Site hosted by Angelfire.com: Build your free website today!
  ເຈົ້າເພັຊຣາດ: ຣັຖບຸຣຸດຂອງຊາດລາວ

08/02/05

Home
ວັງຫລວງແລະວັງຫນ້າ
ເຈົ້າມະຫາຊີວິດສີສວ່າງວົງ: ເພິ່ນຢືນຢູ່ຈຸດໃດແທ້?
ເຈົ້າເພັຊຣາດ: ຣັຖບຸຣຸດຂອງຊາດລາວ
ເຈົ້າເພັຊຣາດ: ພາກວິເຄາະວິຈານ
Iron Man of Laos
Chapter1: Biography of Prince Phetsarath
Chapter 2: The Japanese seize Laos
Chapter 3: Dismissal from Viceroy
Chapter 4: Eleven years in Thailand
Chapter 9: Phetsarath is invited to return
Chapter 10: A critique of Phetsarath's neutrality
ເຈົ້າບຸນອຸ້ມ ນະຈໍາປາສັກ
ເຈົ້າມະຫາຊີວິດສີສວ່າງວັທນາ
The politics of ritual & remembrance
ເຈົ້າສຸວັນນະພູມມາ: ຄວາມເປັນກາງຢູ່ໃສ?
ເຈົ້າສຸວັນນະພູມມາ ຕອນທີ໒
ເຈົ້າຊີວິດ
ເຈົ້າເພັຊຣາດ
ເຈົ້າສຸວັນນະພູມມາ
ເຈົ້າສຸພານຸວົງ
ເຈົ້າຈອມທັງຫລາຍ
Lao history ແລະເພງຊາດລາວ
ອະຣັມພະບົດແລະຄວາມເປັນມາຂອງເມືອງລາວ
ເຈົ້າສຸພານຸວົງ: ເຈົ້າຊາຍແດງ
Khun Borom Stories

 

ເນື່ອງຈາກວ່າ ມີຫລາຍອັນທີ່ຈະຕ້ອງໄດ້ເອົາມາເວົ້າໃນທີ່ນີ້ ດັ່ງນັ້ນຂ້າພະເຈົ້າຈຶ່ງແບ່ງເລື້ອງເຈົ້າເພັຊຣາດອອກເປັນສອງພາກຄື:

ພາກກ່ຽວກັບບົດບາດແລະຜົນງານຂອງເພິ່ນ ແລະພາກວິເຄາະວິຈານ

 

ພາກທີສີ່

I. ບົດບາດແລະຜົນງານຂອງເຈົ້າມະຫາອຸປຣາດເພັຊຣາດ

 

ກ່ອນອື່ນຕ້ອງຂໍບອກລ່ວງຫນ້າວ່າ ໃນຈໍານວນເຊື້ອເຈົ້າທັງຫລາຍນັ້ນ ຂ້າພະເຈົ້ານັບຖືແລະເຄົາຣົບຮັກໃນເຈົ້າເພັຊຣາດເປັນທີ່ສຸດ ດັ່ງນັ້ນອາດຈະມີຂໍ້ຄວາມບາງຢ່າງທີ່ຂ່ອນຂ້າງລໍາອ່ຽງ ແຕ່ຂ້າພະເຈົ້າກໍຈະພະຍາຍາມຢ່າງສຸດຂີດທີ່ຈະທໍາຕົວເປັນກາງ ໃນການຂຽນບົດບາດຜົນງານແລະມຸນມໍຣະດົກຂອງເພິ່ນ ດັ່ງທີ່ຂ້າພະເຈົ້າໄດ້ກະທໍາມາໃນການຂຽນກ່ຽວກັບເຈົ້າສີສວ່າງວົງ

ເຈົ້າເພັຊຣາດ

 

ຂໍເລີ້ມຕົ້ນເລື້ອງລາວຂອງເຈົ້າເພັຊຣາດຢູ່ທີ່ວ່າ ເພິ່ນນັ້ນກໍຄືເຊື້ອເຈົ້ານາຍທັງຫລາຍ ທີ່ໄດ້ໄປສຶກສາຢູ່ປະເທດຝຣັ່ງເສດ ຈະຕ່າງກໍແຕ່ວ່າ ເພິ່ນບໍ່ເຫີ່ເຫີມຝຣັ່ງເສດ ດັ່ງກັບນັກສຶກສາລາວຫລາຍຄົນທີ່ໄດ້ໄປສຶກສາໃນປະເທດນັ້ນ ແຕ່ທີ່ແປກກໍຄື ກັບເປັນວ່າໃນຈໍານວນຄົນລາວທີ່ມີການສຶກສານັ້ນ ຝຣັ່ງກັບແຕ່ງຕັ້ງເພິ່ນໃຫ້ກໍາຕໍາແຫນ່ງສູງທີ່ສຸດໃນແຜ່ນດິນ ຊຶ່ງຕໍາແຫນ່ງນັ້ນກໍຄື ຜູ້ກວດຣາຊການຫົວເມືອງລາວຢູ່ທີ່ວຽງຈັນ ຈະເວົ້າໄປອີກຢ່າງ ເຈົ້າເພັຊຣາດກໍຄືເຈົ້າຊີວິດວຽງຈັນ ຫລືເຈົ້າຊີວິດລາວຊຶ່ງຍົກເວັ້ນກໍແຕ່ນະຄອນຫລວງພະບາງເທົ່ານັ້ນເອງ

 

ຈາກຈຸດນີ້ຈຸດດຽວເທົ່ານັ້ນກໍພຽງພໍແລ້ວ ທີ່ເພິ່ນຈະທໍາຕົວເປັນໃຫຍ່ໃນແຜ່ນດິນໄດ້ ຫາກນັ້ນຄືສິ່ງທີ່ເພິ່ນຕ້ອງການແທ້ໆ ດັ່ງທີ່ພວກເຮົາຈະເຫັນໃນຂັ້ນຕໍ່ໄປວ່າ ເພິ່ນຕ້ອງການຫຍັງແທ້ສໍາລັບຜືນແຜ່ນດິນຜືນນີ້

 

ເພື່ອຄວາມເຂົ້າໃຈໃນຕົວເຈົ້າເພັຊຣາດເທົ່າທີ່ທໍາໄດ້ ຂ້າພະເຈົ້າຈະຂໍເອົາບົດຂຽນຂອງມະຫາສີລາວິຣະວົງ ທີ່ຂຽນລົງໃນປື້ມ ‘ເຈົ້າມະຫາອຸປຣາດເພັຊຣາດ’ ມາລົງໄວ້ໃນທີ່ນີ້ຢ່າງຄວບຄູ່ກັນໄປ

 

ມະຫາສີລາຂຽນໄວ້ໃນຕອນນຶ່ງວ່າ “ເຈົ້າມະຫາອຸປຣາດເພັຊຣາດເປັນບຸກຄົນສໍາຄັນຄົນນຶ່ງຂອງລາວ ໃນຍຸກສັຕວັດທີ່໒໐ ທັງໃນສ່ວນຕົວຂອງພະອົງແລະສ່ວນທີ່ກ່ຽວຂ້ອງກັບປະເທດ ຕລອດການກູ້ອິສຣະພາບຂອງປະຊາຊົນລາວ ເຈົ້າມະຫາອຸປຣາດເພັຊຣາດເປັນບຸກຄົນທີ່ຄົນລາວທົ່ວປະເທດ ຕັ້ງແຕ່ຊັ້ນຣາສດອນສາມັນຂຶ້ນໄປ ແລະຊາວຕ່າງປະເທດຮູ້ຈັກດີ ເພາະພະອົງທ່ານໄດ້ຄົບຫາສະມາຄົມກັບປະຊາຊົນຄົນລາວທົ່ວປະເທດ ໃນທຸກພາກທຸກແຂວງແລະທຸກແຫ່ງຫົນ ດ້ວຍການທີ່ພະອົງເປັນນັກນິຍົມໄພ ແລະເປັນນັກປົກຄອງໃນທຸກພາກທຸກແຂວງແລ້ວ ພະອົງຍັງເປັນຜູ້ນຶ່ງທີ່ຮູ້ຈັກພູມປະເທດເຂດນໍ້າຫນອງປາ ພູຜາປ່າໄມ້ທີ່ເກີດຢູ່ໃນລາວ ພະອົງຈິ່ງເປັນທີ່ຮັກແລະເຄົາລົບນັບຖືຂອງຄົນລາວທົ່ວໄປ ສະນັ້ນໃນການກູ້ອິສຣະພາບຂອງລາວເມື່ອຄັ້ງປີ໑໙໔໕ນັ້ນ ພະອົງຈິ່ງໄດ້ຮັບກຽດເປັນປະມຸກຂອງຄະນະລາວອິສຣະ ພາຄະນະລາວອິສຣະທໍາການກູ້ອິສຣະພາບ”

 

ຄໍາເວົ້າຂ້າງເທີງນີ້ ກໍຄົງບໍ່ໄກຈາກຄວາມຈິງປານໃດ ເພາະເທົ່າທີ່ຂ້າພະເຈົ້າໄດ້ຮູ້ໄດ້ຟັງມາ ເຈົ້າເພັຊຣາດເປັນທີ່ເຄົາລົບຮັກຂອງຄົນທຸກປະເພດ ບໍ່ວ່າຂ້າຣາຊການຜູ້ໃຫຍ່ທີ່ມີໂອກາດໄດ້ຮ່ວມງານກັບເພິ່ນ ປັນຍາຊົນໃນວົງການຂອງລັດຕ່າງໆ ແລະປະຊາຊົນຄົນທໍາມະດາທີ່ສ່ວນຫລາຍ ເຖີງຈະຮູ້ຈັກເພິ່ນໃນນາມຜູ້ມີລິດມີເດດ ສາມາດຂັບໄລ່ຜີມານຮ້າຍໄດ້ກໍຕາມ ດັ່ງສະແດງອອກທີ່ເກືອບວ່າທຸກບ້ານເຮືອນຂອງຄົນລາວ ຈະມີຮູບຂອງເພິ່ນແຂວນຢູ່ໃຫ້ເຫັນຢ່າງທົ່ວໆໄປ

 

ຫລາຍຄົນໂດຍສະເພາະຄົນຮຸ່ນໃຫມ່ ຈະບໍ່ຄ່ອຍຮູ້ຈັກກ່ຽວກັບບົດບາດຂອງເພິ່ນເທົ່າທີ່ຄວນ ຫລືເຖີງຂັ້ນບໍ່ຮູ້ຫຍັງເລີຍກໍມີ ອາດຈະຢາກຮູ້ວ່າເພິ່ນໄດ້ເຮັດສິ່ງໃດໃຫ້ແກ່ຊາດບ້ານເມືອງ ຈົນເຖີງຂັ້ນຫລາຍຄົນຍົກໃຫ້ເພິ່ນເປັນລັຖບຸຣຸດຂອງຊາດລາວ ຊຶ່ງບໍ່ມີນັກປົກຄອງຜູ້ໃດໃນສໄມສັຕວັດທີ໒໐ຫລື໒໑ນີ້ ຈະໄດ້ຮັບກຽດນັ້ນເລີຍ

 

ຂ້າງລຸ່ມນີ້ຄືຜົນງານສ່ວນນຶ່ງຂອງເຈົ້າເພັຊຣາດທີ່ລູກລາວຫລານລາວແທ້ຄວນຈະສໍານຶກແລະໃສ່ໃຈເປັນຢ່າງຍິ່ງ:

  • ປີ໑໙໑໗ ໃນນາມທີ່ປຶກສາຂອງຜູ້ສໍາເຣັດຣາຊການຝຣັ່ງ ເຈົ້າເພັຊຣາດໄດ້ສເນີໃຫ້ຫຍັບຍ້າຍຂ້າຣາຊການໃນແຕ່ລະແຂວງ ໄປປະຈໍາຢູ່ຕາມເມືອງຕ່າງໆ ໃນແຂວງອື່ນໄດ້ ທັງນີ້ເອົາຕາມແບບຢ່າງແຂວງຫລວງພະບາງ ການຫຍັບຍ້າຍແລະປ່ຽນແຂວງຂອງຂ້າຣາຊການແຕ່ລະເມືອງອອກໄປນອກ ຂອບເຂດເມືອງແລະແຂວງຂອງຕົນນັ້ນ ເປັນກ້າວໃຫມ່ພາໃຫ້ຂ້າຣາຊການຝ່າຍປົກຄອງມີຫູຕາກວ້າງຂວາງອອກໄປຫລາຍ 
  • ປີ໑໙໒໐ ເພິ່ນໄດ້ຂໍໃຫ້ແກ້ໄຂອີກຄັ້ງນຶ່ງ ເຊິ່ງມີລັກສະນະສໍາຄັນຢູ່ວ່າ ຣາຊການມີອໍານາດຍ້າຍຂ້າຣາຊການປົກຄອງໃນເຂດແຂວງຂອງຕົນ ໄປປະຈໍາຢູ່ໃນເຂດອື່ນຕາມຄວາມຕ້ອງການ ແລະໄດ້ຕັ້ງການສອບເສັງເອົາສມຽນຂຶ້ນ ຕລອດທົ່ວປະເທດ ແຕ່ສໍາລັບຣາຊະອານາຈັກຫລວງພະບາງນັ້ນ ຄົງເປັນພະຣາຊອົງການຂອງພະເຈົ້າແຜ່ນດິນຢູ່ຕາມເດີມ ແລະຂ້າຣາຊການທູດນັ້ນ ທຸກພະແນກກໍໄດ້ປ່ຽນຫນ້າທີ່ໄປຢູ່ທຸກແຂວງ ໂດຍບໍ່ເລືອກວ່າ ຈະເປັນລາວເຫນືອ ລາວກາງແລະລາວໄຕ້ ເພື່ອໃຫ້ປະຊາຊົນຄົນລາວໄດ້ສັງຄົມ ຮູ້ຈັກຄຸ້ນເຄີຍ ແລະມີຄວາມສາມັກຄືເປັນອັນນຶ່ງອັນດຽວກັນ
  • ປີ໑໙໒໘ ຣັຖບານຝຣັ່ງເສດໄດ້ລົງມະຕິວ່າ ອະນາເຂດປະເທດລາວທັງຫມົດ ເປັນອະນານິຄົມຂອງຝຣັ່ງ ແມ່ນແຕ່ອະນາຈັກຫລວງພະບາງກໍບໍ່ຍົກເວັ້ນ ໃນເລື້ອງນີ້ ເພິ່ນໄດ້ຕໍ່ສູ້ຢ່າງສຸດຄວາມສາມາດ ຄືບໍ່ຍອມໃຫ້ເອົາອະນາຈັກຫລວງພະບາງເປັນອະນານິຄົມ ຣັຖບານຝຣັ່ງຈຶ່ງໄດ້ເລີກລົ້ມມະຕິນັ້ນເສັຽ ແລະດ້ວຍເຫດນີ້ ສົມເດັດພະເຈົ້າແຜ່ນດິນຫລວງພະບາງຈຶງມີໂອກາດທວງທາວເອົາແຂວງຫົວພັນ ຊຶ່ງຝຣັ່ງເສດໄດ້ໂອນໃຫ້ແຄວ້ນຕົງແກງແຕ່ປີ໑໘໙໕ນັ້ນ ຄືນມາເປັນຂອງລາວ ແລະໄດ້ໂຮມເຂົ້າຢູ່ໃນອະນາຈັກຫລວງພະບາງເມື່ອປີ໑໙໓໑ຫລື໑໙໓໒ນີ້ເອງ
  • ເຖີງປີ໑໙໔໐ ເກີດກໍຣະນີພິພາດລະຫວ່າງຝຣັ່ງກັບໄທ ເປັນຜົນໃຫ້ປະເທດລາວເສັຽດິນແດນທີ່ຢູ່ຝັ່ງຂວາແມ່ນໍ້າຂອງໃຫ້ແກ່ໄທ ຣັຖບານຝຣັ່ງເຫັນວ່າ ອະນາຈັກຫລວງພະບາງເສັຽດິນແດນໄປ ດັ່ງນັ້ນ ເພື່ອບໍ່ໃຫ້ເຈົ້າສີສວ່າງວົງເສັຽພະໄທ ຈຶ່ງໄດ້ປືກສານໍາເຈົ້າເພັຊຣາດວ່າ ຈະຍົກແຂວງຫົວຂອງແລະແຂວງພວນຖວາຍພະອົງ ສ່ວນແຂວງວຽງຈັນລົງໄປ ຈະໃຫ້ເຈົ້າເພັຊຣາດປົກຄອງຕໍ່ໄປຕາມເດີມ ແຕ່ເຈົ້າເພັຊຣາດບໍ່ເຫັນດີນໍາ ແລະຂໍເອົາແຂວງວຽງຈັນເຂົ້າຢູ່ໃຕ້ພະຣາຊອໍານາດຂອງພະເຈົ້າແຜ່ນດິນຫລວງພະບາງ ໂດຍເພິ່ນເອງຍອມເປັນອຸປຣາດດັ່ງທີບິດາຂອງເພິ່ນເຄີຍເປັນມາ ສະນັ້ນນັບແຕ່ປີ໑໙໔໐ມາ ຣາຊອະນາຈັກຫລວງພະບາງຈຶ່ງມີຂອບເຂດເຖີງ໓ແຂວງ ໃນໂອກາດດຽວກັນນັ້ນ ເຈົ້າເພັຊຣາດກໍຈັດໃຫ້ມີເຈົ້າແຂວງລາວຂຶ້ນ ສໍາລັບປົກຄອງເປັນຄູ່ກັບຂ້າຫລວງຝຣັ່ງ ປະຈໍາອິນດູຈິນ ໂຮມມີ໔ແຂວງ ຄືແຂວງຄໍາມ່ວນ ສວັນນະເຂດ ສາຣະວັນ ແລະຈໍາປາສັກ ແລະໄດ້ຮ້ອງຂໍຕໍ່ຣັຖບານຝຣັ່ງໂຮມເອົາ໔ແຂວງນີ້ ເຂົ້າໄວ້ໃນອໍານາດຂອງອະນາຈັກຫລວງພະບາງ ເພື່ອໂຮມລາວທັງປະເທດ ໃຫ້ເປັນອັນນຶ່ງອັນດຽວກັນຄືແຕ່ກ່ອນໆ ແຕ່ຝຣັ່ງບໍ່ຍອມ ດ້ວຍສາເຫດດັ່ງກ່າວ ເຈົ້າເພັຊຣາດຈຶ່ງຄິດທີ່ຈະຕໍ່ສູ້ເອົາເອກລາດຄືນມາໃຫ້ແກ່ປະເທດລາວອີກຄັ້ງ
  • ແລະທ້າຍທີ່ສຸດກໍຄື ເພິ່ນໄດ້ນໍາພາປະຊາຊົນລາວປະກາດເອກລາດຈາກຝຣັ່ງເສດ ໂດຍການຈັດຕັ້ງຣັຖບານລາວອິສຣະຂຶ້ນໃນວັນທີ໑໒ເດືອນຕຸລາປີ໑໙໔໕ນັ້ນເອງ

 

ສິ່ງທີ່ຂ້າພະເຈົ້າອ້າງອີງມາຂ້າງເທີງນີ້ ຖ້າເຮົາບໍ່ຮູ້ຈັກປວັດສາດລາວຄັກ ກໍຈະບໍ່ເຂົ້າໃຈເຖີງຄວາມສໍາຄັນຂອງເຫດການນັ້ນໆປານໃດ ດັ່ງນັ້ນເພື່ອຄວາມກະຈ່າງແຈ້ງ ຂ້າພະເຈົ້າຈຶ່ງຈະຂໍສາທະຍາຍເຖີງປວັດສາດໃນຊ່ວງນັ້ນມານະທີ່ນີ້ດ້ວຍ

 

ດັ່ງທີ່ເປັນຮູ້ກັນດີວ່າ ເມືອງລາວເຮົານັ້ນຝຣັ່ງເສດຄິດພຽງແຕ່ວ່າ ເອົາໄປເປັນຫົວຂອງເຂົາ ພຽງແຕ່ຈະໃຊ້ເປັນບ່ອນຕິດຕໍ່ຄ້າຂາຍກັບຈີນ ໂດຍອາໃສລໍານໍ້າຂອງເປັນເສັ້ນທາງລໍາລ້ຽງຂົນສົ່ງສິນຄ້າ ເມື່ອແຜນການນີ້ລົ້ມເຫລວໄປ ເພາະຂາແກ້ງຕ່າງໆ ເມືອງລາວຈຶ່ງກາຍເປັນພຽງເມືອງທີ່ຝຣັ່ງບໍ່ຄ່ອຍເອົາໃຈໃສ່ເລີຍ ຈະວ່າອີກຢ່າງນຶ່ງກໍຄື ເຂົາປະໃຫ້ເປັນຕາມບຸນຕາມກັມ ບໍ່ຄືກັບທີ່ວຽດນາມທີ່ເຂົາເອົາໃຈເປັນພິເສດ ດັ່ງນັ້ນຈຶ່ງບໍ່ແປກທີ່ເມືອງລາວບໍ່ໄດ້ຮັບການພັທນາຢ່າງໃດ ບໍ່ພໍເຂົາຍັງເອົາຄົນວຽດນາມມາເປັນນາຍຂອງຄົນລາວເຮົາອີກດ້ວຍ ຄືວ່າການປົກຄອງຂອງເຂົາຢູ່ລາວນັ້ນ ຮອງລົງມາຈາກຝຣັ່ງກໍຄືວຽດ ຊຶ່ງຖືກນໍາເອົາເຂົ້າມາສັບຊ້ອນໃນອົງການປົກຄອງຕ່າງໆ ສ່ວນລາວເຮົານັ້ນ ຈະມີແດ່ກໍແຕ່ຂັ້ນບ້ານຫລືເມືອງທີ່ໃກ້ຊິດກັບປະຊາຊົນເທົ່ານັ້ນ ດັ່ງນັ້ນຄົນລາວເຮົາຈຶ່ງບໍ່ໄດ້ມີປະສົບການໃນການປົກຄອງຂອງປະເທດຕົນເອງຢ່າງເທົ່າທີ່ຄວນເລີຍ

 

ສິ່ງທີ່ເຈົ້າເພັຊຣາດລິເລີ້ມເຮັດມານັ້ນ ນັບວ່າເປັນການຄິດການໄກ ທີ່ຫນ້ອຍຄົນຫນັກຈະຢັ່ງເຖີງໄດ້ ທັງນັ້ນທັງນີ້ກໍເພາະໃນຕົວເພິ່ນນັ້ນມີເລືອດລາວທີ່ທໍຣະນົງຢູ່ທຸກກະບຽດນີ້ວ ເສັຽດາຍແຕ່ວ່າ ບາດເມື່ອເຫດການທີ່ເປັນໄປໃນປີ໑໙໔໕-໔໖ນັ້ນ ຕ້ອງມາເຮັດໃຫ້ເພິ່ນຈໍາຕ້ອງອົພຍົບລົບຫນີ ໄພທາງການເມືອງໄປຢູ່ປະເທດໄທ ດັ່ງທີ່ພວກເຮົາຮູ້

 

ບັນຫາມີວ່າ

  1. ເຈົ້າເພັຊຣາດຄິດການຜິດບໍ່ ທີ່ເພິ່ນສ້າງຕັ້ງຣັຖລານລາວອິສຣະຂຶ້ນ?
  2. ເມື່ອຝຣັ່ງມີໄຊ ເປັນຫຍັງເພິ່ນຈຶ່ງບໍ່ຍອມສະວາມີພັກຕໍ່ຝຣັ່ງ?
  3. ຫລືບໍ່ຊັ້ນ ກໍກັບຄືນມາລາວໃນປີ໑໙໔໙ ຄືກັບຜູ້ນໍາລາວອິສຣະຜູ້ອື່ນໆເຊັ່ນເຈົ້າສຸວັນນະພູມມາເປັນຕົ້ນ

 

ເມື່ອເຖີງຄາວທີ່ເພິ່ນຫວນຢ່ອນຄືນມາເມືອງລາວອີກຄັ້ງໃນປີ໑໙໕໗ ເພິ່ນກໍບໍ່ມີບົດບາດຫຍັງໃນການປົກຄອງຂອງລາວອີກແລ້ວ ນີ້ນັບວ່າເປັນການສູນເສັຽອັນຍິ່ງໃຫຍ່ຂອງຊາດລາວ ຢ່າງຫາອັນປຽບບໍ່ໄດ້ເລີຍ

 

ເຫດການຈະເປັນຢ່າງໃດ ຂໍເຊີນທ່ານຕິດຕາມໃນຕອນຕໍ່ໄປ ຊຶ່ງເປັນພາກວິເຄາະວິຈານນັ້ນເອງ

 

 

 

 

 

Home | ວັງຫລວງແລະວັງຫນ້າ | ເຈົ້າມະຫາຊີວິດສີສວ່າງວົງ: ເພິ່ນຢືນຢູ່ຈຸດໃດແທ້? | ເຈົ້າເພັຊຣາດ: ຣັຖບຸຣຸດຂອງຊາດລາວ | ເຈົ້າເພັຊຣາດ: ພາກວິເຄາະວິຈານ | Iron Man of Laos | Chapter1: Biography of Prince Phetsarath | Chapter 2: The Japanese seize Laos | Chapter 3: Dismissal from Viceroy | Chapter 4: Eleven years in Thailand | Chapter 9: Phetsarath is invited to return | Chapter 10: A critique of Phetsarath's neutrality | ເຈົ້າບຸນອຸ້ມ ນະຈໍາປາສັກ | ເຈົ້າມະຫາຊີວິດສີສວ່າງວັທນາ | The politics of ritual & remembrance | ເຈົ້າສຸວັນນະພູມມາ: ຄວາມເປັນກາງຢູ່ໃສ? | ເຈົ້າສຸວັນນະພູມມາ ຕອນທີ໒ | ເຈົ້າຊີວິດ | ເຈົ້າເພັຊຣາດ | ເຈົ້າສຸວັນນະພູມມາ | ເຈົ້າສຸພານຸວົງ | ເຈົ້າຈອມທັງຫລາຍ | Lao history ແລະເພງຊາດລາວ | ອະຣັມພະບົດແລະຄວາມເປັນມາຂອງເມືອງລາວ | ເຈົ້າສຸພານຸວົງ: ເຈົ້າຊາຍແດງ | Khun Borom Stories

This site was last updated 08/02/05