|
ພາກທີເຈັດ
I.
ເຈົ້າສຸວັນນະພູມມາ: ຄວາມເປັນກາງຢູ່ໃສ?

ຈາກປວັດສາດລາວ ຕັ້ງແຕ່ສໄມມີເອກລາດອອກຈາກຝຣັ່ງເສດເປັນຕົ້ນມາ ເຈົ້າສຸວັນນະພູມມາເປັນບຸກຄົນນຶ່ງ
ທີ່ຈໍາເປັນຢ່າງຍິ່ງຍວດໃນຄວາມເຂົ້າໃຈຂອງປວັດສາດລາວສໄມຫົວລ້ຽວຫົວຕໍ່ນີ້ ເພາະວ່າເພິ່ນເປັນນາຍົກເກືອບວ່າໃນທຸກຍຸກໃນທຸກສໄມ
ໂດຍສະເພາະແມ່ນແຕ່ປີ໑໙໖໒ເຖີງປີ໑໙໗໕ແລ້ວ ເຈົ້າສຸວັນນະພູມມາຄືນາຍົກຄົນດຽວຂອງເມືອງລາວ
ໃນຂະນະທີ່ປະເທດອ້ອມຂ້າງອ້ອມແອວ ປ່ຽນນາຍົກກັນຄົນແລ້ວຄົນເລົ່າ
ພຽງຈຸດນີ້ຈຸດດຽວ ກໍສະແດງວ່າ
ບໍ່ມີໃຜອີກແລ້ວທີ່ກໍາຊະຕາຂອງຊາດບ້ານຫລາຍກ່ວາເຈົ້າສຸວັນນະພູມມາ ເສັ້ນທາງຄວາມເປັນກາງທີ່ເພິ່ນເດີນນັ້ນຜິດຫລືຖືກ
ເຮົາຈະຕ້ອງມາທໍາຄວາມເຂົ້າໃຈກັນຢ່າງລະອຽດ ພ້ອມດຽວກັນນີ້
ຂ້າພະເຈົ້າກໍຈະພະຍາຍາມໃຫ້ຂໍ້ຄິດເຫັນທີ່ວ່າ ເຈົ້າສຸວັນນະພູມມາສົມຄວນຖືກຍົກຍ້ອງໃຫ້ເປັນລັຖບຸຣຸດຂອງຊາດບໍ່?
ໃນຂໍ້ຂຽນກ່ຽວກັບເຈົ້າສຸວັນນະພູມມາໃນທີ່ນີ້ ນອກຈາກສອງຈຸດໃຫຍ່ຂ້າງເທີງແລ້ວ
ຂ້າພະເຈົ້າຈະເວົ້າເຖີງການໂຮມລາວທັງສາມຄັ້ງ
ການປະຕິວັດລັຖປະຫານຂອງຮ້ອຍເອກກອງແລໃນປີ໑໙໖໐
ແລະບັ້ນປາຍຂອງນັກເມືອງທີ່ທໍຣະຫົດອົນທົນທ່ານນີ້
ກ່ອນອື່ນ ຂໍອະຣັມພະບົດວ່າ
ເສັ້ນທາງທີ່ເຈົ້າສຸວັນນະພູມມາເຝົ້າພຽນພະຍາຍາມເດີນນັ້ນ
ຫນ້ອຍຄົນຫລາຍທີ່ຈະເຂົ້າໃຈເຖີງໄດ້ ເພາະເສັ້ນທາງສາຍເປັນກາງນີ້
ມັນບໍ່ແມ່ນເສັ້ນທາງທີ່ປູໄປດ້ວຍກຽດຕິຍົດ ເຂົ້າຂອງເງິນທອງ ແລະອໍານາດບາດໃຫຍ່
ດັ່ງທາງຝ່າຍຂວາແລະຝ່າຍຊ້າຍ
ທີ່ຕ່າງກໍມີປະເທດມະຫາອໍານາດຄ່ອຍຫນູນຫລັງຕົນເອງຢູ່
ເພື່ອຈະເຂົ້າໃຈສິ່ງນີ້ແຈ້ງ
ເຮົາມາພາກັນເບິ່ງຄວາມຄືບຫນ້າທາງຄວາມຄິດຂອງນາຍົກຕລອດການທ່ານນີ້
ແລະສິ່ງສໍາຄັນທີ່ສຸດກໍຄື ປວັດສາດແລະທີ່ຕັ້ງຂອງປະເທດລາວ
ຊຶ່ງເປັນທາງຜ່ານຂອງຜູ້ຮຸກຮານ ແຍກຊິງດິນແດນທັງຫລາຍ
ໃນຂັ້ນເລີ້ມ ຈາກການເຄື່ອນໄຫວທາງການເມືອງຂອງເຈົ້າສຸວັນນະພູມມາ ເຮົາຈະເຫັນວ່າ
ເພິ່ນນັ້ນຂ່ອນຂ້າງອ່ຽງໄປທາງຝຣັ່ງ ແມ້ນວ່າເພິ່ນນັ້ນຈະເຂົ້າຮ່ວມລັຖບານອິສຣະ
ທີ່ຕໍ່ຕ້ານກັບຝຣັ່ງກໍຕາມ ຈະວ່າແລ້ວ ຫາກບໍ່ມີເຈົ້າເພັຊຣາດ
ຜູ້ເປັນອ້າຍຜູ້ຊົງອໍານາດ ແລະເປັນຜູ້ນໍາລັຖບານຕໍ່ຕ້ານນັ້ນແລ້ວ
ກໍມີຄວາມເປັນໄປໄດ້ຫລາຍ ທີ່ເພິ່ນຈະບໍ່ເຂົ້າຮ່ວມ
ເພາະຈາກບຸກຄະລິກລັກສນະຂອງເພິ່ນແລ້ວ ເພິ່ນບໍ່ເປັນຄົນທີ່ມີຫົວຮຸນແຮງ
ໄປທາງໃດທາງນຶ່ງໂດຍສະເພາະ ເວົ້າອີກຢ່າງກໍຄື ເພິ່ນສາມາດເຂົ້າໄດ້ກັບທຸກພັກຝ່າຍ
ແຕ່ຈະເຖີງຢ່າງໃດກໍດີ ມັນກໍມີຈຸດນຶ່ງທີ່ເປັນພິເສດຂອງເພິ່ນ ຈຸດນັ້ນກໍຄື
ເພິ່ນເຊື່ອໃນບົດບາດທີ່ປວັດສາດມອບຫມາຍໃຫ້
ໂດຍສະເພາະກໍແມ່ນເມື່ອປະເທດລາວເປັນເອກລາດ
ຊຶ່ງເປັນຄັ້ງທໍາອິດທີ່ບໍ່ມີເຈົ້າເພັຊຣາດເປັນຜູ້ນໍາອີກຕໍ່ໄປ
ຈະເວົ້າອີກຢ່າງກໍຄື ເພິ່ນນັ້ນຄືເຈົ້າເພັຊຣາດຜູ້ໃຫມ່ ດັ່ງນັ້ນ
ແນວຄວາມຄິດຂອງເພິ່ນກໍເລີ້ມມີທິດມີທາງຈະແຈ້ງຂຶ້ນມາ ຊຶ່ງທິດທາງນັ້ນກໍຄື
ຄວາມເປັນກາງຂອງປະເທດລາວນັ້ນເອງ
ນີ້ເປັນການກ້າວໃຫມ່ຂອງການເມືອງລາວ
ທີ່ມີຜູ້ນໍາທີ່ຄິດການໄກຢ່າງເຈົ້າສຸວັນນະພູມມາ ເພາະເທົ່າທີ່ເຫັນໆ
ຜູ້ນໍາລາວສ່ວນຫລາຍຈະຄິດເຫັນແຕ່ຜົນປໂຍດສ່ວນຕົວ ພັກຝ່າຍຕົວ
ຈົນເຖີງຂັ້ນບໍ່ສາມາດຂຍາຍອຸດົມການຂອງຕົນໄປໃນລະດັບຊາດໄດ້ ເວົ້າງ່າຍໆກໍຄື
ຖ້າບໍ່ເປັນນັກສວຍໂອກາດ ກໍເປັນນັກອຸດົມການທີ່ປວກເປັ້ຍເທົ່ານັ້ນເອງ
ອາດຈະເປັນຍ້ອນວ່າ
ເຈົ້າສຸວັນນະພູມມາມາຈາກເຊື້ອເຈົ້າທີ່ຕະຫນັກແຫນ້ນເຖີງຄວາມເປັນຜູ້ນໍາ
ເມື່ອເຖີງຄາວຕ້ອງໄດ້ມາຮັບຜິດຊອບວຽກງານລະດັບຊາດ ເພິ່ນຈຶ່ງຢູ່ໃນທ່າ
ທີ່ພ້ອມຈະອຸທິດທຸກສິ່ງທຸກຢ່າງເພື່ອພາລະຫນ້າທີ່ອັນສູງສົ່ງນັ້ນ
ພ້ອມດ້ວຍກັນນີ້ ການທີ່ຕົນເອງມາຈາກເຊື້ອສາຍທີ່ສໍານຶກໃນຫນ້າທີ່ການງານ
ເຈົ້າສຸວັນນະພູມມາຈຶ່ງເຂົ້າໃຈເຖີງຄວາມຕ້ອງການຂອງປະເທດຊາດໄດ້ດີກ່ວາ
ນັກການເມືອງລຸ້ນລາວຄາວດຽວກັນ
ຈະເວົ້າແລ້ວ ຄວາມເປັນເຈົ້ານັ້ນ ຖ້າຮູ້ຈັກໃຊ້ໃຫ້ເປັນປໂຍດ
ແລະຢູ່ໃນຖານະທີ່ຈະທໍາຕົວໃຫ້ເປັນປໂຍດໄດ້ ດັ່ງກໍຣະນີຂອງເຈົ້າສຸວັນນະພູມມາ
ມັນກໍເຫມືອນດັ່ງຟ້າບັນດານຄົນຢ່າງເພິ່ນ
ໃຫ້ມາເກີດແລະຮັບໃຊ້ໃນຊ່ວງເວລາຫົວລ້ຽວຫົວຕໍ່ຂອງເມືອງລາວເຮົາ
ບາງທີ ຫລາຍທ່ານອາດຈະບໍ່ເຂົ້າໃຈແຈ້ງວ່າ ຂ້າພະເຈົ້າເວົ້າຫຍັງກັນນິ໋ ດັ່ງນັ້ນ
ຂ້າພະເຈົ້າຈະຂໍຖືໂອກາດນີ້ສາທະຍາຍເຖີງທີ່ຕັ້ງແລະປວັດສາດຂອງເມືອງລາວ
ມານະທີ່ນີ້ດ້ວຍ ປະເທດລາວເຮົາ ຫລືຈະເວົ້າໃຫ້ຖືກປ໋ຽບກໍຄື
ອະນາຈັກລ້ານຊ້າງຕັ້ງແຕ່ມີອະນາທິປະໄຕມາ ເມື່ອກ່ວາຫົກຮ້ອຍປີກ່ອນ
ກໍຈໍາຕ້ອງລະວຽດລະວັງນະໂຍບາຍຂອງຕົນ ເພາະອະນາຈັກອ້ອມຂ້າງບໍ່ວ່າອະນາມ ພະມ້າ
ຫລືສຍາມ ແມ່ນຍາມໃດກໍກຽມພ້ອມທີ່ຈະແຊກແຊງເຮົາ
ອາດຈະຍົກເວັ້ນແດ່ ກໍມີພຽງສໄມເຈົ້າຟ້າງຸ່ມເທົ່ານັ້ນ
ຍິ່ງມາຕົກໃນສໄມທີ່ເມືອງລາວແຕກເປັນກົກເປັນກໍ ເລີ້ມແຕ່ທ້າຍສັຕວັດທີ໑໘ແລ້ວ
ເປັນອັນວ່າຈະເຮັດຫຍັງກໍຕ້ອງເບິ່ງອ້ອມຂ້າງອ້ອມແອວໃຫ້ຄັກໆ
ແລະຈາກບົດຮຽນທີ່ເຈັບຊໍ້າ ຍ້ອນແຕກກັນ ແລະກໍກາຍເປັນເມືອງຂຶ້ນຂອງສຍາມໃນທີ່ສຸດ
ມັນຈຶ່ງຈໍາເປັນຢ່າງຍິ່ງທີ່ຈະຕ້ອງຮູ້ວ່າ ລູ່ທາງລົມຢູ່ບ່ອນໃດ ບໍ່ຊັ໋ນ
ກໍຈະຕ້ອງພັງພິນາດຄືສໄມເຈົ້າອະນຸອີກ
ມາໃນສໄມຫລັງຝຣັ່ງເສດອອກໄປນີ້ ມັນແຮ່ງຈໍາເປັນເພາະສັດຕູມັນມາໃນຫລາຍຮູບ
ແລະທີ່ສໍາຄັນສັດຕູໂຕໃດກໍມີແຕ່ໂຕອັນຕລາຍ ອັນຈະພາໃຫ້ປະເທດຊາດຈິບຫາຍວາຍວອດ
ບໍ່ນ້ອຍຫນ້າໄປກ່ວາສໄມເປັນເມືອງຂຶ້ນໂດຍກົງອີກ ດັ່ງນັ້ນ ຈຶ່ງນັບວ່າ
ເທົ່າທີ່ປະເທດຊາດຢູ່ລອດມາຮອດສໄມຂອງເພິ່ນ ກໍນັບວ່າເປັນບຸນຄຸ້ມເກົ້າແລ້ວ
ການຈະດໍາລົງຮັກສາເອກລາດທີ່ໄດ້ມາຢ່າງຍາກນີ້ອີກຕໍ່ໄປ
ຈຶ່ງເປັນພາລະທີ່ເຮົາເຈົ້າຂ້ອຍ
ຜູ້ຢູ່ຫ່າງຈາກວົງຈອນຂອງຄວາມເປັນໄປຂອງຊາດບ້ານເມືອງ ແຮ່ງຍາກທີ່ຈະເຂົ້າໃຈໄດ້
ທາງເລືອກທີ່ນຶ່ງຊຶ່ງເປັນທາງງ່າຍ
ກໍຄືເຂົ້າກັບຝ່າຍໂລກເສລີອັນມີອະເມຣິກາເປັນເຈົ້າການ ທາງໆນີ້
ນອກຈາກຈະລວຍກະເປົ່າຕົນເອງແລະພັກຝ່າຍຂອງຕົນແລ້ວ
ຍັງສາມາດຈະສ້າງອິດທິພົນແລະຖານອໍານາດໃຫ້ແກ່ຕົນເອງອີກ ຈຸດອ່ອນກໍມີຢູ່ວ່າ
ທາງອະເມຣິກາຍູ່ທາງມີຫລາຍຄົນໃຫ້ເລືອກທີ່ຈະເຮັດຫນ້າທີ່ນີ້
ບໍ່ວ່ານາຍພົນພູມີຫນໍ່ສວັນ ທ່ານຜຸຍຊະນະນິກອນ ພວກນະຈໍາປາສັກ
ແລະພວກອະໄພເປັນຕົ້ນ
ທາງເລືອກອີກທາງນຶ່ງກໍຄືເຂົ້າກັບຝ່າຍຄອມມູນິດ
ຊຶ່ງໃນຂະນະນັ້ນແຂງແກ່ນບໍ່ລຸດລື່ນກັນຫລາຍປານໃດກັບຝ່າຍໂລກເສລີ
ຝ່າຍນີ້ຮູ້ສຶກວ່າ ຈະຍາກແດ່ ເພາະເຈົ້າສຸວັນນະພູມມາຖືວ່າ
ຄວາມເປັນລາວທີ່ຕັ້ງຢູ່ເທີງພື້ນຖານຂອງຄວາມເປັນພຸດນັ້ນ
ມັນເຂົ້າກັນບໍ່ໄດ້ກັບຝ່າຍຄອມມູນິດ
ດັ່ງນັ້ນທາງເລືອກສຸດທ້າຍຈຶ່ງມາລົງເອີຍທີ່ວ່າ ສາຍກາງນີ້ແຫລະດີທີ່ສຸດ
ເພາະເຫດຜົນດັ່ງຕໍ່ໄປນີ້:
-
ປະເທດລາວເປັນປະເທດນ້ອຍ ຖ້າຂືນໄປແຮງມາແຮງກັບຝ່າຍໃດ ກໍເທົ່າກັບວ່າ
ເອົານໍ້າມັນເຂົ້າໄປລໍ້ໄຟທີ່ກໍາລັງເຜົາພ່ານ
-
ທີ່ຕັ້ງຂອງປະເທດລາວ ຊຶ່ງຢູ່ກະໂຕດ່ານຫນ້າຂອງທັງສອງຄ້າຍ
ບໍ່ພໍທັງຄູ່ອະຣິໃນທາງປວັດສາດບໍ່ວ່າວຽດນາມແລະໄທ ກໍຢູ່ກັນຄົນລະຄ້າຍ
ຖ້າຂືນຕັ້ງຕົວເຂົ້າກັບຝ່າຍໃດຝ່າຍນຶ່ງ
ຝ່າຍກົງກັນຂ້າມກໍຈະບໍ່ໄວ້ຫນ້າເທົ່ານັ້ນເອງ
-
ນະໂຍບາຍຂອງປະເທດເຮົາ ບໍ່ວ່າແຕ່ສໄມໃດມາ
ກໍພະຍາຍາມຫາຈຸດດຸ່ນດ່ຽງໃນການຂັດແຍ້ງຢູ່ໃນຂົງເຂດນີ້
-
ຄວາມເປັນກາງນັ້ນຄືນະໂຍບາຍທີ່ຖືກຕ້ອງແລະເຫມາະສົມທີ່ສຸດ
ພະມ້າແລະຂເມນກໍເຮັດແນວນັ້ນ ໂດຍສະເພາະຂເມນທີ່ມີບັນຫາທີ່ຕ້ອງກ່ຽວຂ້ອງກັບຄວາມຂັດແຍ້ງຂອງສອງຝ່າຍນີ້
ເຂົາກໍເດີນສາຍກາງນີ້ຢ່າງເຄັ່ງຄັດ
ປະເທດລາວຊຶ່ງມີຊາຍແດນຕິດກັບວຽດນາມແລະໄທແຕ່ເຫນືອຕລອດໃຕ້ ແຮ່ງຈໍາເປັນຕ້ອງເຮັດແນວນັ້ນ
ບໍ່ຊັ໋ນ ກໍຊໍ່າກັບວ່າເປັນການເຊື້ອເຊີນໃຫ້ພວກກະຫາຍສົງຄາມຂອງທັງສອງຝ່າຍ ເອົາເມືອງລາວເປັນບ່ອນສູ້ລົບຕົບຕີໄດ້ຢ່າງເຕັມທີ່
ມີບໍ່? ຖ້າເປັນແນວນັ້ນ ເມືອງລາວຈະບໍ່ມຸ່ນອີກຄັ້ງ
ຈາກທັງສະພາບການຕົວຈິງແລະຄວາມເຊື່ອຫມັ້ນທີ່ວ່າ
ທາງສາຍກາງຄືເສັ້ນທາງທີ່ຈະນໍາພາປະເທດຊາດຢູ່ລອດປອດໄພໄດ້ ເຈົ້າສຸວັນນະພູມມາຈຶ່ງຫມາຍຫມັ້ນປັ່ນຕໍ່ທາງສາຍນີ້ຕລອດມາ
ຈະເວົ້າແລ້ວ ຄວາມເປັນກາງນີ້ມີຄວາມໄປໄດ້ຫລາຍ
ທີ່ຈະນໍາເມືອງລາວໃຫ້ຫລຸດພົ້ນຈາກອັນຕລາຍຂອງສົງຄາມວຽດນາມ
ໂດຍສະເພາະກໍແມ່ນແຕ່ຊ່ວງຫລັງຈາກໄດ້ຮັບເອກລາດປະມານປີ໑໙໕໔ຈົນເຖີງປະມານປີ໑໙໖໐
ສ່ວນຫລັງປີ໑໙໖໐ ຫລືຫລັງການປະຕິວັດຂອງຮ້ອຍເອກກອງແລໄປແລ້ວ
ຄວາມເປັນກາງກໍມີຄ່າພຽງບໍ່ໃຫ້ສົງຄາມວຽດນາມລາມປາມເຂົ້າມາເຖີງເຂດຕົວເມືອງທີ່ໃຫຍ່ໆ
ແລະທີ່ເລາະລຽບໄປຕາມລໍາແມ່ນໍ້າຂອງເທົ່ານັ້ນເອງ ເລື້ອງລາວຈະເປັນແນວໃດແທ້ ເຮົາມາພາກັນຕິດຕາມໃນການໂຮມລາວທັງສາມຄັ້ງນັ້ນ
ການໂຮມລາວຄັ້ງທີນຶ່ງໃນປີ໑໙໕໗
ຈາກການປະເມີນເຫດການຂອງຂ້າພະເຈົ້າແລ້ວ ການໂຮມລາວຄັ້ງນີ້ເປັນຄັ້ງສໍາຄັນທີ່ສຸດ
ເພາະມັນມີຄວາມເປັນໄປໄດ້ຫລາຍ
ທີ່ປະເທດລາວຈະບໍ່ຕົກໄປຢູ່ໃນກໍາມືຂອງຄ້າຍຄອມມູນິດດັ່ງທີ່ເປັນຢູ່ໃນປັດຈຸບັນ ເຫດຜົນມີຢູ່ວ່າ:
-
ເຈົ້າສຸພານຸວົງ ແລະຝ່າຍແນວລາວທີ່ຮັກຊາດ
ຍັງມີທາງເລືອກລະຫວ່າງການຈົມຫົວຈົມທ້າຍເຂົ້າຢ່າງເຕັມທີໃນຂະບວນການຄອມມູນິດ
ຫລືການເຂົ້າມາເປັນລາວໃນຖັນແຖວຂອງລັຖບານອີກຄັ້ງ
ສົມດັ່ງທີ່ວ່າຕົນນັ້ນເປັນຜູ້ຮັກຊາດຢ່າງແທ້ຈິງ ຈະວ່າແລ້ວ
ຍ້ອນເສັ້ນທາງນີ້ປິດເພາະຝ່າຍຂວາເກີດມີອໍານາດອັນມີທ່ານຜຸຍຊະນະນິກອນເປັນນາຍົກ
ແລະອະເມຣິກາກໍວາດລະແວງ ຕິເຫມົາເອົາວ່າ ເຈົ້າສຸພານຸວົງແລະຜູ້ຮັກຊາດລາວໃນຖັນແຖວຂອງແນວລາວຮັກຊາດເປັນຄອມມູນິດຫມົດ
ມັນກໍເລີຍບໍ່ພຽງຍູ້ສົ່ງໃຫ້ຝ່າຍຊ້າຍທີ່ບໍ່ເປັນຄອມມູນິດກາຍເປັນຄອມມູນິດໄປເອງ
ເພາະຄວາມຈໍາເປັນເທົ່ານັ້ນ ມັນຍັງເປັນຈຸດເລີ້ມວ່າ
ຂະບວນການແນວລາວຮັກຊາດນັ້ນ ໄດ້ຕົກໄປຢູ່ໃນກໍາມືຂອງກຸ່ມນຶ່ງອີກ
ຊຶ່ງບໍ່ແມ່ນກຸ່ມຂອງເຈົ້າສຸພານຸວົງນັ້ນເອງ
-
ຝ່າຍຊ້າຍຍັງມີຄວາມເຊື່ອວ່າ ບັນຫາລາວຈະແກ້ຕົກໄດ້ ໂດຍການຮ່ວມໄມ້ຮ່ວມມືກັນຢ່າງແທ້ຈິງ
ຄວາມເຊື່ອນັ້ນໄດ້ຖືກທໍາລາຍໄປຢ່າງຫນ້າເສັຽດາຍ ເພາະຝ່າຍຂວາຄິດວ່າ
ຕົນນັ້ນຢູ່ໃນທ່າໄດ້ປຽບ ກໍເລີຍເຮັດຫຍັງໄດ້ຢ່າງຊອບໃຈ ເຊັ່ນການຈໍາກຸມຜູ້ນໍາຂອງຝ່າຍຊ້າຍທີ່ເຂົ້າມາຮ່ວມກັບລັຖບານປະສົມ
ອັນມີເຈົ້າສຸພານຸວົງເປັນຕົ້ນ
-
ຝ່າຍຊ້າຍເອງຍັງອ່ອນເປັຽຢູ່ ເຂົາຈຶ່ງບໍ່ຢູ່ໃນທ່າທີ່ຈະຕໍ່ສູ້ຢ່າງຫັກໂຫມກັບຝ່າຍລັຖບານ
ແຕ່ຝ່າຍລັຖບານອັນມີຝ່າຍຂວາເປັນຜູ້ນໍາ ພັດເຫັນເປັນວ່າ ເຖີງທີຕົນແລ້ວທີ່ຈະທໍາລາຍຝ່າຍຊ້າຍໃຫ້ສິ້ນຊາກ
ໂດຍບໍ່ຄິດວ່າ ຫາກຕົນເຮັດບໍ່ສໍາເລັດ ບ້ານເມືອງນັ້ນແຫລະຈະວຸ່ນວາຍ
-
ເຈົ້າເພັຊຣາດຜູ້ຊຶ່ງຫາກໍ່ກັບມາຈາກຫລີ້ໄພທາງການເມືອງຢູ່ປະເທດໄທ
ຍັງຄົງເປັນດັ່ງອ້າຍໃຫຍ່ທີ່ຊົງໄວ້ຊຶ່ງຄຸນນະທັມແລະອໍານາດພຽງພໍທີ່ຈະດຶງເອົາ
ເຈົ້າສຸພານຸວົງແລະກໍາລັງລາວອິສຣະເກົ່າເຂົ້າມາຊ່ອຍສ້າງບ້ານແປງເມືອງໄດ້ ເມື່ອການໂຮມລາວຄັ້ງທີນຶ່ງລົ້ມເຫລວໄປ
ມັນບໍ່ພຽງແຕ່ຈະຕັ້ງຄໍາຖາມຄວາມຈິງຈັງແລະຈິງໃຈຂອງຝ່າຍຂວາ
ຫລືຝ່າຍລັຖບານເທົ່ານັ້ນ
ມັນຍັງທໍາລາຍຜູ້ທີ່ຈະມາເປັນສາຍໃຍຂອງຄວາມຖືກຕ້ອງປອງດອງຊາດອີກ ເພາະບໍ່ພຽງສອງປີໃຫ້ຫລັງ
ເຈົ້າເພັຊຣາດກໍມີອັນຕ້ອງລາຈາກລົງນີ້ໄປ ແລະພ້ອມການຈາກໄປຢ່າງບໍ່ມີວັນກັບຂອງເພິ່ນ
ສາກການເມືອງໃຫມ່ທີ່ມີແຕ່ເລ່ເຫລ່ຽມ ແລະການທໍາລາຍລ້າງກໍເຂົ້າມາແທນທີ່ ເຫດການຈະເປັນຢ່າງໃດ
ຂໍເຊີນຕິດຕາມຕໍ່ໄປໃນເຫດການໂຮມລາວ
ຊຶ່ງເປັນແຕ່ພິທີຂອງຄັ້ງທີສອງແລະທີສາມນັ້ນ
|