|
ພາກທີ໕:
ເຈົ້າບຸນອຸ້ມ
ນະຈໍາປາສັກ
ໃນຈໍານວນເຊື້ອສາຍຂຸນບໍຣົມທັງຫົກທ່ານນັ້ນ
ຂ້າພະເຈົ້າຮູ້ຈັກກັບບົດບາດແລະຜົນງານຂອງທ່ານຫນ້ອຍທີ່ສຸດ
ທັງນີ້ອາດຈະເປັນຍ້ອນວ່າ ທ່ານບໍ່ຄ່ອຍມີບົດບາດຫລາຍປານໃດຕໍ່ປວັດສາດລາວ
ດັ່ງນັ້ນຫາກວ່າ ຂ້າພະເຈົ້າຄາດເຄື່ອນບ່ອນໃດໃນການຂຽນກ່ຽວກັບທ່ານ ກໍຂໍໃຫ້ຄຶດວ່າ
ນີ້ເປັນພຽງທັສນະຂອງຂ້າພະເຈົ້າຜູ້ຮູ້ນ້ອຍກໍແລ້ວກັນ
ຄືດັ່ງທີ່ນາມສະກຸນເພິ່ນບອກ ເຈົ້າບຸນອຸ້ມສືບເຊື້ອສາຍມາຈາກອະນາຈັກລ້ານຊ້າງຈໍາປາສັກ
ຊຶ່ງຈະວ່າແລ້ວ ໃນຈໍານວນສາມອະນາຈັກຂອງລາວທີ່ແຕກກັນພາຍຫລັງປີ໑໗໐໗ນັ້ນ
ອະນາຈັກລ້ານຊ້າງຈໍາປາສັກເປັນອະນາຈັກທີ່ຂ່ອນຂ້າງອ່ອນແອທີ່ສຸດ
ອີກຢ່າງບໍ່ພຽງພໍເທົ່າໃດສິບປີທີ່ມີເອກລາດ
ກໍຕົກເປັນເມືອງຂຶ້ນຂອງສຍາມກ່ອນອະນາຈັກລ້ານຊ້າງອື່ນໆ
ດັ່ງນັ້ນຄວາມຍິ່ງທະນົງໃນຄວາມເປັນລາວ ຈຶ່ງຈະຮູ້ສຶກວ່າ
ອ່ອນເພັຽກ່ວາທາງອະນາຈັກລ້ານຊ້າງວຽງຈັນແລະຫລວງພະບາງ ຍິ່ງໄປກ່ວານັ້ນ ຈາກປວັດສາດກໍບອກແຈ້ງ ກະສັດຂອງອະນາຈັກລ້ານຊ້າງຈໍາປາສັກ
ຊຶ່ງເຖີງຈະສືບສາຍມາຈາກຂຸນບໍຣົມ ແຕ່ຄວາມເຂັ້ມຂົ້ນໃນສາຍເລືອດນັ້ນ
ຮູ້ສຶກວ່າຈະຈາງໄປຫລາຍ ດ້ວຍວ່າອະນາຈັກລ້ານຊ້າງຈໍາປາສັກເປັນອະນາຈັກໃຫມ່
ກໍສົ່ງຜົນໃຫ້ການຈັດຕັ້ງບໍ່ແຫນ້ນຫນາຄືທາງວຽງຈັນແລະຫລວງພະບາງ
ຜົນກໍຄືມັນເປັນການງ່າຍຢ່າງຍິ່ງທີ່ອໍານາດພາຍນອກຈະເຂົ້າມາແຊກແຊງແລະທໍາລາຍໄດ້
ສິ່ງສໍາຄັນທີ່ສຸດແມ່ນຢູ່ທີ່ວ່າ ສຍາມເອງກໍຖືອະນາຈັກລ້ານຊ້າງຈໍາປາສັກຕໍ່າ ເພາະຄວາມອ່ອນເພັຽພາຍໃນ
ດັ່ງນັ້ນມີຫລາຍເທື່ອ ສຍາມຢາກເຮັດຫຍັງກໍເຮັດໄດ້ໂດຍບໍ່ຕ້ອງຫວັ່ນເກງວ່າ
ຈະມີການຄັດຄ້ານຫລືລຸກຮື້ຄືຕໍ່ສູ້ ດັ່ງທາງວຽງຈັນຫລືຫລວງພະບາງ
ຂ້າພະເຈົ້າວ່າ ເຖີງອະນາຈັກຈໍາປາສັກຈະອ່ອນແອເປັນເຄົ້າຢູ່ແລ້ວ
ມັນກໍດີຢ່າງນຶ່ງແກ່ປວັດສາດຂອງລາວເຮົາ ນັ້ນກໍຄືອິດທິພົນຂອງເມືອງລາວ
ຊຶ່ງແຕ່ຄັ້ງເກົ່າກ່ອນຈະບໍ່ຄ່ອຍມີໄປເຖີງເຂດທາງໃຕ້ປານໃດ ເພາະສ່ວນຫລາຍປະຊາຊົນລາວເຮົາຢູ່ລວມກັນຢູ່ແຕ່ພາກເຫນືອແລະພາກກາງເທົ່ານັ້ນ
ຈະເວົ້າອີກແນວນຶ່ງກໍຄື ເຂດອິດທິພົນຂອງລາວເຮົາໄປຮອດແຕ່ແຖວສວັນນະເຂດຫລືເມືອງມຸກດາຫານເທົ່ານັ້ນ
ຫາກວ່າເຈົ້ານາງສຸມັງຄະລາ ຜູ້ເປັນລູກສາວຂອງເຈົ້າສຸຣິຍະວົງສາ
ຊຶ່ງເວລານັ້ນກໍາລັງຕັ້ງທ້ອງ ເຈົ້າສ້ອຍສີສມຸດພຸດທັງກູນຢູ່
ບໍ່ໄດ້ຫລົບຫນີໄພຈາກການແຍ່ງຊິງອໍານາດ
ທີ່ເກີດຂຶ້ນຫລັງຈາກການສິ້ນພະຊົນຂອງເຈົ້າສຸຣິຍະວົງສາແລ້ວ ເຂດແດນທາງໃຕ້ກໍຍາກທີ່ຕົກມາເປັນຂອງລາວເຮົາໃນສໄມຕໍ່ມາ
ຈະວ່າແລ້ວ ປວັດສາດນີ້ບາງເທື່ອກໍເປັນເລື້ອງເຫລືອວິໃສ ຍາກທີ່ເຂົ້າໃຈ ເພາະເຂດແຖວຈັງຫວັດເລີຍ
ອຸດອນຂອນແກ່ນ ລົງມາຮອດນະຄອນພະນົມ ສະກົນນະຄອນ ແລະມຸກດາຫານນັ້ນເປັນເຂດອິດທິພົນຂອງລາວເຮົາມາໄດ້ຫລາຍຮ້ອຍປີແລ້ວ
ແຕ່ກັບເປັນອັນວ່າ ບາດສໄມໃຫມ່ມາ ກັບເປັນເຂດແດນຂອງໄທເອົາຊື່ໆ ໃນຂະນະທີ່ດິນແດນທາງໃຕ້
ທີ່ລາວເຮົາຫາກໍ່ໄປຕັ້ງບ້ານເມືອງ
ກັບກາຍມາເປັນເຂດແດນຂອງເມືອງລາວເຮົາຢ່າງສົມບູນ
ຈາກທີ່ມາດັ່ງກ່າວ ເຊື້ອສາຍຂຸນບໍຣົມຈາກທາງໃຕ້
ຈຶ່ງຢູ່ໃນທ່າທີ່ຄຸ້ມບ້ານຄອງເມືອງບໍ່ຄ່ອຍໄດ້ໂດຍຕົວເອງ
ບ້ານເມືອງກໍຫລອຍຫລໍລົງທຸກມື້ ເພາະສຍາມຕັດເອົາໄປປົກຄອງເອງເປັນສ່ວນຫລາຍ
ເຫດທີ່ຢືນຢູ່ໄດ້ມາຈົນເຖີງມໍ່ໆນີ້ຫລືສໄມໃຫມ່ນີ້ ກໍເພາະອໍານາດຈາກພາຍນອກ
ຊຶ່ງທໍາອິດກໍແມ່ນສຍາມ ຕໍ່ມາກໍຝຣັ່ງ ແລະທ້າຍທີສຸດກໍຄືອະເມຣິການນັ້ນເອງ
ນີ້ເຫັນໄດ້ແຈ້ງ ເມື່ອມີກະບົດສາຂຽດໂງ້ງເກີດຂຶ້ນໃນສໄມເຈົ້າຫມານ້ອຍ
ທາງຈໍາປາສັກເອງບໍ່ສາມາດຈັດການຫຍັງໄດ້ເລີຍ
ຮ້ອນໄປເຖີງບາງກອກທີ່ຕ້ອງສົ່ງກໍາລັງມາຊ່ອຍ ໂດຍມີກໍາລັງທາງວຽງຈັນເປັນຕົ້ນຕໍ່
ອີກຢ່າງ ໃນການລຸກຂຶ້ນຕໍ່ສູ້ເພື່ອອິສຣະພາບໃນສໄມເຈົ້າອະນຸນັ້ນ
ເຊື້ອສາຍຂອງອະນາຈັກລ້ານຊ້າງຈໍາປາສັກເກົ່າ ກໍເຂົ້າຂ້າງສຍາມ
ອັນເຮັດໃຫ້ເຈົ້າຣາຊບຸດໂຢ
ຊຶ່ງເປັນບຸດຂອງເຈົ້າອະນຸແລະເປັນເຈົ້າຜູ້ປົກຄອງອະນາຈັກຈໍາປາສັກສໄມນັ້ນ
ຕ້ອງແຕກທັບຢ່າງໄວວາ
ຊຶ່ງນັ້ນເປັນສ່ວນນຶ່ງທີ່ເຮັດໃຫ້ທັບຂອງເຈົ້າອະນຸຖືກປິດລ້ອມຢູ່ຫມົດທຸກດ້ານ
ແລະໃນທ້າຍທີ່ສຸດກໍເສັຽສົງຄາມ
ຢ່າງບໍ່ມີໂອກາດໄດ້ຕັ້ງຕົວຫາຍໃຈເພື່ອຕ້ານການຮຸກຮານຂອງສັດຕູຢ່າງເປັນລໍ່າເປັນສັນເລີຍ
ມາຮອດສໄມຝຣັ່ງເຂົ້າມາ
ເມື່ອເຂົາເຫັນຄວາມອ່ອນແອຂອງຈໍາປາສັກຊຶ່ງຖືກສຍາມຄຸມແຈຢູ່ແລ້ວ
ເຂົາຈຶ່ງເອົາເມືອງນີ້ເປັນອະນານິຄົມເຂົາເລີຍ
ຊຶ່ງນັ້ນຕ່າງຈາກທາງຫລວງພະບາງທີ່ເປັນພຽງເມືອງອາຣັກຂາຂອງຝຣັ່ງເທົ່ານັ້ນ
ທາງຜູ້ປົກຄອງຈໍາປາສັກເອງສ່ວນຫລາຍ ກໍຫນີປົບໄປເຂົ້າກັບສຍາມ ຈະເວົ້າແລ້ວ
ເຊື້ອຕະກູນນະຈໍາປາສັກນີ້ ກໍແມ່ນສຍາມເປັນຕັ້ງໃຫ້ ຄ້າຍໆທໍານອງກັບພວກນະອະຍຸທຍາ
ນະລໍາປາງ ເປັນຕົ້ນ
ເຈົ້າຍຸຕິທັມມະທອນຫລືຄໍາສຸກຜູ້ເປັນຕົ້ນຕະກຸນຂອງນະຈໍາປາສັກນີ້ເປັນຄົນທີ່ທາງສຍາມໄວ້ເນື້ອເຊື່ອໃຈຫລາຍ
ເພິ່ນເປັນພໍ່ຂອງເຈົ້າຫຍຸຍຜູ້ເປັນພໍ່ຂອງເຈົ້າບຸນອຸ້ມອີກທອດນຶ່ງ
ມາບັດນີ້ ຂ້າພະເຈົ້າຈະໄດ້ກ່າວເຖີງເຈົ້າບຸນອຸ້ມໂດຍກົງ ໂດຍທົ່ວໄປແລ້ວ
ເພິ່ນກໍບໍ່ໄດ້ມີບົດບາດເດ່ນຄືດັ່ງເຈົ້າອື່ນໆທີ່ຂ້າພະເຈົ້າໄດ້ກ່າວມາ
ແຕ່ອີງອາໃສວ່າ ຝຣັ່ງຕ້ອງການຢາກໄດ້ເພິ່ນຊຶ່ງເປັນເຊື້ອເຈົ້າຢູ່ທາງໃຕ້
ເຂົ້າກັບເຂົາ
ຊຶ່ງຕາມທີ່ຮູ້ເຫັນເຊື້ອສາຍນີ້ຂ່ອນຂ້າງເປັນໃຈໃຫ້ສຍາມເປັນທຶນເດີມຢູ່ແລ້ວ
ເຂົາຈຶ່ງຍູ້ສົ່ງເຈົ້າບຸນອຸ້ມຕລອດມາ
ດ້ວຍວ່າເຈົ້າບຸນອຸ້ມເອງກໍເຫັນຄຸນຂອງຝຣັ່ງ
ທີ່ສົ່ງໃຫ້ເພິ່ນເປັນໃຫຍ່ກ່ວາທີ່ທາງໄທຈະສາມາດໃຫ້ໄດ້
ເພິ່ນຈຶ່ງປັ້ນຕໍ່ຝຣັ່ງແຕ່ນັ້ນມາ ໂດຍທໍາອິດກໍຊ່ອຍຝຣັ່ງສູ້ກັບຍີ່ປຸ່ນຢ່າງລັບໆ
ແລະກໍເປັນກໍາລັງສໍາຄັນນໍາເອົາຝຣັ່ງເຂົ້າມາປົກຄອງລາວອີກຄັ້ງ
ຫລັງຈາກຍີ່ປຸ່ນຖອຍອອກໄປ ດ້ວຍການຮ່ວມໄມ້ຮ່ວມມືກັບຝຣັ່ງຢ່າງແຂງຂັນ
ຝຣັ່ງກໍເລີຍສເນີໃຫ້ຕໍາແຫນ່ງຜູ້ກວດກາແຜ່ນດິນແທນຫູຕາເຈົ້າແຜ່ນດິນແຕ່ນັ້ນມາ
ໂດຍເຈົ້າບຸນອຸ້ມເອງໄດ້ລະສິດໃນການເປັນເຈົ້າຜູ້ຄອງຈໍາປາສັກເປັນການແລກປ່ຽນ
ຊຶ່ງໃນຕອນນັ້ນບໍ່ມີຄຸນຄ່າລາຄາຄືແຕ່ເກົ່າແລ້ວ
ອາດຈະເປັນຍ້ອນວ່າ ເຈົ້າບຸນອຸ້ມເປັນຄົນສູງໃຫຍ່
ບໍ່ພໍຍັງເປັນເຈົ້າຈອມຈາກທາງໃຕ້ອີກ ຫລືຄວາມເຊື່ອຂອງຄົນບໍ່ຫນ້ອຍທີ່ເຊື່ອວ່າ
ເພິ່ນຫາຍຕົວໄດ້
ອີກຢ່າງກໍຄືມີເວດມົນຄາຖາ ມັນຈຶ່ງຄົງມີອາຖັນເຮັດໃຫ້ຄົນຢໍາເກງເພິ່ນເປັນຫນັກເປັນຫນາ
ອາດຈະເປັນສາເຫດດັ່ງກ່າວ ຕະກູນຂອງເພິ່ນຈຶ່ງຄອງພາກໃຕ້ຂອງລາວ
ຢ່າງທີ່ບໍ່ມີໃຜຈະມາຕໍ່ລອງຖານອໍານາດນີ້ໄດ້ ຊຶ່ງອໍານາດນີ້
ເຈົ້າບຸນອຸ້ມແລະຕະກູນ
ນະຈໍາປາສັກຂອງເພິ່ນໄດ້ນໍາໄປໃຊ້ໃຫ້ເປັນປໂຍດໃນທາງເຮັດທຸຣະກິດການຄ້າ
ທີ່ບໍ່ຫນ້ອຍຫນ້າກ່ວາພວກເຊື້ອເຈົ້າຂອງໄທ ທີ່ຣວຍໆທັງຫລາຍເລີຍ ເລື້ອງນີ້ Grant
Evans ກໍໄດ້ຂຽນລົງໃນປື້ມ A short history of Laos ຂອງທ່ານຄືກັນ
ອີກຢ່າງ ຈະເປັນເລື້ອງຈິງຫລືບໍ່ ກໍບໍ່ຮູ້ ທີ່ວ່າເຈົ້າບຸນອຸ້ມໄປບ່ອນໃດ
ເພິ່ນຈະຕ້ອງເອົາສາວນ້ອຍແຖວນັ້ນ ໄປບໍາເຣີຄວາມສຸກຂອງເພິ່ນ
ຫລືນີ້ອາດຈະເປັນພຽງຂ່າວລື ທີ່ຄົນປັ້ນແຕ່ງໃຫ້ເພິ່ນເສັຽຫາຍ ກໍເປັນໄດ້
ແຕ່ດ້ວຍວ່າ ນີ້ເປັນເລື້ອງຫນາຫູ ພໍສົມຄວນ
ຂ້າພະເຈົ້າຈຶ່ງເຫັນສົມຄວນເອົາມາລົງໄວ້ທີ່ນີ້
ເພື່ອໃຫ້ຜູ້ອ່ານໄດ້ສືບຖາມຫາຄວາມຈິງຕໍ່ໆໄປ
ສໍາລັບບົດບາດທາງການເມືອງຂອງເຈົ້າບຸນອຸ້ມນັ້ນ ເວົ້າແທ້ ກໍບໍ່ຄ່ອຍມີຫລາຍ
ເຫັນຈະເດ່ນຊັດກໍຢູໃນສອງເຫດການຄືຄາວທີ່ຮ້ອຍເອກກອງແລ
ຫລືທີ່ເຮົາຮູ້ຈັກກັນໃນນາມນາຍພົນກອງແລ ເຮັດປະຕິວັດລັຖປະຫານ ໃນປີ໑໙໖໐
ແລະການມີບົດບາດຂອງເພິ່ນໃນການຮ່ວມເຊັນສັນຍາເຊີແນວສ້າງຕັ້ງລັຖບານປະສົມໃນປີ໑໙໖໒ເທົ່ານັ້ນ
ສໍາລັບຄັ້ງທໍາອິດຫັ້ນ ນາຍພົນພູມີຫນໍ່ສວັນຫາໃຫ້ເພິ່ນຊ່ອຍ ເພາະຈະເວົ້າແລ້ວ ເຈົ້າບຸນອຸ້ມເປັນນຶ່ງໃນພາກໃຕ້
ການຈະໄດ້ປະຊາຊົນຫນູນຫລັງຫລືເປັນທີ່ອີງນັ້ນ
ມັນຈໍາເປັນຢ່າງຍິ່ງທີ່ນາຍພົນພູມີຜູ້ມີຖິ່ນຖານແຖວເມືອງສວັນ
ອັນເປັນເຂດອິດທິພົນຂອງເຈົ້າບຸນອຸ້ມຢູ່ເດີມແລ້ວ
ຈະຕ້ອງເອົາເພິ່ນໄປເປັນຜູ້ນໍາອອກຫນ້າ ແລະຈາກເຫດການຄັ້ງນັ້ນ ເມື່ອນາຍພົນພູມີມີໄຊ
ສາມາດຂັບໄລ່ນາຍພົນກອງແລອອກໄປໄດ້
ມັນກໍສົ່ງຜົນໃຫ້ເຈົ້າບຸນອຸ້ມມີບົດບາດທາງການເມືອງຂຶ້ນມາ
ຈົນເຖີງຂັ້ນຖືກຍົກໃຫ້ເປັນຜູ້ນໍາຝ່າຍຂວາ ໄປເຈຣະຈາບັນຫາລາວຄືດັ່ງທີ່ໄດ້ກ່າວມາແລ້ວ
ສາເຫດທີ່ເຈົ້າບຸນອຸ້ມ ເປັນທີ່ກຽດຊັງຢ່າງເປັນພິເສດຕໍ່ພວກຝ່າຍຊ້າຍ
ກໍເພາະເພິ່ນເປັນປໍຣະປັກກັບເຂົາເຈົ້າຕັ້ງແຕ່ສໄມຝຣັ່ງພຸ້ນ ອີກຢ່າງ
ຕາມຂໍ້ກ່າວຫາຂອງຝ່າຍຊ້າຍແລ້ວ ຕະກູນນະຈໍາປາສັກຂອງເພິ່ນ
ປານວ່າເປັນເຈົ້າສັກດີນາແຖວພາກໃຕ້ຢ່າງເຕັມສ່ວນ ດັ່ງນັ້ນ
ຈຶ່ງບໍ່ແປກທີ່ພວກຝ່າຍຊ້າຍຈະຖືເພິ່ນເປັນສັດຕູອັນດັບນຶ່ງຂອງເຂົາເຈົ້າເລີຍ
ໃນຕອນທ້າຍນີ້ ມັນເປັນການຂ່ອນຂ້າງຍາກ ທີ່ຈະຂຽນແນວດີໃຫ້ແກ່ເຈົ້າບຸນອຸ້ມ
ນອກຈາກວ່າ ເພິ່ນນັ້ນເຮັດຖືກໃນການຍິນຍອມເອົາອະນາຈັກຈໍາປາສັກມາຂຶ້ນກັບລັຖບານກາງ
ໂດຍມີເຈົ້າຂອງນະຄອນຫລວງພະບາງເປັນພະເຈົ້າແຜ່ນດິນ ສິ່ງນີ້ໃນຕົວຂອງມັນເອງ
ກໍບອກວ່າ ເຈົ້າບຸນອຸ້ມຄິດເຫັນແກ່ປໂຍດຂອງຊາດບ້ານເມືອງຢູ່ຄືກັນ ສ່ວນທີ່ວ່າ ເພິ່ນປັກໃຈຕໍ່ຝຣັ່ງຢ່າງຈົມຫົວຈົມທ້າຍນັ້ນ
ກໍຄົງຈະເປັນວ່າ ຝຣັ່ງເປັນຜູ້ປັ້ນເພິ່ນຂຶ້ນມາໃຫ້ເປັນໃຫຍ່ ເພິ່ນກໍສໍານຶກໃນບຸນຄຸນນັ້ນ
ຈົນເຖີງຂັ້ນລືມໄປວ່າ ຄວາມເປັນເຈົ້ານັ້ນຄືການຮັກສາຜົນປໂຍດຂອງແຜ່ນດິນຂອງໄພ່ຟ້າປະຊາກອນເປັນສໍາຄັນ
ບໍ່ຊັ້ນ ຄວາມເປັນເຈົ້າກໍເທົ່າກັບວ່າ ຢອງຢູ່ຫົວຂອງປະຊາຊົນຊື່ໆ
ຈາກເຫດການທາງປວັດສາດ ກໍພໍເຂົ້າໃຈວ່າ ເປັນຫຍັງເຊື້ອສາຍຂຸນບໍຣົມທາງໃຕ້
ຈຶ່ງຫມົດຄວາມເປັນເຈົ້າທີ່ພວກຜູ້ນໍາຢ່າງແທ້ຈິງຄວນຈະມີລົງ ຂ້າພະເຈົ້າຄິດວ່າ
ຫາກເຈົ້າບຸນອຸ້ມເກີດເປັນເຈົ້າທາງຫລວງພະບາງ ເພິ່ນຄົງຈະມີສໍານຶກຕ່າງກ່ວາທີ່ເປັນມາ
ຢ່າງຫນ້ອຍ ເຖີງເຈົ້າທາງຫລວງພະບາງຈະອ່ອນແອ ໃນສາຍຕາຂອງຄົນລາວຈໍານວນບໍ່ຫນ້ອຍ ແຕ່ການຮັກສາໄວ້ຊຶ່ງຕົ້ນຕະກູນອັນດີງາມຂອງຕົນ
ນັ້ນຍັງຄົງຖືກປະຕິບັດມາ ແລະທີ່ສໍາຄັນຢ່າງຍິ່ງຍວດກໍຄື ຄວາມສໍານຶກທີ່ວ່າ
ຕົນນັ້ນເປັນເຊື້ອຫນໍ່ຂອງຂຸນບໍຣົມ
ຈຶ່ງເຮັດໃຫ້ເຈົ້າທາງຫລວງພະບາງມີສໍານຶກທາງດ້ານການປົກຄອງ ເພື່ອຄວາມຢູ່ລອດຂອງບ້ານເມືອງສເມີມາ
ຂ້າພະເຈົ້າເຊື່ອວ່າ ຫາກແມ້ນພຽງເຈົ້າບຸນອຸ້ມມີແນວໂນ້ມໄປທາງນັ້ນ ຈັກເຄິ່ງນຶ່ງ
ບໍ່ມີໃຜຈະຮູ້ວ່າ ບ້ານເມືອງລາວຈະດີຂຶ້ນຂນາດໃດ ລອງຄິດເບິ່ງວ່າ
ຖ້າເຈົ້າບຸນອຸ້ມເປັນກໍາລັງອັນສໍາຄັນຂອງລັຖບານລາວອິສຣະຢ່າງທີ່ເພິ່ນມີຕໍ່ຝຣັ່ງແລ້ວ
ບາງທີຝຣັ່ງອາດຈະຄິດຊໍ້າສອງຊໍ້າ ເມື່ອເຫັນຜູ້ທີ່ເປັນຜູ້ນໍາລາວເປັນປືກແຜ່ນແຫນ້ນຫນານໍາກັນເປັນສ່ວນຫລາຍ
ກໍເປັນໄດ້ ແລະຫາກນັ້ນເປັນຈຸດເລີ້ມຕົ້ນທີ່ດີງາມແລ້ວ
ບາດອະເມຣິກາເຂົ້າມາໃນພາຍຫລັງ ກໍຄົງຈະໃຫ້ໂອກາດແກ່ຄວາມເປັນກາງຢູ່ລາວຫລາຍກ່ວານີ້
ເລື້ອງລາວຈະເປັນແນວໃດ
ຂໍເຊີນທ່ານຕິດຕາມກ່ຽວກັບບັນຫາລາວໃນກາງຫາທ້າຍສັຕວັດທີ໒໐ໃນເລື້ອງລາວຂອງເຈົ້າມະຫາຊີວິດສີສວ່າງວັທນາ
ເຈົ້າສຸວັນນະພູມມາ ແລະກໍລົງທ້າຍດ້ວຍເຈົ້າສຸພານຸວົງ
ບົດຕື່ມທ້າຍ:
ເຈົ້າບຸນອຸ້ມໄດ້ເປັນນາຍົກຢູ່ສອງຄັ້ງ
ຄືຄັ້ງທີ່ນຶ່ງໃນສໄມຫລັງສົງຄາມໂລກຄັ້ງທີສອງສິ້ນສຸດລົງບໍ່ດົນ
ແລະຄັ້ງທີສອງໃນສໄມທີ່ນາຍພົນພູມີຫນໍ່ສວັນເຮັດການປະຕິວັດລັຖປະຫານ
ຄົ້ນລົ້ມລັຖບານເຈົ້າສຸວັນນະພູມມາທີ່ນາຍພົນກອງແລສນັບສນູນໄດ້
ຄັ້ງຫລັງນີ້ເຈົ້າບຸນອຸ້ມເປັນນາຍົກກໍພຽງຊົ່ວຄາວຊື່ໆ
ເພາະລັຖບານທີ່ຖືກຕ້ອງນັ້ນຍັງຢູ່ໃນກໍາມືຂອງເຈົ້າສຸວັນນະພູມມາຢູ່
ຈາກປື້ມປວັດສາດອີສານ
ຊຶ່ງໃນນັ້ນກ່າວເຖີງຄວາມເປັນມາຂອງນະຄອນຈໍາປາສັກ
ແລະທີ່ຂຽນຂຶ້ນໂດຍທ່ານເຕີມວິພາກພະຈານະກິດ
ຄົນໄທທີ່ມີເຊື້ອສາຍມາຈາກຈໍາປາສັກຄືກັນ
ຜູ້ຂຽນດັ່ງກ່າວກໍອ້າງເຖີງຄວາມຈົ່ງຮັກພັກດີຂອງເຈົ້າຈອມນະຄອນຈໍາປາສັກທີ່ມີຕໍ່ໄທສເມີມາ
ແລະສຸດທ້າຍນີ້
ສາເຫດອັນນຶ່ງທີ່ຄົນທາງພາກໃຕ້ຍອມຮັບນັບຖືເຈົ້າບຸນອຸ້ມແລະຕະກູນນະຈໍາປາສັກຂອງເພິ່ນ
ກໍເພາະເພິ່ນເຮັດຫນ້າທີ່ທາງພິທີກັມທີ່ປະຕິບັດກັນມາຕັ້ງແຕ່ດຶກດໍາບັນ
ທີ່ຄ້າຍໆກັບທາງເຈົ້າເມືອງຫລວງພະບາງເຮັດ
ດັ່ງນັ້ນຕໍ່ສາຍຕາແລະຄວາມເຊື່ອຖືຂອງຄົນລາວທີ່ຍັງຄົງຜູກພັນຢູ່ກັບເຈົ້າຈອມຜູ້ຄອງເມືອງແລ້ວ
ກໍເທົ່າກັບວ່າເຈົ້າບຸນອຸ້ມຄືເຈົ້າແຜ່ນດິນ
ທີ່ຖືກຕ້ອງຂອງພາກໃຕ້ນັ້ນເອງ
ຄໍາເຫັນດັ່ງກ່າວທ່ານສາມາດອ່ານລາຍລະອຽດໄດ້ໃນປື້ມຂອງ
Grant Evans "Politics of rituals and remembrance".
|