Site hosted by Angelfire.com: Build your free website today!

ທ່ານດຣ.ຄຳເຜີຍປານມະໄລທອງ: Site under construction

https://www.youtube.com/watch?v=jHv746-rCmU&feature=BFp&list=WLB58DAF49A100076C&index=7

 

- ວັນ, ເດືອນ, ປີເກີດ: 27.11.1958.

 

- ເກີດທີ່ບ້ານສົບມອນ, ເມືອງຊຽງຄໍ້, ແຂວງຫົວພັນ, ຊົນເຜົ່າລາວ
ປະຈຸບັນຢູ່ບ້ານຄຳຮຸ່ງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ.

 

- ຊັ້ນຕຳແຫນ່ງແລະຫນ້າທີ່ຮັບຜິດຊອບ: ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວຫນ້າສະຖາບັນວິທະຍາສາດ
ສັງຄົມແຫ່ງຊາດ.

 

- ລະດັບການສຶກສາສາມັນ: 6.

 

- ລະດັບວິຊາສະເພາະ: ປະລິນຍາເອກປັດຊະຍາ
-
ລະດັບທິດສະດີການເມືອງ: ປະລິນຍາເອກ.

 

- ວັນ, ເດືອນ, ປີເຂົ້າລັດຖະກອນ: 08.1983
-
ວັນ, ເດືອນ, ປີເຂົ້າພັກສົມບູນ: 19.11.1985.

 

ການເຄື່ອນໄຫວໂດຍຫຍໍ້ໃນແຕ່ລະໄລຍະ:

 

1970-1974 ຮຽນປະຖົມສຶກສາທີ່ໂຮງຮຽນນ້ອງນ້ອຍ67 ຫນານຫນິງສປຈີນ.

 

1974-1977 ຮຽນມັດທະຍົມຢູ່ໂຮງຮຽນເລກ 2 ຮ່າບັກ, ສສຫວຽດນາມ.

 

1978-1983 ຮຽນວິຊາປັດຊະຍາທີ່ມະຫາວິທະຍາໄລສັງລວມແຫ່ງລັດຢູ່ເລນິນກະຣາດ, ສະຫະພາບໂຊວຽດ
ເປັນຄູສອນປັດຊະຍາຢູ່ສະຖາບັນການເມືອງແລະການປົກຄອງແຫ່ງຊາດທ່າງ່ອນນະຄອນຫລວງວຽງຈັນ.

 

1985-1988 ຄົ້ນຄວ້າແລະປ້ອງກັນປະລິນຍາເອກດ້ານປັດສະຍາທີ່ສະຖາບັນດິດວິທະຍາສາດ-ສັງຄົມຂອງສູນກາງ
ພັກກອມມູນິດໂຊວຽດ.

 

1988-1989 ເປັນຄູສອນປັດສະຍາຢູ່ສະຖາບັນການເມືອງແລະການປົກຄອງແຫ່ງຊາດທ່າງ່ອນນະຄອນຫລວງວຽງຈັນ.

 

1989-1996 ສັງກັດຢູ່ຫ້ອງວ່າການສູນກາງພັກເປັນເລຂາປະຈຳທ່ານປະທານພັກ, ປະທານປະເທດຄຳໄຕສີພັນດອນ.

 

1996-2003 ເປັນຮອງຫົວຫນ້າຫ້ອງວ່າການສູນກາງພັກ, ທັງເປັນເລຂາປະຈຳທ່ານປະທານພັກ, ປະທານປະເທດ
ຄຳໄຕສີພັນດອນ.

 

2003-2010 ເປັນຫົວຫນ້າຫ້ອງວ່າການສູນກາງພັກ, ປີ 2006 ໄດ້ຮັບເລືອກຕັ້ງເປັນກຳມະການສູນກາງພັກສະໄຫມທີ VIII .

 

2010- ປະຈຸບັນເປັນກຳມະການສູນກາງພັກ, ເລຂາຄະນະພັກ, ເປັນຫົວຫນ້າສະຖາບັນວິທະຍາສາດສັງຄົມແຫ່ງຊາດ,
ເປັນກຳມະການຂອງຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງສະໄຫມທີ VIII.

 

ອົງການສະເຫນີ: ສະຖາບັນວິທະຍາສາດ-ສັງຄົມແຫ່ງຊາດ