|
ຕອນທີ໔
ພາກວິເຄາະວິຈານ
ໃນພາກນີ້ ນອກຈາກບັນຫາທີ່ຖາມໄປເມື່ອພາກກ່ອນແລ້ວ
ຂ້າພະເຈົ້າຍັງຈະໄດ້ວິເຄາະວິຈານແລະລົງເລິກເຖີງບັນຫາຕ່າງໆທີ່ກ່ຽວກັບເຈົ້າເພັຊຣາດອີກດ້ວຍ
|
|
|
ເຈົ້າເພັຊຣາດ ຕອນກັບຄືນມາສູ່ເມືອງລາວອີກຄັ້ງ ໃນປີ໑໙໕໗
|
|
|
ຕໍ່ຄໍາຖາມທີ່ວ່າ ເຈົ້າເພັຊຣາດຄິດການຜິດບໍ່
ທີ່ເພິ່ນສ້າງຕັ້ງຣັຖລານລາວອິສຣະຂຶ້ນ? ຂ້າພະເຈົ້າວ່າ
ການທີ່ເພິ່ນເຮັດແນວນັ້ນແມ່ນຖືກ ເພາະນັ້ນເປັນຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ
ທີ່ຢາກມີສິດເສຣີພາບຢ່າງແທ້ຈິງ ອີກຢ່າງຖ້າເພິ່ນບໍ່ເຮັດແນວນັ້ນ ເພິ່ນກໍຈະຫມົດຄວາມເປັນຜູ້ນໍາ
ດ້ວຍວ່າເພິ່ນເປັນຜູ້ຕ່າງຫນ້າຂອງປວງຊົນ ແລະທີ່ສໍາຄັນເພິ່ນກໍຕ້ອງການເຮັດໃຫ້ເມືອງລາວເປັນເອກລາດຢູ່ແລ້ວ
ໂອກາດທອງອັນນີ້ ຄົນທີ່ຄິດການໄກຢ່າງເພິ່ນບໍ່? ຈະໄລລາໄດ້ ແຕ່ບັນຫາມັນກໍຍັງມີວ່າ
ຂະບວນການລາວອິສຣະແມ່ນມີຕົ້ນຕໍ່ມາຈາກຂະບວນການເສຣີໄທ
ຊຶ່ງນໍາໂດຍທ່ານປຣີດີພະນົມຍົງ ແລະສນັບສນູນໂດຍຜູ້ນໍາທີ່ສໍາຄັນຂອງພາກອີສານໃນສໄມນັ້ນ
ເຊັ່ນທ່ານຕຽງສິຣິຂັນຜູ້ແທນແຂວງສະກົລນະຄອນ ທ່ານທອງອິນພູຣິພັດຜູ້ແທນແຂວງອຸບົນ
ແລະທ່ານຈໍາລອງດາວເຮືອງຜູ້ແທນແຂວງສາຣະຄາມເປັນຕົ້ນ
ນອກຈາກນັ້ນທາງຝ່າຍລາວກໍມີທ່ານອຸ່ນຊະນະນິກອນແລະມະຫາສີລາວິຣະວົງຊຶ່ງລົບຫນີໄພຈາກຝຣັ່ງເສດໄປຢູ່ປະເທດໄທໃນປີ໑໙໔໑-໔໒
ຈະວ່າແລ້ວ ຂບວນການລາວອິສຣະບໍ່ແມ່ນແນວຄິດຂອງເຈົ້າເພັຊຣາດ
ດັ່ງນັ້ນເພິ່ນຈຶ່ງບໍ່ທັນໄດ້ມີເວລາກະກຽມການຄັກແນ່
ຜົນກໍຄືເມື່ອທັງຂບວນການລາວອິສຣະແລະທັງລັຖບານລາວອິສຣະຕ້ອງໄປກ່ຽວກັບພັນກັບການເມືອງຂອງໄທ
ມັນກໍເລີຍຢູ່ນອກເຫນືອອໍານາດແລະວິຈານຍານຂອງເພິ່ນໃນທີ່ສຸດ ດັ່ງທີ່ພວກເຮົາຮູ້
ເມື່ອການປ່ຽນແປງຢູ່ໄທເກີດຂຶ້ນໃນພາຍຫລັງ
ຊຶ່ງເປັນຜົນໃຫ້ທ່ານປຣີດີພນົມຍົງຕ້ອງໄດ້ຫນີໄພການເມືອງໄປຢູ່ຕ່າງປະເທດ ແລະພວກຜູ້ນໍາຢູ່ອີສານຕ້ອງຖືກຂ້າຢ່າງຖອນຮາກ
ຣັຖບານລາວອິສຣະຢູ່ຫມົດທີ່ເພິ່ງ ແລະກໍຕ້ອງສລາຍຕົວໄປໃນທີ່ສຸດ
ຕໍ່ຄໍາຖາມທີສອງທີ່ວ່າ ເມື່ອຝຣັ່ງມີໄຊ ເປັນຫຍັງເພິ່ນຈຶ່ງບໍ່ຍອມສະວາມີພັກຕໍ່ຝຣັ່ງ?
ຂ້າພະເຈົ້າຄິດວ່າ ໃນເມື່ອເພິ່ນໄດ້ລົງກະເທີນຕໍ່ສູ້ກັບຝຣັ່ງແລ້ວ
ມັນກໍບໍ່ງ່າຍໆທີ່ເພິ່ນຈະຄືນຄໍາໄດ້ ນຶ່ງມາກໍຍ້ອນກຽດສັກສີຂອງເພິ່ນ ແລະສອງມາກໍຍ້ອນເປັນຜູ້ນໍາທີ່ປະຊາຊົນໄວ້ເນື້ອເຊື່ອໃຈ
ການເຮັດຫຍັງເຄິ່ງທາງນັ້ນບໍ່ແມ່ນອຸດົມການຂອງເພິ່ນຢູ່ແລ້ວ
ຂ້າພະເຈົ້າຍັງຄິດອີກວ່າ ສິ່ງທີ່ເພິ່ນໄດ້ປະກາດຕົວເປັນອະຣິກັບຝຣັ່ງນັ້ນ
ຝຣັ່ງຄົງຈະບໍ່ລືມງ່າຍໆ ເຂົາຄົງບໍ່ໄວ້ເນື້ອເຊື່ອໃຈໃຫ້ກໍາຕໍາແຫນ່ງທີ່ສໍາຄັນໃນການປົກຄອງລາວຢູ່ຄືເກົ່າ
ອີກຢ່າງຮອຍລ້າວລະຫວ່າງເຈົ້າເພັຊຣາດແລະເຈົ້າແຜ່ນດິນຫລວງພະບາງນັ້ນຍາກທີ່ປະສານໄດ້ຄືນອີກ
ດັ່ງນັ້ນທາງອອກສຸດທ້າຍກໍຄື ເດີນຕາມທາງທີ່ປວັດສາດມອບຫມາຍໃຫ້ຈົນເຖີງທີ່ສຸດນັ້ນເອງ
ຕໍ່ຄໍາຖາມທີສາມທີ່ວ່າ ຫລືບໍ່ຊັ້ນ ກໍກັບຄືນມາລາວໃນປີ໑໙໔໙
ຄືກັບຜູ້ນໍາລາວອິສຣະຜູ້ອື່ນໆເຊັ່ນເຈົ້າສຸວັນນະພູມມາເປັນຕົ້ນ
ມັນກໍຄົງບໍ່ມົ້ມພົວພັນກັບຄໍາຕອບໃນຂໍ້ທີສອງ
ອີກຢ່າງເຈົ້າເພັຊຣາດໄດ້ກາຍເປັນຜູ້ຫມົດອໍານາດໄປແລ້ວ ແມ້ແຕ່ຄົນຮ່ວມລັຖບານຂອງເພິ່ນເຊັ່ນເຈົ້າສຸວັນນະພູມມາ
ພະຍາຄໍາມ້າວແລະທ່ານກະຕ່າຍກໍຕິດຕໍ່ຢ່າງລັບໆກັບຝຣັ່ງ ໂດຍທີ່ເພິ່ນບໍ່ຮູ້ແລະອະນຸຍາດໃຫ້ເລີຍ
ຫາກວ່າເພິ່ນກັບໄປເມືອງລາວອີກ ເພິ່ນກໍຄົງຈະບໍ່ໄດ້ຢູ່ໃນຖານະທີ່ຈະກໍາໂຊກຊະຕາຂອງຊາດບ້ານເມືອງຄືເກົ່າກ່ອນ
ເປັນອັນວ່າການຕັ້ງລັຖບານລາວອິສຣະມີຜົນດີໃຫ້ແກ່ຊາດບ້ານເມືອງໃນຂັ້ນຍາວໄກ ເພາະມັນເປັນບັງຄັບໂດຍທາງອ້ອມໃຫ້ຝຣັ່ງຫາຫົນທາງແກ້ບັນຫາລາວໃຫ້ຢ່າງຈິງຈັງແລະໄວຂຶ້ນ
ຊຶ່ງນີ້ບໍ່ໄດ້ຢູ່ໃນແຜນການຂອງຝຣັ່ງທີ່ມີຕໍ່ດິນແດນລາວເລີຍ ແຕ່ຜົນເສັຽກັບເປັນອັນວ່າ
ມັນໄດ້ທໍາລາຍລັຖບຸຣຸດຂອງຊາດລາວໄປຢ່າງຫນ້າເສັຽດາຍ
ກ່ອນທີ່ເພິ່ນຈະໄດ້ໃຊ້ຄວາມຮູ້ຄວາມສາມາດ ແລະບາຣະມີທີ່ເພິ່ນສ້າງໄວ້ກັບປວງຊົນລາວໃຫ້ເກີດຫນໍ່ອອກຜົນແກ່ແຜ່ນດິນທີ່ຮັກຂອງເພິ່ນຜືນນີ້
|
|
|
ເຈົ້າເພັຊຣາດ ເຖີງຈະຕົກອໍານາດໄປແລ້ວ ແຕ່ເພິ່ນກໍຍັງຄົງຢູ່ດວງໃຈຂອງປວງຊົນລາວສເມີມາ
|
|
|
ມາບາດນີ້
ຂ້າພະເຈົ້າຈະຂໍວິເຄາະວິຈານກ່ຽວກັບບັນຫາເຈົ້າເພັຊຣາດທີ່ຍັງຄ້ອງຄາໃນປວັດສາດ
ທີ່ບາງຄົນສຶກສາເລື້ອງນີ້ອາດຈະເຄີຍໄດ້ຍິນມາ ບັນຫານັ້ນມີດັ່ງຕໍ່ໄປນີ້
-
ຮອຍລ້າວລະຫວ່າງເຈົ້າສີສວ່າງວົງແລະເຈົ້າເພັຊຣາດ
-
ເຈົ້າເພັຊຣາດເປັນນັກສວຍໂອກາດບໍ່?
-
ເຈົ້າເພັຊຣາດອ່ຽງໄທບໍ່?
-
ຄວາມປີ້ນປອກຂອງນະໂຍບາຍປະເທດມະຫາອໍານາດໂດຍສະເພາະສະຫະລັດອະເມຣິກາ
-
ເປັນຫຍັງຜູ້ນໍາຣຸ່ນໃຫມ່ສໄມໄດ້ເອກລາດຂອງລາວ
ຈຶ່ງບໍ່ມັກເຈົ້າເພັຊຣາດ ຍົກຕົວຢ່າງທ່ານຜຸ່ຍຊະນະນິກອນເປັນຕົ້ນ?
-
ຖ້າບໍ່ມີເຫດການປວັດສາດເຊັ່ນສົງຄາມໂລກຄັ້ງທີສອງເກີດຂຶ້ນ ເຈົ້າເພັຊຣາດຈະເປັນແນວໃດ?
-
ເປັນຫຍັງທາງລະບອບໃຫມ່ຈຶ່ງບໍ່ໃຫ້ຄວາມສໍາຄັນແກ່ເຈົ້າເພັຊຣາດໃນການຂຽນປະວັດສາດສະບັບຫລັງໆນີ້?
-
ຄໍາທີ່ວ່າ ເຈົ້າເພັຊຣາດຄືລັຖບຸຣຸດຂອງຊາດລາວນັ້ນ
ມີນໍ້າຫນັກຂນາດໃດ?
I.
ຮອຍລ້າວລະຫວ່າງເຈົ້າສີສວ່າງວົງແລະເຈົ້າເພັຊຣາດ
ເລື້ອງນີ້ນັບວ່າເປັນເລື້ອງທີ່ຂ່ອນຂ້າງຮຸນແຮງເກີນກ່ວາທີ່ຂ້າພະເຈົ້າປະມານໄວ້ໃນຄັ້ງແຣກ
ສາເຫດທີ່ຂ້າພະເຈົ້າກ້າເວົ້າແນວນີ້ກໍເພາະ
ໃນປື້ມ ບຸຣຸດເຫລັກຂອງລາວ ສະບັບເປັນພາສາອັງກິດ (Iron Man of Laos) ແປໂດຍ
John Murdoch ໄດ້ຂຽນໄວ້ວ່າ
ເຈົ້າເພັຊຣາດແລະເຈົ້າສີສວ່າງວົງເຄີຍຊົກຕີກັນຕອນກ່ອນຈະຂຶ້ນມາມີບົດບາດໃນພາຍຫລັງ
ໂດຍວ່າໃຜກໍວ່າໃຜເກ່ງ ແລະຜູ້ທີ່ຂຽນປື້ມດັ່ງກ່າວ
ຊຶ່ງສັນນິຖານວ່າແມ່ນເຈົ້າເພັຊຣາດເອງເປັນຜູ້ຂຽນ
ຫລືບໍ່ຊັ້ນກໍແມ່ນຜູ້ໃດຜູ້ນຶ່ງທີ່ເຈົ້າເພັຊຣາດບອກໃຫ້ຂຽນ ກ່າວໄວ້ວ່າ
ເຈົ້າຄໍາຜີວຊຶ່ງຕໍ່ມາໄດ້ເປັນມະເຫສີຂອງເຈົ້າສີສວ່າງວົງນັ້ນ
ເຄີຍມັກຮັກກັບເຈົ້າເພັຊຣາດມາກ່ອນ ຫາກເລື້ອງເປັນເຊັ່ນນີ້ແທ້
ຄວາມບາດຫມາງສ່ວນຕົວລະຫວ່າງທ່ານທັງສອງກໍຄົງຫລີກລ້ຽງບໍ່ພົ້ນ
ບໍ່ພໍເມື່ອເຈົ້າເພັຊຣາດປະກາດສ້າງຕັ້ງລັຖບານລາວອິສຣະຂຶ້ນ
ໂດຍປົດເຈົ້າສວ່າງວົງລົງຈາກຕໍາແຫນ່ງພະເຈົ້າແຜ່ນດິນ
ມັນກໍກາຍເປັນເລື້ອງຄໍຂາດບາດຕາຍເຖີງຂນາດນັ້ນເລີຍ ອີກຢ່າງຢ່າລືມໄປວ່າ
ເຈົ້າສີສວ່າງວົງໄດ້ປົດເຈົ້າເພັຊຣາດອອກຈາກຕໍາແຫນ່ງມະຫາອຸປຣາດກ່ອນມາກ່ອນເຫດການຊິບານປາຍແລ້ວ
ຕາມເບິ່ງ ທາງຂະບວນການລາວອິສຣະຄົງຈະຢາກເຮັດແບບປະເທດໄທ
ຕອນທີ່ທ່ານປຣິດີພນົມຍົງແລະຈອມພົນແປກພິບຸນສົງຄາມເຮັດກໍ່ການລົ້ມລ້າງລະບອບສົມບູນຣາຊາທິຣາດຢູ່ເມືອງໄທໃນປີ໑໙໓໒ນັ້ນ
ແມ້ນຢູ່ວ່າ
ເຖີງຈະມີພະເຈົ້າແຜ່ນດິນຢູ່ກໍຄົງແຕ່ຢູ່ໃຕ້ກົດຫມາຍລັຖທັມມະນູນເທົ່ານັ້ນ
ບໍ່ໄດ້ມີອໍານາດເດັດຂາດຄືແຕ່ເກົ່າ ການກະທໍາດັ່ງກ່າວ
ຖ້າບໍ່ມີເລື້ອງບາດຫມາງໂດຍສ່ວນຕົວແລ້ວ ກໍຄົງຈະລົງລອຍກັນໄດ້ຢູ່
ແຕ່ຕ່າງຄົນກໍຕ່າງມີມິດທິມານະ ຜົນຮ້າຍກໍເກີດແກ່ບ້ານເມືອງຈົນໄດ້
ຄືວ່າຄົນທີ່ມີຄວາມສາມາດທີ່ສຸດຂອງເມືອງລາວ ທີ່ຈະສ້າງຕັ້ງລາວໃຫ້ເປັນລາວໄດ້ແທ້
ຕ້ອງໄດ້ມີອັນເປັນໄປຢ່າງຫນ້າເສັຽດາຍທີ່ສຸດ
II.
ເຈົ້າເພັຊຣາດເປັນນັກສວຍໂອກາດບໍ່?
ຄໍາຖາມນີ້ຖືກຖາມຂຶ້ນເພາະທາງຝ່າຍຄົນອີສານເຊື້ອສາຍລາວເຊັ່ນທ່ານອ່ຽມປາງຄໍາຂຽນຂຶ້ນໃນປື້ມນ້ອຍໆຂອງທ່ານວ່າ
ເຈົ້າເພັຊຣາດເປັນພຽງນັກສວຍໂອກາດຊື່ໆ
ຈາກການເບິ່ງຂອງຄົນພາຍນອກເຊັ່ນທ່ານອ່ຽມປາງຄໍາ ມັນກໍມີລັກສນະເຊັ່ນນັ້ນແທ້
ເພາະຂະບວນການລາວອິສຣະໄດ້ແບບມາຈາກພວກລາວອີສານ ແຕ່ເຖີງບໍ່ມີຂບວນການນີ້
ເຈົ້າເພັຊຣາດໃນນາມຜູ້ປົກຄອງຝ່າຍລາວ
ກໍຕ້ອງເຮັດຄືປະເທດເພື່ອນບ້ານເຊັ່ນວຽດນາມເປັນຕົ້ນ
ເພາະນີ້ເປັນສໄມການຕື່ນຕົວຂອງພວກທີ່ຢູ່ໃຕ້ການປົກຄອງຂອງພວກອະນານິຄົມທັງຫລາຍ
ດ້ວຍວ່າຖານກໍາລັງທາງການເມືອງຂອງເພິ່ນ
ມັນບໍ່ແຫນ້ນຫນາແລະແຜ່ກະຈາຍເຖີງຂັ້ນບ້ານນອກຄອກຄະເມຄືພວກວຽດທີ່ມີການຈັດຕັ້ງຢ່າງມີປະສິດທິພາບມາເຫີງນານ
ເພິ່ນຈຶ່ງຕົກຈາກອໍານາດງ່າຍ ແຕ່ຈະວ່າແລ້ວ
ຍ້ອນວ່າພົວພັນກັບແລະເຊື່ອຫມັ້ນໃນການສນັບສນູນແລະຊ່ອຍເຫລືອຈາກຝ່າຍໄທຫລາຍຈົນເກີນໄປ
ຝຣັ່ງຈຶ່ງເຫັນເພິ່ນເປັນສັດຕູ ຢ່າງທີ່ເຂົ້າກັນຕໍ່ໄປບໍ່ໄດ້ອີກແລ້ວ
ເປັນອັນວ່າໄພ່ການເມືອງໄທນີ້ນໍາຜົນຮ້າຍ ຢ່າງບໍ່ໃຜຄາດຄິດ
ມາສູ່ເມືອງລາວອີກຄັ້ງ
III.
ເຈົ້າເພັຊຣາດອ່ຽງໄທບໍ່?
ຢ່າງຕິດແນບຄືຂໍ້ທີສອງ ມັນຈຶ່ງຫລີກລ້ຽງບໍ່ໄດ້ທີ່ຈະຖາມຄໍາຖາມຂ້າງເທີງນີ້
ຕາມທີ່ເຫັນໆ ມັນກໍມີບາງອັນທີ່ສໍ່ວ່າ ເຈົ້າເພັຊຣາດອ່ຽງເຂົ້າຂ້າງໄທ
ເຊັ່ນການທີ່ເຊື້ອສາຍເພິ່ນໄດ້ຕໍາແຫນ່ງມະຫາອຸປຣາດນີ້ ກໍຍ້ອນການແຕ່ງຕັ້ງຂອງໄທ
ໃນຂະນະດຽວກັນ ຕອນໄທຍື່ນຂໍ້ສເນີຕໍ່ຝຣັ່ງເສດ ຂໍເອົາດິນແດນລາວຄືນໃນປີ໑໙໔໐ນັ້ນ
ເພິ່ນກໍໄດ້ຕິດຕໍ່ກັບຜູ້ຕ່າງຫນ້າໄທທີ່ຈັງຫວັດຫນອງຄາຍວ່າ
ຖ້າຫາກໄທຈະຂໍເອົາລາວຄືນໄປແລະຫວັງຢາກໃຫ້ຄົນລາວຮ່ວມມືນໍານັ້ນໃຫ້ໄທທໍາສັນຍາຫລືໃຫ້ຄໍາຫມັ້ນສັນຍາຄັກແນ່ວ່າ
ຈະບໍ່ເອົາລາວໄປໂອນເປັນໄທ ຄືພາກອີສານ ແຕ່ຕ້ອງໃຫ້ລາວເປັນລັດນຶ່ງຕ່າງຫາກ
ແລ້ວຈຶ່ງໂຮມກັນເຂົ້າເປັນສະຫະພັນທະລັດກັບໄທ (Confederation Lao-Thai)
ອີກຢ່າງຕອນເພິ່ນໄປຫລີ້ໄພການເມືອງຢູ່ເມືອງໄທນັ້ນ
ເພິ່ນກໍໄດ້ເອົາກັບຄົນໄທອີກດ້ວຍ ມາບັດນີ້ ເພື່ອຄວາມແຈ້ງຂາວຂອງບັນຫານີ້
ເຮົາມາພາກັນເບິ່ງທີ່ມາແລະທີ່ໄປຂອງແຕ່ລະຂໍ້ ສໍາລັບຂໍ້ທີ່ວ່າ
ເຊື້ອສາຍຂອງເພິ່ນມີອໍານາດກໍເພາະໄທແຕ່ງຕັ້ງໃຫ້ໃນຂັ້ນເລີ້ມຕົ້ນນັ້ນ ກໍຖືກແທ້
ແຕ່ຕໍ່ໆມາ ການແຕ່ງຕັ້ງໃນຕົວຂອງມັນເອງບໍ່ມີຄວາມຫມາຍຫຍັງ
ຫາກວ່າຄົນໃນເຊື້ອສາຍນັ້ນບໍ່ໄດ້ເລື້ອງໄດ້ການແທ້ ອີກຢ່າງ
ຫລັງຈາກຝຣັ່ງເຂົ້າມາປົກຄອງລາວແລ້ວ ແລະອຸປຣາດບຸນຄົງເສັຽຊີວິດລົງໃນປີ໑໙໒໐
ເຂົາເຈົ້າກໍໄດ້ລົ້ມເລິກຕໍາແຫນ່ງອຸປຣາດຖີ້ມ
ການທີ່ເພິ່ນໄດ້ດິບໄດ້ດີໃນພາຍຫລັງຈົນເຖີງຂັ້ນເປັນຜູ້ມີອໍານາດສູງສຸດທາງດ້ານຝ່າຍປົກຄອງຕົວຈິງຂອງເມືອງລາວ
ກໍຍ້ອນຄວາມປີຊາສາມາດຂອງເພິ່ນເອງເປັນຕົ້ນຕໍ່ ຂໍ້ທີວ່າ ເພິ່ນເຂົ້າຫາໄທນັ້ນ
ກໍເພາະເພິ່ນເຂົ້າໃຈເຖີງຄວາມເປັນຈິງວ່າ ຖ້າໄທເອົາລາວເຮົາໄປ
ເຂົາກໍຈະກືນກິນເຮົາຄືດັ່ງທີ່ເຂົາເຮັດຕໍ່ພາກອີສານທີ່ແຕ່ກ່ອນເປັນດິນແດນຂອງລາວຢ່າງຖືກຕ້ອງ
ການທີ່ເພິ່ນເຮັດດັ່ງນັ້ນ
ນັບວ່າເປັນການຄິດການໄກເພາະເຫັນແກ່ຜົນປໂຍດຂອງຊາດບ້ານເມືອງຢ່າງແທ້ຈິງ
ເພາະຢ່າງຫນ້ອຍເພິ່ນກໍໄດ້ເຮັດທຸກຢ່າງໃນຄວາມສາມາດຂອງເພິ່ນເພື່ອເມືອງລາວນີ້ຈະຊົງໄວ້ຊຶ່ງຄວາມເປັນລາວ
ບໍ່ໃນຮູບໃດກໍຮູບນຶ່ງທີ່ຄົນລາວເຮົາຈະພໍຮັບໄດ້ ສ່ວນຂໍ້ສຸດທ້າຍນັ້ນ
ບາງຄົນເຮັດເປັນເລື້ອງໃຫຍ່ ເພາະວ່າເຈົ້າສຸວັນນະພູມມາເອົາເມັຽຄົນຝຣັ່ງ
ກໍເລີຍອ່ຽງອໍກັບຝຣັ່ງ ແລະເຈົ້າສຸພານຸວົງເອົາເມັຽວຽດ ວຽດກໍເລີຍຈຸດດັງໄດ້ງ່າຍ
ດັ່ງນັ້ນເມື່ອເຈົ້າເພັຊຣາດມີເມັຽໄທ ບາງຄົນກໍສລຸບເອົາງ່າຍໆວ່າ
ເພິ່ນຕ້ອງອ່ຽງໄທແນ່ນອນ ຟັງເຜີນໆກໍພໍຟັງໄດ້ ແຕ່ຖ້າເບິ່ງຄັກໆ ຈະເຫັນວ່າ
ກໍຣະນີເພິ່ນກັບກໍຣະນີຂອງພວກນ້ອງເພິ່ນ ມັນຕ່າງກັນຫລາຍ
ເພິ່ນເອົາເມັຽໄທກໍຕໍ່ເມື່ອເພິ່ນບໍ່ມີບົດບາດໃນການເມືອງຂອງລາວອີກແລ້ວ
ການເອົານັ້ນເປັນເພື່ອພຽງການຢູ່ລອດຊື່ໆ ບໍ່ແມ່ນອິດທິພົນໃດໆຈາກຝ່າຍນັ້ນໆ
ສລຸບແລ້ວ ເປັນອັນວ່າ ເຈົ້າເພັຊຣາດອ່ຽງໄທນັ້ນ ຟັງບໍ່ຄ່ອຍຂຶ້ນ
ເພາະຖ້າເພິ່ນອ່ຽງໄທແທ້ ແຕ່ໃນຖານະຂອງລັຖບຸຣຸດຂອງຊາດແລ້ວ
ສັດຕູຂອງສັດຕູກໍຄືເພື່ອນດີໆຂອງເຮົານັ້ນເອງ
IV.
ຄວາມປີ້ນປອກຂອງນະໂຍບາຍປະເທດມະຫາອໍານາດໂດຍສະເພາະສະຫະລັດອະເມຣິກາ
ດັ່ງທີ່ຮູ້ກັນດີວ່າ ປະເທດມະຫາອໍານາດອັນມີໂຊວຽດອັງກິດແລະອະເມຣິກາໄດ້ປະກາດວ່າ
ມະຫາອໍານາດຈະໃຫ້ທຸກໆປະເທດທີ່ເປັນຫົວເມືອງຂຶ້ນເປັນເອກລາດປົກຄອງຕົນເອງ
ແລະອະເມຣິກາເອງກໍໄດ້ສົ່ງຄົນຂອງເຂົາເຂົ້າມາຊ່ອຍປະເທດຫົວເມືອງຂຶ້ນ
ຈົນວ່າພວກຜູ້ນໍາລາວຈົນຮອດຜູ້ນໍາວຽດເຊື່ອວ່າ ອະເມຣິການັ້ນຈິງຈັງແທ້
ເຈົ້າເພັຊຣາດເອງກໍຕົກຄຸມເຊື່ອອະເມຣິກາ ຊຶ່ງເບິ່ງຕາມສະພາບການຕອນນັ້ນ
ອັນຫມາຍເຖີງຕອນທີ່ປະທານາທິບໍດີຣຸສແວວຍັງກໍາອໍານາດນັ້ນ
ເຂົາຕ້ອງການແນວນັ້ນແທ້ ແຕ່ພໍປະທານາທິບໍດີຣຸສແວວເສັຽຊີວິດລົງຢ່າງກະທັນຫັນ
ແນວທາງຂອງອະເມຣິກາກໍປ່ຽນແປງ ເປັນອັນວ່າ
ເຂົາຫັນມາສນັບສນູນໃຫ້ຝຣັ່ງແລະອັງກິດເຈົ້າຂອງອະນານິຄົມເກົ່າເຂົ້າໄປປົກຄອງໄດ້ດັ່ງເດີມ
ການປ່ຽນແປງຫລືຄວາມປີ້ນປອກຂອງອະເມຣິການີ້
ຄືຕົ້ນຕໍ່ຂອງບັນຫາແລະຄວາມຂັດແຍ້ງໃນລາວ
ເພາະຖ້າພຽງແຕ່ອະເມຣິກາບໍ່ເຫັນພ້ອມໃຫ້ຝຣັ່ງກັບຄືນມາມີອໍານາດໃນອິນດູຈີນ
ບັນຫາລາວກໍຄົງຈະຕົກໄປ ແລະເມືອງລາວກໍບໍ່ຕ້ອງມາເສັຽເວລາຂ້າຟັນລັ່ນແທງກັນ
ເປັນເວລາຫລາຍສິບປີ ຊຶ່ງຜົນສຸດທ້າຍກໍຄື ສິ່ງທີ່ເຮົາໄດ້ມາໃນຂະນະນີ້
ກໍບໍ່ມີຫຍັງດີຫລາຍໄປກ່ວາ ສິ່ງທີ່ປວງຊົນລາວເຝົ້າຝັນເຝົ້າຕໍ່ສູ້ມານັ້ນເລີຍ
ອີກຢ່າງຄົນໆດຽວທີ່ຈະສ້າງເມືອງລາວໃຫ້ແຂ່ງແກ່ນ
ໃຫ້ເປັນທີ່ເອກອ້າງຂອງຄົນລາວແທ້ໆໄດ້ ກໍຕ້ອງມາລະເຫ່ເຣຣ່ອນໄປຕ່າງແດນ
ເພາະຄວາມບໍ່ແນ່ນອນແລະຈິງຈັງຂອງອະເມຣິກາແທ້ໆ
V.
ເປັນຫຍັງຜູ້ນໍາຣຸ່ນໃຫມ່ສໄມໄດ້ເອກລາດຂອງລາວ ຈຶ່ງບໍ່ມັກເຈົ້າເພັຊຣາດ
ຍົກຕົວຢ່າງທ່ານຜຸ່ຍຊະນະນິກອນເປັນຕົ້ນ?
ຕາມທັສນະຂອງຂ້າພະເຈົ້າ ນີ້ຄົງຈະເປັນບັນຫາທີ່ເຣື້ອຣັງຂອງເມືອງລາວແທ້ໆ
ເພາະໃຜຕ່າງກໍວ່າຕົນເອງນັ້ນດີກ່ວາຫມູ່ ຖ້າວ່າຄາວໃດຕົນເອງນັ້ນມີໂອກາດ
ແລ້ວແມ່ນວ່າ ຄົນທີ່ເຄີຍທໍາຄວາມດີໃຫ້ແກ່ຊາດບ້ານເມືອງເມືອກ່ອນນັ້ນ
ບໍ່ມີຄຸນຄ່າລາຄາຫຍັງເລີຍ ນຶ່ງມາອາດຈະເປັນຍ້ອນວ່າ
ຄົນຣຸ່ນນີ້ບໍ່ມັກເຊື້ອສາຍເຈົ້າທັງຫລາຍ
ທີ່ເຫມືອນນຶ່ງມີສິດອໍານາດໂດຍບໍ່ໄດ້ເຮັດຫຍັງທີ່ເປັນປໂຍດແກ່ຊາດບ້ານເມືອງເລີຍ
ສອງມາເຂົາເຈົ້າອາດຈະຄິດວ່າ ຕົນນັ້ນມີຄວາມສາມາດຫລາຍກ່ວາ
ດັ່ງນັ້ນຕົນຄວນຈະມາເປັນນາຍແທນພວກເຈົ້າ ທີ່ລ້າສໄມທັງຫລາຍ
ຕາມທີ່ເຫັນໆໃນປວັດສາດລາວ ເຫດການລົ້ມແລ້ວຢຽບນີ້
ກໍມີໃຫ້ເຫັນເຊັ່ນເຊື້ອສາຍຂອງເຈົ້າອະນຸທີ່ກັບມາສູ່ວຽງຈັນອີກຄັ້ງ
ເຈົ້າໃຫຍ່ນາຍໂຕເມືອງລາວຜູ້ໃຫມ່ຊຶ່ງເປັນຄົນລາວແທ້ໆບໍ່ຫລຽວຕາມອງເລີຍ
ທ່ານເຫລົ່ານັ້ນທັງທີ່ຍັງມີຄວາມສາມາດ ກໍກາຍເປັນຄົນທີ່ບໍ່ມີໃຜຕ້ອງການ
ຕາມຂ້າພະເຈົ້າສັງເກດ ພວກເຈົ້ານາຍທີ່ບໍ່ມີກໍາເນີດເປັນເຈົ້າທັງຫລາຍ
ບາງຄົນອາດຈະມີຄວາມປີຊາສາມາດແທ້ ເຊັ່ນທ່ານກະຕ່າຍເປັນຕົ້ນ
ແຕ່ຄົນເຫລົ່ານີ້ຍັງຂາດສິ່ງທີ່ຄົນລາວເຊື່ອຫນັກເຊື່ອຫນາໃນຕົວຂອງບຸກຄົນທີ່ຈະໄດ້ຖືວ່າ
ຄຸນບ້ານຄຸນເມືອງແທ້ ນັ້ນກໍຄື ສັດທາບາຣະມີໃນຕົວບຸກຄົນນັ້ນ
ສັດທາບາຣະມີນີ້ອາດມາຈາກຊາດກໍາເນີດ ຜົນງານ ແລະບຸກຄະລິກລັກສະນະຂອງຄົນນັ້ນໆ
ທັງສາມສິ່ງນີ້ມີໃນຕົວຂອງເຈົ້າເພັຊຣາດຢ່າງເຕັມທີ່
ແຕ່ເທົ່າທີ່ສັງເກດຄືບໍ່ເຫັນມີໃນຫມູ່ຜູ້ນໍາລາວຄົນອື່ນເລີຍ
ແມ້ກະທັ່ງເຈົ້າສຸວັນນະພູມມາ ເຈົ້າສຸພານຸວົງ ຊຶ່ງເປັນເຈົ້າຈອມຄືກັນ
ຍິ່ງຄົນອື່ນແລ້ວ ກໍຍິ່ງໄປກັນໃຫຍ່ ອາດຈະດ້ວຍແຮງອິດສາ ຫລືຖືດີວ່າ
ຕົນເອງນັ້ນໄດ້ດີແລ້ວ ກໍເລີຍຍິ່ງຍະໂສ
ເຫດການທີ່ມະຫາສີລາໄດ້ເລົ່າໄວ້ໃນຫນັງສືຂອງເພິ່ນຈຶ່ງເກີດຂຶ້ນ ເລື້ອງມີວ່າ
ພາຍຫລັງເຈົ້າເພັຊຣາດກັບຄືນມາລາວອີກຄັ້ງໃນປີ໑໙໕໗ ທາງຝ່າຍລັຖບານສໄມນັ້ນ
ອັນມີທ່ານຜຸ່ຍເປັນນາຍົກໄດ້ບຸກຣຸກຍົກຍ້າຍເຂົ້າຂອງສົມບັດຂອງເຈົ້າເພັຊຣາດ
ອອກຈາກໂຮງຢູ່ວຽງຈັນ ຂຶ້ນໃສ່ເຮືອໄປຫລວງພະບາງ ໂດຍບໍ່ບອກໃຫ້ພະອົງຮູ້ລ່ວງຫນ້າ
ຜູ້ເຫັນເຫດການຜູ້ນຶ່ງເລົ່າວ່າ ເມື່ອເຈົ້າເພັຊຣາດຮູ້ຂ່າວວ່າ
ເຮືອຂົນເຄື່ອງຂອງພະອົງໄປຮອດທ່າ ຈຶ່ງຟ້າວອອກມາເບິ່ງ ແລະເຫັນຮູບຢືນຂອງພະອົງ
ຖືກວາງຢອງຕາກແດດຢູ່ເທີງຫລັງຄາເຮືອ ກໍແຄ້ນເຄືອງຈົນນໍ້າຕາໄຫລ
ດ້ວຍຮູ້ສຶກຖືກຫມິ່ນພະກຽດໃນທີ່ສຸດ ເລື້ອງດັ່ງກ່າວສໍ່ສະແດງໃຫ້ເຫັນວ່າ
ຄົງຍັງອີກດົນກ່ວາຜູ້ນໍາລາວບໍ່ວ່າຣຸ່ນໃດໆຈະເຫັນຄຸນຄ່າຂອງຄວາມເປັນຜູ້ນໍາທີ່ປວງຊົນລາວມອບໃຫ້ຜູ້ນໍາຂອງພວກເຂົາເຈົ້າຢ່າງແທ້ຈິງ
ເຊັ່ນທີ່ເຂົາເຈົ້າໄດ້ມອບໃຫ້ທັງກາຍແລະໃຈແກ່ເຈົ້າເພັຊຣາດລັຖບຸຣຸດຜູ້ດຽວຂອງຊາດລາວນັ້ນເອງ
VI.
ຖ້າບໍ່ມີເຫດການປວັດສາດເຊັ່ນສົງຄາມໂລກຄັ້ງທີສອງເກີດຂຶ້ນ
ເຈົ້າເພັຊຣາດຈະເປັນແນວໃດ?
ນີ້ເປັນຂໍ້ທີ່ຄວນຄິດໄຕ່ຕອງຢ່າງຍິ່ງ ເພາະຖ້າບໍ່ມີເຫດການຄັ້ງນັ້ນ
ເຈົ້າເພັຊຣາດກໍຄົງບໍ່ໂດດເດ່ນຂຶ້ນມາໃນປວັດສາດລາວ
ບໍ່ຕ່າງຫຍັງກັບເຈົ້າອະນຸທີ່ເຖີງເພິ່ນດັບດິ້ນສິ້ນໂຄດ
ແຕ່ວິຣະກັມທີ່ບໍ່ຍອມຈໍານົນຂອງເພິ່ນນັ້ນ
ກາຍເປັນຕໍານານກ່າວຂານໃຫ້ລູກຫລານທີ່ຮັກຊາດລາວສືບຕໍ່ໄປ ພ້ອມດ້ວຍກັນນັ້ນ
ເຫດການນຶ່ງໆທີ່ເກີດຂຶ້ນ ກໍສງັກການກ້າວໄປຂອງຊາດນັ້ນໆ ເປັນອີກຕັ້ງຫລາຍສິບປີ
ຫລືອາດຈະເປັນຫລາຍຮ້ອຍປີ ກໍອາດເປັນໄດ້
ເຊັ່ນກໍຣະນີຂອງເຈົ້າອະນຸທີ່ບ້ານເມືອງຕ້ອງເຖີງຂັ້ນເກືອບສິ້ນຊາດເລີຍ
ຕາມການຄາດຄະເນຂອງຂ້າພະເຈົ້າ ຫາກບໍ່ມີສົງຄາມໂລກຄັ້ງທີສອງເກີດຂຶ້ນ
ມັນມີທາງເປັນໄປໄດ້ສອງທາງໃຫຍ່ໆຄື
ກ. ເມືອງລາວຂຶ້ນກັບສະຫະພັນອິນໂດຈິນອັນມີວຽດນາມເປັນຜູ້ຄຸມ
ຄວາມເປັນໄປໄດ້ຢ່າງນີ້ຂ່ອນຂ້າງຫລາຍ
ເພາະຝຣັ່ງມີໂຄງການຈະເອົາຄົນວຽດທີ່ເຂົາຄິດວ່າຫ້າວຫັນກ່ວາຄົນລາວເຂົ້າມາຫັນປ່ຽນເມືອງລາວໃຫ້ລ້ຽວກຸ້ມຕົນເອງໄດ້
ໂດຍບໍ່ຕ້ອງບໍ່ລໍແຕ່ງົບປະມານຈາກສ່ວນກາງ
ເຈົ້າເພັຊຣາດເຖີງຈະວາດຣະແວງການກືນກິນຂອງວຽດ ກໍຄົງຈະເຮັດຫຍັງບໍ່ໄດ້ຫລາຍ
ເພາະຖານກໍາລັງຂອງເພິ່ນລະໂຫລມຫລາຍ
ທ້າຍທີ່ສຸດຖ້າເຂົາບໍ່ເຂັ່ຽເພິ່ນອອກຈາກຕໍາແຫນ່ງທີ່ຊີ້ເປັນຊີ້ຕາຍໄດ້
ເພິ່ນກໍຕ້ອງຖືກຄຸມແຈຈົນເຮັດຫຍັງໃຫ້ແກ່ຊາດບ້ານເມືອງບໍ່ໄດ້ນັ້ນເອງ
ຂ. ເມືອງລາວອາດຈະຄ່ອຍໆແຂງຕົວຂຶ້ນ ເພາະຄົນຂອງເຈົ້າເພັຊຣາດກະຈາຍໄປທົ່ວປະເທດ
ການປົກຄອງຈະເລີ້ມມີປະສິດທິພາບ
ແລະຖ້າເພິ່ນຫາກປະສານມືຮ່ວມງານກັບເຈົ້າສີສວ່າງວົງໄດ້
ກໍຄົງມີອໍານາດຕໍ່ຣອງກັບນະໂຍບາຍຂອງຝຣັ່ງເສດທີ່ຢາກເອົາວຽດເຂົ້າມາເມືອງລາວຢ່າງແທນຄົນລາວຜູ້ເປັນເຈົ້າຂອງປະເທດນັ້ນເອງ
VII.
ເປັນຫຍັງທາງລະບອບໃຫມ່ຈຶ່ງບໍ່ໃຫ້ຄວາມສໍາຄັນແກ່ເຈົ້າເພັຊຣາດໃນການຂຽນປະວັດສາດສະບັບຫລັງໆນີ້?
ຄໍາຖາມຂໍ້ນີ້ ທໍາອິດຂ້າພະເຈົ້າກໍງົງຢູ່ຄືກັນ
ເພາະເຈົ້າເພັຊຣາດກໍເປັນຜູ້ນຶ່ງທີ່ຕໍ່ສູ້ເພື່ອຊາດບ້ານເມືອງ
ມີຄຸນຄ່າໃນພາກຕົວຈິງກວ່າຫລາຍໆຄົນທີ່ທາງລະບອບໃຫມ່ຕື່ມສີສັນປັ່ນແຕ່ງຂຶ້ນເອງ
ບາດວ່າຂ້າພະເຈົ້າໄດ້ມາສຶກສາຈາກຫລາຍແງ່ຫລາຍທາງ ຈຶ່ງພໍເຂົ້າໃຈວ່າ
ຖ້າເຫັນຄຸນຄ່າຂອງເພິ່ນຫລາຍ ກໍເທົ່າກັບວ່າ
ອັນຂະບວນການຄອມມູນິດລາວໃນສໄມນັ້ນຊ່າງກະຈ້ອຍຣ້ອຍຢ່າງສິ້ນດີ
ການໃຫ້ກຽດລະບອບສັກດີນາເກົ່າໆນັ້ນ ເຊັ່ນເຈົ້າຟ້າງຸ່ມ ເຈົ້າໄຊເສດຖາ
ຫລືເຈົ້າອະນຸ ຍັງເປັນເລື້ອງຫ່າງໄກຫລາຍ
ເພາະມັນບໍ່ຫຍັງພົວພັນກັບຂະບວນການຂອງລະບອບໃຫມ່ ແຕ່ເລື້ອງເຈົ້າເພັຊຣາດ
ຖ້າຮັບຫລາຍ
ກໍເທົ່າກັບການຊີ້ໃຫ້ເຫັນເຖີງການໄຮ້ຄຸນຄ່າລາຄາຂອງຕົນໃນຫມູ່ຊົນຊາວລາວເທົ່ານັ້ນເອງ
ແຕ່ກໍບໍ່ແນ່ ເມື່ອສະພາບການປ່ຽນໄປ ເພາະຄວາມຜັນແປຂອງໂລກຢູ່ທຸກໆມື້
ທາງລະບອບໃຫມ່ອາດຈະໃຫ້ຄວາມສໍາຄັນຂອງເຈົ້າເພັຊຣາດໃນປວັດສາດລາວຫລາຍຂຶ້ນ
ກໍເປັນໄປ ຄວາມຈິງແທ້ຈະເປັນຢ່າງໃດ
ກໍຂໍໃຫ້ສະພາບການແລະຈິດສໍານຶກຂອງຜູ້ທີ່ສ່ວນຮັບຜິດຊອບຈັດການເອງ
VIII.
ຄໍາທີ່ວ່າ ເຈົ້າເພັຊຣາດຄືລັຖບຸຣຸດຂອງຊາດລາວນັ້ນ ມີນໍ້າຫນັກຂນາດໃດ?
ຂ້າພະເຈົ້າວ່າ ຄໍາຖາມນີ້ຂຶ້ນກັບຈິດສໍານຶກຂອງຄົນລາວແຕ່ລະຄົນນັ້ນເອງ
ຫາກຖາມຄົນທີ່ມີຈິດສໍານຶກທີ່ສາມາດໂຍ່ງໄປເຖີງບັນພະບຸຣຸດຂອງລາວເຮົາຫລາຍຮ້ອຍປີແລ້ວ
ຄໍາຕອບກໍຄົງຈະຢູ່ໃນຄໍາຖາມນັ້ນເອງ ເພາະໃນສາຍຕາຂອງຜູ້ທີ່ເປັນທັມເຫັນແກ່ຜົນປໂຍດຂອງຊາດບ້ານເມືອງເປັນທີ່ຕັ້ງແລ້ວ
ຜົນງານທີ່ເຈົ້າເພັຊຣາດເຝົ້າພຽນສ້າງມາເປັນເວລາຫລາຍສິບປີ ໃນຕົວຂອງມັນກໍບອກແຈ້ງແລ້ວ
ລອງເອົາຜູ້ນໍາລາວໃນສັດຕະວັດທີ໒໐ຫລື໒໑ມາວັດກັນເບິ່ງ ຂ້າພະເຈົ້າຄິດວ່າ
ທັງຜູ້ນໍາລະບອບເກົ່າແລະລະບອບໃຫມ່ ຍັງໄກຄວາມເປັນລັຖບຸຣຸດຫລາຍ
ຫລືຖ້າເຮົາຈະປ່ຽນນິຍາມຂອງລັຖບຸຣຸດ ນັ້ນກໍເປັນອີກບັນຫານຶ່ງ
ຊຶ່ງຈະຕ້ອງຖົກຖຽງກັນອີກ ຂ້າພະເຈົ້າເຊື່ອແນ່ວ່າ ເມື່ອຄວາມເປັນຈິງເປັນສິ່ງປະຈັກແລ້ວ
ຄົນລາວທີ່ມີຄຸນນະທັມເປັນທີ່ຕັ້ງ ບໍ່ວ່າຈະຢູ່ແຊກໃດຂອງພັກຝ່າຍການເມືອງ
ກໍຈະຕ້ອງຮັບວ່າ ລັຖບຸຣຸດຂອງຊາດລາວບໍ່ແມ່ນຜູ້ໃດ
ນອກຈາກເຈົ້າເພັຊຣາດຜູ້ດຽວທີ່ຄົນລາວບໍ່ວ່າໃນອະດີດໃນປັດຈຸບັນຫລືໃນອະນາຄົດຈະຮັບໄດ້ຢ່າງພາກພູມຂອງຄວາມເປັນລາວນັ້ນເອງ
ທ້າຍນີ້ ເລື້ອງເຈົ້າເພັຊຣາດເປັນທັງເລື້ອງທີ່ພາກພູມໃຈແລະເສົ້າໃຈໄປໃນຕົວ ເພາະຕາມທີ່ເຫັນໆ
ຄວາມເປັນໄປໄດ້ນັ້ນມີຫລາຍ ແຕ່ກໍເຫມືອນເປັນໂຊກຊະຕາຂອງບ້ານເມືອງ
ທີ່ຄວາມເປັນໄປໄດ້ນັ້ນ ໄດ້ຖືກບັນທອນໄປຢ່າງຫນ້າເສັຽດາຍ ເຖີງຢ່າງໃດກໍດີ
ມັນກໍເປັນອຸທາຫອນໃຫ້ຄົນຣຸ່ນຫລັງໄດ້ຕະຫນັກວ່າ
ການທໍາຄວາມດີນັ້ນມັນບໍ່ມີວັນເສັຽຫາຍ
ຊາດບ້ານເມືອງແລະປວງຊົນລາວທີ່ຮັກຄວາມເປັນທັມ
ຮັກຄວາມຖືກຕ້ອງຈະຍັງຄົງຈາຣຶກໄວ້ຕາບເທົ່າໃດໆ
ຂໍໃຫ້ດວງວິນຍານຂອງເຈົ້າເພັຊຣາດເຊື້ອຫນໍ່ຂອງຂຸນບໍຣົມຜູ້ມີເລືອດລາວແທ້
ຈົ່ງໄປສູ່ສຸຂຕິເຖີດ ພວກເຮົາເລືອດລາວແທ້ ຈະຂໍນໍາທາງທີ່ເພິ່ນໄດ້ທ່າງໄວ້
ຈົນກ່ວາແຜ່ນດິນລາວຈະໄດ້ກາຍເປັນດິນດໍານໍ້າຊຸ່ມຂອງປວງຊົນລາວຢ່າງແທ້ຈິງ
|
|
|
ເຈົ້າມະຫາອຸປຣາດເພັຊຣາດ ລັຖບຸຣຸດຂອງຊາດລາວ
|
|
|
|