ກະວີຂອງບັນດິດ

07/19/05

Home
ກະວີຂອງຈໍາປາທອງ
ກະວີຂອງຕາວັນ
ກະວີຂອງວັງນໍ້າໃຈ
ກະວີຂອງໂມທນາ
ກະວີຂອງດອນໂຂງ
ກະວີຂອງສາວຫລັກເຈັດ
ກະວີຂອງປິ່ນປຣະສົງ
ກະວີຂອງສຸດທິດາ
ກະວີຂອງຢາດນໍ້າທິບ
ກະວີຂອງມັດຈຸຣາຊ
ກະວີຂອງດິນບົນດອຍ
ກະວີຂອງຈໍາປາແດງ
ປະຊາທິປະໄຕ/ປັນຍາຊົນ
ນິຍາຍເລື້ອງສັ້ນ
ນິທຣາພາຊື່ນ
ກະວີຂອງສາວທ່າແຂກ
ກະວີຂອງມະໄລຣັກ
ກະວີຂອງບັນດິດ
ກະວີຂອງດອກຈໍາປາ
ກະວີຂອງນິທຣາ French poems
ພື້ນວຽງ & ສານລືບພະສູນ

 

 

 

ວຽງຈັນ

#ບັດນີ້ຈະກ່າວເຖີງເລືອ້ງ.....ເມືອງໃຫ່ຍວຽງຈັນ
ແດນສະຫວັນເມືອງຄົນ........ຊື່ສຽງຄຽງຟ້າ
ຖີ່ນອານາເຂດຂັ້ນ..............ນາຄີຕີ່ຊວ່ຍ
ຄວາມສວຍງາມລື່ນລົ້ນ.......ເມືອງຄົນແທ້ກໍ່ຊາງງາມ
#ຕາມປູ່ຍ່າກ່າວໄວ້............ລົງໃສ່ໃບລານ
ມາແຕ່ນານໆເຫີງ..............ກ່ອນຄາວປູນກີ້
ກ່ອນໄທຕີແຕກມ້າງ............ວາງເພີງປຸ້ນຈີ່
ລາສີເຮືອງຮູ່ງເຫຼືອມ...........ເມືອງໂລກຮ່ອນຊິປູນ
#ຕົກມາໃນລຸ້ນລູກ..............ດູກແລ່ເຖືອໜັງ
ອ້າຍນ້ອງຊີງກຳລັງ............ແຕກວາຍທະລາຍມ້າງ
ລ້ານຊ້າງຕົກຄາວເສົ້າ.........ສາມາຄີເປັນສາມໝູ່
ປູ່ຍ່າ ແສນໂສກເສົ້າ..........ວັງຫຼວງເຈົ້າກໍ່ຊ່າງທຳ
#ຫຼາຍເດືອນປີລ່ວງລ້ຳ.........ອຳນາດ່ອອນໂຊມສີ
ກອງໝາກແຄ້ງມີມູນເດີມ.......ເລົ່າພາຍເພມ້າງ
ຫ່າງອອກເປັນສາມເຈົ້າ........ຄອງເມືອງອອກເປັນປ່ຽງ
ສະຕາວຽງໂສກເສົ້າ.............ນາກລາວນ້ອຍຈ່ອຍລົງ
#ມື້ນີ້ພົງຊາດເຊື້ອ................ນາກໝູ່ສາມັກຄີ
ລາວເຮົາມີກຳລັງ...............ອັ່ງໂຮມກັນຕັ້ງ
ສາມກຳລັງໂຮມກັນເຂົ້າ........ເປັນລາວລະບອບໃໜ່
ວຽງຈັນໃສແຈ້ມແຈ້ງ..........ແຍງແລ້ວເບື່ອບໍ່ເປັນ.

ບັນດິດ

 

 

ຮັກຊາດ

#ຄຳວ່າຮັກຊາດນີ້.........ເກີນທີ່ພັນລະນາ
ແດນຈຳປາເມືອງລາວ......ພໍກ່າວເຖີງນ້ຳຕາຍ້ອຍ
ຄີດເຖີງສຽງແຄນຄ້ອຍ......ກອງຫາງຍາມເດືອນຍີ່
ພໍ່ຄີດເຖີງເລືອງນີ້.........ນ້ຳຕາຂ້າກໍ່ຍ່າວລົງ
#ຄຳວ່າຊາດລາວນີ້.........ມີມູນເຊືອ້ເຫຼືອຫຼາຍ
ບັນພະບູລຸດສະຫຼະກາຍ.....ເອົາເລືອດຕົນປະດັບເອ້
ຜືນແຜ່ນດີນລາວກ້ວາງ......ຍາວຂວາງກວ້າງໃຫ່ຍ
ຈົ່ງຮັກສາມັນໄວ້...........ໄຫ້ສົມເຊື້ອຊາດເຂົ້າໜຽວ
#ທຸກຄົນລາວຈົ່ງຍືດໜ້ຽວ......ແນວເຂົ້າໜຽວປັ້ນແກ່ນ
ຢ່າໄດ້ມີງແຕກມ້າງ.........ດັ່ງນ້ຳຖືກເຂົ້າໜຽວ...ໃດເດີ
ລາວເຮົາວັນນີ້ຫາກທຸກແທ້.....ພາຍໜ້າຫາກຊິດີ
ແດນລາວມີສັບຫຼາຍ.........ທີ່ບໍ່ທັນຂຸດພໍ້
ເຮົາຈົ່ງຍໍຮຽນຮູ້............ການສືກສາໄຫ້ມາກແກ່ນ
ພໍ່ໄດ້ແທນຄົ້ນລຸ້ນໜ້າ........ພາຊາດໄຫ້ຈະເລີນ
#ຄົນລາວເຮົາຢ່າເມີ້ນ........ເພີນແຕ່ຜີດກັນ
ຢ່າແກ່ງຊີງກຳລັງ..........ດັ່ງຄາວປູນກີ້
ຄາວລາວມີສາມເຈົ້າ.........ພະຍາຫຼວງອຳນາດອ່ອນ
ມັນຫາກໄຫ້ເດືອດຮ້ອນ.......ເຖີງປະຊາເຊືອ້ເຜົາຕົນ...ອີຫຼີໃດ
#ລາວຄວນໂຮມກັນເຂົ້າ.......ກຳລັງໜື່ງຈີດດຽວ
ອ້າຍພາຊູ ນ້ອງກໍ່ດັນ.........ບໍ່ນານຄົງເຮືອງແທ້
ຊິແຕ່ ແນໆ ຮອ້ງ...........ການບໍ່ທຳຊ້ຳຂັດໝູ່
ເພີ່ນວ່າຜູ້ສະຫຼາດປູ້..........ບໍ່ມີສ້າງແຕ່ຊ່າງຈາ.

ບັນດິດ

 

ໄວລຸ້ນລາວ

# ອັນວ່າສານສະບັບນີ້........ຂຽນທີ່ວຽງວັງ
ຜາກສົ່ງເຖີງຊາວເມືອງ........ໝູ່ລາວບາວສາວນ້ອຍ
ຜູ້ໃຈລອຍເພີເພີ້ນ............ເວີນນຳສຸລາມ່ວນ
ໝົດທັງມວນນຸ່ມນ້ອຍ..........ຄອຍຖ້າຕັ້ງແຕ່ບຸນ

#ເມືອງລາວເຮົາແສນວຸ້ນ........ນຳໝູ່ສຸລາເມ
ໄວລຸ້ນພາກັນເພ..............ແຫ່ນຳຂະບວນນ້ອຍ
ຄຳແລງງອຍ ພາກັນຕັ້ງ..........ວົງກີນຈົນເດີກດື່ນ
ຕື່ນຂື້ນມາຍາມມື້ເຊົ້າ............ຫາວນອນເຂົ້າຫ້ອງຮຽນ....ສັງເວດເດ

# ຫຼຽວໄປທາງຂອບຂັ້ງ...........ແຄມຂອງນັ່ງຊຸມແຊວ
ພາກັນແວວໆສຽງ...............ປາກກີນມືຟ້ອນ
ຜອງກໍ່ເຍາະໆຢ້ອນ...............ຮ່ອນແອວແຊວໝູ່
ຜ່ອງກໍ່ນັ່ງກອດຊູ້................ກູນີ້ຈັງແມ່ນ cool.... ພີ່ນ້ອງເອີຍ

#ໝົດແຄມຂອງກໍ່ຕ້ອງຈ້ອງ...........ມອງໝ້າເຂົາຫາເມືອງ
ຈັ່ງແມ່ນເຮືອງແສງສີ..............ຢູ່ຕາມແຈຮົ້ວ
ສຽງຫົວນົວມວນແມ້ງ..............ກາງແສງຫີບຮີ່
ກ່າວເຖີງປີ່ແຄນນັ້ນ...............ຢາຝັນຖ້ອນຊິໄດ້ງີນ

#ໄວລຸ້ນລາວເລາະຫຼີ້ນ.............ກີນເຫຼົ້າຟັງເພງ
ລູກທຸ້ງລາວລຳວົງ...............ເຕ້ຍລົງລາລະວັນຟ້ອນ
ເພີ່ນບໍອໍຊອນຊ້ອນ...............ດອມລຳມໍລະດົກເກົ່າ
ຈັ່ງແມ່ນເຊຍດັ່ງຜູ້ເຖົ້າ............ເອົາຄັກແທ້ແມ່ນ ສະຕີງ...ເຮວ!ເຮວ!

#ນີ້ແລ້ວເພີ່ນວ່າພົງຊາດເຊື້ອ........ນ້ຳເຕົ້າເປົາ ເບົາຄີງ
ເງີນບໍ່ມີໃນຖົງ................ຈິດບໍ່ປົງເອົາແນວຊ້າງ
ທັງຜູ້ສາວນາງຮ້າງ.............ແຮງກີນດີເຕັ້ນມ່ວນ
ບາດວ່າສ້ວນຊິແຈ້ງ.............ພັດແຄງທ້າຍໄຫ້ເພີນເຊີງ

#ຍາມເງີນໝົດກໍ່ເຕີ໋ເຕີ້ງ...........ໄປເຊີງເຖົ້າແກ່ຫາເງີນ
ພໍກຸ້ມເບຍຍາມແລງ.............ຄ່າແຕ່ງກາຍປະດັບເອ້
ຜູ້ຖົງເປບ່າວນ້ອຍ..............ກໍ່ຈອບອອຍຜ່ານພໍ່ແມ່
ຄີດດູແມ ພວກພີ່ນ້ອງ............ບັນຫານີ້ຕ້ອງຄີດຄະນຶງ!!!!

ບັນດິດ

 

ຮັກຄືຄວາມໂສກເສົ້າ


#ຄຳວ່າຮັກມັກນີ້........ພາໄຫ້ເສົ້າໝອງ
ມັນຫາກປອງໄປທຸກ.....ເມື່ອໃຈບໍ່ສົມແມ້ງ
ຜ່ອງຫາກແປງໃຈເສົ້າ....ຈີດບານໃຈຊ່ວງ
ຜ່ອງຊ້ຳດຽວບໍ່ໄຫ້......ຮັກນັ້ນບໍ່ດັ່ງໃຈ

#ພໍເມື່ອຮັກເວີນໄກ້......ໃຈເລີ້ມມີສຸກ
ພໍຮັກໄປນານວັນ.......ສະຫວັນ ທະລາຍມ້າງ
ມັນຫາກຈາງຈືດເຈື້ອ.....ເຫຼືອພຽງຄວາມເກົາ
ມັນພາຈີດໂສກເສົ້າ......ເນົາໄວ້ໄຫ້ລະທົມ

#ຜູ້ຫຼົງຮັກ ຫ່ອນມິມົ້ມ......ສະທົມເສົ້າຊວງໃນ
ໃຜມິເຄຍ ຊູ່ປວນປອງ......ຢ່າລອງຊິເຈັບແທ້
ຄິດດູແມ ພຸດທັງເວົ້າ......ທ່ອງຈຳເອົາໄຫ້ຄວນຈື່
ຮັກຄືຄວາມໂສກເສົ້າ........ລືໄທ້ຊ້ຳ ໄຫ້ຈື່ຈຳ!

ບັນດິດ

 

ຄິດເອົາເດີ

*ຢາກກີນເຂົ້າ.........ໄຫ້ປູກໃສພະລານຫີນ
ຢາກເປັນຄົນມີສີນ.......ໃຫ້ຂ້າພໍ່ຕີເເມ່
ຢາກໃຫ້ເພື່ອນມາເເວ່.....ໃຫ້ຂ້າໝູ່ດຽວກັນ
ຢາກເປັນຄົນມີສີສັນ......ໃຫ້ນອນເກືອກຂີ້ຝຸນ
ຢາກໃຫ້ອຸ່ນ...........ໃຫ້ອາບນ້ຳຍາມໜາວ
ຖ້າຢາກໄດ້ລູກສາວ......ໃຫ້ດ່າພໍ່ເຖົ້າ
ຖ້າຮັກລູກເຕົ້າ..........ໃຫ້ປ່ອຍໄປເລງ...

ບັນດິດ

 

ອົກຮັກ

*ຄວາມຮັກນີ້ເເສນເຈັບຍີ້ງ........ເກີນສີ່ງທັງຫຼາຍ
ຍາມຮັກມາກາຍຫຼົງ.............ຈີດພະວົງໃຈລອຍລອ້ງ
ຄໍ່າລະເມີເຟີ້ຫານອ້ງ.............ໝາຍຄອງຄຽງຄູ່
ຈົນຕູຕາຍວາຍຈາກໂລກ..........ເເຕ່ຮັກນີ້ກໍ່ມິຕາຍ
*ມາມື້ນີ້ຕອ້ງຝັນຮ້າຍ.............ນາງມາຈາກລາໜີ
ທຸກຄວາມດີທັງຫຼາຍ..............ກັບກາຍມາເປັນຣ້າຍ
ທຸກາຍຍັງທົນໄດ້................ທຸກໃຈເເສນລຳບາກ
ຈີດຫວັງຝາກຕັ້ງຕໍ່ນອ້ງ............ສັງມາເລີກຫ່າງລາ...ນີ້ເດ?

ບັນດິດ

 

ຮັກເເລກ

* ຮັກເເລກເເສນຝັງໝັ້ນ........ໝືນວັນມິເຫຼືອງລ່າ
ໂຊກສະຕາເຮົາບໍ່ໄຫ້...........ຈື່ງຈຳໄດ້ຫ່າງລາ
ຫຼາຍປີເຍີ້ນກາຍໜ້າ...........ເຖີງເວລາຕ້ອງກັບຕ່າວ
ອ້າຍຮີບມາຢ່າງພາງພ້າວ........ຈີດມຸ້ງໜ້າຕົງໃສ່ລາວ

* ພໍມາເຖີງອ້າຍກໍ່ພ້າວ..........ຫັນຫ້າວໄປຫານາງ
ເຖີງຫົນທາງຈະເເສນໄກ..........ເມື່ອໃຈປະສົງກໍ່ເປັນໄກ້
ເມືອໄດ້ໄປເຖີງນາງເເລ້ວ..........ເເນວຫຼັງກັບເປັນໄໜ່
ຄຳວ່າຄອຍຄອງຖ້າອ້າຍ..........ຊາຍຜູ້ນັ້ນເເມ່ນໃຜເດ?

ບັນດິດ

 

ຮັກມິສົມຫວັງ

* ຄີດເຖີງເມື່ອກອນ່ຄັ້ງ..........ສອງເຮົາຍັງຄງຽຄູ່
ສອງຄູ່ຄງຽອ້າຍຮງຽນອ້ງ..........ເຄີຍຮວ່ມຫ້ອງມີໜື່ງໃຈ
ຄາວກອ່ນນັ້ນສອງເຮົາໄດ້..........ສາບານມິເເປປ່ຽນ
ເຖີງຕາວັນຈະດັບໂລກຈະປີ້ນ........ສອງເຮົານີ້ມິປ່ຽນເເປງ

*ຕົນອ້າຍນີ້ນັ້ນເວົ້າເເຈ້ງ...........ຈີດເປີດຫວັງໝາຍ
ທຸ້ມເທທັງກາຍໃຈ...............ໄຫ້ໄປຈົນໝົດຊີ້ນ
ກ່ອນຈະກີນຄີດເຖີງໜ້າ............ກ່ອນຈະນອນຫ່ວງຫາອຸ່ນ
ບຸນອ້າຍມີກີ້ກ່ອນສ້າງ.............ເຖີງມາໄດ້ດອກພົບນາງ

* ມາມື້ນີ້ຕ້ອງອ້າງວ້າງ............ຈໍາຕ້ອງຫ່າງລາໜີ
ຍ້ອນນາງມີຄວາມໃນ..............ຈິດມິຕົງໃຈຄົດລ້ຽວ
ເຈົ້າຊາງຄຽວກະດັກດໍ້..............ໜື່ງມິພໍເອົາສອງຕື່ມ
ສາວໂລພາເເຟນດັ່ງເຈົ້າ.............ເຖີງຂ້າເຖົ້າກໍ່ມິລືມ...ເເທ້ເເລວ

ບັນດິດ

 

ຊີວີດນັກສືກສາຢູ່ຕ່າງປະເທດ

*ອົດທຸກຈຳຈາກ................ພາກເພື່ອນມາໄກ
ຈາກເຈົ້າໄປໃຈເລື່ອນລອຍ..........ຫ່ວງຄະນຶງຄີດເຖີງບານ້
ຈາກມານານເເສນຄີດຣອດ..........ດວງໃຈຜູ້ເປັນເເມ່
ພອມ້ບິດາເລະອາຍ້ນອງ້............ຂອງຂອຍ້ຜູ້ຢູ່ເຣືອນ

*ພໍຫຼາຍເດືອນໝູນໄປໜ້າ...........ຫຼາຍພັນສາເວລາປ່ຽນ
ຂ້າກໍ່ພຽນຮຽນຮໍ່າຮູ້................ໄປໜ້າຢ່າງພາກພຽນ

*ເລີກຮຽນວຽນໄປໜ້າ...............ຫາເງີນຈົນມືດຄໍ່າ
ກັບຕາວ່ເດີກເລີກຈາກວຽກ............ຄືນບານ້ສູ່ບອນນອນ
ບາງຄືນເດືກຈັນຂອນ້................ຕງຽນອນມິໄດ້ເອື່ອຍ
ຄວາມເມື່ອຍເຊັນສັ່ນເນື້ອ..............ຄີງຮອນດັ່ງໄຟ

*ຢາມເມື່ອເຈັບປ່ວຍໄຂ້...............ຄີງອຸ່ນວຸ້ນສະໝອງ
ປາກກໍ່ພອຍອຶດຫີວ..................ຂາດຄົນຊູຄ້ຳ
ຕົກຄໍ່າເລງເເຕ່ງກີນເຂົ້າ...............ເອົາເອງໜົດຊູ່ຢ່າງ
ເຖີງຊິເຈັບຕາຊິຊ້ຳ ..................ກໍ່ຈຳຕອ້ງຊວ່ຍຕົນ

*ມື້ໃດເດຂ້າຊິພົ້ນ....................ລອດຈາກກຳຫຼັງ
ໄດ້ເເຕ່ນັ່ງພາວະນາ...................ສູ່ເເລງເເຖມຍາມເຊົ້າ
ຈິດໝາຍເອົາຄວາມດີສູ້.................ຊູຕົນໝົດສູ່ຢ່າງ
ບາງເທື່ອພາຍພາກໜ້າ.................ຊະຕາຂ້າອາດຈະເຮືອງ.

ບັນດິດ

 

ກາບກອນຂອງບັນດິດ

 

 

 

 

Home | ກະວີຂອງຈໍາປາທອງ | ກະວີຂອງຕາວັນ | ກະວີຂອງວັງນໍ້າໃຈ | ກະວີຂອງໂມທນາ | ກະວີຂອງດອນໂຂງ | ກະວີຂອງສາວຫລັກເຈັດ | ກະວີຂອງປິ່ນປຣະສົງ | ກະວີຂອງສຸດທິດາ | ກະວີຂອງຢາດນໍ້າທິບ | ກະວີຂອງມັດຈຸຣາຊ | ກະວີຂອງດິນບົນດອຍ | ກະວີຂອງຈໍາປາແດງ | ປະຊາທິປະໄຕ/ປັນຍາຊົນ | ນິຍາຍເລື້ອງສັ້ນ | ນິທຣາພາຊື່ນ | ກະວີຂອງສາວທ່າແຂກ | ກະວີຂອງມະໄລຣັກ | ກະວີຂອງບັນດິດ | ກະວີຂອງດອກຈໍາປາ | ກະວີຂອງນິທຣາ French poems | ພື້ນວຽງ & ສານລືບພະສູນ

This site was last updated 07/18/05