນແທ້ນໍ.ເປີດຕັ້ງກີ່ເທື່ອກໍບໍ່ມີຫຍັງປາກົດຂື້ນ?
ນາງເທວະດາໃນເທພນິຍາຽກໍບໍມີຕົນໃດຄິດສົງສານ”ບັກສີ”ຈັກນ້ອຽບໍນໍ໋?...ຄົນເຮົາເກີດ
ມາ..ເຖີງຈະມີກຽດສ່ຳໃດກໍຕາມເມື່ອຫິວສຸດຫິວແລ້ວຄວາມອາຍແມ່ນຈະບໍ່ມີພໍໜ້ອຽ.
ຕົນຍັງຈຳຝັງໃຈວ່າພວກຄູອາຈານເຮົາຍັງເຄີຽໄປເກັບໄກ່ຕາຽຮ່າທີ່ນັກຮຽນເອົາມາລ້ຽງ
ຢູ່ໂຮງຮຽນຕາມໂຄງການປູກຝັງລ້ຽງສັດຫັ້ນມາຄົວກີນພໍຢູ່ລອດເພື່ອຄວາມຫວັງມື້ຕໍ່ໄປ.
……ກໍຍັງໄຄຢູ່ບ່ອນວ່າເບື້ອງຕົ້ນຫັ້ນ,ພວກເຮົາສວຽໂອກາດໃຊ້ໃບປະກາສິດ”ອາຈານ”
ແປງກາຍຢູ່ໃນຂາບພະຍາດໂຕແປໄປເກາະຫ້ອຽຫລອຽກີນນຳກອງບຸນກອງທານພໍອີ່ມ
ທ້ອງໄປວັນລະວັນ..ເສັຽທີແຕ່ວ່າພໍອີ່ມມາຮອດເຄີ່ງທາງກໍຫິວຄືນຄືເກົ່າ;..ພະຍາດໂຕ
ແປແທ້ໆນັ້ນແຫ່ງມາເກາະຫ້ອຽກີນຕໍ່ຊ້ຳ.ໂລດບໍ່ຮູ້ວ່າໝໍຈັ້ງສີເສັຍດາຽຈັກໜ້ອຽ.
ຖືວ່າຂໍ”ໃຫ່ຽຍ້ອນເຮືອນດີພີຍ້ອນເຮືອນທານໂທ໊ຽ!”.ບາງຄັ້ງເຊີນເພີ່ນໂຕຫລອນໄປນຳ
ກໍມີ,..ແຕ່ຕໍ່ມາເມື່ອໄປດຸຫລາຽໄທບ້ານເຂົາພາກັນສ່ອງແສງໄປຮອດເມືອງພຸ້ນຫລືບໍ່ຊັ້ນ
ກໍເວົ້າລັບຫລັງວ່າ:..”ພວກປຸ້ນກີນ”..ມາແລ້ວ..ເຖີງແມ້ຊີໄດ້ຍີນກັບຫູກໍທຳທ່າເສີຽມັ່ງຄືບໍ
ແມ່ນເວົ້າໃຫ້ໂຕ..ຕັ້ງທີ່ແທ້ເຂົາກໍແມ່ນເວົ້າຂວັນກະໂຕພວກໝາວັດ,..ພວກໜ້າດ້ານໜ້າ
ມືນຄູບາອາຈານມາແຕ່ຕ່າງແດນຄືໄທເຮົານີ້ຫລ໋ະ.
ຍ່ານຫລັງໆນີ້,..ຊີຂື້ນເຮືອນໄທບ້ານກໍບໍ່ກ້າປົດຮອດເກີບເພາະສາຽເກີບແຕ້ຄູ່ຊີບຜູ້ຂ້າມີ
ສອງສີ..ຊ້ຳຍັງໃຊ້ຕອກຫຍິບບ່ອນມັນຂາດອີກດ້ວຽ..ນີ້ແຫລະທາດແທ້..”ຄູປະຕິວັດ”..
ໄຄຢູ່ແຕ່ວ່າເກີບຜູ້ຂ້ານີ້ປົດໄວ້ໃສ?..ກໍບໍມີຜູ້ລັກມັນຈັກເທື່ອ….ເຮີ້ໆໆໆ.
ເພື່ອພົ້ນເວັນກັມ,..ໝູ່ກອງຫລາຽຄົນລັກເຂົ້າຫວຽກັນພໍມີເງີນໄປມັດຈຳເປັນເຂີຽໄທບ້ານ.
ເຈົ້າບ່າວຜູ້ລາງຄົນເຖົ້າບໍເຖົ້າເບີ່ງເພີ່ນຍ່າງເຂົ້າພິທີສົມຣົດກັບເຈົ້າສາວຫັ້ນຄືກາຄາບໄຂ່
ນີ້,ຍັງຫາໃຫ້ຕົນຜູ້ອ່າວໄຄແນ່ໄປເປັນເຈົ້າບ່າວທຽມພໍມີໜ້າມີຕາ.
ເຣື່ອງຜູ້ສາວໄທບ້ານຫັ້ນກະພໍຫາໄດ້ຢູ່ດອກ,..ເຖີງແມ່ນວ່າເທື່ອແລ້ວນັ້ນພໍ່ສາວຂານຊີ
ຍຶດເອົາປາຜູ້ຂ້າໄປໝົດແລ້ວກໍຕາມ,..ນາງຍັງບໍ່ທັນລັງກຽດແລະຍັງລັກຝາກຫໍ່ເຂົ້າມາ
ນຳລູກສິດມາໃຫ້ຢູ່..ມີລາງເທື່ອໝູ່ໃຊ້..”ເຄຣດີດ”..ຜູ້ຂ້າໄປແວ່ເອົາເຫລົ້າເພີ່ນກີນກໍຍັງ
ໄດ້..ສົງສານແຕ່ນາງແກ້ວຢູ່ບໍ່ເລີກບໍແລ້ວ,..ນາງເປັນທັງເພື່ອນຮ່ວມງານທີ່ຊື່ຕົງແລະ
ບາງທີຍັງອາດສາມາດເປັນທັງເພື່ອນຮ່ວມຊີວິດໄດ້ແລະກໍສົມແກ່ເວລາທີ່ຈະເອີ່ຽຄຳວ່າ.
”ຮັກ”..ຕໍ່ນາງແລ້ວ..ແຕ່ມາໜັກໃຈຢູ່ບ່ອນວ່າຖ້າໄດ້ກັບນາງແລ້ວຈະມາກາງຕໍ່ແຕ່ເງີນ
ເດືອນນັ້ນຍິ່ງເປັນການຍາກໄປກວ່າເກົ່າ,..ດັ່ງນັ້ນມື້ແລ້ວມື້ເລົ່າກໍມາໝືດຕຶບຢູ່ບ່ອນວ່າ:
-“ອ້າຽພຽງແຕ່ຄຶດເທົ່ານັ້ນບໍ່ເຄີຽຫລັ່ນປາກຫຍັງເລີຽ…”
ເຮັດແນວໃດຈັ່ງທ້ອນໄດ້ເງີນ?..ທ້າຽທິດຍາມໃດກໍເຫັນຕາຽແຕ່ຂັ້ນເທີງໄລ່ຄ່າໃຫ້ໄປ
ບຳຣຸງມະຕິນັ້ນມະຕິນີ້ຄັ້ງແລ້ວຄັ້ງເລົ່າປານຊີເອົາມາກິນກັບເຂົ້າເປັນນີ້..ອ່ານຄຳສັ່ງໂຕ
ໃດກໍຫຍໍ້ບໍຫຍໍ້ແຕ່ມີລັກຊະນະເດັດຂາດສເມີ:
-“ຄຳສັ່ງດ່ວນ!ວັນເສົາ໘:໐໐ໂມງເຊົ້າໃຫ້ມີໜ້າ..ການຢູ່ກີນແລະພາຫານະລະແມ່ນເພິ່ງ
ຕົນເອງກໍຄືກຸ້ມຕົນເອງ!”
-“ຫ໊ວຽ…!ຍັງຄາໄປຫາກີນຢູ່..ຂໍຝາກຮູບມີໜ້າ໒X໔ໄປແທນຊີໄດ້ບໍຮື້?”..ຜູ້ຂ້າຄຶດ.
ໄປຮຽນມະຕິເພີ່ນເທື່ອໃດກໍເວົ້າຕາຽແຕ່ຄວາມເກົ່າ..ເຣີ່ມດ່າແຕ່ຈັກກະພັດລ່າຫົວເມືອງ
ຂື້ນຍີ່ປຸ່ນ,ຝາລັ່ງ,ເມລີກາ໓໐ປີ…ຕໍ່ສູ້ມີໄຊ..ການນຳພາອັນສລາດສ່ອງໄສ..ພະເດັດການ
ຊົນຊັ້ນກຳມາຊີບ…ກົງລໍ້ປະວັດສາດມາກເລນີນ…ຈົນເລີຽມາຮອດປູກມັນຕົ້ນມັນກໍໄດ້
ທໍ່ນັ້ນທໍ່ນີ້…ບາດຊີຊ້ຳທ້າຽກໍພາກັນຮ້ອງເພັງ”ທົ່ງນາແຊງ”ແລ້ວກໍສລຸບວ່າ:
-”ຊີເວົ່າດ໊າຍຊ່ຳໄລ໋ກ່າຊ່າງ…ຄັນບໍມີໂລ໋ລ໋າ(ໂດລາ)ເຮົ໋າກໍບໍສາມາດສຳເລັດໄລ້!”
-“ຫ໊ວຽ…ໄປດ່າຈັກກະພັດເຮັດຫຍັງຊັ້ນ?”..ຄຶດຢາກຖາມທ່ານສີສະວາດເພີ່ນຢູ່.
ບາດແລ້ວກໍຢາຍເອກສານຫັ້ນໃຫ້ພວກເຮົາໄປຂົນຂວາຽລົງພື້ນຖານ.ຕ້ອງສອນນັກຮຽນ
ກາງເວັນແລ້ວກາງຄືນກໍຕ້ອງໄປລົງພື້ນຖານ..ອັນນັ້ນແຫລະ!..ມາດຕະຖານຄູຕົວຢ່າງ;
ຖືວ່າ..”ຟຣີໂອເວີ່ໄທມ໌”..ໄປເວົ້າໃຫ້ປາຊົນຟັງຫລາຽເທື່ອເຂົາຂີ້ຄ້ານລ່ຳໄລມາຟັງນຳກໍ
ສົ່ງຕູ້ມີ,ຕູ້ມາ,ກັບເດັກນ້ອຽມານັ່ງຟັງນຳ..ລູກສາວເພິ່ນກໍຂິ້ຖີ່ຄືຊີຕາຽນີ້..ອົດສາສົ່ງມາໃຫ້
ກຳລັງໃຈໝໍສີກໍບໍ່..ລາງເທື່ອແມ່ຕູ້ເພີ່ນຖາມສໍ້:
-“ອັນໝາກເລນີນນີ້..ປູກດົນປານໃດຈັ່ງໄດ້ກິນ?ມັນກ່າເປັນຕາແຊບຢູ່ຫວ໋າ?”
-“ແມ່ຕູ້ຮ່ານີ້ກ່າຈັ່ງແມ່ນສອນຍາກ.ມັນບໍແມ່ນໝາກໄມ້ກ່າຍັງວ່າ”.ຜູ້ຂ້າຈົ່ມໃນໃຈ.

ມໍລະສຸມ,ອະທິບາຽຄືນຈົນເດິກຈົນດື່ນ..ຊົ່ວຊີແລ້ວຍັງແຕ່ຕູ້ນື່ງນັ່ງເຫງົາງົກໆຢູ່ຫັ້ນ.
ຜູ້ຂ້າທຳທ່າເວົ້າພໍຊີໄດ້ຂອບລາເພີ່ນ:
-“ຂອບໃຈທີ່ນັ່ງຟັງເດີຕູ້..ເຈົ້າຄືຊີມັກຟັງຂ້ອຽເຜີຽແຜ່ເອກສານນໍ?..ລູກລາລົມກ່ອນເນີ”.
-“ບໍນ໋າເຮີ໋ຽ…ຂ້ອຽບໍໄຊ໋ວ່າຈີມານັ່ງລັກໄລ່ຫູຟັງເຈົ້າຢູ່ນີ້ເດີ.ຂ້ອຽຢ້ານຕະກຽງຂ້ອຽເສັຽ
ຈັ່ງມານັ່ງຖ້າເອົາຊື່ໆ…ຄັນພີ່ວ່າເຈົ້າແລ້ວຂ້ອຽກໍຈີເອົາເມືອ…ພວກກອງຫລອນເຂົາໜີ
ເມືອແຕ່ດົນພຸ້ນແລ້ວ..ເຂົາວ່າມື້ອື່ນຈີໄປໄຖນາແຕ່ເຊົ້າຊັ້ນຕວ໋າ”.
-“ໂອ໊ຽ…!ເບິ່ງເພີ່ນຕອບຂ້ອຽແມ້?..ແຄ້ນກະດອງໃຈບັກສີແທ້ເດ໋”.
ຜູ້ຂ້າຈົ່ມໃນໃຈແລ້ວກໍຟ້າວຍ່າງໜີ.



ເຈົ້າບ່າວປະຕິວັດຕອນ໘:

ນຳສເນີໂດຽ:TseemYeej.

ປີນື່ງຫັ້ນ,ຂັ້ນເທີງຊັບຊ້ອນຄູອາຈານໃຫມ່ແຕ່ເຂດປົດປ່ອຽມາເພີ່ມພໍທຸເລົາພາລະແບກ
ຫາບຈັກເລັກຈັກໜ່ອຽ.ໂທ໊…!ເບີ່ງເອື້ອຽຄູປົດປ່ອຽຈັ່ງແມ່ນເພີ່ນກ້າວໜ້າຫລາຽຈົນເລີຽ
໓໐ກ່າຍັງບໍ່ທັນຖືກ…?ເອີ.....ຖືກທາງຂັ້ນເທີງນະໂຍບາຽສ້າງຄອບຄົວໃຫ້ເທື່ອ.
-“ບ໋າ…!ພວກຖັນແຖວປະຕິວັດ໓໐ປີແທ້ໆກ່າຍັງເລີຽ໓໐ພຸ້ນແລ້ວ.ຄົນສອງລະບອບຄືກູ
ນີ້ມັນຊີບໍ່ເລີຽ໖໐ບໍຮື໊?ຢ້ານແຕ່ຫ.ຫົດຫມົດສະແລ້ວຊ້ຳລະຕິ໋!”
ຫລຽວເບີ່ງເພີ່ນໃສ່ຊຸດສີໃບໄມ້ຍ່າງເປັນຣະບຽບຈົບເຈືອ;ລາງເທື່ອຍັງຫລົງວ່າເປັນຜູ້
ຊາຽຄັນບໍ່ທໍ່ສັງເກດໂບສີແດງມັດຜົມເພີ່ນຫັ້ນກໍ໋..ຊາຫຍັງເຣື່ອງສ້າງຄອບຄົວ..ຂນາດ
ເຂົ້າແປ້ງນ້ຳແດງແຫ່ງບໍ່ເຫັນຕ້ອງ..ເບີ່ງໄປເບີ່ງມາຍັງຄຶດໄປຣ້ອຽແປດພັນປະການວ່າ:
-“ເອ໊…ພວກນີ້ຄືຊີສະລະແລ້ວຊື່ງກິເລດຕັນຫາສາແລ້ວລະນໍ?ຄັນຖືກເດົ້າເບິດແຮງກໍຊີ
ໄດ້ແຕ່ພັບຕາເມົ້າໆບໍດີ້ນບໍຕິງຊ່ອຽຈັກໜ່ອຽລະນໍ້?”
ພວກເຮົາກໍຢູ່ນຳກັນຄືສະຫາຽພະນັກງານຊາຍຊື່ໆນີ້ແຫລະ..ແຕ່ບັງເອີນມີມື້ນຶ່ງນັ້ນ,
ຄະນະທີ່ກຳລັງແຕ່ງບົດສອນໃນຫ້ອງພັກຄູ,.ສະຫາຽເອື້ອຍຄູຈັນເພັງເຮັດປື້ມເພີ່ນຕົກ,ຜູ້
ຂ້າເລີຽກົ້ມລົງໄປເກັບຄືນໃຫ້ໂດຽປາສຈາກເຈຕຈຳນົງແຕ່ປະການໃດທັງສີ້ນ…ເມື່ອຍື່ນ
ປື້ມຄືນໃຫ້ສະຫາຽຈັນເພັງປາກົດວ່າມີແນວອັສຈັນເກີດຂື້ນທັນໃດ;..ນັ້ນກໍຄືແກ້ມສະຫາຽ
ຈັນເພັງທີ່ຄ່ອນຂ້າງຫລ່າເຫລືອງແລະຫ່ຽວຍານຍ້ອນອາຍຸສັງຂານທີ່ເລີຍສາວແດ່ແລ້ວ
ນັ້ນເກີດປາກົດການແດງຮຸ່ງຂື້ນປານແກ້ມສາວຂື້ນໃຫມ່ທັນທີ,ເມື່ອສາຽຕາທັງສອງເຮົາ
ມາປະສົບກັນຍິ່ງພາຜູ້ຂ້າຕົກຕລຶງອີກຕື່ມ..ແຕ່ກະບໍ່ເຖີງຂັ້ນເຂົ້າໃຈຜິດດອກຫວ໋າ,..ພຽງ
ແຕ່ຮູ້ສຶກວ່າມີສິ່ງແປກປະລາດເກີດຂື້ນຄັ້ງແຣກໃນຊ່ວງທີ່ເພີ່ນຖືກຊັບຊ້ອນມາປະຕິ
ບັດງານຮ່ວມພວກເຮົານະທີ່ນີ້..ຫລັງຈາກເຫດແປກປະລາດປາກົດຂື້ນດັ່ງບັລຍາຍມາ
ນັ້ນແລ້ວສະຫາຽຈັນເພັງມັກສົບສາຽຕາກັບຜູ້ຂ້າຄັ້ງໆຄາວໆເຫມືອນມີແນວແອບແຝງ
ໃນໃຈສະຢ່າງໃດຢ່າງນື່ງ..ສີໜ້າຂອງນາງເຣີ່ມແຈ່ມໄສຂື້ນເລື້ອຽໆບາງຄັ້ງນາງຈະກ້າສູ້
ສາຽຕາຜູ້ຂ້າຢ່າງທ້າທາຍທີ່ດຽວເລີຽ.
ສີ່ງປະລາດທີ່ບໍ່ອາດບັລຍາຽໄດ້ນັ້ນບໍ່ແມ່ນຫຍັງອື່ນໄກນອກເໜືອໄປຈາກຄວາມມັກຮັກ
ທີ່ຮ້ອນຮົນເຫມືອນໄຟເຜົາດວງອຸຣານາງ..ເພີ່ນຜູ້ກ່ຽວຈະມັກຕັດບົດຍາມຜູ້ຂ້າທັກທາຽ
ກັບເພື່ອນຝູງຫລືຍິ່ງໄປກວ່ານັ້ນນາງມັກຈະເຫັນພ້ອມກັບຄຳເຫັນທີ່ຜູ້ຂ້າສະແດງອອກ
ເຫມືອນຄົນຄອຽເອົາອົກເອົາໃຈກັນ.
ດັ່ງທີ່ເຄີຽຢ້ຳແລ້ວຢຢ້ຳອີກວ່າຜູ້ຂ້າກຳລັງຫຍຸ້ງຍາກນຳສະພາບຊີວິດການເປັນຢູ່
ມາກກວ່າສິ່ງອື່ນໆທັງນັ້ນ..ອີກຢ່າງສີ່ຫ້ອງຫົວໃຈຜູ້ຂ້າກໍເຕັມຫມົດແລ້ວທັງຫ້ອງ
ເສີມກໍຖືກເໝົາຈົນອັ່ງໄປເຊັ່ນກັນ..ສ່ວນມາກແລ້ວລູກສິດຍິງນັ້ນແຫລະເປັນໂຕການ
ຊອກເຣື່ອງຍູ້ແຍ່ໃຫ້ໝູ່ເພີ່ນຜູ້ບໍ່ຮ່ຳຮຽນມາຮຽນຮ່ຳນຳຜູ້ຂ້າ.

ແລງວັນສຸກນື່ງນັ້ນ,ຄະນະທີ່ຕົນກຳລັງຄຶດວ່າເລີກໂຣງຣຽນມື້ນີ້ຈະໄປຫາກີນວັງໃດ
ນໍນັ້ນຫມໍຄຳປັງເຈົ້າຕຳຣາຈັບຄູ່ເລີຽເອີ່ຽວ່າ:
-“ສ່ຽວ…ມື້ແລງນີ້ໂຕຢ່າໄປໃສໄດ໋;ເຮົາກັບຈານໂອຊີມາພາໂຕໄປຫລີ້ນສາວ”.
-“ຫ໊ວຽ…ມາຊີເວົ້າຄືເຮົາບໍມີຜູ້ສາວນີ້…ໄປເອງກໍໄດ້ຕວ໋າ”..ຜູ້ຂ້າທຳທ່າງອນພໍຄື.
-“ບໍນ໋າ…!ສາວໃໝ່ໄດ໋ເຮີ໋ຽ.”..ມັນເວົ້າເປັນສຽງອູບົນຝາກອີສານພຸ້ນ.
ເປັນອັນວ່າຕົກລົງ,..ພໍຮອດຍາມແລງມາ,..ພວກເພີ່ນກໍມາຫາຕາມນັດໄວ້.ໂຕເອງກໍ
ເລີຽອິງຕາມເຣື່ອງຂອງເຣື່ອງເພື່ອບໍໃຫ້ເສັຽສັດທາຜູ້ເພີ່ນພາເຮັດພາທຳ..ເມື່ອຫ້າງ
ຫາຣຽບຣ້ອຽແລ້ວກໍພາກັນອອກເຮືອນພັກຕົນໄປ.ຍ່າງໄປບໍ່ພໍບຶດຫມູ່ເລີຽພາລ້ຽວຂື້ນ
ເຮືອນພັກສະຫາຽເອື້ອຽຄູຈັນເພັງຊ້ຳສ໋າ..ຜູ້ຂ້າເລີຽທ້ວງຂື້ນທັນທີ:
-“ເຮີ໋ຽ…ຊີພາສະຫາຽຈັນເພັງໄປຫລີ້ນສາວນຳໄທເຮົາຊັ້ນຫວ໋າ?”

ບໍມີໃຜຕອບແຕ່ພາກັນຂື້ນໄປໃນເຮືອນຢ່າງມິດໆ...ໄປນັ່ງຢ່າງມິດໆ…ຫລຽວເບີ່ງໜ້າ
ກັນຢ່າງມິດໆ…ດົນເຕີບຈື່ງຄ່ອຽເຫັນຍິງຄົນນຶ່ງແຕ່ງຕົວສຸພາບຣຽບຣ້ອຽຍ່າງອອກຈາກ
ສ້ວມນອນມາຢ່າງຍີ້ມແຍ້ມແຈ່ມໄສແລະຮູ້ສຶກງາມສົມຄວນ:
-“ຮື້…?..ຍິງຄົນນີ້ຄືຄຸ້ນໆຕານີ້ນ໋າ?”..ຜູ້ຂ້າສົງໄສ.
-“ສະບາຍດີ…ພວກອ້າຽມາເຫີງແລ້ວບໍ໋?”..ນາງທັກທາຽຢ່າງຄົນສນິດສນົມ.
-“ອຸ໊ຍ…ທີ່ແທ້ລະແມ່ນສະຫາຍຈັນເພັງນັ້ນເອງ..ພໍໄປວັດໄປວາຢູ່ໄດ໋”..ຜູ້ຂ້າງຶກຫົວຮັບ.
ແທ້ທີ່ຈິງກໍມາຕາມແຜນທີເພີ່ນຣ່ວມຫົວກັນວາງໄວ້ແລ້ວນັ້ນເອງ..ພໍນັ່ງກີນເຂົ້າກີນນ້ຳ
ກັນພໍເຫລັກພໍໜ່ອຽພວກສະຫາຽຈອມຫຍຸ້ງທັງສອງກໍພາກັນຂອບລາທັງແນະນຳຂໍຝາກ
ຝັງຜູ້ຂ້າໄວ້ຫັ້ນ.
-“ບ໋ະ?..ກັນກ່າລາແຫ່ງບໍ່ເຄີຽລົມສາວປົດປ່ອຽຈັກເທື່ອໄດ໋.”..ຜູ້ຂ້ານັ່ງເຈົ່າສີຝືດໆ.
-“ເອະ…ຄືບໍ່ສົມຄຳເຂົາຊ່ານໍ?”..ນາງເປີດບັ້ນ.
-“ຊ່າແມ່ນຫຍັງ?”..ເວົ້າຊັ້ນໆຕາງໄວ້ລາຽ.
-“ອ້າຽສີເຈົ້າຢ່າເຊື່ອງເຫລັບນ໋າ…ເຂົາຊ່າກັນໝົດບ້ານໝົດເມືອງ..ຢ່າສຸມາຕິຖແລງເດີ.”
ວ່າແລ້ວນາງກໍຂາຽຂີ້ພື້ນຜູ້ຂ້າແຕ່ກົກຈົນປາຽ..ຈັກເພີ່ນໄປສືບຮູ້ມາແຕ່ໃສ?.ນາງຍຶດຜຍາ
ເປັນກົນຍຸທມາກະຕຸ້ນທ້າທາຽຢ່າງບໍ່ຈົ່ງບໍ່ຈຽມລິດເດດ..”ຊຽນຈັ້ງສີ”..ພໍດິ້.

ດຶກໃນ,..ຜູ້ຂ້າກໍອອກແຜນຍົວະຍວນສາວປົດປ່ອຽໃຫ້ອອກໄມ້ອອກມວຽ..ພ້ອມພະຍາ
ຍາມອ່ານຊັ້ນເຊິງຕື້ນເລິກຂອງນາງໃຫ້ລະອຽດ..ສ່ວນມາກແລ້ວ,..ເພື່ອປ້ອງກັນຂໍ້ຜິດ
ພາດຜູ້ຂ້າຈະຮອບຄອບແລະບໍ່ອອກເສິກກ່ອນຈະແນ່ໃຈ.
ເດິກດື່ນຄືນນັ້ນ,..ປົນເຈືອກັບສາຽລົມອັນເຢັນຊາທີ່ກຳລັງພັດມາຕ້ອງກາຍານາງຢ່າງບໍ່
ປານີປານອມ,.ຜູ້ຂ້າເລີ່ມເລັ່ງສູດຈີບສາວແບບສະບັດເສຣີບີຮົ່ວ..”ໃຈກ້າໜ້າດ້ານ”..ປາ
ກົດວ່າຊ່ວງເດິກນີ້ຜູ້ຂ້າເລີ່ມຈູ່ໂຈມຄ້າຍຍຸທສາດນາງໜັກເຂົ້າໆຈົນເຫັນທັນຕາວ່ານາງ
ຫລົງຮັກຜູ້ຂ້າແລ້ວແລະນາງກ້າຈະສ່ຽງພັຍກ້າວອອກຈາກວິນັຍແກ່ນສານປະຕິວັດມາ
ພະຈົນພັຍອັນມືດມົນທີ່ນາງຮູ້ເທົ່າບໍ່ເຖີງການນັ້ນ..ແນ່ນອນຄືນນີ້ຜູ້ຂ້າຕ້ອງພານາງໄປ
ທ່ຽວຊົມສັງຄົມເຂດປົດປ່ອຽໃໝ່ໃຫ້ໄດ້..ຄະນະນັ້ນຜູ້ຂ້າບໍ່ສາມາດຮູ້ໄດ້ວ່າສຽງອອດ
ອ້ອນຂອງນາງທີ່ກຳລັງພັນລະນາຄວາມທຸກຈົນຂອງຍິງທີ່ຂາດຊາຍຊູ້ນັ້ນຫງຽບຫາຍໄປ
ເມື່ອໃດ?..ຍັງຄົງເຫລືອແຕ່ສຽງຫັນໃຈຂອງຄູ່ຍິງຊາຽໄຮ້ສະຕິຄູ່ນື່ງທີ່ກຳລັງຫຍັບເຂົ້າຫາ
ກັນໄກ້ເຂົ້າໆເທົ່ານັ້ນ.ແຕ່…ແປວໄຟແຫ່ງກາມທີ່ກຳລັງຈະລະເບີດນັ້ນພັດຢຸດສະງັກລົງ.
ນາງລຸກປຸບອອກຈາກໂຕະທັ້ງໆທີ່ຍັງຟື້ນໂຕບໍທັນທ່ຽງແລ້ວຍ່າງໂຊເຊເຂົ້າຫ້ອງນອນ
ໂດຽບໍສັ່ງບໍລາ..ອາສັຍປະສົບປະການແລະໄຫວພິກ,..ຜູ້ຂ້າຈະບໍ່ຍອມປ່ອຽປາຫລູດມື
ເປັນອັນງ່າຽດາຽ..ຟ້າວລຸກແລ້ວຕາມນາງເຂົ້າຫ້ອງຢ່າງໄວວາກ່ອນໄລປະຕູຈະຖືກໃສ່
ລົງໄປ..ສະມົວເກືອບບໍ່ທັນ,..ນາງຟ້າວວາງກອນປະຕູແລ້ວແລ່ນໄປຄ້ວາເອົາໝອນ..ຜູ້
ຂ້າບໍ່ຟັງໜ້າຟັງຫລັງຟ້າວໝອດຕະກຽງນ້ອຽຢູ່ຂ້າງຕຽງທັນທີ;..ນາງຈົ່ມພືມພຳໆ..ຜູ້ຂ້າ
ຫຍັບເຂົ້າໃກ້ແລ້ວກອດນາງແໜ້ນ..ນາງຢຽດໂຕແຂງກະດ້າງຄືຜີຕາຍນີ້,..ທັງຍັງຈົ່ມຄື
ຈົ່ມຄາຖາໄລ່ຜີແນວນື່ງຢູ່ບໍ່ເຊົາ.
-“ບ໋ະ?..ອີ່ນີ້ເຊິງກັນບໍ່ເປັນຕີ໋ເຮີ໋ຽ?”..ໂຕເອງຢາກໃຈຮ້າຽທີ່ຜິດຫວັງ..ແຕ່ບາດມາຫງ່ຽງຫູ
ຟັງຄັກໆຫັ້ນໄດ້ຍິນພໍລາງໆຈັ່ງຊີ້ແຫລະ:
-“ແກ່ນສານປະຕິວັດ..ເຊື່ອໝັ້ນການນຳພາ..ສຸດກົກສຸກປາຍ..ຕ້ານແນວຄິດ..ບລາໆໆ”
-“ຫ໊ວຽ…ຈັນເພັງຄັນນ້ອງຍັງຈົ່ມຢູ່ຫັ້ນອ້າຽຊີເມືອລະເດີ”..ນີ້ແຫລະໄມ້ຕາຽຜູ້ຂ້າ.
-“ຢ່າຟ້າວ…ຄັນຊີຍິນຍອມແທ້ໆຫັ້ນອ້າຽສາບານໄດ້ບໍ?”..ນາງຖາມເປັນນ້ຳສຽງຈິງຈັງ.
-“ໄດ້!…ຕໍ່ຟືນຕໍ່ໄຟ..ຕໍ່ຟ້າຕໍ່ແຖນກ່າຍັງໄດ້ຕວ໋າ”…ຜູ້ຂ້າຕອບຢ່າງໄວວາ.
-“ຟືນໄຟບໍ່ສຳຄັນ…ຕ້ອງສາບານຕໍ່ພັກ!!!”..ນາງເວົ້າສຽງດັງແລະໄຕ້ໄຟຂື້ນພ້ອມຈົກ
ເອົາດາບໃຫ່ຽດວງນື່ງມາກີດກັ້ນເຮົາສອງໄວ້..ນາງບອກໃຫ້ຜູ້ຂ້າຊູມືຂື້ນ;..ຜູ້ຂ້າກໍເຮັດ
ຕາມປຸບປັບ,ນາງກໍຊູມືຂື້ນພ້ອມຈົ່ມຄືນຄືເກົ່າ..ໝໍຈັ້ງສີມືດແປດດ້ານສາແລ້ວ!..ຕ່າງຝ່າຽ
ຕ່າງກະຫາຍກາມ..ຕ່າງຝ່າຽຕ່າງຈ້າວເໝືອນເດັກກ່ຳພ້າຍາດກັນດູດນົມແມ່ລ້ຽງ..ຄືນ
ນັ້ນພາຍຸແຮງຈົນເຮືອນກວາຽ!..ບໍຈັກສຽງຈົ່ມສາບານຕົວ,..ບໍຈັກສຽງຮ້ອງຄວນຄາງ,..ບໍ
ຈັກສຽງຈອກຕົກກະຈົກແຕກສຳມະປິ້ດັງມະລື່ງຕື່ງຕັ່ງ!!!%^&*#@$#@#$%@^ຊົ່ວ
ນາງຊີແລ້ວຈົ່ມແລ້ວຄາງຜູ້ຂ້າກໍແລ້ວພ້ອມກັນພໍດີ..ນັບວ່າຝີມືສາວປົດປ່ອຽບໍ່ໜ້ອຽໜ້າ
ໃຜທັງນັ້ນ…”ສັນນນນ..ຕິ..ພາບ..ມາ..ແລ້ວວວວ!!!!!”…ເຊົາເມື່ອຽຈັກຄາວ..ຜູ້ຂ້າກໍລຸກ
ໄປຊອກໂສ້ງເສື້ອທີ່ຕົນບໍ່ຮູ້ເມື່ອວ່າແກ້ອອກຍາມໃດນັ້ນມາວ່າຈະນຸ່ງຄືນ..ນາງຈັນເພັງ
ຕື່ນຜວາແລ້ວຄວ້າແອວຜູ້ຂ້າຢ່າງຊື່ນໃຈແລະເອີ່ຽແບບຜູ້ມີໄຊວ່າ:
-“ອື່ມ…!ຊີໄປໃສ?..ຢ່າປ່ອຽໃຫ້ປານ້ອຽໂຕນີ້ຂ້າງໂຂກຕາຽຖີ້ມຫລ້າໆ…ເດີລະນ໊າ…”
ຜູ້ຂ້າບໍ່ເຄີຽຂັດຂ້ອງເຣື່ອງນີ້ແມ້ແຕ່ໜ້ອຽ..ຈັ່ງສນອງຕາມໃຈປະສົງຈົນຟ້າແຈ້ງຈ່າງປ່າງ.



ເຈົ້າບ່າວປະຕິວັດຕອນ໙:

ນຳສເນີໂດຽ:TseemYeej.

ເຊົ້າວັນເສົາມື້ນັ້ນດີນຟ້າຊ່າງເປັນໃຈແທ້ນໍ,ໂຮງຮຽນທີ່ເຄີຽຟົດຟື້ນດ້ວຽສຽງວົນແຊວ
ແລະອັ່ງອໍໄປດ້ວຽຝູງນັກຮຽນນັ້ນກັບມາຫງຽບສະງັດເໝືອນໂລກນິ້ມີພຽງເຮົາສອງຄົນ
ຍັງຄົງມີແຕ່ສຽງຝູງນົກກາທີ່ກຳລັງຮ້ອງວອນຫາກັນເໝືອນພວກຕົນກຳລັງຂາດຄູ່..…
ເອ໊....ເຫດສັນໃດຄວ້າເລິກໃນດວງໃຈຂອງຜູ້ຂ້າຈັ່ງເໝືອນດັ່ງມີແນວອຸກໆອັ່ງໆກະວົນ
ກະວາຽຍິ່ງໜັກຍິ່ງໜານໍ?ອາດເປັນເພາະຕົນບໍ່ເຄີຽຄ້າງຄືນບໍ໋?..ຫຼືເປັນເພາະຕົນກະທຳ
ຜິດຮີດຄອງປະເພນີອັນໃຫຍ່ຫຼວງ?..ຫຼືເປັນເພາະອອກເສິກຫຼາຍຫົນຕາງຫາກເຫລົ່າ?.
ຫຼືນີ້ບໍ..ທີ່ເຂົາເອີ້ນກັນວ່າ”ຄວາມຮັກ”?...ຮື່ມ…ແມ່ນແລ້ວ!ຜູ້ຂ້າຢາກຫົວຂັວນພວກຝູງ
ນົກກາໄຮ້ຄູ່ທີ່ກຳລັງຮ້ອງວອນຫາກັນຢູ່ແຄມປ່າຫັ້ນແທ້ໆ..ແມ່ນອີ່ຫລີຜູ້ຂ້າມີຄົນຮັກ
ແລ້ວ!!!!.ແມ່ນອີ່ຫລີເດີ້…ສັນຕິພາບມາແລ້ວເດີພີ່ນ້ອງເຮີຽ…ໜຸ່ມປະຕິການພົບກັບສາວ
ປະຕິວັດໄດ້ແລ້ວ…ເຮີ້..ໆ..ໆ…ຜູ້ຂ້າເຊື່ອສັນຕິພາບແລ້ວ..ມີອີ່ຫລີແທ້ແນ່ນອນໄດ໋.

ນາງຈັນເພັງຕື່ນແຕ່ເຫີງແລ້ວ,ຕົນວ່າຈະລຸກເມືອເຮືອນກ່ອນຟ້າສາຽແຕ່ຕື່ນອ່າວສວຽ
ແດ່…ເລີຽຄິດອຽງອາຽວ່າຈະມີຜູ້ຄົນມາພົບເຫັນ..ຈື່ງຖີ້ມໂຕລົງນອນຕໍ່ຕາງລິ້ຢູ່ໃນຫ້ອງ
ເພື່ອຫາໂອກາດລັກລອບອອກເວລາເຜີໆ….ສຽງບາດຍ່າງຂອງນາງຄ່ອຽໆວົນວຽນ
ໄປໆມາໆຢູ່ນອກ,ບາງທີເຂົ້າໆອອກໆແລະບາງເທື່ອຍັງປາກົດຂື້ນໆລົງໆຄັນໄດອີກ.
ເວລາຜ່ານໄປຊົ່ວຣະຍະນື່ງ,ຄະນະທີ່ຕົນນອນແບບເຄີ່ງຫລັບເຄີ່ງຕື່ນຢູ່ນັ້ນ,ກີ່ນອາຫານ
ອັນຫອມຫວນຊວນຫີວກໍລອຽລະລ່ອງຕາມສາຍລົມເຂົ້າມາປຸກຜູ້ຂ້າໃຫ້ຕື່ນຜວາພໍດີ.ຢູ່
ຂ້າງນອກຄ້າຍວ່າມີສຽງຖ້ວຍບ່ວງນັນໆຄືມີການຈັດພາເຂົ້າພາງາຍຂອງແມ່ສີເຮືອນນີ້.
ເອະ!...ນັ້ນມັນສັນຍານວ່າໄກ້ຈະທ່ຽງແລ້ວນີ້ນ໋າ…ບໍ່ໄດ້..ໆ..!ຮີບຫາທາງໜີທໍ້ແມ໊!....
ເຮີ໊ຽ..!ໝໍຈັ້ງສີ..!ໂຕບໍ່ຫ່ອນຊີຫານຢູ່ອີກແລ້ວເດີ..ບໍ!...ບໍ່!..ບໍ່ຢູ່ໄດ໋ດ໋ຽວຄົນຊີມາເຫັນ.
ວ່າແລ້ວກໍລຸກປຸບປັບແລ່ນມາຈອບປະຕູຫ້ອງນອນເພື່ອຕຽມໜີ:
-“ໂອ໊ຽຕາຽກູ…!!!..ສັງມາເປັນຈັ່ງຊີ້ຫ໋າ?”…ຜູ້ຂ້າຕົກຕລືງ…!!!ຟ້າວປັດຂີ້ຕາແລ້ວຊ່ອງ
ຄືນຄັກໆເພື່ອຄວາມແນ່ໃຈ.
-“ອຸ໊ຍຍຍ!…ຕາຍຫລ໋ະກູບາດນີ້…ຕາຍຄັກໆ..ຄົນມາເຕັມເຮືອນແລ້ວນີ້..ມີແຕ່ພວກ
ໃສ່ໝວກແງັບຊ້ຳ…ຮື້?ພໍ່ບ້ານກ່າມາ.ໂອ໊ຽ..ບັກຄຳປັງກັບບັກໂອກ່າມານັ່ງເທີ້ເລີ້ຢູ່
ຫັ້ນອີກ…ໜີແມ໊ກູ!!”..ຄິດແລ້ວກໍຟ້າວປິດປະຕູສ້ວມຫັ້ນຄືນແລ້ວກໍໄປງົມຫາທາງ
ອອກເບື້ອງຝາກປ່ອງຢ້ຽມພຸ້ນ.ຄະນະທີ່ກຳລັງຫາທາງຈະໂຕນອອກນັ້ນ.ນາງຈັນເພັງ
ກ້າວຂາເຂົ້າມາຫ້ອງພໍດີແລະເອີ່ຽຄຳຫວານໆຈົນເຫຼືອເຊື່ອວ່າ:

-“ມາ..ອ້າຽສີ…ຮີບມາລ້າງໜ້າລ້າງຕາໄວເທາະແມ໊...ແຂກຄົນມາເຕັມແລ້ວໄດ໋.”.
ເວົ້າແລ້ວກໍວາງຊາມນ້ຳໄວ້ເທິງໂຕະພ້ອມທັງແຖມຮອຍຍີ້ມສົ່ງມາໃຫ້ອີກແລ້ວກໍຍື່ນແພ
ເຊັດໜ້າມາໃຫ້..ຕົກກະໃຈເບິດແຮງຂາສັ່ນທົດໆຈົນຍ່າງເກືອບບໍ່ເປັນ.ບໍ່ຮູ້ຈັກແນວຊີ
ເຮັດເລີຽຕາມໃຈເຈົ້າຂອງເຮືອນກ່ອນເພື່ອມີເວລາຄຶດຫາທາງອອກ.ຕົນທຳທ່າລ້າງ
ແລ້ວລ້າງອີກກໍຍັງມອງບໍ່ເຫັນທາງອອກຍ້ອນວ່ານາງຈັນເພັງຈັບຕາຄຸມຢູ່ປາກປະຕູ
ເໝືອນມີແນວຣະແວງ.ເພື່ອທ່ວງເວລາ,ເລີຽຍ່າງໄປແຍງແວ່ນຫວີຜົມ.ໂທ໊…ໆຕາຍຮ່າ..
ມີຮອດຮອຽກັດຮອຽຂູດຍາວຄ່າຄືບເຕັມໄປທົ່ວລຳຄໍລົງໄປຮອດໜ້າເອິກພຸ້ນຕວ່ານີ້.
ນາງຈັນເພັງຍີ້ມແລ້ວເວົ້າເຢີ້ຽແບບບໍ່ຈົ່ງບໍ່ຈຽມແລະບໍ່ຢ້ານໃຜໄດ້ຍິນວ່າ:

-“ອຸ້ຍ….ບໍ່ແມ່ນຖືກເສືອຄຸບມື້ຄືນນີ້ຫວ໋າ?”…ນາງຍັບມາກັດກົກຫູຄ່ອຽໆບາດນື່ງ.
ເມື່ອຮູ້ວ່າຈົນຕາແຈແລ້ວກໍຍິນຍອມໂດຽດີເພື່ອຫາທາງອອກຍາມປະເຊີນໜ້າກັບຝູງຄົນ
ທີ່ມາຊຸມນຸມກັນຢູ່ຂ້າງນອກນັ້ນ.ຜູ້ຂ້າທຳທ່າຕີຕົວເໝືອນແຂກຄົນທັມມະດາທີ່ມາຮ່ວມ
ແຕ່ບໍ່ກ້າເງີຽຫົວມາປະເຊີນໜ້າໃຜທັງນັ້ນ….ນາງຈັນເພັງເຊີນແຂກຄົນທັງຫຼາຽນັ້ນເຂົ້າ
ມານັ່ງຕີວົງເປັນທີ່ຣຽບຣ້ອຽແລ້ວຈື່ງງຶກຫົວເປັນສັນຍານໃຫ້ເປີດລາຽການ:

-“ເຮົາໃນນາມຕາງໜ້າພັກປະຊາຊົນປະຕິວັດລາວຂໍຊົມເຊີຽການຕັດສິນໃຈສ້າງຄອບ
ຄົວຂອງສະຫາຽຈັນເພັງແລະສະຫາຽຈັ້ງສີ..ຂໍຊົມເຊີຽ!!”.(ສຽງຕົບມືມະລອ໊ກປອ໊ກແປ໊ກ)

ຈາກນັ້ນຜູ້ກ່ຽວກໍຍໍດາບເຫລັ່ມນື່ງທີ່ຜູ້ຂ້າຈື່ວ່າເຄີຽເຫັນຜ່ານຕາແຫ່ງໃດແຫ່ງນື່ງມາແລ້ວ:
-“ນີ້ຄືສັກຂີພິຍານທີ່ໃຊ້ຕາງໜ້າພັກເມື່ອທັງສອງຕັດສິນໃຈສາບານຕົວສ້າງຄອບຄົວ..
ຂໍຊົມເຊີຽການຕັດສິນໃຈອັນເດັດດ່ຽວຂອງສະຫາຍເຈົ້າບ່າວຈັ້ງສີ….ຊົມເຊີຽ…!”
(ສຽງຕົບມືມະລອ໊ກປອ໊ກແປ໊ກ)
-“ຂໍຊົມເຊີຽການຕັດສິນໃຈອັນເດັດດ່ຽວຂອງສະຫາຍເຈົ້າສາວຈັນສີ…ຊົມເຊີຽ…!”
(ສຽງຕົບມືມະລອ໊ກປອ໊ກແປ໊ກ)
-“ພິທີສ້າງຄອບຄົວກ່າລາຈົບທໍ່ນີ້ນໍ…ຕໍ່ໄປແມ່ນເຊີນຮັບປະທານອາຫານ…”

-“ຮື້..!..ກູກາຍເປັນເຈົ້າບ່າວປະຕິວັດແລ້ວວ່າຕີ໋…!...ເຮີ໊ຽ..!!!ບໍ່ເຊື່ອເດິ໊ກ!!!”

ຜູ້ຂ້າບໍ່ເຊື່ອອີ່ຫລີ,ວ່າແລ້ວກໍລັກຢິກຕົນໝົດແຮງເພື່ອລອງເບິ່ງວ່າມີຈິງຫຼືຝັນ?



ເຈົ້າບ່າວປະຕິວັດຕອນ໑໐:

ນຳສເນີໂດຽ:TseemYeej.

ສຽງຊຸບຊິບຊຸມແຊວເຣີ່ມວຸ້ນໆກັນແຕ່ເຊົ້າຂອງມື້ວັນຈັນຈົນເລີຽຄ່ຳ,..ບໍ່ວ່າຢູ່ໃນຝູງຄູບາ
ອາຈານຫຼືກຸ່ມນັກຮຽນ..ແມ້ກະທັ່ງບ້ານເມືອງກໍຊ່າກັນອຶກກະທຶກນຶກນອງວ່າ:
-“ແມ່ນຫຍັງກໍ໋?...ອຸ໊ຍ…ອ໋າຫຼີຫວ໋າ?...ອາຈານຈັ້ງສີເອົາເມັຽແລ້ວວ່າຕິ໋?”…ຜູ້ຂ້າບໍ່ຫານ
ເງີຽໜ້າເບີ່ງໃຜທັງນັ້ນເພາະຢ້ານປະເຊີນໜ້າກັບຄຳຖາມງ່າຍໆແຕ່ຈະຕອບຍາກແລະ
ຈະຍາກກວ່າບົດສອບເສັງທຸກບົດທີ່ເຄີຽປະສົບມາ.ທີແຣກຜູ້ຂ້າຄິດວ່າຈະຖີ້ມໂທດໃຫ້ໝໍ
ຄຳປັງກັບໝໍໂອແຕ່ກໍບໍ່ຈັກພວກນີ້ໄປລີ້ຢູ່ໃສ…ນັບວ່າເປັນຊ່ວງນຶ່ງໃນຊີວິດຂອງຜູ້ຂ້າທີ່
ຈົນເພື່ອນຝູງທີ່ສຸດໃນໂລກ..ສ່ວນມາກແລ້ວແມ່ນພວກເອື້ອຽຄູເພີ່ນຫັ້ນຫລະມາຫຸ້ມດ່າ
ເອົາໆ..ບາງຄົນຮອດເຮັດລັບຕາຊັງອີກ..ຍາມໃດເອີ່ຽປາກຈະຕອບກໍຖືກລູກອັດທັນທີ:

-“ຢ່າມາເອາະແອ້ໄດ໋.!..ເຈົ້າຊີອົມຫວ່ານອົມພະມາເວົ້າກ່າບໍ່ເຊື່ອແລ້ວ”..ເບິ່ງເພີ່ນສຸມສີ່
ສຸມຫ້າໃສ່ຢ່າງບໍ່ຈົ່ງບໍ່ຈຽມ!..ຂິ້ຄ້ານລ່ຳໄລເລີຽຢູ່ເສີຽມັ່ງ..ເຖີງຈະມີເຫດຜົນຫຼືບໍ່ກໍບໍ່ສຳຄັນ
ແຕ່ທີ່ສຳຄັນກໍຄືຍັງຄົງມີໃຜຜູ່ນຶ່ງນັ້ນທີ່ຜູ້ຂ້າຕ້ອງທຳຄວາມເຂົ້າໃຈໃຫ້ໄດ້..ແລະເຂົາຄົນ
ນັ້ນທີ່ຜູ້ຂ້າຕ້ອງການພົບກໍກຳລັງຍ່າງເຂົ້າມາໃນຫ້ອງພັກຄູພໍດີ..ສີໜ້ານາງຍັງຍີ້ມແຍ້ມ
ແຈ່ມໃສເໝືອນເດີມ..ແຕ່ເຖີງແມ້ກະນັ້ນກໍຕາມ,…ນາງຍັງບໍ່ສາມາດເຊື່ອງຊ້ອນຂໍ້ຂ້ອງ
ໝອງໃຈທີ່ກຳລັງຝັງເລິກໃນດວງໃຈນາງໄດ້..ນັ້ນກໍຄືແວວຕານາງຈະເລື່ອນລອຽເໝືອນ
ຄົນໝົດອາລັຍໄຍດີແລະເບົ້າຕານາງຈະແດງເໝືອນຄົນໄຫ້ມານຳທາງແລະຍັງຊຸ່ມໆ
ເໝືອນນ້ຳຕາຫາກໍຖືກເສັດອອກກ່ອນຍ່າງເຂົ້າມາໃນຫ້ອງພັກຄູ:

-“ອ້າຽສີ.!.ຂ້ອຽເຂົ້າໃຈເຈົ້າດີ..ຖ້າມື້ໃດເຈົ້າໄປນຳການປະຕິວັດບໍ່ລອດແລ້ວ,..ຕູບນ້ອຽ
ຫຼັງນັ້ນທີ່ເຈົ້າເຄີຽມາແວ່ມາເຊົາຍັງຄົງຍິນດີຕ້ອນຮັບສເມີແລະດັ່ງເດີມ..ຂໍຈົ່ງໂຊກດີເດີ.”

ວ່າແລ້ວນາງກໍຍ່າງອອກຈາກຫ້ອງພັກໄປ,..ຄະນະດຽວກັນນັ້ນຜູ້ຂ້າບໍ່ສາມາດບອກໄດ້
ວ່າສິ່ງທີ່ຜູ້ຂ້າກຳລັງກືນກຶກໆລົງໄປໃນຄໍນັ້ນແມ່ນນ້ຳຕາຫຼືແມ່ນຫຍັງກັນແທ້?.ຮູ້ພຽງແຕ່
ວ່າມັນຮ້ອນຮົນດັ່ງໄຟນາຣົກເຜົາລົງໃນກາງໃຈ..ລູກຜູ້ຊາຍອົກສາມສອກແທ້ໆຍັງປວດ
ຣ້າວເຫືຼອຈະທົນຂນາດນີ້ແລ້ວສັນໃດນາງແກ້ວຂອງຜູ້ຂ້າຈະທົນໄດ້ຫລ໋ະ?
ແລະແລ້ວບໍ່ນານຕໍ່ມາກໍໄດ້ຍິນວ່າເພື່ອນຮ່ວມງານແລະເພື່ອນສະນິດນາງແກ້ວຂອງຜູ້
ຂ້າຕ້ອງຖືກຍົກຍ້າຽໄປສາແລ້ວ…ສຽງເຢາະເຢີ້ຽຈາກເພື່ອນຝູງໝູ່ກອງນັ້ນກັບກາຍເປັນ
ພລັງແຮງພັກດັນໃຫ້ຜູ້ຂ້ານັບມື້ນັບຍອມຮັບວ່ານາງຈັນເພັງນັ້ນເປັນເຈົ້າສາວຂອງຜູ້ຂ້າ
ໄປໃນຕົວ….ທັ້ງໆທີ່ຕົນຍັງງຶດງໍ້ວ່າເຣື່ອງນີ້ເປັນໄປໄດ້ຈັ່ງໃດ?

ຖ້າຈະມອງໄປໃນແງ່ນຶ່ງ,..ນາງຈັນເພັງກໍບໍ່ໜ້ອຽໜ້າຜູ້ຍິງທົ່ວໄປ....ເສັຽທີແຕ່ອາຍຸນາງ
ອ່າວແກ່ກວ່າຜູ້ຂ້າຫຼາຽເຕີບແລະອີກຢ່າງກໍເສັຽທີແຕ່ຍາດຕິພີ່ນ້ອງທາງສອງກ້ຳສອງ
ຝ່າຽບໍ່ຮູ້ບໍ່ເຫັນນຳ…ຝ່າຽຂອງຜູ້ຂ້າໂຕນຂ້າມຝາກໄປຕັ້ງແຕ່ເຫີງ…ສ່ວນຝ່າຽຂອງນາງ
ນັ້ນເມື່ອຜູ້ຂ້າຖາມເຖີງນາງພຽງແຕ່ຕອບຫຍໍ້ໆວ່າຍັງຕົກຄ້າງຢູ່ເຂດປົດປ່ອຽທໍ່ນັ້ນ.

ໄລຍະນັ້ນ,..ສະພາບການບ້ານເມືອງກໍຄືວຸ້ນໆຈັ່ງໃດຈັ່ງນຶ່ງນິ້ແຫລ໋ະ..ຂ່າວຈັບກຸມຄຸມ
ຂັງຊ່າກັນອຶກກະທຶກນຶກນອງບໍ່ວ່າຂ່າວຈັບຄົນຢູ່ປ່າ..ຈັບຄົນຢູ່ບ້ານ..ແມ້ກະທັ່ງກະໂຕ
ອ້າຽນ້ອງນຳກັນແທ້ໆກໍໄລ່ຈັບກັນສຳມະປິ..ບຶດລະຍ້ອງທາງເຈັກທາງຈິນຈົງກົ໋ວອົ໋ວໄອ່
ໜີສ໋ະສີ໊ຢຳເປ#*^$#+!%#*@#%#..*#.ບຶດລະຍ້ອງວ່າອົງດຶກອົງເດືອກຄອມມຸຍນິສ
ສາກົນໂຊວຽດ-ວຽດນາມດ໋າງຊຶດ໋ຽວແມ໊ໄມ່#$%ດີດເຍົາຄົງແອມເມີ໊ຽ*&$%#@&**^..
ບໍ່ພໍບຶດກໍໄດ້ຍິນອ້າຍນ້ອງເຈັກກັບອ້າຍນ້ອງແກວເພີ່ນຫຍ່ຽວຫວດກັນຈົນລົ້ມຕາຍຫາຍ
ຈາກເປັນຕະພຶດຕະພືເຮິ..ໆ!..ຄັກໃຈເຈົ້າລະບໍ?ສົມໃຈເຈົ້າລະບໍ?ແງ໊ດໆ..!
ອັນຍາລາວເຮົາກໍທຳທ່າແຊວໆແຫ່ປ້າຽຄຳຂວັນພ້ອມພຸ້ນພ້ອມພິ້ຢູ່ບໍເຊົາ..ພຍາລີ້ນທອງ
ມານັ່ງເມືອງບໍ່ພໍບຶດຮ້ອນກົ້ນກໍປົບໜີໄປປົວຕົວ;ຊົ່ວຊີຄືນໄດ້ກໍອາໄສຕ່າງປະເທດໄປຈຸງ
ມາ..ຍາໄກສອດຫົວກາກໆປະກາດເປັ່ງໆ”ລິງສອງໂຕຍາດຂື້ນກົກໄມ້ບາດຊີໄດ້ແມ່ນ
ບັກໂກກນາໂຖ”..ລຸງພາຄຶດເຫຼືອໃຈກໍນັ່ງເອັດໜ້າສີດຄືຜີຕາຍຫົງນີ້,..ປາກບໍໄດ້ໄອບໍ່ດັງ
ຈັກດິ້.ອັນມະຕິທິສດີຈັກຈັ່ນເພີ່ນຫັ້ນກໍຖແລງຢູ່ບໍ່ເລີກບໍ່ແລ້ວຄືຊີເອົາໝາກເລນິນມາກິນ
ກັບເຂົ້າເປັນນິ້ຫລ໋າ.-“ໂອ໊ຽ!..ຈັ່ງແມ່ນຫຍຸ້ງປານໝອຽບັກຈັ້ງສີແທ້ນໍໆ?”

ບ່າວປະຕິການແລະສາວປະຕິວັດສອງເຂືອເຮົາດຳຣົງຊີວິດຢູ່ແບບຫງຽບໆ..ບາງຄັ້ງມັນ
ຫງຽບເຫງົາເໝືອນຕົນມີປົມດ້ອຽຈັ່ງໃດຈັ່ງນຶ່ງບໍ່ຊາບ....ມັນຮູ້ສຶກອ່າງວ້າງເໝືອນພວກ
ເຮົາຢູ່ກັນຄົນລະໂລກໄປເສັຽແລ້ວ..ອາດເປັນເພາະຕົນເຄີຽໃຊ້ຊີວິດເສຣີບີຮົ່ວຄົບຄ້າສະ
ມາຄົມກັບເພື່ອນຝູງມາມາກມາຍແຕ່ແລ້ວພັດມາຢຸດສະງັກໂດຽກະທັນຫັນແບບນິ້ຕີ໋ບໍ?
ເຖີງສະພາບບ້ານເມືອງຈະຫຍຸ້ງໆຍາກໆ,..ພໍ່ແມ່ພີ່ນ້ອງຈະໜີຈາກ,..ເງີນດັບເງີນເດືອນ
ຈະຂາດໃຊ້ຈັ່ງໃດໆ…ຜູ້ຂ້າກໍຄິດຢູ່ວ່າຈະພະຍາຍາມລືມທຸກສິ່ງທຸກຢ່າງແລ້ວຫັນມາຕັ້ງ
ໜ້າຕັ້ງຕາອຸທິດວິຊາຄວາມຮູ້ທີ່ຕົນໄດ້ຮ່ຳຮຽນມາເພື່ອຊາດແລະເພື່ອອານາຄົດຂອງເຍົາ
ວະຊົນລຸ່ນຫຼັງ…ແລະທີ່ສຳຄັນກໍຂໍໃຫ້ມີຍອດດວງໃຈ”ສາວປົດປ່ອຽ”ຄຽງຂ້າງກໍເປັນພໍ.
ຄະນະທີ່..ຜູ້ຂ້າຕັດສິນໃຈເດັດດ່ຽວດັ່ງນັ້ນກໍມີແນວເປັນໄປຢ່າງບໍ່ຂາດຝັນ..ນັ້ນກໍຄື:..ມີ
ມື້ນຶ່ງຜູ້ຂ້າກັບຈາກວຽກງານມາຮອດໜ້າບ້ານຕົນ;.ເຫັນມີທະຫານແປກໜ້າສອງຄົນພາຽ
ປືນຢືນຍາມຢູ່ປາກປະຕູຫັ້ນ…ຜູ້ຂ້າງຶກຫົວເປັນພາສາກືກຖາມສະບາຍດີແລ້ວກໍກ້າວຂາ
ເຂົ້າໄປໃນເຮືອນຕົນ…ທັນທີນັ້ນທະຫານຜູ້ນຶ່ງກໍວາແຂນອອກສະກັດກັ້ນຜູ້ຂ້າໄວ້ອີກຜູ້
ນຶ່ງກໍຈີ້ປາຍປືນມາໃສ່ເອິກຜູ້ຂ້າແລ້ວກັດແຂ້ວດັງກາດໆຄືຕຽມຈະລັ່ນໄກປືນນີ້.
-“ພວກສະຫາຍມາຫຍັງ?ເຮົາຊີເຂົ້າໄປໃນເຮືອນເຮົານີ້ນ໋າ”..ຜູ້ຂ້າຖາມຂື້ນ…ແທນທີ່
ມັນຈະຕອບ,..ມັນເບສົບແລ້ວເສືອກຕາໄປຫາປະຕູ…ຜູ້ຂ້າຫຼຽວເຫັນໝວກແງ້ບໃບນື່ງ
ແຂວນຢູ່ບານປະຕູຫັ້ນຈຶ່ງຮູ້ໄດ້ວ່າມີຄົນຢູ່ຂ້າງໃນ..ແລະຄຶດພໍ້ຄຳເຫົຼ່າລືວ່າ:..ຫຼັກການ
ພວກຄອມມຸຍນິສນີ້;..ຖ້າເຫັນໝວກແຂວນຢູ່ໜ້າປະຕູຫ້ອງນອນຕົນນັ້ນມັນໝາຍຄວາມ
ວ່າພວກທະຫານກຳລັງປະຕິບັດນະໂຍບາຍສາມະຄີສູບລົມໃສ່ເມັຽເຈົ້າຂອງເຮືອນ…

-“ຮື້..?ແມ່ນອີ່ຫລີຫວ໋າ?”..ຄິດໄດ້ແລ້ວກໍບ່ຽງໂຕວ່າຈະຍູ້ປະຕູເຂົ້າໄປເພື່ອພິສູດຄວາມ
ຈິງ..ແຕ່ຍິນສຽງສາກປືນດັງ”ກລິກ!-ກລັກ!”ມາແຕ່ທາງຫຼັງ..ທັນທີນັ້ນເລືອດອາຈານຈັ້ງ
ສີກັບກາຍເປັນເລືອດບັກຈັ້ງສີ..”ຍອດນັກເລງສິບທິດ”.ໄປສາແລ້ວ!...ມັນປີ່ນສອກຟາດ
ປາຍຄາງບັກຫ່າທະຫານອ້າຽນ້ອງບ້າເລືອດຫັ້ນລົ້ມຟຸ໊ບລົງຄືບັກໄມ້ແກ່ນນີ້....ຫຼຽວເບີ່ງ
ບັກຢູ່ຂ້າງຫັ້ນກຳລັງອ້າແຂນຄືຊີຄຸບໄກ່ນີ້..ທັ້ງໆທີ່ໂຕເອງພາຍປືນຢູ່ກໍດາຍ;..ໄດ້ທ່າບັກ
ຈັ້ງສີໂດດກຸບລູກ”ໂວເລ່”ຄືກຸບກະຕໍ້ດັງ”ຟຶດດ..!ຕຸ໊ມມ!”..ຕິດງ່ອນບັກຫ່ານັ້ນຈົນຫົວຊຸກ
ຫົວຊົນໄປເຖືອດິນຂີ້ຝຸ່ນໄງ້ກຸ້ມ.!..ມັນທັງຖົ່ມຂີ້ຝຸ່ນອອກທຸ້ຍໆ..!...ທັງດິ້ນແດ່ວໆຢູ່ຫັ້ນ..
ບັກຈັ້ງສີທັງຈໍ້ມັດ..ທັງໝູນຕົວຮອບວົງຢ່າງໄວວາເພື່ອຊອກຫາເຫຍື່ອກຳປັ້ນຄົນຕໍ່ໄປ:

-“ອາວຸດ..!ຄືທາງອອກ!..”…ຄຶດພໍ້ມັນໂດດຕີລັງກາ..ມືນຶ່ງຄ້ຳດິນ,..ມືນຶ່ງຄຸບເອົາປືນ
ຂອງບັກທີ່ລົ້ມກ່ອນຫັ້ນແລ້ວກິ້ງມາຈື້ງໂຕໃນທ່າຕຽມພ້ອມ..ຕາຈ້ອງຊອກເປົ້າທີ່ຈະເປັນ
ຜິດເປັນພັຍພ້ອມທັງຄ່ອຽໆຂຍັບໄປບັງໂພນຢູ່ຕໍ່ໜ້າເດີ່ນຫັ້ນ…ບໍ່ພໍບຶດກໍເຫັນທະຫານຜູ້
ນຶ່ງເປີດປະຕູອອກຈາກເຮືອນພັກຜູ້ຂ້າມາດ້ວຽຄວາມຕົກຕະລຶງ..ມືເບື້ອງນຶ່ງຈັບຫົວໂສ້ງ
ສ່ວນມືເບື້ອງນຶ່ງຖືປືນສັ້ນຈໍ່ໄປຈໍ່ມາ,ເບິ່ງຊົງມັນອາດຊີເປັນຫົວໜ້າ..ຖ້າຈະຍິງມັນກໍຕາຍ
ຖີ້ມລ້າໆເພາະມັນຮອດບໍ່ເຫັນໝໍຈັ້ງສີລິ້ຢູ່ໃສ..ແຕ່ນັກເລງເຕັມຕົວຄືໝໍຈັ້ງສີບໍ່ເຄີຽຂ້າຄົນ
ຢ່າງເລືອດເຢັນໂວ໊ຽ!..ລູກນ້ອງມັນຍັງນອນດີ້ນແດ່ວໆຄືໝາວໍ້ກຳລັງສັກຕາຍຢູ່ຫັ້ນ:

-“ວາງປືນດຽວນີ້ແມ໊..!”..ຜູ້ຂ້າຮ້ອງເປັ່ງສຽງດັງມາແຕ່ໂພນປວກທີ່ຕົນບັງຢູ່….
-“ແມ່ນໃຜ?..ອອກມາດຽວນີ້!”..ມັນຍິງປືນນາບຂູ່ແບບທະຫານສັ່ງການແລ້ວແກວ່ງປືນ
ໄປໆມາໆຄືບໍ່ຮູ້ຈຸດວ່າຜູ້ຂ້າຢູ່ໃສ?ແລະອາດບໍ່ຮູ້ຮອດວ່າຜູ້ຂ້າຍາດໄດ້ປືນບອກນຶ່ງແລ້ວ.
ຄະນະດຽວກັນພວກຄູອາຈານແລະລູກສິດທີ່ຢູ່ແຖວໆນັ້ນຮູ້ຫງິນສຽງຕ່ອຽຕີກັນແລະສຽງ
ນາບຂູ່ກັນ,..ກໍໂຮ່ກັນອອກມາຫຸ້ມເບິ່ງເປັນຝູງ..ອາຈານຍິງຜູ່ລາງຄົນສັ່ນທົດໆຈົນຫຍ່ຽວ
ແຕກຫຍ່ຽວແຕນ,...ແລະແລ້ວນາງຈັນເພັງກໍແລ່ນເຮັດໜ້າຕີ່ໜ້າຫລ່າອອກມາເຊັ່ນກັນ.
ຊົງຜົມກໍຫຍຸ້ງປານຖືກປ້ຳໃໝ່ໆນີ້,..ເບິ່ງສີ້ນເພີ່ນຫັ້ນໃສ່ລວງປີ້ນໄປເລີຽຊ້ຳສ໋າ..ມືຍັງກຸມ
ໃສ່ດຸມໃຕ້ດຸມເໜືອຢູ່ບໍ່ແລ້ວ..ນາງຮ້ອງຂື້ນເປັນສຽງເຫຼີຕາຍອອກມາວ່າ:

-“ໂອ໊ຽ..!ເຊົາແມ໊…ພວກເຈົ້າທັງສອງຫັ້ນນ໋າ..!..ຂ້ອຽຂໍນຳແດ່ທ້ອນ..”..ເວົ້າແລ້ວນາງ
ກໍແລ່ນມາຢືນຂັ້ນກາງຣະຫວ່າງເຮົາສອງ..ຜູ້ຂ້າກຳປືນແໜ້ນຕຽມຍິງແລ້ວຄ່ອຽໆຂຍັບ
ອອກຈາກໂພນມາຢືນບໍ່ພໍວາ..ນາງຈັນເພັງເຫັນບໍ່ເປັນທ່າຈື່ງຫຍັບມາອ້າແຂນບັງໂຕຜູ້
ຂ້າໄວ້ເໝືອນນາງຍອມຕາຽຕາງຜູ້ຂ້ານີ້:
-“ມຶງເກັ່ງວາງປືນແໝ໊!”..ສຽງທ້າທາຍທີ່ສັ່ນເຄືອຂອງຜູ້ຂ້າບໍ່ມີຢາງຢ້ານຈັກເມັດແລ້ວ
ລ໋າ..ວ່າແລ້ວກໍຄ່ອຽລົດປາຍປືນລົງດິນຢ່າງເຢີ້ຍຟ້າທ້າດິນ….ມັນຫຼຽວເບີ່ງລູກນ້ອງຍັງ
ນອນຄາງອ່ອຽໆຢູ່..ມັນນິ່ງຄິດດົນເຕີບ..ຈັກມັນຄິດຈັ່ງໃດບໍ່ຊາບມັນເລີຽແປງໂສ້ງຄືນ
ແລ້ວຍັດປືນໃສ່ພົກພ້ອມເວົ້າພໍແກ້ໜ້າວ່າ:

-“ຝາກໄວ້ກ່ອນ…”..ວ່າແລ້ວມັນກໍກວັກມືໃຫ້ລູກນ້ອງມັນລຸກຂື້ນ,..ຜູ້ຂ້າກໍຕິນເຄັ່ຽປືນ
ຄືນໃຫ້ບັກທະຫານທີ່ກຳລັງຄ້ຳຄາງຢູ່ນັ້ນ..ມັນຮອດບໍ່ກ້າຫຼຽວເບີ່ງໜ້າຊ້ຳ..ແລ້ວພວກ
ມັນກໍພາກັນຍ່າງອອກໄປ…ສຽງຝູງຄົນທີ່ອອກມາເບິ່ງຫັ້ນເລີ່ມຟົດໆຖາມຕົ້ນປາຍສາຍ
ເຫດນຳນາງຈັນເພັງຢູ່..ຜູ້ຂ້າຢືນແນມພວກເຖື່ອນນັ້ນຍ່າງວິດທາງຄ້ອຽໄປກໍຟ້າວເຂົ້າ
ໄປໃນເຮືອນແລ້ວຈັດແຈງຫ້າງຫາເອົາແນວຈຳເປັນຍັດໃສ່ຖົງພາຍແລ້ວຟ້າວຍ່າງອອກ
ປະຕູຕຽມຈະເຂົ້າປ່າທັນທີກ່ອນພວກມັນຈະຄືນມາ....



ເຈົ້າບ່າວປະຕິວັດຕອນ໑໑:

ນຳສເນີໂດຽ:TseemYeej.

ນາງຈັນເພັງຮູ້ທັນກໍຟ້າວແຍກຕົວອອກຈາກຝູງຄົນນັ້ນມາຂວາງຜູ້ຂ້າໄວ້ແລ້ວຢືນຕັນ
ປາກປະຕູບໍ່ໃຫ້ຜູ້ຂ້າອອກໄປ.
-“ເຈົ້າຊີໄປໃສອ້າຍສີ?”…ນາງຮ້ອງຖາມຂື້ນເປັນສີຮ້າຽໆ.
-“ໄປຕາຍດາດໜ້າດີກວ່າ!!..ຊີໃຊ້ຊາດຢູ່ກັບອີ່ນາງກາກີສອງໃຈຄືເຈົ້າເຮັດຫຍັງ?”
-“ຕ໊າຍ…!ອ້າຍສີເຈົ້າດ່າຂ້ອຽອ໋າຫລີວ໋າ?”…ໜ້ານາງໝ້ານເຂົ້າເປັນສີເສົ້າໆ..
-“ຊີບໍ່ໃຫ້ດ່າຈັ່ງໃດ?.ແບໃຫ້ເຂົາ..ແລ້ວຍັງມີໜ້າມາຕ້ານຕໍ່ຄວາມອີກຊັ້ນບໍ?”..ຜູ້ຂ້າເວົ້າ.
-“ອ້າຽຊີຄຽດສ່ຳໃດກໍຕາມ,.ຂໍຟັງເຫດຟັງຜົນກ່ອນໄດ້ບໍ່?”..ນ້ຳຕານາງໄຫຼເປັນສາຽລົງ
ປາຽຄາງແລ້ວຖີ້ມໂຕມາໃສ່ອ້ອມກອດຜູ້ຂ້າຄືເດັກໄຮ້ດຽງສາ..ນາງເອີ່ຽປາກວອນຄັ້ງ
ແລ້ວຄັ້ງເຫລົ່າຈົນຜູ້ຂ້າອອ່ນໃຈ..ແລ້ວນາງເລີ່ມເລົ່າເຣຶ່ອງມາຕັ້ງແຕ່ຕົ້ນ:
-“ຜູ່ມື້ກີ້ນີ້ແມ່ນອ້າຍຄຳສາຍພວກເຮົາເຄີຽເປັນຊູ້ກັນແຕ່ເປິງເສິກປົດປ່ອຽພຸ້ນ…ຫຼາຍຄັ້ງ
ແລ້ວທີ່ພວກເຮົາສເນີຂັ້ນເທິງຂໍສ້າງຄອບຄົວແຕ່ຍ້ອນພາລະກິດຊາດເດັ່ນສັດກວ່າ,ຈຶ່ງ
ຈຳເປັນຕ້ອງປະລະເຫງື່ອນໄຂເອກະເທດນັ້ນແລ້ວຕັດສິນໃຈເດັດດ່ຽວມໍລະສຸມໃສ່ການ
ຂັບໄລ່ໄຖຫົວພວກຈັກກາພັດລ່າຫົວເມືອງຂື້ນໃຫ້ປາລາໄຊປົບໜີໄປ....ບໍໝົດທໍ່ນັ້ນຍັງ
ຈະສືບຕໍ່ທັບມ້າງກົງຈັກປະຕິການນາຍທືນແລ້ວຂຫຽາຍຕາໜ່າງພະເດັດການຊົນຊັ້ນ
ກຳມາຊີບກໍຄືຄອມມູນິດສາກົນບົນພື້ນຖານວັດຖຸນີຍົມສັດຈາວີພາກ..ບລາ..ໆ..ໆ..”
-“ອ່າວ..!..ແລ້ວມັນກ່ຽວຂັອງຫຍັງກັບຂ້ອຽ?”..ຜູ້ຂ້າຫືນແຮງ.
-“ອຸ໊ຍ..ຟັງໃຫ້ສຸດກ່ອນ.ແມ໊.”..ນາງຊຸກໂຕຜູ້ຂ້າລົງບົນຕຽງແລ້ວເໜ້ນເອິກນາງລົງມາ
ທັບຄືຢ້ານຜູ້ຂ້າຊີລຸກໜີນີ້..ນາງຖອນຫາຍໃຈເຂົ້າປອດສຸດແຮງແລ້ວເວົ້າຕໍ່.
-“ພາຍໃຕ້ການນຳພາອັນສະລາດສ່ອງໄສຂອງພັກ,..ລະແມ່ນຫຼັງຈາກພັກໃຊ້ເລກົນ
ຍົວະສັດຕູຂ້າສັດຕູຄົ່ນລົ້ມລະບອບລາຊາທີປາໄຕແລະອຳນາດປົກຄອງຂູນເສິກສັກດີ
ນາແລ້ວ..ຕໍໄປຍັງຈະສືບຕໍ່ລົບລ້າງແນວຄິດເອກະເທດເອກະຊົນເຈົ້າດິນເຈົ້າດອນສ້ຽນ
ໜາມກົງລໍ້ປະຕິວັດສາກົນ..ໝາຍວ່າຕໍໄປນີ້ລະແມ່ນ”ບາດຄ້ອນທີສີ່”ແມ່ນຂຸດກົກຖອນ
ຮາກກໍຄື:-ລົບລ້າງເຈົ້າທີດີນ-ລົບລ້າງພື້ນຖານວັດທານາທຳຕາເວັນຕົກ-ລົບລ້າງການ
ເຊື່ອຖືງົມງາຍຕົ້ນຕໍລະແມ່ນສາສະໜາສ້ຽນໜາມວັດຖຸນີຍົມສັດຈາວີພາກ.”..
“ຮື່...ສົມພໍຍາພໍ່ວັດຍອມຜູກຄໍຕາຽມື້ນັ້ນລະນໍ?”..ຜູ້ຂ້າຖຽງຂື້ນ..ແຕ່ແທນທີ່ຈະໂຕ້ຕອບ
ນາງງົມເອົາອັນນັ້ນມາບິດໄປບິດມາຄືບິດຄໍໄກ່ພໍຄາວແລ້ວປ່ອຽໃຫ້ຂືງໃສ່ກັນ..ຜູ້ຂ້າຄຶດ
ປວດນຳຢູ່ແຕ່ມາຄຶດຂີ້ດຽດນຳໝູ່ມາລັກແດກໝົກປາເຈົ້າຂອງກ່ອນ..ໃຊ້ລູກອົດທົນຢຽດ
ຢູ່ຫັ້ນ..ແຕ່ບັກນ້ອງຊາຍຊ້ຳພັດພືປີກພືງວາບໆວ່າຊີສູ້ຢູ່ບໍ່ເຊົາ.
-“ຮື່ມມມ..!ຊັງຄົນຂີ້ງອນເດ໋ນໍ..ຟັງດີໆເດີ..ນ້ອງຊີເວົ້າຕໍ່…ອ້າຍຄຳສາຍກັບນ້ອງເປັນ
ໜ່ວຽສາຍລັບທີ່ຖືກຊັບຊ້ອນໃຫ້ມາເຂື່ອນໄຫວກວດລ້າງສ້ຽນໜາມການປະຕິວັດຢູ່ແຖບ
ນີ້…ອ້າຍສີເຈົ້າຜູ່ນຶ່ງນອນຢູ່ໃນພື້ນຖານວັດທານາທຳຕາເວັນຕົກ..ຖືກໝາຍຈັບສົ່ງໄປ
ດັດສ້າງຍາວນານ..ແຕ່ນ້ອງຫຼົງຮັກອ້າຽເຫຼືອທີ່ຈະທົນທານ..ຮັກຈົນລືມຮອດຊູ້ເກົ່າ..ລືມ
ຮອດພາລະກິດວຽກງານ..ຄັນຊີຈັບກໍຂໍຈັບອ້າຽມາຂັງໃນຕລາງຮັກຫ້ອງນີ້..ຊາດນີ້ຄັນຊີ
ຕາຍນ້ອງຂໍຕາຍຜຽນອ້າຽກໍດີໃຈ”..ນາງສະອື້ນແຮງຈົນສະມັກ..ຜູ້ຂ້າມາຄຶດກິນແໜງທີ່
ຫຼົງອອກປາກດ່ານາງມື້ກິ້ນີ້..ຈຶ່ງຍື່ນມືໄປເສັດນ້ຳຕານາງດ້ວຽຄວາມຖນຸຖນອມແລ້ວຄ່ອຽ
ຈ່ອງຄໍນາງລົງມາຈູບດ້ວຽຄວາມຊື່ນຊອບແລະເພີ່ງພໍໃຈ..ຈາກນັ້ນກໍສຸດແລ້ວແຕ່ພາສາ
ຮັກຈະພາເປັນ..ທັງສອງເຮົາພ້ອມກັນປ່ຽນຜຽນພິກຂວ້າມພິກຫງາຍໄປມາຕາມລີລາຈັງ
ຫວະເພິງກາມ..ບາງຄັ້ງຈະຄ່ອນຂ້າງຮ້ອນແຮງຈົນເຫຼີຮ້ອງ…ບາງຄັ້ງກັ້ນໃຈມີ່ງໄປຈົນ
ໝົດລົມປານຢ່າງບໍ່ຟ້າວບໍ່ຝັ່ງ..ຕ່າງຝ່າຽຕ່າງພາກພຽນເຣົ້າຣົມຈົນເຖີງຂີດສຸດຍອດທີ່ທັງ
ສອງເຮົາຕ້ອງລອຽລະລ່ອງບົນເວຫາ..ຜູ້ຂ້າລືມສາແລ້ວຄວາມຂີ້ດຽດຫັ້ນກໍ໊..ຄິດໄປຄິດ
ມາກໍຍັງຄິດລະອາຍໃຈທີ່ເປັນແມວລັກກິນປາຢ້າງເຂົາແລ້ວຍັງມີໜ້າໄປຈາຕີເຂົາອີກ..
-“ຮິ..ໆ..ໆ!..ບັກຈັ້ງສີເຮີຽມຶງກໍຈັ່ງແມ່ນຈັງໄຮນໍ້?”ຄິດແລ້ວກໍຊື່ມໃສ່ຫູນາງໃຫ້ເລົ່າຕໍ່.
-“..ເອີ…ຮື້..?..ຮອດໃສແລ້ວຮື້?...ເອີ..ຄືນແຣກນັ້ນແມ່ນຂື້ນແຜນໃຫ້ເຂົາໄປຊວນອ້າຽ
ມາຕິດກັບ..ແຕ່ມາຜິດແຜນຢູ່ບ່ອນວ່າ:..ຕອນນ້ອງເຂົ້າໄປສົ່ງສັນຍານໃນຫ້ອງນອນໃຫ້
ພວກອ້າຽຄຳສາຍເຂົາມາປິດລ້ອມຈັບເອົານັ້ນ..ອ້າຽໂລດພາໂລຕາມເຂົ້າມາສະ..ນ້ອງ
ຕົກໃຈເຮັດຫຍັງກໍບໍ່ຖືກຈື່ງເສັຽທ່າໄປຊັ້ນຫລ໋ະວ໋າ”..ວ່າແລ້ວນາງກໍກອດຮັດຜູ້ຂ້າບໍ່ວາງ.
-“ມື້ນີ້ເຂົາຄືນມາຈັບອ້າຽອີກ.ແຕ່ນ້ອງຂໍ..ເອີ..ນ້ອງຂໍແຫລກດ້ວຽ..”..ນາງຢຸດສະງັກໄປ.
ສຸດແສນຕື້ນຕັນໃຈໃນການເສັຽສະລະຂອງນາງ,..ຜູ້ຂ້າພິກໂຕຂື້ນເຕັງນາງແລ້ວກົ້ມລົງ
ຈູບທົ່ວໂຕນາງພ້ອມທັງລູບໄລ່ແລະສູບເອົາກີ່ນເນື້ອນາງຢ່າງກະຫາຍຮັກແລະຫືງຫວງ.
-“ອ້າຽສີ..ເຖີງຈະແກ້ຕົກມື້ນີ້ແຕ່ກໍຍັງບໍ່ໝົ້ນມື້ອື່ນເດີ..ເພາະອ້າຽມີລະດັບພື້ນຖານຕາເວັນ
ຕົກສູງກວ່າໝູ່ໃນເມືອງນີ້ຖືວ່າເປັນສ້ຽນໜາມການປາຕີວັດ..ນ້ອງຮູ້ແລ້ວ..ອ້າຍຄຳສາຍ
ລາວຕ້ອງຟື້ນເລື່ອງນີ້ມາຈອງເວນອ້າຽໄປຮອດມື້ຕາຍພຸ້ນຫລະ..ລາວແຫ່ງແຄ້ນທີ່ຄືນ
ນັ້ນນ້ອງຕັດສີນໃຈສ້າງຄອບຄົວກັບອ້າຽ..ຕອນທີ່ອ້າຽນອນຫຼັບຫັ້ນນ້ອງອອກໄປທຳ
ຄວາມເຂົ້າໃຈດົນເຕີບ..ລາວຈື່ງບໍ່ກ້າລົບກວນຈົນເລີຽມາປານນິ້..ເພາະເຫັນແກ່ນ້ອງ..”.
-“ຄັນຊັ້ນໜີນຳກັນເຖາະໄທເຮົາ?”..ຜູ້ຂ້າຊວນ..ນາງແກວ່ງຫົວແລ້ວຕອບວ່າ:
-“ອ້າຽສີ..ນ້ອງເປັນແກ່ນສານພັກ..ນ້ອງຮູ້ວ່າໜີໄປໃສການປະຕີວັດກໍຈະຕາມໄປທຸກ
ຫົນແຫ່ງຈົນໂລກກາຍເປັນກອມມູນິດສາກົນກຳມາຊີບພຸ້ນໄດ໋.”..ນາງຕອບຄືຊ່ອງບໍ່
ເຫັນທາງອອກທີ່ແນ່ນອນ;ແລ້ວກໍຫງຽບໄປຄົງເຫຼືອແຕ່ສຽງຖອນຫາຍໃຈຍາວໆປົນເຈືອ
ໄປດ້ວຽສຽງສະອື້ນເປັນບາງຄັ້ງບາງຄາວເໝືອນຫວັ່ນວິຕົກວ່າເວລານາທີແຫ່ງການພັດ
ພາກຈາກກັນຈວນຈະມາເຖີງແລ້ວ;..ຈະບໍ່ຮູບໃດກໍຕ້ອງຮູບໜື່ງແນ່ນອນ..ຄືນນັ້ນ,ເປັນ
ຄືນອຳລາທີ່ສຸດແສນອາລັຍອາວອນ..ຕ່າງຄົນຕ່າງນອນບໍ່ລັບ..ຄອຍກອດຄອຍຈູບ
ຄອຍລູບຄອຍໄລ້ແຕ່ຈອມຫົວລົງໄປທົ່ວທຸກອົງປະກອບຂອງຮ່າງກາຍ..ເພື່ອກັນລືມ.
…….ມາຄຶດເສັຽດາຽ..ທີ່ຕ້ອງມີແນວມາກີດຂວາງຄວາມຕັ້ງໃຈທີ່ຕົນອຸທິດເພື່ອຊາດ.
ວັນຮຸ່ງມື້ໃໝ່ນີ້ຈະບໍ່ມີໝໍຈັ້ງສີໃສ່ເກີບແຕ້ເລາະສອນຝູງນັກຮຽນແຕ່ເຊົ້າຈົນຄ່ຳສາແລ້ວ
ລະນໍ?..ແລະໃຜເດ໋..ເລີກໂຮງຮຽນມາຈະໄປກ້ານຄັນຄາກມາໃຫ້ນາງຈັນເພັງເຈົ້າສາວ
ປະຕິວັດຄົນນີ້ໄດ້ເຮັດແລງນໍ?..ແລ້ວເດິກດື່ນຄ່ອນຄືນໜາວໆມາໃຜຈະຕຸ້ມຜ້າຫົ່ມປົກ
ນາງແທນຜູ້ຂ້ານໍ?.ຖ້າຜູ້ຂ້າມີລິດຈະແຜງລິດໃຫ້ໂລກນີ້ຢຸດໝູນບໍ່ໃຫ້ມີມື້ອື່ນ..ແຕ່ອານິດ
ຈາ..ໝໍຈັ້ງສີ…ເປັນພຽງສາມັນຊົນທີ່ເກີດມາຢ້ານເສັຽຊາດຈື່ງຕັດສິນໃຈໄປຊ່ວຽຊາດແຕ່
ທ້າຽທີ່ສຸດຊ້ຳພັດກາຽເປັນຜູ່ໃຊ້ຊາດໄປສະແລ້ວ…

ເທວະດາຊ່າງບໍ່ເປັນໃຈ,ມື້ໃໝ່ໄກ່ກໍຂັນສັນຍານວ່າເຊົ້າວັນຮຸ່ງມາຮອດແລ້ວ..ຜູ້ຂ້າຍື່ນມື
ໄປຄວ້າເອົາຍອດຮັກມາສັ່ງລາເປັນຄັ້ງສຸດທ້າຽ,ແຕ່ບໍ່ມີນາງຄຽງຂ້າງແລ້ວ..ຕື່ນຜວາລຸກ
ມານັ່ງສັງເກດການ..ຄືບໍ່ມີຫຍັງຜິດປົກຕິ;ຫຼຽວເບີ່ງເພື່ອນທີ່ຊື່ສັດໝາບັກດ່າງກໍຍັງນອນ
ໜິ່ງຢູ່..ຖ້າມີແນວຜິດສັງເກດມັນຕ້ອງເຫົ່າ..ບາງທີນາງອາດໄປຕັກນ້ຳຫຼືໄປຫາແນວມາ
ແຕ່ງພາເຂົ້າເຊົ້າເພາະສັ່ງລາກັນຄັ້ງແລ້ວຄັ້ງເລົ່າໝົດຄືນຊົງຊີຫິວຫຼາຍ..ຄຶດໄດ້ກໍມ້ອຽ
ຄືນນອນຕໍ່ຈົນໝາບັກດ່າງປຸກ…ມັນເຫົ່າບອກວ່າມີຄົນມາໄກ້ໆແລ້ວ..ຕົນຈື່ງຄ່ອຽຢ່ອງ
ຕີນໄປຈອບເບີ່ງລະແມ່ນບັກຫ່າຄຳປັງ..ມັນກຳລັງຊີເຄາະປະຕູພໍດີຜູ້ຂ້າເລີຽເປີດກ່ອນ:
-“ບັກເວັນເຮີຽ..!..ເຫັນໜ້າມືງຍາມໃດກູມີບັນຫາຍາມນັ້ນໂລດລະນໍ?”..ຜູ້ຂ້າເວົ້າ.
-“ບັກສີ..!..ມືງຢ່າປາກແຮງຫຼາຍກູໃຫ້ບັກໂອຍາມຢູ່ນອກ..ກູລັດຣົຖສອງແຖວໃຫ້ມືງ
ຣຽບຣ້ອຽແລ້ວ..ມືງຮີບໜີໄປກ່ອນ..ກູຮູ້ວ່າເຂົາຊີຄືນມາຈັບຫົວມືງມື້ນີ້ແຫລະ!..”..ມັນວ່າ.
-“ແລ້ວເມັຽກູເດ໋?”..ຜູ້ຂ້າຖາມດ້ວຽຄວາມເປັນຫ່ວງ.
-“ເອີນ໋າ..ມັນຊີໄປນຳຢູ່ດອກ..ໃຫ້ມືງໄປຖ້າຢູ່ສົ້ນຂົວເຫລັກຫາດດອນຈັນພຸ້ນກ່ອນເດີ
..ຄ່ຳແລ້ວມັນຊີໄປຫາເອງເດີ..ເອົ໋າ!ນີ້ເງີນຄ່າທາງກູໃຫ້ມືງ..ຂໍໃຫ້ມືງໂຊກດີເດີສ່ຽວ..”..
ສອງສະຫາຍເຮົາກອດກັນອຳລາບຶດນື່ງມັນກໍ່ຍ່າງລັດປ່າໄປ.
ຮູ້ວ່າເມັຽຕົນຊີບໍ່ທັນມາກໍຟ້າວຈັດແຈງນຸ່ງເຄື່ອງ,..ຫາແນວກິນແບບກະທັດລັດພໍແກ້ຫິວ
ແລ້ວກໍຈັບປື້ມພັບຕຳລາສິດສອນຍ່າງອອກເຮືອນຄືຊີໄປສອນນີ້..ຄະນະທີຕົນກຳລັງ
ຍ່າງຜ່ານຝູງນັກຮຽນນັ້ນສັງເກດເຫັນວ່າບັນດານ້ອງນັກຮຽນເກືອບທຸກຄົນຈະຢືນ
ຫງຽບໆເປັນລະບຽບຣຽບຣ້ອຽແລະມອງຜູ້ຂ້າຢ່າງອາລັຍອາວອນ..ບາງຄົນຫຼົງໂບກມື
ເມື່ອຕົນຍ່າງຜ່ານໄປ..ແລະສ່ວນມາກນັກຮຽນຍິງຈະອອກອາການສະອື້ນເບົາໆ..ແລະ
ແລ້ວນັກຮຽນຍິງຜູ້ສຸດທ້າຽໃນແຖວກ້າວຂາອອກມາຍື່ນຫໍ່ເຂົ້າຫໍ່ນື່ງແລ້ວເວົ້າວ່າ:
-“ເອື້ອຽຂານຝາກມາ..”..ຜູ້ຂ້າຍື່ນມືໄປຮັບເພາະມັນອາດເປັນຫໍ່ເຂົ້າຫໍ່ສຸດທ້າຽທີ່ໝາຍ
ເຖີງຄວາມເປັນຫ່ວງເປັນໄຍຂອງຊາວບ້ານ..ພໍວິດປາກປະຕູຮົ້ວໂຮງຮຽນ..ຜູ້ຂ້າຫຼຽວ
ຄືນໄປເບີ່ງເຫົ່ຼານັກຮຽນເປັນຄັ້ງສຸດທ້າຽ..ນ້ຳຕາຜູ້ຂ້າໄຫຼອອກມາຍາມໃດບໍ່ຮູ້ເມື່ອ..ຕົນ
ຈື່ງຈີກປື້ມບົດສອນນັ້ນໄປຢາຍໃຫ້ນັກຮຽນຜູ້ລະໃບພໍໄດ້ເບີ່ງລາຽມືເປັນທີລະລຶກແລະ
ຍື່ນປື້ມວິຊາໃຫ້ເພື່ອນຄູແລ້ວກໍຍ່າງຂື້ນຣົຖໂດຽສານມຸ່ງໜ້າໄປວຽງຈັນ..ພວກຄົນໂດຽ
ສານຫຍັບບ່ອນໃຫ້ໄວວາແລ້ວນັ່ງມິດຢູ່ຄືຣ່ວມໃຈພາວັນນາໃຫ້ຜູ້ຂ້າໄປລອດຮອດຝັ່ງ…
ຫຼັງຈາກຍ່າງເລາະຂ້າເວລາທາງແຖວໂຮງໝໍມະໂຫສົດຈົນຈວນຄ່ຳແລ້ວກໍຍ່າງລົງ
ຫາດຍ່ານຕລາດນ້ອຽສີເມືອງຫັ້ນ..ເວລານັ້ນນ້ຳຂອງພວມບົກ,..ມີພວກໜຸ່ມສາວລົງມາ
ຫົດສວນແລະເຕາະບານຫຼີ້ນເຕັມຢູ່ຫາດຊາຍຫັ້ນ..ຜູ້ຂ້າທຳທ່າຊີເຕາະບານນຳເຂົາແຕ່ກໍ
ເດີນຫັນຫຼັງເລື້ອຽໆໄປ..ຈົນເລີຽໄປໂນນພຸ້ນ..ພໍດີພົ້ນໂນນທີ່ມີປ່າກົກຫງິ້ວຈະເລີຽໄປປ່າ
ເຫລົ່າຫັ້ນກໍມີສຽງຮ້ອງສຸດແຮງມາ:
-“ຢຸດດຽວນີ້!!”…ພ້ອມໆສຽງສາກປືນ.
-“ຊີຍິງກໍຍິງເຖາະແມ້…ມົວຮ້ອງຕາຍຢູ່ຫັ້ນເຮັດຫຍັງ?”..ຜູ້ຂ້າເດີນຕໍ່ໄປໂດຽບໍ່ຫຼຽວຫຼັງ
ເພາະຮູ້ວ່າສຽງຫອນນັ້ນແມ່ນໝາຕາຂາວໂຕເກົ່າ..ມັນແລ່ນມາຈັບບ່າແລ້ວຕົບໜ້າຜູ້ຂ້າ
ດັງເປັ້ຽບາດນຶ່ງຈົນຜູ້ຂ້າລົ້ມຫງາຍລົງກອງຂີ້ຊາຽຫັ້ນ..ເລືອດປາກແຕກອອກມາພໍເຫລັກ
ໜ້ອຽ..ຜູ້ຂ້າລຸກຂື້ນມາເອົາແຂນເສື້ອເສັດເລືອດອອກແລ້ວເງີຽໜ້າໄປເບີ່ງມັນພ້ອມກັບ
ຫົວອອກມາເບົາໆແຖມຍີ້ມທ້າທາຍມັນອີກ:
-“ມືງເກັ່ງຄືບໍ່ຍິງ?..”..
ຜູ້ຂ້າຖາມມັນຄືນ..ເພາະຮູ້ຢູ່ແກ່ໃຈວ່າມັນເກັງນາງແກ້ວ.
-“ກໍ່ເພາະກູຢາກຮູ້ວ່າປະຕິການຄືມຶງມີຫຍັງດີຈື່ງຊະນະໃຈນາງຈັນເພັງກູໄດ້?”..ມັນ
ກັດແຂ້ວຖາມຢ່າງແຄ້ນໜັກແຄ້ນໜາ..ແຕ່ແຄ້ນເກີນແຄ້ນເລີຽເປັນສຽງໄຫ້ເຄິ່ງນຶ່ງໄປ..
ແທນທີ່ຊີຕອບຂໍ້ຂ້ອງໃຈມັນ,..ຜູ້ຂ້າຊ້ຳພັດຫົວຂື້ນມາດັງໆ..ມັນໂມໂຫແຮງເລີຽຂູ່ຂື້ນວ່າ:
-“ມຶງຮູ້ບໍກູນີ້ແຫຼະຮ້ອຽເອກຄຳສາຍປະຈຳໜ່ວຽດາກກົ໋ງກອງທັບປົດປ່ອຽ?”..ແຫ່ງເຮັດ
ໃຫ້ຢາກຫົວຕື່ມເພາະໄດ້ຊີມມັດແຣກມັນແລ້ວອາດຊີພໍສ່ຳໆກັນໃນທຳນອງນັ້ນ…
-“ຖ້າມຶງວາງປືນແລ້ວ..ດາກກົ໋ງກໍຄືດາກຂີ້ກູນິ້ແຫລະ!!”..ຜູ້ຂ້າໃຊ້ກົລຍຸທຍົ້ວມັນ.
-“ເອີນ໋າ…!!!ມຶງຊີເກັ່ງສ່ຳໃດ?”..ມັນກ້າຖີ້ມປືນອີຫລີແລ້ວບາດນີ້.
ສະຫາຍຄຳສາຍລືມໄປສາແລ້ວວ່າຖ້າວາງປືນລົງໄປແລ້ວຍົດຊັ້ນຫຼືສຽງນາບຂູ່ຈະບໍ່ໃຊ້
ການຫຍັງໝົດ…ກົງກັນຂ້າມເຣື່ອງແພ້ຊະນະນັ້ນມັນຂື້ນກັບຊັ້ນເຊິງມວຽໂດຽກົງ..ເຣື່ອງ
ສົກຕ່ອຽນີ້ສຳຄັນຢູ່ນຳມັດແຣກ..ມັນຈະບໍ່ເໝືອນໃນໜັງ..ຖ້າປະທະລຳຈັກມັດສອງມັດກໍ
ຮູ້ທັນທີວ່າໃຜເໜືອກວ່າໃຜ..ຫາດດອນຈັນເປັນຖີ່ນທີ່ຕົນເຄີຽມາຫຼີ້ນໝາກລິ້ແລະໂດດ
ນ້ຳຫຼີ້ນຢູ່ຂົວເຫຼັກໃນສມັຍທີ່ຍັງຮຽນຊັ້ນປະຖົມ…ຕິນເປົ່າແມ່ນເໝາະທີ່ສຸດໃນການຕໍ່ສູ້
ບົນດິນຊາຍເພາະໃຜເສັຽຫຼັກເບື້ອງຕົ້ນແມ່ນແກ້ຍາກ..ເມື່ອເຫັນດັ່ງນັ້ນຜູ້ຂ້າຈື່ງເຕະເກີບ
ແຕ້ຄູ່ຊີບໃສ່ໜ້າມັນແລ້ວສວຽໂອກາດ ຕອນມັນເຜີຊູມືຂື້ນມາຮັບເກີບຫັ້ນ..ໃຊ້ໜ້າແຄ່ງ
ຊ້າຍຟາດໃສ່ກົກຂາມັນສອງບາດຊ້ອນຈົນມັນຖອຍເຊໄປ..ອາສັຍຕອນມັນກຳລັງລ່ອຽ
ຕັ້ງຫຼັກບໍ່ຢູ່ນັ້ນ..ໜ້າແຄ່ງຂວາຕັດຂາເບື້ອງຊ້າຽຂອງຣ້ອຽເອກຄຳສາຍໝົດແຮງ..ບໍ່ລີລໍ
ຖ້າປາຍຕິນຖີບເຂົ້າທ້ອງນ້ອຽມັນດັງ”ຈຸ໊ບ”ບາດນື່ງຈົນມັນກົ້ນຂີ້ທັ່ງກັບພື້ນ;ທັນທີນັ້ນກໍ
ໂດດທັບເຄົ່າໃສ່ເອິກມັນແລ້ວໝູນເຄົ່າໄປເຕັງກົກແຂນມັນໄວ້..
-“ມຶງຮູ້ລິດເດດບັກຈັ້ງສີແລ້ວບໍ໋?..ນີ້ແຫຼະມວຽສາຍຟ້າແລບ”..ຜູ້ຂ້າຍົກກຳປັ້ນວ່າຊີຕີແຕ່
ມັນອວ່າຽໜ້າໜີຄືຄົນຍອມແລ້ວນິ້..ຄຶດໄປຈັ່ງນຶ່ງກໍບໍ່ໜ້າຊີຕີມັນເພາະອີກບໍ່ດົນເຮົາກໍ່ຊີ
ພົ້ນຝັ່ງເບື້ອງນັ້ນຢູ່ແລ້ວ..ຄຶດໄດ້ດັ່ງນັ້ນຈື່ງລຸກຂື້ນວ່າຊີໄປຊອກເກີບຄູ່ຊີບຕົນມາໃສ່ຄືນ.
ຄືວ່າຍັງເຫັນສະຫາຍຄຳສາຍນອນເຊົາເມື່ອຽຢູ່ຕວ໋າ..ທັນທີນັ້ນໂລດມີສຽງນຶ່ງຮ້ອງຂື້ນ:
-“ຢ່າາາາາ!!!”..ພ້ອມກັບສຽງປືນດັ່ງໂປ່ງບາດນຶ່ງ..ຜູ້ຂ້າໝອບລົງທັນທີແຕ່ບໍ່ຮູ້ສຶກເຈັບ.
-“ໂອ໊ຽ!!..ຕາຍແລ້ວ!ຂ້ອຽຍິງຖືກນາງຈັນເພັງແລ້ວ..ຮື້.ໆ.ໆ..ຊ່ອຽແນ່!!”..ບັກຄຳສາຍຢືນ
ເກີ້ຢູ່ຫັ້ນ..ຜູ້ຂ້າຫຼຽວເຫັນເມັຽຕົນເຊໃຕ້ເຊເໜືອຄືຊີລົ້ມເລີຽອ້າແຂນຕຽມຈະຮັບນາງກໍລົ້ມ
ໃສ່ອ້ອມກອດຜູ້ຂ້າພໍດີ.
-“ບັກຊາດຊົ່ວ..ສົມໃຈມືງແລ້ວບໍ໋ບາດນິ້?..”..ຜູ້ຂ້າກົ້ມລົງແປ້ຫູຟັງວ່າຍັງຫັນໃຈຫຼືບໍ?..
ຈູບຮີມສົບນາງເພື່ອຈະຮູ້ວ່ານາງຍັງຮູ້ສຶກບໍ່?..ພ້ອມທັງງົມຫາບ່ອນຖືກປືນພໍດີມີສຽງ
ຮ້ອງຂື້ນອີກສຽງນຶ່ງຊ້ຳຍັງເປັນສຽງຜູ່ຍິງອີກພ້ອມໆກັບສຽງປືນນັດສອງດັງໂປ່ງຂື້ນ:
-“ຢ່າອ້າຽ!ຢ່າຄຶດຊັ້ນໄດ໊..”..ຜູ້ຂ້າຫຼຽວໄປເຫັນນາງແກ້ວກຳລັງຍາດປືນກັບໝໍດາກກົ໋ງຢູ່.
-“ຂ້ອຽຄວນຕາຽແລ້ວ..ຮື້.ໆ.ໆ.”.ມັນໄຫ້ບໍ່ເຊົາຢູ່ຫັ້ນ..ບໍ່ທໍ່ນາງແກ້ວສະມົວມັນຕາຽສະ.
ຜູ້ຂ້າບໍ່ລ່ຳໄລຟັງຫົວມັນ..ງົມຊອກບ່ອນໃດກໍບໍ່ເຫັນເລືອດຕົກຢາງອອກຄຳບ່ອນນັ້ນກໍຄື
ຍັງອຸ່ນໆຢູ່..ຄຳຖືກໝ່ອງບໍ່ຈັກ?..ເມັຽຜູ້ຂ້າມືນຕາຂື້ນພໍດີ.
-“ໂອ໊ຽຽຽ..ເຈັບ…ອ້າຽ…ສີ..”..ນາງຄາງເບົາໆ..ຜູ້ຂ້າກໍພໍໂລ່ງໃຈໄປນຳ.
-“ເຈັບໃສນ້ອງເພັງ.ບອກອ້າຽໄດ້ບໍ?ຢ່າລືມອ້າຽຮັກນ້ອງເນີ”..ຖາມຢ່າງເອົາອົກເອົາໃຈ.
-“ເຈັບ…ຫຼັງ…ນ້ອງ..ໂອ໊ຽຽຽ..ເຈັບບບ..”..ມືນຶ່ງຊູຕົວນາງໄວ້ອີກມືນຶ່ງລູບຄຳຫຼັງນາງ
ຈັ່ງຄ່ອຽພົບເຫັນມີປ່ອງສອດຈາກເສື້ອຄຸມໃຫ່ຍທະລຸເຂົ້າໄປໃນ..ຜູ້ຂ້າສີກເສື້ອຄຸມນັ້ນ
ອອກແລ້ວຈົກເຂົ້າໄປພໍ້ຟັກດາບເບື້ອງນຶ່ງມຸ່ນໝົດສ່ວນດາບຫັກເຄີ່ງເລີຽ..ບາດດຶງອອກ
ມາເຫັນເກັດລູກປືນແຕກເປັນຊີ້ນໆຕິດຄ້າງນຳຟັກດາບແລະຄານຳເສື້ອຄຸມຫັ້ນ..ຫຼຽວ
ເບີ່ງຫຼັງນາງຊ້ຳສ່ຳຝາມື..ຈັ່ງແມ່ນນາງຈັນເພັງບູນມີອີຫຼີ...ດາບເຫຼັ່ມດຽວນີ້ແຫຼະທີ່ພວກ
ເຮົາສາບານເປັນຄູ່ຜົວຕົວເມັຽ..ນາງແກ້ວຍື່ນຢາມ່ອງທີ່ຖືຕິດຕົວມາໃຫ້ທາ..ໝໍຄຳສາຍ
ຫຍັບມາໄກ້ໆເທິງໃຫ້ເທິງຫົວແຕ່ບໍ່ກ້າຈັບບາຍ..ມັນຢ້ານຖືກຕີນຕິ໋ບໍ?..ນາງເພັງເອີ່ຽ:
-“ອ້າຽສີ..ສຸດທີຮັກ..ຊາດນີ້..ນ້ອງໄປນຳອ້າຽ..ບໍ່ໄດ້ສາແລ້ວ..ກ່ອນທຸກສິ່ງຢ່າງຈະສາຍ
ເກີນແກ້..ປືນດັງຈັ່ງຊີ້ຕ້ອງມີຄົນມາແນ່ນອນ..
ໃຫ້ອ້າຽຮີບພານາງແກ້ວໜີນ້ອງໄດ້ຕົກ
ລົງກັບນາງແກ້ວແລ້ວລ່າ..ຊາດນີ້ທັງຊາດນ້ອງຈະຂໍຈົດຈຳອ້າຍສີຢູ່ໃນດວງໃຈຈົນສຸດ
ລົມຫາຍໃຈ..ໃຫ້ອ້າຽໂຊກດີເດີ…”..ວ່າແລ້ວນາງກໍງວກໄປຫາໝໍຄຳສາຍເໝືອນນາງ
ຈະສະລະຄວາມຮັກສອງເຮົາເພື່ອຄວາມປອດພັຍຜູ້ຂ້າ..ແທນທີ່ຈະວາງນາງໄປສູ່ອ້ອມ
ກອດຄົນອື່ນຜູ້ຂ້າກົ້ມລົງຈູບແບບທີ່ເຂົາເອີ້ນກັນວ່າຈູບມັດຈຳ…ຮອຍຈູບຄັ້ງສຸດທ້າຽນີ້
ມັນຊ່າງຫວານແທ້ນໍ..ຈູບດົນບໍດົນຈົນໝໍສາຍຄວັກຫຼັງ…ໝໍອາດຊີຢ້ານມັນໝົດຕິ໋ບໍ?..
ຈຳເປັນຕ້ອງຕັດສິນໃຈປ່ອຽໃຫ້ນາງເປັນກຳມາສິດໝໍສາຍຕໍ່ໄປ..ຄ່ຳມືດພໍດີຕົນກໍຮີບພາ
ນາງແກ້ວໜີເຂົ້າປ່າເຫຼົ່າໄປແກ່ເອົາໄສ້ຢາງຣົຖທີ່ນາງແກ້ວຕຽມໄວ້ຖ້າແລ້ວຫັ້ນມາຕຽມ
ແລ້ວຖີບໂຕລົງສາຍນ້ຳຂອງໄປ..ພວກເຮົາຊ່ອຽກັນພາຽບໍພໍຄາວນາງແກ້ວກໍຮ້ອງຂື້ນ:
-“ໂອ໊ຽ…ອ້າຽສີ.…ຂ້ອຽຊີຈົມນ້ຳດຽວນີ້…ຂາຂ້ອຽປັ້ນເບິດແລ້ວ!!”..ຜູ້ຂ້າບອກໃຫ້ອົດ
ແລ້ວຟ້າວຍູ້ທ້າຽນາງຂື້ນໄປງອຽຢູ່ເທິງໄສ້ຢາງຈົນເກືອບຟູບໍ່ເປັນ..ອົດສາລອຽຕໍ່ໄປ..
ເມື່ອຽຈົນຕາລາຽບໍ່ຮູ້ທິດ..ເວລານັ້ນເຫັນມີງູໂຕນື່ງຍາວຄ່າວາລອຽຕັດມາທ່າມກາງໜ້າ
ນ້ຳທີ່ສະທ້ອນແສງຈາກດວງພະຈັນ..ພໍເຈິກັນມັນເລີຽລອຽມຸ່ງໜ້າໄປຕາມແສງເດືອນ
ນັ້ນເໝືອນຈະນຳທາງ..ບໍ່ຮູ້ວ່າແມ່ນລາງສັງຫອນອັນໃດກັນແທ້..ຕົນຈື່ງໃຊ້ຊອກຄ້ຳໄສ້
ຢາງນັ້ນແລ້ວຍໍມືໄຫວ້ທັງຈົ່ມຂື້ນວ່າ:
-“ສາທຸ..ອົງເທວະບຸດເທວະດາ..ພຍານາກ..ແລະສິ່ງສັກສິດໃນສາກ