ອະຣັມພະບົດແລະຄວາມເປັນມາຂອງເມືອງລາວ

07/30/05

Home
ວັງຫລວງແລະວັງຫນ້າ
ເຈົ້າມະຫາຊີວິດສີສວ່າງວົງ: ເພິ່ນຢືນຢູ່ຈຸດໃດແທ້?
ເຈົ້າເພັຊຣາດ: ຣັຖບຸຣຸດຂອງຊາດລາວ
ເຈົ້າເພັຊຣາດ: ພາກວິເຄາະວິຈານ
Iron Man of Laos
Chapter1: Biography of Prince Phetsarath
Chapter 2: The Japanese seize Laos
Chapter 3: Dismissal from Viceroy
Chapter 4: Eleven years in Thailand
Chapter 9: Phetsarath is invited to return
Chapter 10: A critique of Phetsarath's neutrality
ເຈົ້າບຸນອຸ້ມ ນະຈໍາປາສັກ
ເຈົ້າມະຫາຊີວິດສີສວ່າງວັທນາ
The politics of ritual & remembrance
ເຈົ້າສຸວັນນະພູມມາ: ຄວາມເປັນກາງຢູ່ໃສ?
ເຈົ້າສຸວັນນະພູມມາ ຕອນທີ໒
ເຈົ້າຊີວິດ
ເຈົ້າເພັຊຣາດ
ເຈົ້າສຸວັນນະພູມມາ
ເຈົ້າສຸພານຸວົງ
ເຈົ້າຈອມທັງຫລາຍ
Lao history ແລະເພງຊາດລາວ
ອະຣັມພະບົດແລະຄວາມເປັນມາຂອງເມືອງລາວ
ເຈົ້າສຸພານຸວົງ: ເຈົ້າຊາຍແດງ
Khun Borom Stories

 

ຕອນທີ໑: ອະຣັມພະບົດແລະຄວາມເປັນມາຂອງເມືອງລາວ

 

I. ອະຣັມພະບົດ

ກ່ອນອື່ນ ຕ້ອງຂໍອອກຕົວວ່າ ມັນເປັນການຍາກຢ່າງຍິ່ງທີ່ຈະຂຽນກ່ຽວກັບເລື້ອງເຊື້ອເຈົ້າທັງຫລາຍ ເພາະດັ່ງທີ່ຮູ້ໆປວັດສາດຂອງລາວເຮົາເຕັມໄປດ້ວຍຄວາມຂັດແຍ້ງຂອງຜູ້ເປັນເຈົ້າທັງຫລາຍ ຈົນຜົນທີ່ສຸດບ້ານເມືອງຕອ້ງແຕກແຍກເປັນຫລາຍພັກຫລາຍຝ່າຍ ຊຶ່ງຜົນທີ່ໄດ້ກໍຄື ເມືອງລາວຂອງເຮົາກາຍເປັນຂີ້ຂ້າຂອງປະເທດອື່ນເຂົາ ບໍ່ພໍດິນລາວທີ່ຄັ້ງນຶ່ງເຄີຍກ້ວາງໃຫຍ່ໄພສານ ກໍເຫລືອພຽງກະຈິບຈ້ອຍ ນໍ້າຂອງທີ່ວ່າໄຫລຜ່າທາງກາງ ກາຍເປັນພຽງອາດີດທີ່ຂົ່ມຂືນມາຈົນທົ່ວເຖີງທຸກວັນນີ້ ແຕ່ເຖີງຈະເປັນຢ່າງໃດກໍດີ ເພື່ອຊົງໄວ້ຊຶ່ງຄວາມເປັນຈິງແລະຄວາມຖືກຕ້ອງ ຂ້າພະເຈົ້າຈຶ່ງຈະພະຍາຍາມເອົາເລື້ອງລາວຂອງບັນພະບຸຣຸດເຫລົ່ານີ້ມາເລົ່າສູ່ທ່ານຟັງ ຕາມຄວາມຮູ້ແລະຄວາມເຂົ້າໃຈຂອງຂ້າພະເຈົ້າເອງທີ່ເຝົ້າພະຍາຍາມຄົ້ນຄ້ວາມາເປັນເວລາຫລາຍສິບປີນັບເຂົ້າໄດ້ ແນ່ນອນວ່າມີຫລາຍສິ່ງທີ່ຂ້າພະເຈົ້າບໍ່ຮູ້ ດັ່ງນັ້ນຂໍ້ຄວາມບາງຕອນອາດຈະເອນອ່ຽງໄປ ແຕ່ກໍຂໍໃຫ້ເຂົ້າໃຈວ່າ ຂ້າພະເຈົ້າຂຽນບົດເລື້ອງນີ້ດ້ວຍຄວາມເປັນທັມເປັນທີ່ຕັ້ງ ແລະກໍດ້ວຍວິຈານຍານທີ່ຄວາມຮູ້ແລະຄວາມເຂົ້າໃຈນັ້ນມອບໃຫ້ ຫາກວ່ານີ້ເປັນການລະລ່ວງກຸສົນກັມຂອງບັນພະບຸຣຸດທ່ານໃດທີ່ໄດ້ເຝົ້າພຽນສ້າງມາໃນຊົ່ວຊີວິດຂອງທ່ານນັ້ນໆ ດ້ວຍຄວາມຮູ້ເທົ່າບໍ່ເຖີງການ ຫລືການອ່ອນດ້ອຍດ້ວຍປັນຍາສິ່ງໃດກໍຕາມ ຂ້າພະເຈົ້າຂໍກາບອະໄພຕໍ່ດວງວິນຍານຂອງທ່ານນັ້ນໆມານະທີ່ນີ້ດ້ວຍ

 

ບຸກຄົນທີ່ຂ້າພະເຈົ້າຈະເອົາມາເລົ່າເລື້ອງລາວໃນທີ່ນີ້ມີ:

  1. ເຈົ້າສີສວ່າງວົງ
  2. ເຈົ້າສີສວ່າງວັທນາ
  3. ເຈົ້າເພັຊຣາດ
  4. ເຈົ້າສຸວັນນະພູມມາ
  5. ເຈົ້າສຸພານຸວົງ
  6. ເຈົ້າບຸນອຸ້ມ

 

ໃນຈໍານວນຫົກທ່ານນີ້ ບາງທ່ານຂ້າພະເຈົ້າກໍຈະສາທະຍາຍຫລາຍ ເພາະບັງເອີນຮູ້ກ່ຽວກັບທ່ານນັ້ນຫລາຍ ແລະກໍຄິດວ່າທ່ານນັ້ນເປັນບຸກຄົນທີ່ເຮົາຄົນລາວຄວນຈະຮູ້ແລະເຫັນຄວາມສໍາຄັນຂອງທ່ານຢ່າງເຖີງຖ່ອງ ໃນຂະນະດຽວກັນ ບາງທ່ານຂ້າພະເຈົ້າກໍຈະຂຽນຫນ້ອຍດຽວ ເພາະບໍ່ຮູ້ປານໃດ ຫລືບໍ່ກໍຄິດວ່າບໍ່ສໍາຄັນຕໍ່ຄວາມເປັນຊາດລາວເຮົາຫລາຍປານໃດ ເຖີງຈະຂຽນຫລາຍຫລືຫນ້ອຍກໍຕາມ ທ່ານທັງຫົກຂ້າງເທີງນີ້ລ້ວນມີບົດບາດທີ່ກ່ຽວກັບກັບຄວາມເປັນໄປໃນສໄມນັ້ນໆຢ່າງສນິດແຫນ້ນ ສິ່ງທີ່ແຕ່ລະທ່ານໄດ້ກະທໍາໄປລ້ວນແລ້ວແຕ່ເກີດຈາກຄວາມເຂົ້າໃຈຄວາມນຶກຄິດແລະເຫດການໃນອາດີດກ່ອນຫນ້ານັ້ນເປັນສິ່ງເຍື່ອງທາງ ດ້ວຍວ່າເຮົາຄົນລຸ່ນຫລັງບໍ່ໄດ້ຢູ່ໃນເຫດການນັ້ນໆ ທັງບໍ່ໄດ້ຢູ່ໃນຖານະກໍາໂຊກຊະຕາຂອງບ້ານເມືອງດັ່ງພວກທ່ານ ມັນຈຶ່ງຂ່ອນຂ້າງຈະເຫລືອວິໄສທີ່ບອກໄດ້ຢ່າງຄັກແນ່ວ່າ ສິ່ງທີ່ທ່ານນັ້ນໆທໍາໄປນັ້ນຖືກນັ້ນສົມຄວນເປັນແນ່ແທ້ຫລືບໍ່? ດັ່ງນັ້ນເພື່ອຄວາມຈເຣີນຂອງປັນຍາແລະຄຸນນະທັມຂອງຜູ້ຈເຣີນ ຂ້າພະເຈົ້າຈຶ່ງຈະພຽງສາທະຍາຍເຫດການ ບອກອ້າງເຖີງຄວາມເປັນໄປໃນຫລາຍແງ່ ແລະຄວາມເຫັນຂອງຂ້າພະເຈົ້າ ຊຶ່ງຂ້າພະເຈົ້າຈະບອກຢ່າງແຈ່ມແຈ້ງວ່າ ຂໍ້ຄວາມຕອນນັ້ນເປັນຂອງຂ້າພະເຈົ້າແຕ່ພຽງຜູ້ດຽວ ໂດຍຂ້າພະເຈົ້າຈະຂຽນໂດຍໂຕງ່ຽງໃນພາກສ່ວນຄວາມເຫັນຂອງຂ້າພະເຈົ້າເອງ

 

ເພື່ອຄວາມກະຈ່າງແຈ້ງຂອງໃນຄວາມເປັນມາຂອງທ່ານທັງຫົກ ມັນຈຶ່ງຫລີກລ້ຽງບໍ່ມົ້ມທີ່ຈະຕ້ອງເລົ່າປວັດສາດຂອງເມືອງລາວມາຈົນເຖີງສໄມຂອງພວກທ່ານ ເພື່ອວ່າເຮົາຈະຮູ້ຊຶ້ງເຖີງຄວາມຕື້ນຫນາຂອງບັນຫາທີ່ທ່ານທັງຫົກຕ້ອງມາຜະເຊີນ

 

II. ຄວາມເປັນມາຂອງເມືອງລາວ

ເມືອງລາວເຮົາເລີ້ມແຕກເປັນສາມອານາຈັກໃນປີ໑໗໐໗ ອັນມີອະນາຈັກວຽງຈັນ ອະນາຈັກຫລວງພະບາງ ແລະອະນາຈັກຈໍາປາສັກ ທັງສາມອະນາຈັກແມ່ນແຍກກັນຢູ່ແຍກກັນປົກຄອງ ຊື່ງກ່ອນທີ່ສຍາມຈະເລີ້ມຂະຍາຍອິດທິພົນ ມັນກໍບໍ່ມີບັນຫາຫຍັງ ແຕ່ພາຍຫລັງຈາກທີ່ສຍາມຕັ້ງຕົວຈະເປັນໃຫຍ່ແລ້ວ ທັງສາມອະນາຈັກຂອງລາວເຮົາເມື່ອຂາດຄວາມເປັນນໍ້ານຶ່ງໃຈດຽວກັນ ກໍກາຍເປັນເຫຍື່ອ ແລະຫມົດຫົນທາງທີ່ຈະຕ້ານກັບກໍາລັງແຮງຂອງສຍາມໄດ້ ຜົນກໍຄືທັງສາມອະນາຈັກຕ້ອງຕົກໄປເປັນເມືອງຂຶ້ນຂອງສຍາມໃນປີ໑໗໗໙ໃນທີ່ສຸດນັ້ນເອງ ດັ່ງທີ່ພວກເຮົາຮູ້ ໃນປີ໑໘໒໖ເຈົ້າອະນຸພະຍາຍາມຈະເອົາເມືອງລາວແຍກອອກຈາກອໍານາດຂອງສຍາມ ແຕ່ດ້ວຍວ່າເຮົາເອງກໍບໍ່ມີຄວາມສາມັກຄີກັນ ດັ່ງນັ້ນມັນຈຶ່ງງ່າຍຂຶ້ນທີ່ສຍາມຈະກໍາຈັດເຮົາ ຊຶ່ງຜົນກໍຄື ຕໍ່ແຕ່ນັ້ນມາ ເມືອງລາວແຮ່ງບໍ່ເປັນບ້ານເປັນເມືອງ ອະນາຈັກວຽງຈັນທີ່ຈເຣີນຮຸ່ງເຮືອງແລະສວຍສົດງົດງາມກໍຖືກທໍາລາຍລົງຢ່າງລາບຄາບ ຈັນກະທັ່ງວ່າກາຍເປັນເມືອງຮ້າງ ເພາະຖືກສຍາມຂົນເອົາທັງຊັບສິນເງິນທອງ ທັງປະຊາຊົນພົລເມືອງໄປຫມົດ ແລະທີ່ສໍາຄັນຄືຄວາມຄິດທີ່ຢາກຕັ້ງຕົວເປັນເອກລາດ ແມ່ນຖືກທໍາລາຍລົງຢ່າງເຖີງກົກເຖີງຮາກ ອະນາຈັກຫລວງພະບາງເຖີງຈະຍັງຄົງຢູ່ ແຕ່ກໍຖືກສຍາມຄວບຄຸມຫນັກມືເຂົ້າກ່ວາເກົ່າ ສ່ວນອະນາຈັກຈໍາປາສັກນັ້ນ ສຍາມເຖີງກັບຄວບຄຸມໂດຍກົງ ມີເຈົ້າກໍເຫມືອນບໍ່ມີເອົາຊື່ໆ

 

ເປັນອັນວ່າຈົນເຖີງຝຣັ່ງເຂົ້າມາເອົາເມືອງລາວເປັນຫົວເມືອງຂຶ້ນໃນປີ໑໘໙໓ນັ້ນ ເມືອງລາວແມ່ນຢູ່ໃນຖານະທີ່ເຊື່ອມໂຊມແລະຫລ່ອຍຫລໍບໍ່ວ່າດ້ານໃດໆກໍຕາມ ຫາກຈະມີດີຢູ່ກໍແຕ່ວ່າ ອະນາຈັກຫລວງພະບາງຍັງຢູ່ໃນຖານະທີ່ສາມາດຊົມໃຊ້ບົດບາດຂອງຕົນຢູ່ ເພາະຍັງມີພະມະຫາກະສັດທີ່ສືບຫນໍ່ແທນແນວຂອງຂຸນບໍຣົມມາ ດັ່ງນັ້ນຝຣັ່ງຈື່ງຄົງຮັກສາອໍານາດການປົກຄອງນັ້ນໄວ້ຄືເກົ່າ ໂດຍຍັງໃຫ້ມີເຈົ້າຊີວິດຄືເກົ່າ ແລະທີ່ສໍາຄັນຄືຝຣັ່ງຍັງຖືຫລວງພະບາງເປັນພຽງ protectorate ບໍ່ແມ່ນ colony ຄືດັ່ງພາກສ່ວນອື່ນໆຂອງລາວເຮົາ ແລະນີ້ເອງຄືຈຸດເລີ້ມຕົ້ນຂອງບຸກຄົນທັງຫ້າ ຍົກເວັ້ນເຈົ້າບຸນອຸ້ມຊຶ່ງສືບເຊື້ອສາຍມາຈາກຈໍາປາສັກ ແຕ່ດ້ວຍວ່າພາກສ່ວນຂອງເມືອງລາວທີ່ເຈົ້າບຸນອຸ້ມເປັນຕົວແທນ ຄືແດນດິນທີ່ຝຣັ່ງຢາກມີອິດທິພົນແທນສຍາມທີ່ຝຣັ່ງເຕະອອກໄປ ຝຣັ່ງຈຶ່ງເອົາເຈົ້າບຸນອຸ້ມເຂົ້າມາມີບົດບາດໃນການເມືອງຂອງລາວ ຜົນຈະເປັນຢ່າງໃດ ຂໍເຊີນທ່ານຕິດຕາມອ່ານຕໍ່ໃນເທື່ອຕໍ່ໄປ

 

 

 

 

Home | ວັງຫລວງແລະວັງຫນ້າ | ເຈົ້າມະຫາຊີວິດສີສວ່າງວົງ: ເພິ່ນຢືນຢູ່ຈຸດໃດແທ້? | ເຈົ້າເພັຊຣາດ: ຣັຖບຸຣຸດຂອງຊາດລາວ | ເຈົ້າເພັຊຣາດ: ພາກວິເຄາະວິຈານ | Iron Man of Laos | Chapter1: Biography of Prince Phetsarath | Chapter 2: The Japanese seize Laos | Chapter 3: Dismissal from Viceroy | Chapter 4: Eleven years in Thailand | Chapter 9: Phetsarath is invited to return | Chapter 10: A critique of Phetsarath's neutrality | ເຈົ້າບຸນອຸ້ມ ນະຈໍາປາສັກ | ເຈົ້າມະຫາຊີວິດສີສວ່າງວັທນາ | The politics of ritual & remembrance | ເຈົ້າສຸວັນນະພູມມາ: ຄວາມເປັນກາງຢູ່ໃສ? | ເຈົ້າສຸວັນນະພູມມາ ຕອນທີ໒ | ເຈົ້າຊີວິດ | ເຈົ້າເພັຊຣາດ | ເຈົ້າສຸວັນນະພູມມາ | ເຈົ້າສຸພານຸວົງ | ເຈົ້າຈອມທັງຫລາຍ | Lao history ແລະເພງຊາດລາວ | ອະຣັມພະບົດແລະຄວາມເປັນມາຂອງເມືອງລາວ | ເຈົ້າສຸພານຸວົງ: ເຈົ້າຊາຍແດງ | Khun Borom Stories

This site was last updated 07/30/05