|
ບົດເລີ້ມຕົ້ນ
ພຸດໂທທູນແທບເທົ້າ
ສິລະສາ
ຂໍຢ່າມີມານມາ
ແປ່ມ້າງ
ກໍາຈັດຈາກໂລຄາ
ໂພຍພະຍາດ
ແດ່ເນີ
ຈັກກ່າວຄໍາຊອບອ້າງ
ນັກປາດຍ້ອງ
ຍໍຄຸນ
1.
ມົນຢໍາຍັງຫ້າມໄດ້ ງູພິດ
ບໍ່ຫ້າມຍັງໃຈຈິດ ຜູ້ຮ້າຍ
ເປັນຄົນຢ່າທໍາຜິດ ໂດຍເລົ່າ ນັ້ນເນີ
ຈັກຖືກຄອງຄຸງສວ້າຍ ສິ່ງນັ້ນຍາໂສ
2.
ອຸປະລະໂກມຸດເກີດ ໃນຕົມ
ປາກໍລອຍລົງຕົມ
ຢູ່ນໍ້າ
ບໍ່ຫ່ອນໄດ້ເຊີຍຊົມ ດວງດອກ ນັ້ນນາ
ດ້ວຍເກີດມາບໍ່ເຄີຍຊໍ້າ ສິ່ງນັ້ນ ຄວນຫອມ
3.
ເຂົ້າຂອງນີ້ປະເສີດແທ້
ທຽມຕົນ
ຍາມເມື່ອມີກັງວົນ ຊ່ວຍປ້ານ
ລູກເມັຽຍາມເມື່ອທຸພົນ ເຖີງຖ່ອຍ ເມື່ອໃດ
ເຂົາປະເສັຽໄປ່ຢ້ານ
ພີ່ນ້ອງບໍ່ມີກົວ
ຖ້າທ່ານຢາກອ່ານຄໍາແປຂອງໂຄງບູຮານຂ້າງເທີງນີ້ ກະຣຸນາກົດປຸ່ມນີ້
|