Site hosted by Angelfire.com: Build your free website today!
  ວັນວານຍັງຫວານຢູ່

 

Home
ກະວີຮັກ
ກະວີເພື່ອຊີວິດ
ບົດຂີດຂຽນອື່ນໆ
Video Page
ແຮງດົນໃຈເບື້ອງຫລັງກະວີ
ວັນວານຍັງຫວານຢູ່

 

ສະບາຍດີ

 

ເພື່ອເປັນການສົ່ງເສີມການຂີດຂຽນພາສາລາວໃນເວທີນີ້ ຂ້າພະເຈົ້າຈຶ່ງໄດ້ເອົາບົດບັນທຶກຮັກໃນຊ່ວງປີ໑໙໘໑ເຖີງປີ໑໙໘໓ທີ່ສູນກັກກັນອົພຍົບຫນອງຄາຍ ແລະນາໂພປະເທດໄທ ບົດບັນທຶກນີ້ຂຽນຂຶ້ນໃນກາງປີ໑໙໘໓ຕໍ່ໃສ່ຕົ້ນປີ໑໙໘໔ ແມ້ນວ່າບົດບັນທຶກຈະເປັນເລື້ອງສ່ວນຕົວໂດຍສ່ວນມາກ ຂ້າພະເຈົ້າກໍຫວັງວ່າ ມັນອາດຈະມີບາງສ່ວນທີ່ທ່ານຈະໄດ້ສັມຜັດກັບບັນຍາກາດຄວາມເປັນອົພຍົບໃນສໄມນັ້ນ ທີ່ຈະຕ້ອງຕໍ່ສູ້ຟ່າຟັນກັບຄວາມເຫງົາຫງອຍອ້າງຫວ້າງໃນຄວາມເປັນໄປຂອງຊີວິດໃນແຕ່ລະວັນ

ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບົດບັນທຶກນີ້ຈະມີສ່ວນເຮັດໃຫ້ທ່ານຫວນນຶກເຖີງທີ່ມາຂອງຕົນທີ່ບາງຄັ້ງກໍຊອກຊໍ້າແລະທີ່ບາງຄັ້ງກໍນໍ້າຕານອງດ້ວຍຄວາມປາບປື້ມໃຈ ແຕ່ເຖີງຈະເປັນຢ່າງໃດກໍດີ ມັນກໍຄືຊີວິດທີ່ທຸກຄົນຈະຕ້ອງໄດ້ຜ່ານ ກ່ວາຈະມາເປັນວັນໆນີ້

ຫາກວ່າກຸສົນໃດທີ່ຈະກໍ່ເກີດຂຶ້ນຈາກບົດບັນທຶກນີ້ ຂ້າພະເຈົ້າຂໍມອບໃຫ້ແກ່ຍອດຍິງທີ່ບົດບັນທຶກນີ້ບັນຈົງແຕ້ມແຕ່ງໃຫ້ ເພາະຫາກວ່າບໍ່ມີນາງ ບົດບັນທຶກນີ້ກໍຈະບໍ່ມີວັນຖືກຂຽນຂຶ້ນມາແລະຖືກເກັບຮັກສາໄວ້ ຈົນກະທັ່ງມາເຖີງວັນນີ້ ດັ່ງນັ້ນມັນຈຶ່ງບໍ່ແປກທີ່ຂ້າພະເຈົ້າຈະວ່າ ນາງຄືທຸກສິ່ງ ຄືທີ່ມາທີ່ໄປຂອງຂ້າພະເຈົ້າໃນທີ່ສຸດນັ້ນເອງ

*****

 

 

 

 

 

 

 

Home | ກະວີຮັກ | ກະວີເພື່ອຊີວິດ | ບົດຂີດຂຽນອື່ນໆ | Video Page | ແຮງດົນໃຈເບື້ອງຫລັງກະວີ | ວັນວານຍັງຫວານຢູ່

This site was last updated 06/15/05