ຜຍາກ້ຽວບ່າວກ້ຽວສາວ

05/08/05

Home
ຜຍາກ້ຽວບ່າວກ້ຽວສາວ
ຜຍາພາຄິດ
ໂຄງບູຮານຂອງລາວ
ສຸພາສິດ
ຜຍາໃນວັນນະຄະດີລາວ

 

໑.

ຍິງ ເຈົ້າສິບໍ່ເກັບດອກຫວ່ານບ້ານເພິ່ນມາບານ ເຈົ້າສິວົນວຽນສັບດອກກະຈຽວແຄມຮົ້ວ

ຊາຍ ໂອນໍ ເຈົ້າຜູ້ບຸສບາສ້ອຍສຸຄົນທາບໍ່ເຫີຍກິ່ນ ເກົ້າແມ່ນໍ້າສິບແມ່ນໍ້າ ຫອມຮູ່ຮອດພີ່ຊາຍ

ພີ່ຈິ່ງດຸດົງດັ້ນປະສົງດັນມາຮອດໃຈປະສົງຢາກຮູ້ພະນາງນ້ອງຜູ້ຈັ່ງໃດ

ຍິງ ນ້ອງປຽບດັ່ງດອກໄມ້ບຸບຜາກິ່ນເຫມັນ ຫມູກມົນມາເຫັນບິນກາຍບໍ່ມາໃກ້

ອ້າຍຢ່າມາຍໍຍ້ອງລໍ້ໃຫ້ນ້ອງດັດຜົມ ຢ່າສະມາຄາຣົມຫລອກໃຫ້ຜູ້ຍິງເປັນຮ້າງຫລາຍນາ

ຊາຍ ນ້ອງເອີຍອັນວ່າອ້າຍນີ້ຕຶກແຫຫວັງຫາປາ ເຮັດນາກໍຫວັງຈະໄດ້ເຂົ້າ ຟັນໂພນຫວັງປູກຖົ່ວ

ບໍ່ເຄີຍຕົວະຫລອກລໍ້ໃຫ້ປາເຕັ້ນໃສ່ຫລຸມດອກນາ

Home | ຜຍາກ້ຽວບ່າວກ້ຽວສາວ | ຜຍາພາຄິດ | ໂຄງບູຮານຂອງລາວ | ສຸພາສິດ | ຜຍາໃນວັນນະຄະດີລາວ

This site was last updated 04/10/05