ບັ້ນພຣະພຸທຘະເຈົ້າຫຼີງຍານ
ໃນກາລະຄັ້ງນັ້ນ
ອົງພຣະບາແຈມເຈົ້າ
ຕົນເອກສັພພັນຍູ
ພຣະກໍເປັນຄຣສອນ ທົ່ວແດນທັງຄາຽ
ຄາວນັ້ນ ພຣະກໍເນົາໃນຫອງ ດອຽຈາຣີເຂົາໃຫຽ
ແສງຍີ່ງໃສສອງແຈງ ພຣະອົງຍັ້ງຢູສບາຽ
ຍາມນັ້ນ ພຣະກໍຫຼີງເຫັນຮູ ການໄກຄິຮໍ່າ
ຄິເຫັນ ຘັມທີ່ພຣະອົງກາວໄວ ພາຽຊອຽສິເສື່ອມສູນ
ຄັນວາ ອົງພຣະພຸທຘະເຈົ້າ ນິຣະພານລົຊົ່ວ ໄປນັ້ນ
ຄົນທັງຫຼາຽ
ຊິປະມາມາງ ບໍ່ມີໄດເຊື່ອຟັງ
ຝຸງໝູສັງໂເຈົ້າ ທັງຫຼາຽບໍ່ຮຽນຮໍ່າ
ພາກັນປະປອຽຖີ້ມ ບໍ່ມີໄດຫຼໍ່າຄອຽ
ຄາວນັ້ນ ຄົນກໍຊິນັມື້ນອຽ ຕອຽຕໍ່າລົງໄປ
ບໍ່ໄດອາໄລເຖີງ ທີ່ພຣະອົງສອນໄວ
ພຣະກໍສົງສານເຊື້ອ ເວໄນສັຕທຸກໝູ
ມີແຕ ຊິຕົກຕໍ່າຕອຽ ຄາວໜາຕໍ່ໄປ
ແຕນັ້ນ ພຣະກໍປົງໃຈຕັ້ງ ວາງຄໍາສອນສັ່ງ
ຫວັງໃຫຊາວພີ່ນອງ ໄດຮຽນຮູບາບຸນ
ແລວຈີ່ງ ປຸນແປງໄວ ສາມໄຕຼຮວມຍອ
ຖອຖອນ ເອົາຕັ້ງແຕເນື້ອ ມາໄວສັ່ງສອນ
ໄຕຼໜື່ງນັ້ນ ຄືພຣະສຸຕັນຕະປິຎົກ ຍົກອອກເປັນຄໍາພີ ພໍ່າມວນມີ໕
ໄຕຼສອງນັ້ນຄືພຣະວິໄນປິຎົກ ຍົກອອກມາເປັນຄໍາພີແບງປັນເປັນ໕
ໄຕຼສາມນັ້ນຄືພຣະອະພິຘັມປິຎົກ ແບງເປັນ໗ຄໍາພີອອກມາເປັນບັ້ນ
ຮວມທັງສາມໄຕຼນັ້ນ ມີມາຫຼາຽຜແນກ
ແຈກອອກມາເປັນບັ້ນໆ ບໍ່ມີໄດໄຂວຂີນ
ມີໝວສີລ ໝວທານພອມ ພໍພຽງທຸກຢາງ
ເໝືອນດັ່ງຮອຽດອກໄມ ວາງໄວຖີ່ຖັນ
ຈັດອອກເປັນຂັນແລວ
ຣວມກັນໄດ໘ໝື່ນ໔ພັນພຣະຘັມມະຂັນ
ໃຜຜູຂັນຕີຕັ້ງ ຮຽນເອົາໄດຈົເພສ
ກໍຈັກຕັກິເລສແຫງ ເຫັນແຈງແຫງນິພພານ
ແທແລວ
ອັນນີ້ເປັນຕໍານານເຄົ້າ ຄໍາພຣະອົງສອນສັ່ງ
ຫວັງໃຫຊາວໜູມນອຽ ຮຽນຮູທົ່ວໄປ
ໃຜຜູປະຕິບັໄດ ຕາມຄໍາສອນພຣະອົງສັ່ງ ມານັ້ນ
ຊິໄດຂື້ສູຊັ້ນ ສວັນຟາພາກພົມ
ໃຜຜູງົມງາວໄບ ບໍ່ຟັງຄວາມສອນສັ່ງ
ຊິໄດລົງສູພື້ນ ໃນໝໍ້ໝື່ນປີ
ອັນວາຄໍາສອນເຈົ້າ ຈອມມຸນີສອນສັ່ງ ມານັ້ນ
ແຍກອອກເປັນຂັ້ນໆ ສເມີດາມດັ່ງກະໄດ
ພຣະກໍຢາຽຕາມຂັ້ນ ປັນໄປເປັນຄູໆ
ຈັເປັນໝູໆໄວ ວາງເຂົ້າຄູກັນ
ຄັນວາ ມີສີລແລວ ມີນິທານເຂົ້າເປັນຄູ ກັນແລວ
ມີພາວະນາຢູແລວ ປັໟໟາເຂົ້າຄູກັນ
ຄັນວາມີມັຄແລວ ມີຜົລເຂົ້າເປັນຄູ
ຄັນວາ ມີເກີແລວ ມີຕາຽຕໍເຂົ້າຄູກັນ
ນັ້ນແລວ
ອັນນີ້ ພໍແຕໄຂຣະຫັໃຫ ເຫັນທາງທຽວທອງ
ຂໍແຕນັກປຣາເຈົ້າ ຟັງແລວໃຫຮີ່ນຕອງ
ນັ້ນທອນ
ຕາມທີ່ອຸປະມານີ້ ພໍພຽງເປັນສັງເຂ
ເວົ້າແຕພໍຫຍໍ້ໆ ຕາມໃຫສອງເຫັນ
ແທແລວ
ພຣະກໍຈັເອົາໄວ ປັນໃຫເປັນໝູໆ
ແລວຈີ່ງຍໍມອໃຫ ພຣະສັງະເຈົ້າ
ຮຽນຮູຕໍ່ມາ
ມີກໍາໜົໄວ
໕
ພັນປີເປັນເຂຕ
ພຣະກໍເທເທສໄວ
ໃນຫັ້ນຊູປະການ ແທແລວ
ນັຖິບັ້ນ ອົງພຸທໂຘຫຼີງຫຼໍ່າ ກອນແລວ
ໄປໜາພຸນ ຍັງຊີ່ກວາງກວາຫຼັງ ເຈົ້າເຮີຽ