|
ຕອນທີ໒:
ຫວັງຫລວງແລະວັງຫນ້າ
ຮູ້ສຶກວ່າ
ບັນຫາເລື້ອງຄວາມຂັດແຍ້ງລະຫວ່າງຫວັງຫລວງກັບວັງຫນ້າໄດ້ຮັບຄວາມສົນໃຈເປັນພິເສດໃນການຂຽນປວັດສາດລາວໃນຊ່ວງທ້າຍສັຕວັດທີ໑໙ເຖີງກາງສັຕວັດທີ໒໐
ເພື່ອຄວາມເຂົ້າໃຈແກ່ບັນຫານີ້
ຂ້າພະເຈົ້າຈຶ່ງຂໍເອົາມາເລົ່າສູ່ທຸກໆທ່ານຟັງເນື່ອງໃນໂອກາດນີ້ດ້ວຍ
ແຕ່ກ່ອນກີ້ ການປົກຄອງຂອງເມືອງລາວເຮົາມີແຕ່ຫວັງຫລວງ
ຫລືຜູ້ປົກຄອງແຜ່ນດິນຊຶ່ງກໍຄືເຈົ້າຊີວິດນັ້ນເອງ
ຕໍ່ມາເມື່ອເມືອງລາວນໍາແບບການປົກຄອງຂອງສຍາມໂດຍສະເພາະແມ່ນຫລັງຈາກທີ່ສຍາມເຂົ້າມາອິດທິພົນໃນບ້ານເມືອງເຮົາຫລັງຈາກປີ໑໗໗໙
ກໍເກີດມີຫວັງຫລວງແລະວັງຫນ້າຂຶ້ນ
ວັງຫນ້າກໍຄືຕໍາແຫນ່ງອຸປຣາດຊຶ່ງກໍຄືເຈົ້າຊີວິດຜູ້ທີສອງນັ້ນເອງ ໃນຊື່ຂອງມັນເອງກໍບົ່ງບອກແລ້ວວ່າຖ້າເກີດມີຫຍັງເກີດຂຶ້ນກັບເຈົ້າຊີວິດ
ເຈົ້າຊີວິດຜູ້ທີສອງກໍຈະຂຶ້ນແທນ ບັນຫາມັນມີຢູ່ວ່າ
ການຕັ້ງຕໍາແຫນ່ງອຸປຣາດນັ້ນແມ່ນສຍາມເປັນຜູ້ຕັ້ງໃຫ້
ດັ່ງນັ້ນເຂົາຈຶ່ງຕັ້ງຜູ້ໃດກໍຕາມທີ່ເຂົາເຫັນວ່າ
ຈະທ່ວງດຶງອໍານາດຂອງເຈົ້າຊີວິດ ແລະທີ່ສໍາຄັນທີ່ສຸດຕໍາແຫນ່ງອຸປຣາດນີ້ແມ່ນສຍາມບໍ່ຕັ້ງລູກເຈົ້າຊີວິດຜູ້ທີຈະສືບຕໍ່ບັນລັງດັ່ງທີ່ເຄີຍປະຕິບັດມາໃນການປົກຄອງຂອງສຍາມເອງ
ໃນປວັດຂອງສຍາມ
ມີບາງຄັ້ງສຍາມກໍຕັ້ງນ້ອງເຈົ້າຊີວິດເປັນມະຫາອຸປຣາດດັ່ງສໄມຂອງຣາມາທີ໑ ແຕ່ເຖີງຢ່າງໃດຄົນຜູ້ທີ່ຖືກແຕ່ງຕັ້ງກໍຍັງຢູ່ຖັນແຖວທີ່ໄວ້ເນື້ອເຊື່ອໃຈຂອງເຈົ້າຊີວິດຢູ່ດີ
ກໍຣະນີລາວເຮົານັ້ນ
ອາດຈະເປັນເຈຕນາຂອງສຍາມທີ່ຢາກສ້າງຄວາມແຕກແຍກພາຍໃນ
ຕໍາແຫນ່ງມະຫາອຸປຣາດນີ້ຈຶ່ງນໍາຜົນຮ້າຍຫລາຍກ່ວາຜົນດີມາສູ່ການປົກຄອງຂອງລາວເຮົາ
ແລະເມື່ອເຂົ້າມາປົກຄອງເມືອງລາວໃນປີ໑໘໙໓ເປັນຕົ້ນມາ
ຝຣັ່ງກໍຍັງຮັກສາການປົກຄອງແບບເກົ່ານັ້ນໄວ້ຄືເກົ່າ
ຊຶ່ງທໍາອິດກໍບໍ່ຄ່ອຍມີບັນຫາຫຍັງ
ຈະມີແດ່ກໍຕໍ່ເມື່ອເຈົ້າສັກກະຣິນເສັຽຊີວິດລົງ
ຝຣັ່ງກໍຕັ້ງເຈົ້າສີສວ່າງວົງຜູ້ຊຶ່ງເປັນອົງມົງກຸດຣາຊກຸມມານຂຶ້ນແທນ
ໂດຍການສີກຫນ້າມະຫາອຸປຣາດບຸນຄົງທີ່ຍັງຄົງມີຊີວິດຢູ່ ຈະດ້ວຍເຫດນີ້ເປັນເຄົ້າ
ຜູ້ທີ່ຂຽນປວັດສາດລາວຕໍ່ແຕ່ນັ້ນມາຈຶ່ງມັກກ່າວອ້າງຄວາມຂັດແຍ້ງຂອງຫວັງຫລວງແລະວັງຫນ້າມາຈົນທົ່ວເຖີງທຸກວັນນີ້
ເພື່ອລົງເລິກເຖີງບັນຫາເລື້ອງນີ້ ເຮົາມາພາກັນໃຈ້ແຍກເບິ່ງວ່າ
ສາຍຂອງຫວັງຫລວງແລະວັງຫນ້າມີຄວາມຂັດແຍ້ງກັນແທ້ບໍ່? ຖ້າມີແທ້ ມັນມີຫລາຍປານໃດ?
ແລະຜົນຂອງຄວາມຂັດແຍ້ງນີ້ ກໍ່ໃຫ້ເກີດຫຍັງແດ່ສໍາລັບທັງສອງຝ່າຍ?
ຕາມການໃຈ້ແຍກຂອງຂ້າພະເຈົ້າ ເລື້ອງຄວາມຂັດແຍ້ງຫັ້ນມີຈິງແທ້ ແຕ່ມັນຊິຫນັກຫລືຫລາຍປານໃດ
ນັ້ນເປັນອີກເລື້ອງນຶ່ງ
ທາງຝ່າຍຫວັງຫລວງຊຶ່ງເປັນຝ່າຍໄດ້ປຽບເພາະເປັນຝ່າຍຄອງແຜ່ນດິນນັ້ນ
ກໍຄິດວ່າຕົນນັ້ນເປັນຜູ້ມີສິດໂດຍຖານະຫລືໂດຍຖືກຕ້ອງຕາມທັມນອງຄອງທັມໂດຍແທ້ຈິງ
ສ່ວນຝ່າຍວັງຫນ້າຊຶ່ງເປັນຝ່າຍເສັຽປຽບກໍຄິດໃນທາງກົງກັນຂ້າມ
ທໍານອງວ່າຕົນຄວນມີທາງເປັນພະເຈົ້າແຜ່ນດິນຢູ່ຄືກັນ ເພາະຕົນເປັນເຈົ້າຊີວິດຜູ້ທີສອງ
ເຫດທີ່ບໍ່ໄດ້ເປັນກໍເພາະການຫລີ້ນພັກຫລີ້ນພວກ ຫລືພາຍນອກເຂົ້າມາແຊກແຊງ
ດັ່ງຝຣັ່ງເສດເປັນຕົ້ນ ດ້ວຍວ່າຝ່າຍວັງຫນ້າຢູ່ໃນທ່າທີ່ເສັຽປຽບ
ດັ່ງນັ້ນມັນຈຶ່ງບໍ່ແປກທີ່ຈະເຫັນຝ່າຍນີ້ ຕັ້ງຫນ້າຢາກພິສູດໃຫ້ໂລກເຫັນວ່າ
ຕົນນັ້ນມີດີບໍ່ນ້ອຍຫນ້າກ່ວາຫລືຖ້າເວົ້າຢ່າງບໍ່ເກງໃຈກໍອາດຈະເປັນວ່າ
ຕົນນັ້ນດີກ່ວາຜູ້ທີ່ຖືກເອີ້ນວ່າເຈົ້າຊີວິດເປັນຕັ້ງຫລາຍເທົ່າອີກດ້ວຍ
ຊຶ່ງຕົວຈິງກໍຂ່ອນຂ້າງຈະພິສູດວ່າ ເຊື້ອສາຍຂອງເຈົ້າບຸນຄົງຝ່າຍວັງຫນ້ານັ້ນ
ລ້ວນແລ້ວແຕ່ມີບົດບາດໃນດ້ານການເມືອງການປົກຄອງລາວ ນັບຕັ້ງແຕ່ເຈົ້າເພັຊຣາດ ເຈົ້າສຸວັນນະພູມມາ
ຈົນເຖີງເຈົ້າສຸພານຸວົງຜູ້ເປັນນ້ອງຫລ້າ ສ່ວນທາງຝ່າຍເຈົ້າແຜ່ນດິນສີສວ່າງວົງ
ຮູ້ສຶກວ່າຈະເປັນຝ່າຍອະນຸຣັກນິຍົມ ເຊື້ອສາຍຂອງເພິ່ນນັ້ນຂ່ອນຂ້າງຢູ່ໃນທ່າຮັບ
ຜົນກໍຄືເປັນເຫດໃຫ້ໄປບໍ່ທັນສະພາບການຈັກເທື່ອ
ດັ່ງທີ່ປາກົດໃນພາກການປະຕິບັດຕົວຈິງຂອງເຈົ້າມະຫາຊີວິດສີສວ່າງວັທນາແລະອົງມົງກຸດຣາຊກຸມມານເຈົ້າຟ້າຊາຍສວ່າງນັ້ນເອງ
ຂ້າພະເຈົ້າຄິດວ່າ ເລື້ອງຄວາມຂັດແຍ້ງນີ້ມີທາງຈະຫລີກລ້ຽງໄດ້
ຫາກຕ່າງຝ່າຍຕ່າງຫຍັບເຂົ້າຫາກັນແດ່ຈັກຫນ້ອຍນຶ່ງ ເລື້ອງຈະເປັນຢ່າງໃດນັ້ນໃນພາກຕົວຈິງນັ້ນ
ຂໍເຊີນທ່ານຕິດຕາມຕໍ່ໄປໃນຕອນຫນ້າ
|