ສຸພາສິດ

05/08/05

Home
ຜຍາກ້ຽວບ່າວກ້ຽວສາວ
ຜຍາພາຄິດ
ໂຄງບູຮານຂອງລາວ
ສຸພາສິດ
ຜຍາໃນວັນນະຄະດີລາວ

 

Home | ຜຍາກ້ຽວບ່າວກ້ຽວສາວ | ຜຍາພາຄິດ | ໂຄງບູຮານຂອງລາວ | ສຸພາສິດ | ຜຍາໃນວັນນະຄະດີລາວ

  • ຈັນໃສແຈ້ງ ດວງເດືອນບໍ່ມີຊື່ນ

ດາວຢູ່ລ້ອມ ຫລາຍຊັ້ນຈຶ່ງເຮື່ອງ ດອກນາ

  • ຄໍາປາກພໍ່ແມ່ນີ້ ຫນັກເກິ່ງທໍຣະນີ

ໃຜຜູ້ຍໍາແຍງນົບ ຫາກຊິເຮືອງເມື່ອຫນ້າ

  • ຊື່ວ່າແນວກໍາພ້າ ຫມູຫມາມັນກໍຫນ່າຍ

ກາຍຫນ້າໃກ້ ຊາວບ້ານຖົ່ມນໍ້າລາຍ

  • ທ່ຽວທາງບໍ່ສຸດເສັ້ນ ຢ່າຄືນຫລັງໃຫ້ເຂົາຢຽບ

ແຫນງວ່າຕາຍຫນ້າພຸ້ນ ເຂົາຊິຍ້ອງວ່າດີ

  • ໂທໂສໂມໂຫນີ້ ຫາກພາໂຕຕົກຕໍ່າ

ໃຫ້ຄ່ອຍຄິດຄ່ອຍເວົ້າ ຈາຕ້ານໃຫ້ມ່ວນຫູ

  • ທໍາການສ້າງ ອັນໃດໃຫ້ຮິ່ນຕອງທຖ້ອນ

ຢ່າໄດ້ເຫັນແກ່ໃກ້ ກິນກ້ວຍໂມ້ມເລີຍ

  • ແສນຊິໄກບວກທ້າງ ສະໃຫຍ່ຊົລທີ ກໍດີ

ຄັນແມ່ນທໍາພຽນຂຸດ ຫາກຊິເຖີງຍັງນໍ້າ

  • ໃຫ້ຄ່ອຍພຽນຫາສ້າງ ສເມີແຕນແປງຊໍ່

ໃຫ້ຄ່ອຍສືບຕໍ່ໄວ້ ສເມີເຜີ້ງສືບຮັງ