ເຈົ້າມະຫາຊີວິດສີສວ່າງວົງ: ເພິ່ນຢືນຢູ່ຈຸດໃດແທ້?

07/30/05

Home
ວັງຫລວງແລະວັງຫນ້າ
ເຈົ້າມະຫາຊີວິດສີສວ່າງວົງ: ເພິ່ນຢືນຢູ່ຈຸດໃດແທ້?
ເຈົ້າເພັຊຣາດ: ຣັຖບຸຣຸດຂອງຊາດລາວ
ເຈົ້າເພັຊຣາດ: ພາກວິເຄາະວິຈານ
Iron Man of Laos
Chapter1: Biography of Prince Phetsarath
Chapter 2: The Japanese seize Laos
Chapter 3: Dismissal from Viceroy
Chapter 4: Eleven years in Thailand
Chapter 9: Phetsarath is invited to return
Chapter 10: A critique of Phetsarath's neutrality
ເຈົ້າບຸນອຸ້ມ ນະຈໍາປາສັກ
ເຈົ້າມະຫາຊີວິດສີສວ່າງວັທນາ
The politics of ritual & remembrance
ເຈົ້າສຸວັນນະພູມມາ: ຄວາມເປັນກາງຢູ່ໃສ?
ເຈົ້າສຸວັນນະພູມມາ ຕອນທີ໒
ເຈົ້າຊີວິດ
ເຈົ້າເພັຊຣາດ
ເຈົ້າສຸວັນນະພູມມາ
ເຈົ້າສຸພານຸວົງ
ເຈົ້າຈອມທັງຫລາຍ
Lao history ແລະເພງຊາດລາວ
ອະຣັມພະບົດແລະຄວາມເປັນມາຂອງເມືອງລາວ
ເຈົ້າສຸພານຸວົງ: ເຈົ້າຊາຍແດງ
Khun Borom Stories

 

ຕອນທີ໓: ຈົ້າມະຫາຊີວິດສີສວ່າງວົງ: ເພິ່ນຢືນຢູ່ຈຸດໃດແທ້?

 

 

ຈາກຮູບພາບ ເຮົາຈະສັງເກດເຫັນວ່າເພິ່ນເປັນຄົນສູງໃຫຍ່ແລະສໍ່ສະແດງເຖີງການມີອໍານາດໃນບຸກຄະລິກແລະຫນ້າຕາຂອງເພິ່ນ ດັ່ງນັ້ນຈາກຈຸດເລີ້ມຕົ້ນນີ້ ປະກອບກັບທີ່ວ່າເພິ່ນເປັນພະເຈົ້າແຜ່ນດິນທີ່ສືບເຊື້ອສາຍແນວຫນໍ່ທີ່ອົງອາດແລະຍາວນານຂອງຂຸນບໍຣົມ ເຈົ້າສີສວ່າງວົງຈຶ່ງຢູ່ໃນທັງທ່າຈະບໍ່ຍອມໃຜງ່າຍໆແລະທັງທ່າທີ່ຮັກສາໄວ້ຊຶ່ງກຽດສັກສີຂອງວົງຕະກູນເພິ່ນ ດ້ວຍທຸກສະຕິປັນຍາທີ່ເພິ່ນມີ ອີກຢ່າງເພິ່ນເປັນຄົນລາວຄົນທໍາອິດທີ່ໄດ້ຮັບການສຶກສາຊັ້ນສູງຈາກປະເທດຝຣັ່ງເສດ ດັ່ງນັ້ນຈຶ່ງບໍ່ເປັນການແປກທີ່ເພິ່ນຈະຕິຕຶງວ່າ ເພິ່ນນັ້ນຢູ່ໃນຖານະທີ່ຈະນໍາພາປະເທດຊາດບ້ານເມືອງໄປສູ່ຄວາມຢູ່ລອດຕລອດປອດໄພດ້ວຍກໍາລັງປັນຍາຂອງເພິ່ນເອງ

 

ນອກຈາກນີ້ ເຈົ້າສີສວ່າງວົງຍັງເປັນສາຍເລືອດໂດຍກົງຂອງເຊື້ອຫນໍ່ກະສັດລາວທີ່ເຝົ້າຮັກສາບັນລັງນີ້ໄວ້ດ້ວຍການຮູ້ຈັກເບິ່ງຫລູ່ທາງລົມເປັນຢ່າງດີ ອີກຢ່າງມັນກໍເປັນການຍາກຢ່າງຍິ່ງທີ່ເຮົາຈະລົງເອີ່ຍຢ່າງງ່າຍດາຍວ່າ ເພິ່ນນັ້ນຄິດສັ້ນເຫັນແຕ່ປາຍດັງຂອງຕົນເທົ່ານັ້ນເປັນສໍາຄັນ ເພາະພາລະທີ່ເພິ່ນແບກຫາບແລະວີທີທາງທີ່ບັນພະບຸຣຸດໄດ້ເຄີຍປະຕິບັດມາ ລ້ວນແລ້ວແຕ່ບົ່ງຊີ້ວ່າ ເພິ່ນນັ້ນເດີ່ນຕາມລູ່ຕາມແປວຢ່າງຂ່ອນຂ້າງເຂັ້ມງວດ ຫາກມີສິ່ງນຶ່ງທີ່ບໍ່ຄັກກໍຄື ເພິ່ນນັ້ນດໍາເນີນຕາມແນວທາງທີ່ພໍປະທັງຕົວຊື່ໆແລະທີສໍາຄັນກໍຄືວິທີທາງນັ້ນກໍາລັງຢູ່ໃນທ່າທີ່ເສື່ອມໂຊມລົງໄປເລື້ອຍໆ ເວົ້າອີກຢ່າງນຶ່ງກໍຄື ໂລກເຂົາກ້າວໄປໄກແລ້ວ ແຕ່ແນວທາງທີ່ເພິ່ນປະຕິບັດນັ້ນພັດກໍາລັງຖອຍຫລັງເຂົ້າຄອງນັ້ນເອງ

 

ນອກນັ້ນຍັງເປັນທີ່ຮູ້ກັນດີວ່າ ເຈົ້າສີສວ່າງວົງນັ້ນເຫີ່ເຫີມຝຣັ່ງເສດຈົນເຖີງຂັ້ນທີ່ບາງຄົນຄິດວ່າເພິ່ນບໍ່ມີແນວຄິດທີ່ຈະແຍກຕົວອອກຈາກຄວາມເປັນເມືອງຂຶ້ນຂອງຝຣັ່ງເລີຍ ຢ່າງນຶ່ງອາດຈະເປັນຍ້ອນວ່າ ເພິ່ນເຫັນຄວາມຈເຣີນແລະກໍາລັງແຮງຂອງຝຣັ່ງເປັນຢ່າງດີ ຢ່າງສອງຊຶ່ງເປັນທີ່ສໍາຄັນຢ່າງຍິ່ງຍວດນັ້ນຄືເພິ່ນຕະຫນັກດີວ່າ ຖ້າປາສຈາກອໍານາດຄຸ້ມຄອງຂອງຝຣັ່ງເສດເສັຽແລ້ວ ສຍາມແລະວຽດນາມກໍຈະກືນກິນເອົາເມືອງລາວທີ່ອ່ອນເປັ້ຽໃນທຸກໆດ້ານໄດ້ງ່າຍໆ ດັ່ງນັ້ນເພິ່ນຈຶ່ງຢາກຍືດເວລາຫລືຕໍ່ເວລາອອກໄປຫລາຍເທົ່າໃດແຮ່ງດີ ເພື່ອເມືອງລາວເຮົາຈະໄດ້ຢູ່ໃນທ່າທີ່ພໍຕໍ່ກອນໄດ້ກັບປະເທດອ້ອມຂ້າງທີ່ເປັນປໍຣະປັກດັ່ງເດີມຂອງບ້ານເມືອງເຮົາໄດ້ໃນເວລາທີ່ເຫມາະສົມ ຄວາມຄິດຝັນດັ່ງກ່າວເປັນສິ່ງທີ່ດີຍິ່ງ ແຕ່ບັນຫາມັນມີຢູ່ວ່າ ເພິ່ນເກືອບວ່າຈະປະໃຫ້ແຕ່ເວລາເປັນເຈົ້າການເທົ່ານັ້ນ ໂດຍບໍ່ໄດ້ເຮັດຫຍັງເລີຍພໍຈະຊີ້ສະແດງວ່າ ເພິ່ນນັ້ນໄດ້ກະກຽມປະເທດຊາດເພື່ອຄວາມເປັນເອກລາດໃນວັນນຶ່ງ ແລະເພື່ອຄວາມຢູ່ລອດຂອງບ້ານເມືອງໃນວັນຂ້າງຫນ້າ

 

ຈະເວົ້າແລ້ວ ຖ້າບໍ່ເກີດມີສົງຄາມໂລກຄັ້ງທີສອງເກີດຂຶ້ນໂດຍທີ່ຍີ່ປຸ່ນເຂົ້າມາມີອິດທິພົນແລະຍຶດເອົາເມືອງລາວໃນທີ່ສຸດນັ້ນ ເຈົ້າສີສວ່າງວົງກໍຄົງຈະເປັນກະສັດທີ່ບໍ່ມີບັນຫາຫຍັງແລະຄົງຈະຖືກລືມໄປໃນປວັດສາດດັ່ງຫລາຍໆກະສັດໃນປວັດສາດລາວອີກຜູ້ນຶ່ງ ດ້ວຍວ່າມີຍີ່ປຸ່ນເຂົ້າມາເປັນບັນຫາໃຫຍ່ ຢາກບໍ່ຢາກເພິ່ນກໍຕ້ອງມີສ່ວນທີ່ສໍາຄັນໃນຊ່ວງນັ້ນຢ່າງຫລີກບໍ່ມົ້ມ

 

ເລີ້ມຕົ້ນແຕ່ປີ໑໙໔໑ເປັນຕົ້ນໄປ ເພື່ອຕໍ່ຕ້ານກັບລັດທິໄທໃຫຍ່ຂອງສຍາມທີ່ຕ້ອງການຢາກຈະກືນກິນເອົາຄົນເຊື້ອສາຍໄຕໃນທົ່ວເອເຊັຽອາຄະເນໄປຂຶ້ນກັບເຂົາ ຊຶ່ງຈຸດສໍາຄັນຂອງລັດທິໄທໃຫຍ່ກໍຄືດິນແດນລາວທາງຝັ່ງຊ້າຍຂອງແມ່ນໍ້າຂອງທີ່ສຍາມເຫມົາເອົາວ່າ ຕົນເອງນັ້ນເສັຽໄປໃນສໄມລ່າຫົວເມືອງຂຶ້ນແກ່ຝຣັ່ງນັ້ນເອງ ທາງຝຣັ່ງເສດຈຶ່ງມາໄມ້ໃຫມ່ໂດຍສນັບສນູນໃຫ້ມີການຕື່ນຕົວໃນຄວາມເປັນລາວ ທີ່ແຕກຕ່າງຈາກຄວາມໄຕຫລືໄທຂອງສຍາມ

 

ຈະດ້ວຍການສນັບສນູນຂອງຝຣັ່ງເສດ ຫລືຈະດ້ວຍຄວາມເປັນລາວທີ່ຖືກປົກງໍາມາຫລາຍຮ້ອຍປີແລ້ວ ຄວາມຕື່ນຕົວໃນເອກລາດໃນຄວາມເຜົ່າພັນທີ່ທະນົງອົງອາດຂອງລາວເຮົາ ກໍທະວີແຮງຂຶ້ນໂດຍສະເພາະກໍແມ່ນໃນຫມູ່ປັນຍາຊົນ ໃນຖັນແຖວຂ້າຣາຊການ ແລະຫົວເມືອງທີ່ໃຫຍ່ໆຂອງລາວເຮົາທັງຫລາຍ ເຊັ່ນຫລວງພະບາງ ວຽງຈັນ ທ່າແຂກ ສວັນນະເຂດ ແລະປາກເຊເປັນຕົ້ນ

 

ເຈົ້າມະຫາຊີວິດສີສວ່າງວົງ ບາງທີອາດຈະຕີລາຄາຕໍ່າເຖີງການຕື່ນຕົວນັ້ນ ຫລືອາດຈະເຊື່ອຖ້ອຍຄໍາຂອງຝຣັ່ງເສດຫລາຍເກີນໄປ ເພາະຝຣັ່ງໄດ້ໃຫ້ສັນຍາໃນປີ໑໙໔໑ວ່າ ມື້ໃດມື້ນຶ່ງ ກະສັດຂອງຫລວງພະບາງຈະເປັນກະສັດຂອງແຜ່ນດິນລາວທົ່ວປະເທດ ບໍ່ແມ່ນແຕ່ນະຄອນຫລວງພະບາງດັ່ງທີ່ເຄີຍເປັນມາ ອີກຢ່າງເມື່ອສຍາມຍຶດເອົາແຂວງໄຊຍະບຸຣີແລະຈໍາປາສັກໄປ ດ້ວຍການເຂົ້າແຊກແຊງຊ່ອຍເຫລືອຂອງຍີ່ປຸ່ນໃນປີນັ້ນເອງ ຝຣັ່ງກໍໃຫ້ອໍານາດຂອງຫລວງພະບາງກວມລົງມາຮອດວຽງຈັນເປັນຄັ້ງທໍາອິດ ຫລືບາງທີ ເຈົ້າມະຫາຊີວິດສີສວ່າງວົງອາດຈະຄຶດການໄກແທ້ໆ ເພາະເຮັດແນວໃດເມືອງລາວກໍຍັງບໍ່ແຂງແຮງພໍທີ່ຈະປົກຄອງຕົນເອງໄດ້ເທື່ອ ດັ່ງນັ້ນເພິ່ນຈຶ່ງເຂົ້າຂ້າງຝຣັ່ງ ທັນທີທີ່ຝຣັ່ງກັບຄືນເຂົ້າມາອີກຫລັງຈາກທີ່ຍີ່ປຸ່ນເສັຽໄຊຫນີອອກໄປ ທັງທີ່ວ່າເພິ່ນໄດ້ປະກາດຄວາມເປັນເອກລາດຂອງປະເທດຈາກຝຣັ່ງມາກ່ອນແລ້ວ ຈະເວົ້າແລ້ວ ເພິ່ນກໍບໍ່ຕ້ອງການຢາກປະກາດເອກລາດເລີຍ ແຕ່ຍ້ອນຍີ່ປຸ່ນຢືນຢັນໃຫ້ເຮັດ ດັ່ງທີ່ເຂົາທໍາກັນໃນວຽດນາມ ພະມ້າ ແລະອິນໂດເນເຊັຽເປັນຕົ້ນ ເພິ່ນຈຶ່ງຫລີກລ້ຽງບໍ່ໄດ້

 

ທີ່ເປັນເລື້ອງຈົດຂານກັນທີ່ສະແດງເຖີງຄວາມຂັດແຍ້ງລະຫວ່າງວັງຫນ້າກັບວັງຫລັງນັ້ນ ກໍເພາະເຈົ້າສີສວ່າງວົງປົດເຈົ້າເພັຊຣາດອອກຈາກຕໍາແຫນ່ງມະຫາອຸປຣາດ ຫລັງຈາກທີ່ເພິ່ນໄດ້ເອົາພາກໄຕ້ຂອງລາວມາເຂົ້າຮ່ວມກັບລັຖບານຂອງຣາຊອານາຈັກ ຊຶ່ງການກະທໍາຂອງເຈົ້າເພັຊຣາດດັ່ງກ່າວ ເປັນການຂັດກັບນະໂຍບາຍຂອງເຈົ້າສີສວ່າງວົງທີ່ຢາກຄືນເມືອງລາວໄປສູ່ການຄຸ້ມຄອງຂອງຝຣັ່ງເສດດັ່ງເດີມ

 

ຝຣັ່ງເສດເຂົ້າປົກຄອງລາວອີກໃນເດືອນ໕ປີ໑໙໔໖ ຫລັງຈາກທີ່ລັຖບານລາວອິສຣະຊຶ່ງນໍາໂດຍເຈົ້າເພັຊຣາດໄດ້ພາກັນຫລົບຫນີໄພການເມືອງໄປສູ່ປະເທດໄທ ແລະໃນວັນທີ໒໗ເດືອນສິງຫາປີ໑໙໔໖ ຝຣັ່ງກໍໄດ້ເຊັນສັນຍາໃຫ້ເມືອງລາວແຕ່ເຫນືອຕລອດໄຕ້ເປັນອັນນຶ່ງອັນດຽວກັນໂດຍມີກະສັດອີງຕາມລັຖທັມມະນູນເປັນຜູ້ປົກຄອງພາຍໄຕ້ສະຫະພັນຝຣັ່ງເສດ (French Union) ຕໍ່ມາໃນເດືອນກໍຣະກະດາປີ໑໙໔໙ ຝຣັ່ງເສດກໍດໍາເນີນການໃຫ້ເອກລາດແກ່ລາວ ໂດຍຍັງຄົງຄຸ້ມແຕ່ທາງດ້ານການທະຫານແລະການຕ່າງປະເທດຢູ່ເທົ່ານັ້ນ

 

ດ້ວຍການປ່ຽນແປງທາງການເມືອງດັ່ງກ່າວ ຜູ້ນໍາລາວອິສຣະຫລາຍທ່ານອັນມີເຈົ້າສຸວັນນະພູມມາ ພະຍາຄໍາມ້າວ ແລະທ່ານກະຕ່າຍ ໂດນສະໂສຣິດ ກໍພາກັນກັບຄືນປະເທດ ມາຮອດເດືອນຕຸລາປີ໑໙໕໓ ເມືອງລາວກໍໄດ້ຮັບເອກລາດຢ່າງສົມບູນ ເຈົ້າຊີວິດສີສວ່າງວົງໄດ້ເສັຽຊີວິດລົງໃນປີ໑໙໕໙ ສອງທິດຫລັງຈາກທີ່ເຈົ້າເພັຊຣາດໄດ້ລາໂລກນີ້ໄປກ່ອນ ແລະກໍພໍດີສອງປີເຕັມຫລັງຈາກທີ່ເຈົ້າເພັຊຣາດໄດ້ຖືກເຊີນໃຫ້ກັບຄືນມາຢູ່ເມືອງລາວຢ່າງມີມະຕິເປັນເອກສັນຈາກສະພາຜູ້ແທນຣາຊດອນ ຈະເວົ້າແລ້ວ ນັບວ່າຣາຊການຂອງເຈົ້າສີສວ່າງວົງນັ້ນຍາວນານເປັນທີ່ສຸດໃນປວັດສາດລາວ ຣອງກໍແຕ່ຣາຊການຂອງເຈົ້າສຸຣິຍະວົງສາ ຊຶ່ງເປັນສໄມທີ່ເມືອງລາວຮຸ່ງເຮືອງເຫລືອງເຫລື້ອມທີ່ສຸດ

 

ຫາກຈະສລຸບກ່ຽວກັບເຈົ້າສີສວ່າງວົງ ຂ້າພະເຈົ້າກໍຈະກ່າວໃນທໍານອງດັ່ງຕໍ່ໄປນີ້:

ໃນແງ່ສະພາບການລະຍະສັ້ນ: ເພິ່ນເຖີງກັບບໍ່ໄດ້ເລື້ອງເອົາເລີຍ ເພາະບໍ່ເປັນໄປຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການ ບໍ່ພໍຍັງຂືນກະແສອີກດ້ວຍ ແຕ່ເຖີງຢ່າງໃດກໍດີ ເພິ່ນກໍມີສ່ວນເຮັດໃຫ້ການນອງເລືອດທີ່ບໍ່ຈໍາເປັນແລະເປັນປໂຍດປານໃດຫນ້ອຍລົງ ເມື່ອເພິ່ນບໍ່ນໍາພາປະຊາຊົນລຸກຮື້ຂຶ້ນສູ້ກັບກໍາລັງແຮງຂອງຝຣັ່ງເສດຫລັງຈາກທີ່ຍີ່ປຸ່ນຖອນຕົວອອກໄປ

 

ໃນແງ່ສະພາບການລະຍະຍາວ: ບັນຫານີ້ເວົ້າຍາກ ເບິ່ງຢ່າງນຶ່ງ ທາງເດີນຂອງເຈົ້າສີສວ່າງວົງນັ້ນຜິດຢ່າງມະຫັນ ເພາະບໍ່ໄປຕາມຄວາມຮຽກຮ້ອງຕ້ອງການຂອງຄົນຮຸ່ນໃຫມ່ທີ່ຕ້ອງການເອກລາດໃນທັນໃດ ແຕ່ຖ້າຈະເບິ່ງອີກຢ່າງນຶ່ງ ການປ່ອຍປະໃຫ້ສະຖານນະການເຂັ່ຽຄາຍໄປໃນຕົວຂອງມັນເອງນັ້ນ ນໍາຜົນດີເກີນກ່ວາທີ່ເຮົາຈະຄາດຄຶດໄດ້ ລອງຄິດໃຫ້ໄປໄກກ່ວານັ້ນວ່າ ຖ້າທັງເຈົ້າສີສວ່າງວົງແລະເຈົ້າເພັຊຣາດເຫັນຖືກຕ້ອງຄ່ອງກັນໂດຍບໍ່ມີຄວາມອາຄາດບາດຫມາງກີດຂວາງເປັນເຄົ້າ ເມືອງລາວເຮົາກໍຄົງຈະບໍ່ເສັຽຄວາມເປັນຣັຖບຸຣຸດຂອງຊາດໃນຕົວເຈົ້າເພັຊຣາດໄປຢ່າງຫນ້າເສັຽດາຍທີ່ສຸດ ໃນຂະນະທີ່ບ້ານເມືອງໃນລະຍະກໍ່ຕັ້ງປະເທດຕ້ອງການຄົນຢ່າງເພິ່ນເປັນທີ່ສຸດ ແລະໃຜຈະບອກໄດ້ວ່າ ລະບອບກະສັດຂອງລາວຈະບໍ່ແຂງແກ່ນກ່ວາດັ່ງທີ່ເປັນຢູ່ ດີບໍ່ດີbureaucracyຂອງລາວເຮົາກໍະແຂງແກ່ນຂຶ້ນ ຍ້ອນມີເຈົ້າເພັຊຣາດຜູ້ຊຶ່ງປະຊາຊົນເຄົາລົບຮັກແລະປີຊາສາມາດເປັນກໍາລັງແຮງຢູ່ເບື້ອງຫລັງ ກໍເປັນໄດ້ ແລະນັ້ນກໍຫມາຍຄວາມວ່າລະບອບການເມືອງທີ່ຜິດແປກດັ່ງທີ່ເປັນຢູ່ໃນຂະນະນີ້ ຄົງຈະຍາກທີ່ຈະຝັງຮາກລົງເລິກໃນຜືນແຜ່ນດິນລາວ ເປັນແນ່ແທ້

 

 

Home | ວັງຫລວງແລະວັງຫນ້າ | ເຈົ້າມະຫາຊີວິດສີສວ່າງວົງ: ເພິ່ນຢືນຢູ່ຈຸດໃດແທ້? | ເຈົ້າເພັຊຣາດ: ຣັຖບຸຣຸດຂອງຊາດລາວ | ເຈົ້າເພັຊຣາດ: ພາກວິເຄາະວິຈານ | Iron Man of Laos | Chapter1: Biography of Prince Phetsarath | Chapter 2: The Japanese seize Laos | Chapter 3: Dismissal from Viceroy | Chapter 4: Eleven years in Thailand | Chapter 9: Phetsarath is invited to return | Chapter 10: A critique of Phetsarath's neutrality | ເຈົ້າບຸນອຸ້ມ ນະຈໍາປາສັກ | ເຈົ້າມະຫາຊີວິດສີສວ່າງວັທນາ | The politics of ritual & remembrance | ເຈົ້າສຸວັນນະພູມມາ: ຄວາມເປັນກາງຢູ່ໃສ? | ເຈົ້າສຸວັນນະພູມມາ ຕອນທີ໒ | ເຈົ້າຊີວິດ | ເຈົ້າເພັຊຣາດ | ເຈົ້າສຸວັນນະພູມມາ | ເຈົ້າສຸພານຸວົງ | ເຈົ້າຈອມທັງຫລາຍ | Lao history ແລະເພງຊາດລາວ | ອະຣັມພະບົດແລະຄວາມເປັນມາຂອງເມືອງລາວ | ເຈົ້າສຸພານຸວົງ: ເຈົ້າຊາຍແດງ | Khun Borom Stories

This site was last updated 07/30/05