|
ພາກທີເຈັດ
II ເຈົ້າສຸວັນນະພູມມາ:
ຄວາມເປັນກາງເມື່ອສ່ວາຍເກີນໄປເສັຽແລ້ວ
ດັ່ງທີ່ Grant Evans ໄດ້ຂຽນໄວ້ໃນຫນັງສື A short history of Laos ຂອງທ່ານວ່າ
ທົສວັດທີ໕໐ ນັ້ນ ເປັນທົສວັດຂອງຄວາມຕື່ນຕົວທາງການເມືອງ ແລະຄວາມຫວັງໃນອານາຄົດທີ່ສວຍສົດງົດງາມຂອງປະເທດຊາດ
ແນ່ນອນວ່າ ເມື່ອແຣກເລີ້ມທຸກສິ່ງຍ່ອມເປັນໄປໄດ້
ອີກຢ່າງຄວາມກົດຄັ້ນທີ່ເຊື້ອຊາດລາວເຮົາຈໍາຕ້ອງທົນມາ
ບໍ່ວ່າຈາກນໍ້າມືຂອງໄທຫລືຈາກອະນານິຄົມຂອງຝຣັ່ງເສດ
ລ້ວນຢໍ້າເຕືອນໃຫ້ຄົນລາວເຮົາຮູ້ວ່າ
ນີ້ເປັນໂອກາດດີແລ້ວທີ່ຈະໄດ້ສ້າງສາພັທນາບ້ານເມືອງກັນຢ່າງເຕັມທີ່ ໃຫ້ສົມກັບວັນເວລາທີ່ເສັຽໄປເປັນຕັ້ງຫລາຍຮ້ອຍປີ
ແຕ່ແລ້ວມັນກໍເຫມືອນກັບເປັນເຄາະກັມຂອງບ້ານເມືອງ ທີ່ຜູ້ສົມຄວນເປັນຜູ້ນໍາ
ກັບບໍ່ໄດ້ເຮັດຫນ້າທີ່ນັ້ນ ຜົນກໍຄືຄົນລາວເຮົາຕ້ອງມາຂ້າຟັນລັ່ນແທງກັນເອງ ໂດຍຕ່າງຝ່າຍກໍຕ່າງມີຜູ້ຊັກຈູງແລະຄຸມແຈຢູ່ເບື້ອງຫລັງ
ແລະນີ້ເອງຄືສາເຫດອັນສໍາຄັນພາໃຫ້ຮ້ອຍເອກກອງຜູ້ບັນຊາການທະຫານຣາບອາກາດ
ຫລືໂດດຈ່ອງຂອງກອງທັບແຫ່ງຊາດ
ທໍາການເຮັດການປະຕິວັດລັຖປະຫານລັຖບານຂອງຕົນເອງຂຶ້ນ
໑.
ການປະຕິວັດກອງແລໃນປີ໑໙໖໐
ຍ້ອນວ່າເບື່ອຫນ່າຍທີ່ຈະຕ້ອງມາເຫັນລາວຂ້າລາວຢ່າງໄຮ້ສາເຫດ
ຮ້ອຍເອກກອງແລຜູ້ຢູ່ນອກຖັນແຖວຂອງການເມືອງລາວ ຈຶ່ງທໍາການປະຕິວັດຂຶ້ນໃນປີ໑໙໖໐
ໃນຂະນະທີ່ຜູ້ນໍາຄະນະລັຖບານ ຊຶ່ງໃນນັ້ນກໍມີນາຍພົນພູມີຫນໍ່ສວັນ
ຜູ້ຊຶ່ງເປັນລັຖມົນຕີກະຊວງປ້ອງກັນປະເທດ ຊຶ່ງຈະວ່າແລ້ວ
ກໍຄືຜູ້ນໍາຝ່າຍຂວານັ້ນເອງ
ພວມພາກັນໄປຮ່ວມງານສົ່ງສະການອະດີດເຈົ້າຊີວິດສີສວ່າງວົງ ທີ່ນະຄອນຫລວງພະບາງ
ກອງພັນທະຫານຣາບອາກາດທີສອງຂອງຮ້ອຍເອກກອງແລ
ໄດ້ເຂົ້າຍືດເອົາເມືອງວຽງຈັນແຕ່ເຊົ້າຕູ່ຂອງວັນທີ໙ເດືອນສິງຫາ ແລະປະກາດການຍືດອໍານາດຜ່ານວິທຍຸກະຈາຍສຽງແຫ່ງຊາດ
ອອກໄປປະຊາຊົນໂດຍທຸກຖ້ວນຫນ້າໄດ້ຮັບຮູ້ນໍາ
ການປະຕິວັດຄັ້ງນີ້ ນັບວ່າໄດ້ຮັບການສນັບສນູນຈາກຊາວເມືອງວຽງຈັນໂດຍທົ່ວໆໄປ ໂດຍສະເພາະກໍແມ່ນຈາກຊາວຫນຸ່ມນັກຮຽນນັກສຶກສາ
ຊຶ່ງກາຍເປັນກໍາລັງອະສາສມັກຂອງຮ້ອຍເອກກອງແລໄປໃນຕົວ
ດ້ວຍວ່າຕົນເອງບໍ່ມີປະສົບການໃນການເມືອງແລະນັ້ນກໍບໍ່ແມ່ນຈຸດປະສົງຕົ້ນຕໍ່ຂອງຕົນ
ໃນການເຮັດປະຕິວັດໃນຄັ້ງນັ້ນ ຮ້ອຍເອກກອງແລຈຶ່ງໄດ້ເຊື້ອເຊີນເຈົ້າສຸວັນນະພູມມາ
ຊຶ່ງຍຶດຖືນະໂຍບາຍເປັນກາງແລະທີ່ເຄີຍເປັນນາຍົກມາກ່ອນ ມານໍາຄະນະລັຖບານໃຫມ່ນີ້
ຈະເວົ້າແລ້ວ ທໍາອິດທຸກຝ່າຍກໍພະຍາຍາມຫລີກລ້ຽງການໃຊ້ກໍາລັງຫັກຫານກັນ ໂດຍການຜ່ອນສັ້ນຜ່ອນຍາວ
ເຈົ້າສຸວັນນະພູມມາຖືກຕັ້ງໃຫ້ເປັນນາຍົກ ແລະນາຍພົນພູມີກໍຖືກຕັ້ງໃຫ້ເປັນຮອງນາຍົກແລະລັຖມົນຕີກະຊວງພາຍໃນ
ຊຶ່ງຜູ້ກ່ຽວກໍຍອມ ເຖີງວ່າຕົນນັ້ນຈະຕ້ອງການຕໍາແຫນ່ງລັຖມົນຕີກະຊວງປ້ອງກັນປະເທດຢູ່ກໍຕາມ
ແຕ່ເຖີງຢ່າງໃດກໍດີ ເລື້ອງລາວມັນກໍບໍ່ລົງເອີຍໂດຍສັນຕິວິທີ ເພາະນາຍພົນພູມີມີຜູ້ສນັບສນູນໃຫ້ແຂງກ້າ
ຈາກທັງປະເທດໄທເພາະສໄມນັ້ນຈອມພົນສະລິດທະນາລັດເປັນນາຍົກ ແລະຫາກໍ່ປະກາດ
Martial Law ຂື້ນທົ່ວປະເທດ ຊຶ່ງນັ້ນກໍເທົ່າກັບວ່າ
ຈອມພົນສະລິດມີສິດທີ່ຈະເຮັດຫຍັງ ກໍໄດ້ຕາມຊອບໃຈນັ້ນເອງ ສິ່ງສໍາຄັນແມ່ນຢູ່ວ່າ
ທັງນາຍພົນພູມີແລະຈອມພົນສລິດເປັນພີ່ນ້ອງກັນ
ດັ່ງນັ້ນຈອມພົນສລິດຈຶ່ງພ້ອມທີ່ຈະຊ່ອຍນາຍພົນມີຢ່າງເຕັມທີ
ທັງນີ້ກໍເພາະການກະທໍາດັ່ງກ່າວເປັນຜົນປໂຍດໃຫ້ແກ່ປະເທດໄທ
ທີ່ຕ້ອງການໃຫ້ເມືອງລາວຕ້ານກັບຝ່າຍຄອມມູນິດນັ້ນເອງ
ບໍ່ພໍປະເທດມະຫາອໍານາດເຊັ່ນອະເມຣິກາ ກໍມີທ່າທີແນວນັ້ນຄືກັນ
ຈະເວົ້າແລ້ວອະເມຣິກາກໍຕ້ອງການຢາກໃຫ້ຜູ້ນໍາລາວ ເປັນຄືຜູ້ນໍາໄທ
ທີ່ທະຫານມີອິດທິພົນຢ່າງເຕັມທີ່
ດັ່ງນັ້ນນາຍພົນພູມີຈຶ່ງເປັນທາງເລືອກທີ່ງ່າຍທີ່ສຸດ
ດ້ວຍເຫດຜົນດັ່ງກ່າວ
ປະກອບກັບທີ່ຮ້ອຍເອກກອງແລເວົ້າແນວເສັຽຫາຍໃຫ້ແກ່ພວກຝ່າຍຂວາໃນຄະນະລັຖບານໃຫມ່
ມັນຈຶ່ງເຮັດໃຫ້ນາຍພົນພູມີຖືໂອກາດນີ້ ຈັດການສ້ຽນຫນາມຕົວນີ້ໃຫ້ມັນແລ້ວໆໄປ
ດ້ວຍກໍາລັງນັ້ນເອງ ເພາະຈະວ່າແລ້ວ ນາຍພົນພູມີຍັງຄົງຄຸມທະຫານທັງສີ່ພາກ
ນອກຈາກພາກທີຫ້າທີ່ວຽງຈັນເທົ່ານັ້ນ
ບໍ່ພໍເຈົ້າບຸນອຸ້ມຜູ້ມີອິດທິພົນທາງພາກໃຕ້ຍັງມາເຂົ້າຮ່ວມກໍາລັງກັບຕົນອີກ
ນາຍພົນພູມີຈຶ່ງບໍ່ມີພຽງແຕ່ກໍາລັງທາງດ້ານການທະຫານເທົ່ານັ້ນ ແຕ່ທາງດ້ານການເມືອງໃນຕົວເຈົ້າບຸນອຸ້ມອີກດ້ວຍ
ບໍ່ແປກທີ່ຈະວ່າ ກໍາລັງຂອງຝ່າຍປະຕິວັດຈະບໍ່ຖືກຕີຖອຍໃນເວລາອັນໄວ
ອີກຢ່າງການຈະຢືນຢັດຕໍ່ສູ້ກັນທີ່ນະຄອນຫລວງວຽງຈັນ
ກໍເທົ່າກັບເປັນການຈົ່ງໃຈທໍາລາຍບ້ານເມືອງເທົ່ານັ້ນເອງ
ດ້ວຍເຫດນັ້ນກໍາລັງຂອງຝ່າຍປະຕິວັດຈຶ່ງຖອຍໂລ່ນໄປຕັ້ງຫລັກຢູ່ທົ່ງໄຫຫີນ
ຊຶ່ງເຫມາະສົມແກ່ການສູ້ລົບປ້ອງກັນຕົວເອງອັນຍາວນານໄດ້
ເຈົ້າສຸວັນນະພູມມາເອງ ເມື່ອບໍ່ສາມາດຢັບຢັ້ງການສູ້ລົບຂອງທັງສອງຝ່າຍ
ກໍໄປຫລົບໄພການເມືອງຢູ່ພນົມເປັນ ແຕ່ກ່ອນຈະໄປ
ທັງເຈົ້າສຸວັນນະພູມມາເອງແລະຄະນະລັຖບານ ໂດຍສະເພາະແມ່ນທ່ານກິນິນໂພນເສນາທີ່ອ່ຽງຊ້າຍ
ກໍໄດ້ທໍາການເຊັນສັນຍາຂໍຄວາມຊ່ອຍເຫລືອຈາກໂຊວຽດແລະວຽດນາມເຫນືອ ໃຫ້ແກ່ຝ່າຍກາງອີກດ້ວຍ
ແຕ່ກັບເປັນອັນວ່າ ອາວຸດຍຸດໂທປະກອນທັງຫລາຍ ທ້າຍທີ່ສຸດ
ກໍລົງໄປຢູ່ໃນກໍາມືຂອງຝ່າຍແນວລາວ
ຊຶ່ງແຕ່ກີ້ບໍ່ສາມາດຕໍ່ກອນຢ່າງຈິງຈັງກັບຝ່າຍຂວາໄດ້ ສາເຫດເປັນຍ້ອນວ່າ
ຝ່າຍນາຍພົນກອງແລເອງຊຶ່ງເປັນຝ່າຍກາງ ເມື່ອໄປຕັ້ງຫມັ້ນຢູ່ທົ່ງໄຫຫີນແລ້ວ
ກໍແຕກກັນ ຝ່າຍກາງອ່ຽງຊ້າຍອັນມີພັນເອກເດືອນກໍໄປເຂົ້າກັບຝ່າຍແນວລາວ
ຊຶ່ງເປັນຜົນໃຫ້ກໍາລັງຝ່າຍກາງຕ້ອງໄດ້ປົບຫນີອອກຈາກທົ່ງໄຫຫີນໃນທີ່ສຸດ
ນີ້ບໍ່ເວົ້າເຖີງການລອບຂ້າຂອງພັນເອກເກສນາ ຄູ່ຄິດຂອງນາຍພົນຂອງກອງແລ ແລະທ່ານກິນິນພົນເສນາລັຖມົນຕີກະຊວງການຕ່າງປະເທດຂອງລັຖບານເຈົ້າສຸວັນນະພູມມາອີກ
ຊຶ່ງເປັນເລື້ອງສລັບສັບຊ້ອນແກ້ແຄ້ນກັນອີກ
ຈະເວົ້າແລ້ວ ການປະຕິວັດຂອງກອງແລ ຫລືຖ້າຈະເວົ້າໃຫ້ຖືກກໍຄື
ການຂັດກັນຂອງຝ່າຍຂວາ ຫລືກາງອ່ຽງຂວານີ້ ເປັນຈຸດເລີ້ມຕົ້ນທີ່ພາໃຫ້ຝ່າຍຊ້າຍເພີ່ມທັງກໍາລັງຄົນ
ກໍາລັງອາວຸດ ແລະເຂດອິດທິພົນຫລາຍຂຶ້ນອີກ ຈົນເຖີງຂັ້ນວ່າ
ຊ່ອງຫວ່າງຄວາມແຂງແກ່ນລະຫວ່າງທັງສອງຝ່າຍມີຫນ້ອຍເຕັມທີ
ຖ້າຈະເວົ້າອີກຢ່າງນຶ່ງກໍຄື ຝ່າຍຊ້າຍກາຍເປັນພັກການເມືອງ
ທີ່ຝ່າຍຂວາຈະຖືຕໍ່າບໍ່ໄດ້ອີກແລ້ວ ອີກຢ່າງເມື່ອທົ່ງໄຫຫີນອັນເປັນຈຸດຍຸທສາດ
ຕົກໄປຢູ່ໃນກໍາມືຂອງຝ່າຍແນວລາວຢ່າງເກືອບວ່າ ບໍ່ຕ້ອງອອກແຮງ
ມັນກໍແຮ່ງເຮັດໃຫ້ພວກວຽດນາມເຫນືອຫມາຍຫມັ້ນເອົາດິນລາວ ເປັນທາງປ່ອນສົງຄາມໃນວຽດນາມໃຕ້ອີກ
ຈາກຈຸດນີ້ ມັນກໍເທົ່າກັບວ່າ ບັນຫາລາວກາຍເປັນບັນຫາຂອງວຽດນາມຢ່າງເຕັມຕົວ
໒.
ການໂຮມລາວຄັ້ງທີສອງປີ໑໙໖໒
ເວົ້າໄປເວົ້າມາ ກໍເຫມືອນບໍ່ຈໍາເປັນທີ່ຈະກ່າວເຖີງການໂຮມລາວຄັ້ງນີ້ ເພາະໂອກາດທີ່ຈະເປັນຈິງນັ້ນຫມົດໄປແລ້ວ
ເປັນອັນວ່າ ເມື່ອຝ່າຍກາງແຕກກັນ ອັນສົ່ງຜົນໃຫ້ມີການຂ້າກັນເອງ
ພວກຜູ້ນໍາຂອງແນວລາວ ອັນມີເຈົ້າສຸພານຸວົງແລະທ່ານພູມີວົງວິຈິດ
ຊຶ່ງກໍຄົງເຂົ້າມາຮ່ວມລັຖບານເພື່ອຢັ້ງທ່າທີ່ເບິ່ງ ເຫັນບໍ່ໄດ້ການ
ກໍເລີຍປົບເຂົ້າປ່າອີກຕາມເຄີຍ ສ່ວນນາຍພົນກອງແລ ເມື່ອຫມົດກໍາລັງທະຫານທີ່ຈະບັນຊາ
ກໍຕ້ອງເອົາຕົວຫລົບຫນີອອກນອກປະເທດໃນປີ໑໙໖໕ ສ່ວນນາຍພົນພູມີຫນໍ່ສວັນຜູ້ມາແຮງ ແຕ່ເຮັດຫຍັງບໍ່ໄດ້
ເພາະທະຫານຂອງເພິ່ນໄປສູ້ຢູ່ໃສ ກໍບໍ່ໄດ້ເລື້ອງ ຜົນສຸດທ້າຍ
ກໍຖືກໄສສົ່ງອອກໄປຢູ່ນອກປະເທດຄືກັນ ຜູ້ທີ່ເຂົ້າມາມີບົດບາດແທນ
ກໍຄືນາຍພົນວັງປາວ ທີ່ອະເມຣິກາຫລືCIAໃຊ້ຢ່າງມີປະສິດທິພົນ ໃນການຢຸດຢັ້ງຄວາມຄືບຫນ້າທາງດ້ານການທະຫານ
ຂອງຝ່າຍແນວລາວແລະວຽດນາມເຫນືອ ໃນເຂດພາກເຫນືອຂອງລາວ
ເຫດການແຕ່ປີ໑໙໖໔ເຖີງປີ໑໙໗໓ ແມ່ນການຂຍາຍຕົວຂອງສົງຄາມວຽດນາມ
ທີ່ອະເມຣິກາເອງກໍບໍ່ຕ້ອງການຢາກໃຫ້ເມືອງລາວເປັນແນວລົບອີກດ້ານນຶ່ງ
ດັ່ງນັ້ນເຂົາຈຶ່ງສນັບສນູນຄວາມເປັນກາງອັນມີເຈົ້າສຸວັນນະພູມມາເປັນຜູ້ນໍາ ແຕ່ຫາກບໍ່ມີຖານກໍາລັງອໍານາດຂອງຕົນແຕ່ຢ່າງໃດ
ຈະເວົ້າແລ້ວ ການທີ່ອະເມຣິກາເອົາເຈົ້າສຸວັນນະພູມມາເປັນນາຍົກຕລອດເວລານັ້ນ
ກໍເພາະມັນບໍ່ມີຜູ້ນໍາລາວຜູ້ໃດ ທີ່ສາກົນຈະເຊື່ອຖືແລະຮັບຮູ້ ອີກຢ່າງ ເຈົ້າສຸວັນນະພູມມາເປັນຜູ້ນໍາ
ກໍພຽງໃນນາມ ເພາະອໍານາດໂດຍແທ້ຈິງນັ້ນຢູ່ກັບອະເມຣິກາ ຈຸດດີຂອງເພິ່ນກໍມີຢູ່ວ່າ
ເພິ່ນຢືນກະຕ່າຍຂາດຽວບໍ່ຍອມໃຫ້ອະເມຣິກາໃຊ້ເມືອງລາວເປັນຖານທັບໂຈມຕີວຽດນາມເຫນືອ
ແມ້ນວ່າເພິ່ນຈະຕ້ອງອະນຸຍາດໃຫ້ອະເມຣິກາໃຊ້ຟາກຟ້າຂອງລາວເປັນທາງຜ່ານຂອງເຮືອບິນລົບອະເມຣິກາໄປຖີ້ມລະເບີດໃສ່ວຽດນາມເຫນືອ
ແລະເສັ້ນທາງລໍາລ້ຽງຂອງວຽດນາມເຫນືອທີ່ຜ່ານດິນລາວ ເຊັ່ນເສັ້ນທາງໂຮ່ຈີມິນເປັນຕົ້ນ
ຈາກຂໍ້ຕົກລົງທີ່ທຸກຝ່າຍຕ່າງກໍໄດ້ຜົນປໂຍດຈາກສົງຄາມລັບຢູ່ລາວ
ຄືວຽດນາມເຫນືອກໍຍັງຄົງໃຊ້ດິນລາວເປັນເສັ້ນທາງຂົນອະວຸດຍຸດໂທປະກອນໄປຕີວຽດນາມໃຕ້
ແລະຝ່າຍໂລກເສລີກໍແນ່ໃຈວ່າ
ຝ່າຍແນວລາວແລະວຽດນາມເຫນືອຈະບໍ່ຂຍາຍອິດທິພົນຂອງເຂົາເຈົ້າເຂົ້າມາ ໃນແຖບຊາຍແດນຮີບຝັ່ງແມ່ນໍ້າຂອງ
ຈຶ່ງເປັນອັນວ່າ ສະພາວະນີ້ຄົງດໍາເນີນຢູ່ຕໍ່ໄປໄດ້
ຕາບໃດທີ່ຝ່າຍໃດຝ່າຍນຶ່ງບໍ່ເກີດມີກໍາລັງແຮງຂຶ້ນມາຢ່າງກະທັນຫັນ
ຊຶ່ງນັ້ນກໍມາໃນການຖອນຕົວຂອງອະເມຣິກາອອກຈາກສົງຄາມວຽດນາມນັ້ນເອງ
໓.
ການໂຮມລາວຄັ້ງທີສາມໃນປີ໑໙໗໓
ໃນການໂຮມລາວຄັ້ງນີ້ ຝ່າຍແນວລາວເປັນຝ່າຍທີ່ໄດ້ປຽບ ແລະເຂົາເຈົ້າກໍພ້ອມທີ່ຈະບໍ່ອ່ອນຂໍ້
ຫລືເວົ້າອີກແນວນຶ່ງກໍຄື
ຝ່າຍແນວລາວເຂົ້າມາໂດຍການຕັ້ງຫມັ້ນທີ່ຈະຈັດການຝ່າຍກົງກັນຂ້າມ ໃຫ້ມັນສິ້ນຊາກໄປນັ້ນເອງ
ກົລວິທີທີ່ຝ່າຍແນວລາວເຮັດຂຶ້ນຕ່າງໆນັ້ນ
ລ້ວນເປັນການແນ່ໃສ່ການຍຶດອໍານາດຢ່າງດຽວ ຂ້າພະເຈົ້າຈະບໍ່ກ່າວຫຍັງຫລາຍໃນທີ່ນີ້
ເພາະກໍຮູ້ໆກັນດີ ບັນຫາມີວ່າ ເຈົ້າສຸວັນນະພູມມາຜູ້ຊຶ່ງເປັນນາຍົກສາມາດເຮັດຫຍັງໄດ້ແດ່
ຂ້າພະເຈົ້າວ່າ ເກືອບວ່າບໍ່ມີ ນອກຈາກການເຮັດໃຫ້ການນອງເລືອດທີ່ບໍ່ຈໍາເປັນ
ລະຫວ່າງລາວຕໍ່ລາວນັ້ນ ເປັນຫມາກຜົນຂຶ້ນມາ ແນ່ນອນວ່າ ໃນຂັ້ນທໍາອິດ ເຈົ້າສຸວັນນະພູມມານັ້ນຍັງຄິດວ່າ
ເຈົ້າສຸພານຸວົງບໍ່ແມ່ນຄອມມູນິດ ແລະນ້ອງຊາຍຂອງເພິ່ນຜູ້ນີ້ເປັນຜູ້ນໍາຂອງແນວລາວແທ້
ເພິ່ນຈຶ່ງຍິນຍອມຢ່າງເຕັມທີ ເພື່ອເຫັນແກ່ປໂຍດຂອງຊາດບ້ານເມືອງ
ຕໍ່ມາເມື່ອຝ່າຍຄອມມູນິດມີໄຊໃນຂເມນ ແລະວຽດນາມໄຕ້
ມັນກໍກາຍເປັນຄວາມຈໍາເປັນທີ່ຈະຢຸດການນອງເລືອດ ໂດຍການວາງອະວຸດຢ່າງດີໆແລະຢ່າງງ່າຍໆນັ້ນເອງ
ຫລາຍຄົນອາດຈະວ່າ ນັ້ນເປັນການຂາຍຊາດ ແຕ່ຂ້າພະເຈົ້າວ່າ
ສິ່ງທີ່ເຈົ້າສຸວັນນະພູມມາເຮັດນັ້ນ ຖືກຕ້ອງແລ້ວ ເພາະມັນມີຄວາມຈໍາເປັນຫຍັງທີ່ຈະຕ້ອງເອົານໍ້າໄປແລກກັບໄຟທີ່ມາແຮງ
ຊຶ່ງຖ້າເຮັດຢ່າງນັ້ນ ກໍເທົ່າກັບວ່າ ເປັນການທໍາລາຍເຜົາພານບ້ານເມືອງຂອງຕົນທີ່ອົດສາປົວແປງຮັກສາມາ
ເປັນເວລາຫລາຍຊົ່ວຄົນນັ້ນເອງ ເລື້ອງທີ່ຝ່າຍຊ້າຍເຮັດໃນພາຍຫລັງນັ້ນ
ມັນເປັນອີກເລື້ອງນຶ່ງຊຶ່ງເຮົາຈະຕ້ອງພາກັນມາທໍາຄວາມເຂົ້າໃຈ ແລະຖາມວ່າສິ່ງທີ່ເຂົາເຮັດນັ້ນຖືກຕ້ອງເຫມາະສົມບໍ່?
ເລື້ອງລາວຂອງຝ່າຍຊ້າຍນີ້ ເປັນຈັ່ງໃດເຮົາມາພາກັນອ່ານຕໍ່ໃນຕອນສຸດທ້າຍກ່ຽວກັບເຈົ້າສຸພານຸວົງກັນ
ຂ້າພະເຈົ້າຄິດວ່າ
ຈະຍົກເລື້ອງບັນຫາຄວາມເປັນລັຖບຸຣຸດຂອງເຈົ້າສຸວັນນະພູມມາຂຶ້ນມາເວົ້າ ແຕ່ກໍຄິດວ່າ
ຂໍໃຫ້ທ່ານຜູ້ອ່ານລົງຄວາມເຫັນເອງດີກ່ວາວ່າ ເຈົ້າສຸວັນນະພູມມາສົມຄວນເປັນລັຖບຸຣຸດຂອງຊາດລາວ
ເຊັ່ນເຈົ້າເພັຊຣາດບໍ່?
|